ກະຊວງ ວທ ສະຫລອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

17/07/2025 17:40
Email Print 118
ຂປລ ຂປລ. ສະຫະພັນແມ່ຍິງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຈັດພິທີ ສະເຫລີມສະຫລອງ ວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ແລະ ປະກາດຮັບຮອງສະຫະພັນແມ່ຍິງ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ເກົ່າ)



ຂປລ. ສະຫະພັນແມ່ຍິງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຈັດພິທີ
  ສະເຫລີມສະຫລອງ ວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ແລະ ປະກາດຮັບຮອງສະຫະພັນແມ່ຍິງ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ  ທ່ອງທ່ຽວ (ເກົ່າ) ເປັນສະຫະພັນແມ່ຍິງກະຊວງ 3 ດີ  ໃນວັນທີ 17 ກໍລະກົດ 2025 ໂດຍມີທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນະທຳ  ແລະ ການທ່ອງທ່ຽວ
, ມີພັນລະຍາການນຳ, ພ້ອມດ້ວຍຄະນະບໍລິຫານງານສະຫະພັນແມ່ຍິງ ແລະ ສະມາຊິກເອື້ອຍ-ນ້ອງແມ່ຍິງພາຍໃນກະຊວງ ເຂົ້າຮ່ວມ.



ໂອກາດນີ້
, ທ່ານ ນາງ ຈຳພອນ ວົງສາ ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ: ການຈັດງານໃນຄັ້ງນີ້, ແມ່ນກິດຈະກໍາໜຶ່ງ ເພື່ອສ້າງຂະບວນການສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ແລະ ຫວນຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ, ການເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອ ຂອງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ, ພ້ອມກັບການຈັດພິທີປະກາດ ຮັບຮອງສະຫະພັນແມ່ຍິງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນສະຫະພັນແມ່ຍິງກະຊວງ 3 ດີ ໃນການຈັດຕັ້ງປະຕິ ບັດຂໍ້ແຂ່ງຂັນ 3 ດີ 5 ປີ ແຕ່ປີ 2021-2025. ນອກຈາກນີ້, ຍັງມີຫລາຍກິດຈະກຳ ເປັນຕົ້ນ ປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງລາວ, ນຳສະເໜີບັນລະຍາຍ ແລະ ສາທິດ ຟ້ອນລຳວົງລາວ ມາດຕະຖານ 8 ຈັງວະ ທີ່ຖືກຮັບຮອງເປັນມໍລະດົກໂລກ ທາງດ້ານວັດທະນະທຳນາມມະທຳ ຂອງມວນມະນຸດ ຈາກອົງການອຸຍແນັສໂກ, ຊົມການສະແດງສິລະປະ, ລະຄອນເວທີ, ການວາງສະແດງຜົນງານ ແລະ ຜະລິດຕະພັນສີໄມ້ລາຍມື ຂອງເອື້ອຍນ້ອງແມ່ຍິງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ເພື່ອສົ່ງເສີມ ແລະ ສ້າງໂອກາດໃຫ້ແມ່ຍິງ ມາວາງຈຳໜ່າຍ ຜະ ລິດຕະພັນທີ່ມີຄວາມໂດດເດັ່ນ ແລະ ເປັນເອກະລັກຂອງຕົນ.



ຈາກນັ້ນ
, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ກໍໄດ້ຫວນຄືນມູນເຊື້ອປະຫວັດຄວາມເປັນມາ ຂອງວັນສ້າງຕັ້ງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ ໂດຍໄດ້ຍົກໃຫ້ເຫັນເຖິງ ຕົ້ນການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແຕ່ລະໄລຍະ, ພ້ອມທັງສັງຮວມຜົນງານ ການເຄື່ອນໄຫວທີ່ພົ້ນເດັ່ນ ຂອງສະຫະພັນແມ່ຍິງລາວ ໂດຍສະເພາະ ການປະກອບສ່ວນຂອງແມ່ຍິງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໄລຍະ ປີ 1958-1975 ແລະ ຜົນງານການປະກອບສ່ວນ, ການອຸທິດອັນໃຫຍ່ຫລວງ ຂອງແມ່ຍິງລາວບັນດາເຜົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຂ່າວ:  ກິດຕາ

ພາບ: ສູນກາງສະຫະພັນແມ່ຍິງລາວ

KPL

ຂ່າວອື່ນໆ

ads
ads

Top