ຂປລ
ຂປລ. ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ແລະ ບັນດາຄູ່ຮ່ວມພັດທະ ນາ ໄດ້ທົບທວນຄວາມຄືບໜ້າ ແລະ ວາງແຜນໃນຕໍ່ໜ້າ ສຳລັບສື່ການຮຽນ-ການສອນຝຶກເວົ້າພາສາລາວ ໃນວັນທີ 16 ກໍລະກົດ 2025 ທີ່ນະຄອນຫລວງວຽງຈັນ

ຂປລ. ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ແລະ ບັນດາຄູ່ຮ່ວມພັດທະ ນາ ໄດ້ທົບທວນຄວາມຄືບໜ້າ ແລະ ວາງແຜນໃນຕໍ່ໜ້າ ສຳລັບສື່ການຮຽນ-ການສອນຝຶກເວົ້າພາສາລາວ ໃນວັນທີ 16 ກໍລະກົດ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ອຸທິດ ທິບມະນີ ຮອງຜູ້ອໍານວຍການ ສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ (ສວສ) ແລະ ທ່ານ ນາງ ເຄດ ກູດຟຣຸດ ວ່າການແທນເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ພ້ອມດ້ວຍຂະແໜງການ, ບັນດາຄູ່ຮ່ວມພັດທະນາ, ຜູ້ຕາງໜ້າຈາກທະນາຄານໂລກ, ອົງການໄຈກາ, ອົງການອຸຍນີເຊບ ແລະ ອົງການຈັດຕັ້ງສາກົນ ທີ່ບໍ່ຂຶ້ນກັບລັດຖະບານ ເຂົ້າຮ່ວມ.

ສື່ການຮຽນການສອນຝຶກເວົ້າພາສາລາວ ແມ່ນແນວຄິດລິເລີ່ມ ແລະ ມີຄວາມສ້າງສັນ ຂອງກະຊວງສຶກສາທິການ ແລະ ກິລາ(ສສກ) ໂດຍໄດ້ຮັບການສະໜັບສະໜູນ ຈາກປະເທດອົດສະຕຣາລີ ໂດຍຜ່ານແຜນງານ ການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ຈຸດປະສົງກໍເພື່ອຊ່ວຍໃຫ້ນັກຮຽນ ຂັ້ນ ປ1 ຈາກຊຸມຊົນທີ່ບໍ່ເວົ້າພາສາລາວ ຢູ່ໃນຄອບຄົວ ໄດ້ພັດທະນາທັກສະການເວົ້າພາສາລາວ. ສື່ການຮຽນ-ການສອນ ແມ່ນໄດ້ເລີ່ມຕົ້ນນຳໃຊ້ ໃນທົ່ວປະເທດນັບແຕ່ ເດືອນກັນຍາ 2024, ບົດຮຽນຝຶກເວົ້າພາສາລາວ ໃນປັດຈຸບັນ ໄດ້ຖືກສອນ ຢູ່ໃນຫ້ອງຮຽນໃນທົ່ວປະເທດ; ບົດຮຽນແມ່ນເນັ້ນໃສ່ສົ່ງເສີມ ທັກສະການເວົ້າ ແລະ ການຟັງ ຜ່ານກິດຈະກຳ ແລະ ເກມທີ່ຖືເອົານັກຮຽນເປັນໃຈກາງ, ບົດຮຽນຝຶກເວົ້າພາສາລາວ ໄດ້ປູພື້ນຖານໃຫ້ນັກຮຽນ ທີ່ບໍ່ເວົ້າພາສາລາວ ຢູ່ໃນຄອບຄົວ ສາມາດຮຽນຫລັກສູດ ຊັ້ນປະຖົມແຫ່ງຊາດໄດ້ ແລະ ສາ ມາດປັບປຸງຜົນການຮຽນ ຂອງຕົນໃນວິຊາອື່ນໆນຳ.

ທ່ານ ອຸທິດ ທິບມະນີ ໄດ້ກ່າວວ່າ: ກອງປະຊຸມປຶກສາຫາລື ການນຳໃຊ້ສື່ການຮຽນ-ການສອນຝຶກເວົ້າພາສາລາວຄັ້ງນີ້ ຖືເປັນໂອກາດອັນສຳຄັນ ທີ່ຜູ້ມີສ່ວນກ່ຽວຂ້ອງ ຈະໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ກຳນົດທິດທາງໃນອະນາຄົດ ຂອງສື່ການຮຽນ-ການສອນຝຶກເວົ້າພາສາລາວ, ລວມທັງການຂະຫຍາຍ ໃນຂັ້ນຮຽນອື່ນຕື່ມ, ພວກເຮົາກໍາລັງຈະໄດ້ເຫັນໝາກຜົນອັນແທ້ຈິງ ຂອງບົດຮຽນຝຶກເວົ້າພາສາລາວ, ເດັກນ້ອຍຈາກຊຸມຊົນ ຊົນເຜົ່າໄດ້ເຂົ້າຮ່ວມການຮຽນ ໃນຫ້ອງຮຽນຢ່າງໝັ້ນໃຈ ແລະ ກຽມຄວາມພ້ອມໃຫ້ແກ່ ການອ່ານ ແລະ ຂຽນພາສາລາວໄດ້ດີຂຶ້ນ. ກອງປະຊຸມນີ້, ຈະຊ່ວຍໃຫ້ພວກເຮົາສາມາດ ລະດົມຄວາມຄິດ ເພື່ອປັບປຸງບົດຮຽນນີ້ໃຫ້ດີຂຶ້ນໄດ້.

