ຂປລ
ຂປລ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ (ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ພ້ອມນັ້ນ, ຍັງມີການສອບເສັງເອົານັກສຶກສາ ເຂົ້າຮຽນຫລັກສູດນານາຊາດ, ຫລັກສູດຕໍ່ເນື່ອງ ປະລິນຍາຕີ ແລະ ຫລັກສູດຫລາຍທາງເລືອກ (ຈັດການສອນໃນວັນເສົາ, ວັນອາທິດ ແລະ ພາກຄໍ່າ)

ຂປລ. ໃນສົກສຶກສາ 2025-2026ມະຫາວິທະຍາໄລແຫ່ງຊາດ (ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ພ້ອມນັ້ນ, ຍັງມີການສອບເສັງເອົານັກສຶກສາ ເຂົ້າຮຽນຫລັກສູດນານາຊາດ, ຫລັກສູດຕໍ່ເນື່ອງ ປະລິນຍາຕີ ແລະ ຫລັກສູດຫລາຍທາງເລືອກ (ຈັດການສອນໃນວັນເສົາ, ວັນອາທິດ ແລະ ພາກຄໍ່າ) ໂດຍໄດ້ຈັດສອບເສັງຕ່າງຫາກ ຊຶ່ງຕົວເລກ ກຳນົດຄວາມສາມາດຮອງຮັບໄດ້ເຖິງ 8.000 ກວ່າຄົນ.
ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ສຳພາດ ໃນວັນທີ 28 ກໍລະກົດ 2025 ກ່ຽວກັບການກະກຽມສອບເສັງ ຄັດເລືອກເອົານັກສຶກສາໃໝ່ ເຂົ້າຮຽນໃນສົກຮຽນ 2025-2026 ນີ້ວ່າ: ມຊ ໄດ້ແຕ່ງຕັ້ງຄະນະຊີ້ນໍາລວມ ຊຶ່ງມີອະທິການບໍດີ ແລະ ຮອງອະທິການບໍດີເປັນປະທານ ແລະ ຮອງປະທານ, ມີຄະນະບໍດີ, ຜູ້ອໍານວຍການສະຖາບັນ, ສູນ ແລະ ຫົວໜ້າຫ້ອງການຕ່າງໆ ທີ່ກ່ຽວຂ້ອງເປັນຄະນະຮັບຜິດຊອບ ແລະ ກອງເລຂາ. ນອກຈາກນັ້ນ, ຄະນະຮັບຜິດຊອບຊີ້ນໍາລວມ ຍັງໄດ້ແຕ່ງຕັ້ງຄະນະອະນຸກຳມະການ ຮັບຜິດຊອບວຽກໃນແຕ່ລະດ້ານ ໂດຍນໍາໃຊ້ລະບົບລົງທະບຽນອອນລາຍ ໄລຍະ 1ເດືອນ ນັບແຕ່ວັນທີ 7 ກໍລະກົດ ຫາ ວັນທີ 6 ສິງຫາ 2025, ມາຮອດວັນທີ 25 ກໍລະກົດນີ້ ມີຜູ້ມາລົງທະບຽນ 5.045 ຄົນ ຊຶ່ງຂັ້ນຕອນການສະໝັກສອບເສັງມີ 2 ຂັ້ນຕອນຫລັກ ຄື: 1 ສະໝັກສອບເສັງແບບອອນລາຍ ແລະ ຈ່າຍຄ່າທໍານຽມສອບເສັງ ຜ່ານທະນາຄານການຄ້າຕ່າງປະເທດລາວ BCLE One; 2 ມາຮັບເອົາບັດເຂົ້າຫ້ອງສອບເສັງຢູ່ສະໂມສອນ ມຊ (ວິທະຍາເຂດດົງໂດກ), ຄາດວ່າຈະມີຜູ້ສະໝັກ ສອບເສັງຫລາຍກວ່າປີຜ່ານມາ, ການສອບເສັງຈະໄດ້ຈັດໃນຮູບແບບສອບເສັງເຊິ່ງໜ້າ, ສອບເສັງແບບປາລະໄນ ເສັງພາຍໃນວັນດຽວຄື ວັນທີ 9 ສິງຫາ 2025 ໂດຍການສອບເສັງໄດ້ແບ່ງອອກເປັນ 2 ກຸ່ມຄື: ກຸ່ມ A ສາຍທຳມະຊາດ ແລະ ກຸ່ມ B ສາຍສັງຄົມ. ຄາດວ່າຈະປະກາດຜົນການສອບເສັງ ໃນວັນທີ 11 ກັນຍາ 2025 ແລະ ລົງທະບຽນເຂົ້າຮຽນ ເລີ່ມແຕ່ວັນທີ 15 ກັນຍາ 2025 ເປັນຕົ້ນໄປ.
ສຳລັບຜູ້ສະໝັກສອບເສັງ ຈະຕ້ອງກະກຽມຄວາມພ້ອມ ໃນການສະໝັກຄື: ຜູ້ສະໝັກຕ້ອງມີບັດເຂົ້າຫ້ອງ ສອບເສັງຈົບ ມ7 ຫລື ໃບປະກາດຈົບ ມ7 ຫລື ບັດປະຈຳຕົວ ຫລື ສຳມະໂນຄົວ ເພື່ອມາຢັ້ງຢືນຕົວຕົນໃນເວລາສະໝັກ, ພ້ອມທັງດໍາເນີນການສະໝັກຜ່ານ ລະບົບອອນລາຍ ແລ້ວມາເອົາບັດເຂົ້າຫ້ອງສອບເສັງຢູ່ ມຊ ກ່ອນວັນສອບເສັງ ແລະ ຕ້ອງຮູ້ຫ້ອງ, ຮູ້ຕຶກອາຄານທີ່ຕົນເອງຈະສອບເສັງ ໂດຍສະແກນຜ່ານຄິວອາ ຢູ່ໃນບັດເຂົ້າຫ້ອງສອບເສັງຂອງຕົນ. ໃນກໍລະນີນັກສອບເສັງບໍ່ຮູ້ ສະແກນຄິວອາ ແນະນໍາໃຫ້ມາເບິ່ງຫ້ອງສອບເສັງ ຂອງຕົນກ່ອນການສອບເສັງຕົວຈິງ 1 ວັນ.
ຂ່າວ: ບົວລະພາ
KPL