ພັກ-ລັດຖະບານ ຖືເອົາແມ່ຍິງ ເປັນກຳລັງ ແຮງສໍາຄັນໜຶ່ງ ໃນຍຸກແຫ່ງການປ່ຽນແປງໃໝ່

16/07/2025 20:38
Email Print 226
ຂປລ ຂປລ. ປັດຈຸບັນ, ພັກ-ລັດຖະບານ ໄດ້ຖືເອົາແມ່ຍິງ ເປັນພາກສ່ວນໜຶ່ງໃນກໍາລັງແຮງທີ່ສໍາຄັນ ຂອງພັກ ໃນຍຸກແຫ່ງການປ່ຽນແປງໃໝ່, ແມ່ຍິງມີບົດບາດສຳຄັນ ໃນການຂັບເຄື່ອນສັງຄົມ, ມີຄວາມອົງອາດກ້າຫານ ແລະ ມີມັນສະໝອງ ທີ່ສາມາດປະກອບສ່ວນຊຸກຍູ້ ເຂົ້າໃນການພັດທະນາປະເທດຊາດ.



ຂປລ. ປັດຈຸບັນ, ພັກ-ລັດຖະບານ ໄດ້ຖືເອົາແມ່ຍິງ ເປັນພາກສ່ວນໜຶ່ງໃນກໍາລັງແຮງທີ່ສໍາຄັນ ຂອງພັກ ໃນຍຸກແຫ່ງການປ່ຽນແປງໃໝ່
, ແມ່ຍິງມີບົດບາດສຳຄັນ ໃນການຂັບເຄື່ອນສັງຄົມ, ມີຄວາມອົງອາດກ້າຫານ ແລະ ມີມັນສະໝອງ ທີ່ສາມາດປະກອບສ່ວນຊຸກຍູ້ ເຂົ້າໃນການພັດທະນາປະເທດຊາດ. ຂະນະ​ດຽວ​ກັນ, ແມ່ຍິງລາວ ກໍຕ້ອງເອົາໃຈໃສ່ສ້າງຄວາມເຂັ້ມແຂງ ແລະ ພັດທະນາຕົນເອງໃນທຸກດ້ານ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ ການເຄື່ອນໄຫວຈັດຕັ້ງປະຕິບັດ ໜ້າທີ່ວຽກງານສໍາຄັນຕ່າງໆ.

ທ່ານ ສີນາວາ ສຸພານຸວົງ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 16 ກໍລະກົດ 2025 ໃນໂອກາດ ຄົບຮອບ 70 ປີ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ​ໂດຍ​ທ່ານໄດ້ຍົກໃຫ້ເຫັນການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການ ຈັດຕັ້ງສະຫະພັນແມ່ຍິງລາວ ພາຍໃຕ້ການນໍາພາຂອງພັກ ໃນວັນທີ 22 ມີນາ 1955 ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຮັບຜິດຊອບໂດຍກົງ ຕໍ່ພາລະກໍາປະຫວັດສາດຂອງຊາດລາວ, ພັກໄດ້ເອົາໃຈໃສ່ຢ່າງຈົດຈໍ່ ຕໍ່ການປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນ ໃນພາລະກິດປະຕິວັດປົດປ່ອຍຊາດ ຄຽງບ່າຄຽງໄຫລ່ ກັບເພດຊາຍຕະຫລອດມາ.




ຕະຫລອດ​ໄລະ​ຜ່ານ​ມາ, ພັກ-ລັດຖະບານ ໄດ້ວາງແນວທາງນະໂຍບາຍ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ
, ສົ່ງເສີມຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ດ້ວຍການສ້າງນິຕິກຳຕ່າງໆ ທີ່ກ່ຽວຂ້ອງຂອງແມ່ຍິງ; ໄດ້ຖືເອົາແມ່ຍິງ ເປັນພາກສ່ວນໜຶ່ງ ໃນກໍາລັງແຮງທີ່ສໍາຄັນຂອງພັກ ໃນຍຸກແຫ່ງການປ່ຽນແປງ ໃໝ່, ແມ່ຍິງມີບົດບາດສຳຄັນ ໃນການຂັບເຄື່ອນສັງຄົມ, ມີຄວາມອົງອາດກ້າຫານ ແລະ ມີມັນສະໝອງ ທີ່ສາມາດປະກອບສ່ວນຊຸກຍູ້ເຂົ້າໃນ ການພັດທະນາປະເທດຊາດ; ແມ່ຍິງເປັນເພດທີ່ມີຄວາມອ່ອນ ໂຍນ ແລະ ມີຄວາມເຂັ້ມແຂງໃນເວລາດຽວກັນ, ​ໃນການເຮັດວຽກຈະມີຄວາມລະອຽດ ຮອບຄອບ, ກ້າຕັດສິນໃຈ, ມີຄວາມໜັກແໜ້ນ ແລະ ມີຄວາມຫ້າວຫັນມຸງມານະສູງ ໃນການປະຕິບັດໜ້າທີ່ວຽກງານເທົ່າທຽມເພດຊາຍ. ປັດຈຸບັນ, ແມ່ຍິງໄດ້ກາຍເປັນ ການນຳຂັ້ນ​ຕ່າງໆຫລາຍຂຶ້ນເປັນຕົ້ນ  ແມ່ຍິງ ໄດ້ບັນຈຸເຂົ້າເປັນສະມາຊິກລັດຖະບານ,  ກາຍເປັນກົມການເມືອງ, ຮອງປະທານປະເທດ, ລັດຖະມົນຕີ, ເຈົ້າເມືອງ, ເປັນນາຍທະຫານ, ເປັນນັກການທູດ, ເປັນນັກບໍລິຫານ, ແມ່ຍິງໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ. ນອກຈາກນີ້, ແມ່ຍິງລາວ ຍັງໄດ້ອະນຸລັກຮັກສາວັດທະນະທໍາ ແລະ ຮີດຄອງປະເພນີຂອງຊາດລາວ ໄວ້ຈົນເທົ່າທຸກວັນນີ້.

ຂ່າວ: ກິດຕາ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top