ສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ ປາຖະກະຖາ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70

17/07/2025 17:14
Email Print 113
ຂປລ ຂປລ. ສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ ຈັດປາຖະກະຖາ ເລົ່າຫວນຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-ກໍລະກົດ 2025) ໃນວັນທີ 17 ກໍລະກົດ 2025

ຂປລ. ສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ ຈັດປາຖະກະຖາ ເລົ່າຫວນຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ  (20 ກໍລະກົດ  1955-ກໍລະກົດ 2025) ໃນວັນທີ 17 ກໍລະກົດ 2025  ໂດຍການເປັນປະທານຮ່ວມ ຂອງ ສະຫາຍ ນາງ ໃບຄູນ ສົມບັດດວງ ຄະນະພັກຫ້ອງວ່າການສູນກາງພັກ, ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ ແລະ ສະຫາຍ ນາງ ສິນທະມາລາ ລານະວັນ ຄະນະພັກ, ຄະນະບໍລິຫານງານ, ຫົວໜ້າ ກົມໂຄສະນາ-ວັດທະນະທໍາ ສູນກາງສະຫະພັນແມ່ຍິງລາວ, ມີຄະນະສະຫະພະພັນແມ່ຍິງ, ໜ່ວຍແມ່ຍິງ, ສະມາ ຊິກສະຫະພັນແມ່ຍິງ ແລະ ແຂກຖືກເຊີນ ພາຍໃນຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ນາງ ສິນທະມາລາ ລານະວັນ ໄດ້ໃຫ້ຮູ້ວ່າ: ວັນທີ 20 ກໍລະກົດ 1955 ເປັນວັນ ທີ່ມີຄວາມໝາຍຄວາມສຳຄັນທີ່ສຸດ, ເປັນວັນກຳເນີດເກີດຂຶ້ນຂອງ ສະຫະພັນແມ່ຍິງລາວ, ນັບແຕ່ວັນທີ 22 ມີນາ 1955 ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ພັກ ກໍໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຂຶ້ນຢ່າງເປັນທາງການ (ເຊິ່ງເປັນຕົ້ນກຳເນີດຂອງ ອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປັດຈຸບັນ). ຕະຫອດໄລຍະຜ່ານມາ ຈົນເຖິງ ຮອດປັດຈຸບັນ, ເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ໄດ້ມີຜົນງານອັນໃຫຍ່ຫວງ ໃນຂະບວນການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາພັດທະນາປະເທດຊາດ.

ພ້ອມນີ້, ທ່ານ ນາງ ໃບຄູນ ສົມບັດດວງ ໄດ້ເນັ້ນໃຫ້ ຄະນະສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ ຕ້ອງສືບຕໍ່ ນໍາພາວຽກງານສຶກສາອົບຮົມ ການເມືອງແນວຄິດ ໃນຖັນແຖວສະມາຊິກແມ່ຍິງ ໃນທົ່ວຫ້ອງວ່າການສູນ ກາງພັກ ໃຫ້ມີຄວາມໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ມີຄວາມສາມັກຄີຮັກແພງຊ່ວຍ ເຫລືອກັນ, ຮູ້ປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອ ວັດທະນະທຳອັນດີງາມຂອງຊາດ ແລະ ຂອງແມ່ຍິງລາວ; ສູ້ຊົນຝຶກຝົນຫລໍ່ຫລອມຕົນເອງ ແລະ ບຸກທະລຸ ໃຫ້ໄດ້ຈິນຕະນາການດ້ວຍການປ່ຽນແປງໃໝ່; ສະໜັບສະໜູນ, ສ້າງເງື່ອນໄຂ ແລະ ໂອກາດ ໃຫ້ເອື້ອຍນ້ອງສະມາຊິກແມ່ຍິງ ໄດ້ຮັບການພັດທະນາ, ການປົກປ້ອງສິດ ແລະ ຜົນປະ ໂຫຍດອັນຊອບທໍາ; ເອົາໃຈໃສ່ປັບປຸງການຈັດຕັ້ງໃຫ້ໜັກແໜ້ນ ແລະ ເຂັ້ມແຂງ ໃນທຸກດ້ານ; ປັບປຸງແບບແຜນວິທີເຮັດ ວຽກໃຫ້ແທດເໝາະຕົວຈິງ; ສືບຕໍ່ເປັນເຈົ້າການສ້າງຂະບວນການດ້ານຕ່າງໆ ໂດຍສົມ ທົບກັບອົງການຈັດຕັ້ງມະຫາຊົນ ພາຍໃນຫ້ອງວ່າການສູນກາງພັກ ໃຫ້ສາມາດເຄື່ອນໄຫວໄດ້ຕາມແຜນການ; ເອົາໃຈ ໃສ່ຍູ້ແຮງການເຄື່ອນໄຫວວຽກງານ ຮອບດ້ານ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ມີຜົນສໍາເລັດ ຕາມລະດັບຄາດໝາຍ. ອັນສໍາຄັນໃຫ້ບັນດາເອື້ອຍນ້ອງສະມາຊິກແມ່ ຍິງ ເສີມຂະຫຍາຍ ແລະ ຮັກສາມູນເຊື້ອແຫ່ງຄວາມເປັນແມ່ຍິງລາວ ໃຫ້ສົມກັບ ຄໍາທີ່ວ່າ “ແມ່ຍິງລາວເປັນລູກຜູ້ປະ ເສີດ ຂອງພັກ ແລະ ຂອງປະເທດຊາດ” ໄວ້ຕະຫອດໄປ.

ຂ່າບ-ພາບ: ຫ້ອງວ່າການສູນກາງພັກ

KPL

ຂ່າວອື່ນໆ

ads
ads

Top