ຂປລ
ຂປລ. ວັນທີ 17 ກໍລະກົດ 2025 ນີ້, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ເດີນທາງມາເຄື່ອນໄຫວເຮັດວຽກຢູ່ ແຂວງຫລວງພະບາງ

ຂປລ. ວັນທີ 17 ກໍລະກົດ 2025 ນີ້, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ເດີນທາງມາເຄື່ອນໄຫວເຮັດວຽກຢູ່ ແຂວງຫລວງພະບາງ ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງຫລວງພະບາງ ແລະ ໄດ້ພົບປະເຮັດວຽກຮ່ວມກັບ ການນໍາຂອງແຂວງ ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ.
ໂອກາດນີ້, ທ່ານ ສຸກັນ ບຸນຍົງ ຮອງເລຂາບໍລິຫານງານພັກ ແຂວງຫລວງພະບາງ ໄດ້ລາຍງານສະພາບການພັດທະນາ ເສດຖະກິດ-ສັງຄົມຂອງແຂວງ, ການປັບປຸງການຈັ້ນຕັ້ງຂັ້ນພະແນກການ, ຕິດພັນກັບການຈັດຕັ້ງປະຕິບັດ ວຽກງານກະກຽມ ແລະດຳເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງຫລວງພະບາງ ຄັ້ງທີ IX ປັດຈຸບັນ ໄດ້ສໍາເລັດການດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກເມືອງ, ນະຄອນຫລວງພະບາງ, ອົງຄະນະພັກກອງບັນຊາການ ແລະ ຮາກຖານພັກໃນທົ່ວແຂວງ, ຍັງ 1 ຮາກຖານຄື: ໜ່ວຍພັກສະພາປະຊາຊົນແຂວງ ຈະດໍາເນີນພາຍຫລັງສໍາເລັດ ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ. ພ້ອມນັ້ນ, ໄດ້ສໍາເລັດກອງປະຊຸມໃຫຍ່ ສະຫະພັນນັກຮົບເກົ່າແຂວງ, ກອງປະຊຸມໃຫຍ່ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ຄື: ຊາວໜຸ່ມ, ແມ່ຍິງ ແລະ ກໍາມະບານ ໃນທ້າຍເດືອນ ມິຖຸ ນາ ຜ່ານມາ. ສຳລັບກະກຽມຄວາມພ້ອມ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ IX ພວມດຳເນີນໄປຕາມຂັ້ນຕອນ ເປັນຕົ້ນ ດ້ານເນື້ອໃນ ໄດ້ກະກຽມເອກະສານແຕ່ລະບົດສຳເລັດ ໂດຍພື້ນຖານ ແລະ ຈະມີການຈັດກອງປະຊຸມສຳມະນາວິທະຍາສາດ ເພື່ອລະດົມແນວຄວາມຄິດໃສ່ແຕ່ລະເອກະສານຕື່ມ. ພ້ອມນັ້ນ, ໄດ້ມີການຈັດຕັ້ງການທາບທາມ ບຸກຄະລາກອນຕາມລະບຽບ, ປັດຈຸບັນພວມດຳເນີນໃນຮອບທີ 1 ໂດຍແບ່ງວຽກໃຫ້ບັນດາ ຄະນະປະຈຳພັກແຂວງ ລົງເຄື່ອນໄຫວຢູ່ແຕ່ລະເມືອງ, ສ່ວນດ້ານຂະບວນການ ໄດ້ເຄື່ອນໄຫວຕິດພັນກັບ ວຽກງານວິຊາສະເພາະຂອງແຕ່ລະຂົງເຂດ ທັງໄດ້ກະກຽມບັນດາຕົວແບບ ເພື່ອປະກອບຄຳເຫັນຕໍ່ກອງປະຊຸມ. ສຳລັບການກະກຽມສ້າງຕັ້ງຕາແສງ ຢູ່ແຂວງຫລວງພະບາງ ໃນເບື້ອງຕົ້ນໄດ້ກຳນົດໃຫ້ມີທັງໝົດ 56 ຕາແສງ ໃນ 11 ເມືອງ ແລະ ນະຄອນຫລວງພະບາງ, ທັງກຳນົດໃຫ້ມີພະນັກງານ ປະຈຳຕາແສງປະມານ 800 ຄົນ.

ຕອນທ້າຍ, ທ່ານ ບຸນທອງ ຈິດມະນີ ໄດ້ມີຄໍາເຫັນຊີ້ນໍາ ໃຫ້ຄະນະພັກ-ຄະນະນໍາຂອງແຂວງ ສືບຕໍ່ກະກຽມ ການດຳເນີນກອງປະຊຸມໃຫຍ່ ຕາມແຜນການທີ່ກຳນົດໄວ້ ໂດຍເລັ່ງໃສ່ດ້ານເນື້ອໃນ, ດ້ານບຸກຄະລາກອນ ແລະ ດ້ານຂະບວນການ, ສ່ວນການປັບປຸງຈັດຕັ້ງການສັບຊ້ອນ ບຸກຄະລາກອນ ຂັ້ນພະແນກການທີ່ມີການຍຸບ ແລະ ໂຮມເຂົ້າກັນ ຕ້ອງປະຕິບັດໃຫ້ສອດຄ່ອງ ຕາມທິດຊີ້ນຳຂອງສູນກາງ, ຮັບປະກັນເຮັດໃຫ້ບຸກຄະລາກອນ ມີຄວາມອຸ່ນອ່ຽນທຸ່ນທ່ຽງ ຕໍ່ການປະຕິບັດວຽກງານ. ພ້ອມນີ້, ໃຫ້ສືບຕໍ່ກະກຽມ ການສ້າງຕັ້ງຕາແສງ ໂດຍມີການເຮັດທົດລອງ ແລະຖອດຖອນບົດຮຽນ ເພື່ອປັບປຸງບັນດາວຽກງານຄົງຄ້າງ ເຮັດໃຫ້ການສ້າງຕັ້ງຕາແສງ ມີຄວາມສອດຄ່ອງຕາມລະບຽບການ, ທັງຮັບປະກັນໄດ້ ການປະຕິບັດວຽກງານ ຂັ້ນຮາກຖານທີ່ມີຄວາມເຂັ້ມແຂງ.
KPL