ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ການາດາ ຫາລືເສີມຂະຫຍາຍການພົວພັນຮ່ວມມື

17/07/2025 16:55
ຂປລ ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ອານິຕາ ອານັນ (Anita Anand) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ການາດາ, ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58

ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ອານິຕາ ອານັນ (Anita Anand) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ການາດາ, ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດ ຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ, ມາເລເຊຍ.

ໃນການພົບປະ, ສອງຝ່າຍ ຕ່າງກໍສະແດງຄວາມປິຕິຍິນດີ ທີ່ໄດ້ພົບປະກັນໃນຄັ້ງນີ້, ຊຶ່ງເປັນການພົບປະຄັ້ງ ທໍາອິດ ຂອງທັງສອງລັດຖະມົນຕີຕ່າງປະເທດ ພາຍຫລັງຮັບຕໍາແໜ່ງໃໝ່; ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນຍາວນານ ລະຫວ່າງ ສປປ ລາວ ແລະ ການາດາ ຕະຫອດໄລຍະ 51 ປີຜ່ານມາ (ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມິຖຸນາ 1974) ຊຶ່ງສອງປະເທດສາມາດຮັກສາໄດ້ການພົວພັນ ແລະ ການຮ່ວມມື ທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫາຍຝ່າຍ.  

ພ້ອມກັນນີ້, ສອງຝ່າຍ ໄດ້ປຶກສາຫາລືທິດທາງ ໃນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ໃນຂອບການຮ່ວມ ມື ອາຊຽນ-ການາດາ ໃນນາມທີ່ ສປປ ລາວ ເປັນປະເທດປະສານງານ ສໍາລັບການພົວພັນຮ່ວມມື ອາຊຽນ-ການາດາ (2024-2027); ສອງຝ່າຍ ຍັງໄດ້ຕົກລົງເຫັນດີຊຸກຍູ້ໃຫ້ມີ ການເສີມຂະຫຍາຍການຮ່ວມມືດ້ານຕ່າງໆ ໂດຍສະ ເພາະ ການຄ້າ-ການລົງທຶນ ໄປຄຽງຄູ່ກັບການຮ່ວມມືດ້ານການເມືອງ, ຊຸກຍູ້ການຈັດກອງປະຊຸມປຶກສາຫາລື ດ້ານ ການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ການາດາ ຄັ້ງທີ 5 ແລະ ອື່ນໆ. ນອກນັ້ນ, ສອງຝ່າຍ ຍັງ ໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ ຮ່ວມກັນ.


ຂ່າວ-ພາບ: ກົມການຂ່າວ,
ກະຊວງການຕ່າງປະເທດ

KPL

ຂ່າວອື່ນໆ

ads
ads

Top