ທ່ານ ນາງ ເຄດ ກູດຟຣຸດ ໄດ້ກ່າວວ່າ: ສື່ການຮຽນ-ການສອນຝຶກເວົ້າພາສາລາວ ເປັນຕົວຢ່າງອັນດີ ທີ່ໄດ້ເຄີຍທົດລອງນຳໃຊ້ ແລະ ປະສົບຜົນສຳເລັດ ໄດ້ເປັນບ່ອນອີງໃຫ້ແກ່ລັດຖະບານລາວ ໃນການຂະຫຍາຍການເຂົ້າຮຽນ ຊັ້ນປະຖົມຂອງນັກຮຽນໃນທົ່ວປະເທດ ໃຫ້ຫລາຍຂຶ້ນໄດ້ຢ່າງໝັ້ນໃຈ, ວິທີການສອນບົດຮຽນຝຶກເວົ້າພາສາລາວ ເປັນການຫັນປ່ຽນປະສົບການ ຮຽນຮູ້ ຂອງເດັກນ້ອຍຫລາຍພັນຄົນໃນຕົວເມືອງ, ຊົນນະບົດ, ເຂດຫ່າງໄກ ແລະ ລວມທັງຜູ້ທີ່ດ້ອຍໂອກາດ, ກອງປະຊຸມຄັ້ງນີ້ ເພື່ອຊົມເຊີຍຕໍ່ຄວາມຄືບໜ້າ ແລະ ການປັບປຸງວິໄສທັດຂອງພວກເຮົາສຳລັບອະນາຄົດ. ຜູ້ຊ່ຽວຊານດ້ານວິຊາການ ແລະ ຜູ້ຈັດຕັ້ງປະຕິບັດຂັ້ນທ້ອງຖິ່ນ ໄດ້ອະທິບາຍເຖິງອົງປະກອບຫລັກ ຂອງວິທີການສອນບົດຮຽນ ຝຶກເວົ້າພາສາລາວ, ຄູສອນຂັ້ນ ປ1 ທັງໝົດ ພ້ອມດ້ວຍຄູສອນຂັ້ນປະຖົມສຶກສາ ແລະ ຜູ້ເຮັດວຽກສຶກສານິເທດ ໄດ້ຮັບການຝຶກອົບຮົມ ເພື່ອສອນບົດຮຽນຝຶກເວົ້າພາສາລາວ. ສື່ການຮຽນ-ການສອນສະເພາະ ແມ່ນໄດ້ສະໜອງໃຫ້ ຢ່າງແທດເໝາະກັບ ເວລາໃນການສອນຢ່າງໜ້ອຍສາມຊົ່ວໂມງ ຂອງການສອນວິຊາພາສາລາວ ເສີມຕໍ່ອາທິດ.

ທ່ານ ນາງ ເຄດ ກູດຟຣຸດ ໄດ້ກ່າວຕື່ມວ່າ: ຢູ່ບາງໂຮງຮຽນ ຄູຍັງໃຊ້ສື່ການຮຽນ-ການສອນຝຶກເວົ້າພາສາລາວ ເປັນສ່ວນໜຶ່ງຂອງການຊ່ວຍນັກຮຽນ ເວົ້າພາສາລາວ, ເພາະເຂົາເຈົ້າຮູ້ສຶກວ່າ ບົດຮຽນສາມາດຊ່ວຍໃຫ້ນັກຮຽນທຸກຄົນ ພັດທະນາທັກສະການສື່ສານພາສາລາວໄດ້. ສິ່ງນີ້ຊີ້ໃຫ້ເຫັນເຖິງໝາກຜົນ ຂອງການມີວິທີການສອນ ແລະ ກິດຈະກຳທີ່ຊ່ວຍສົ່ງເສີມການຮຽນ, ພ້ອມທັງມີຄວາມມ່ວນຊື່ນ ສຳລັບ ນັກຮຽນຂັ້ນປະຖົມທີ່ເຂົ້າຮຽນໃໝ່ ເພື່ອສົ່ງເສີມການຮຽນຮູ້ ຂັ້ນພື້ນຖານແກ່ເຂົາເຈົ້າ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງລາຍງານກ່ຽວກັບ ຜົນການສຶກສາຄົ້ນຄວ້າ ການສຶກສາຮຽນຮ່ວມ ທີ່ນຳພາໂດຍ ແຜນງານບີຄວາ, ຂໍ້ມູນເກັບກຳຈາກການລົງຕິດຕາມ ແລະ ຍຸດທະສາດການຈັດຕັ້ງປະຕິບັດ ທີ່ໄດ້ນຳໃຊ້ໃນສົກຮຽນ 2024-2025, ບຸລິມະສິດໃນການປັບປຸງ ແລະ ການຂະຫຍາຍສື່ການຮຽນ ການສອນຝຶກເວົ້າພາສາລາວ ໄປສູ່ຂັ້ນຮຽນອື່ນຕື່ມ. ພ້ອມນີ້, ຍັງໄດ້ນຳສະເໜີວິດີໂອ ການສຳລັບພັດທະນາຄູ ຕອນທີ 25 ເຊິ່ງສ້າງໂດຍ ສວສ ເພື່ອສະໜັບສະໜູນ ການສອນບົດຮຽນຝຶກເວົ້າພາສາລາວ.
KPL