ຂປລ
ຂປລ. ໃນວັນທີ 11 ກໍລະກົດ 2025 ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ນາງ ກາຈາ ການລາ (Kaja Kallas) ຜູ້ຕາງໜ້າຂັ້ນສູງຂອງ ສະຫະພາບເອີຣົບ (ອີຢູ) ດ້ານການຕ່າງປະເທດ ແລະ ຄວາມໝັ້ນຄົງ

ຂປລ. ໃນວັນທີ 11 ກໍລະກົດ 2025 ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ນາງ ກາຈາ ການລາ (Kaja Kallas) ຜູ້ຕາງໜ້າຂັ້ນສູງຂອງ ສະຫະພາບເອີຣົບ (ອີຢູ) ດ້ານການຕ່າງປະເທດ ແລະ ຄວາມໝັ້ນຄົງ, ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນ ຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ, ມາເລເຊຍ.

ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ພົບປະກັນໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນ ການເສີມຂະຫຍາຍການພົວພັນຮ່ວມມືຂອງ ສອງຝ່າຍ ໂດຍສະເພາະ ໃນປີ 2025 ທີ່ມີຄວາມໝາຍສໍາຄັນນີ້ ທີ່ເປັນປີຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ອີຢູ. ພ້ອມນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ອີຢູ ຕະຫລອດໄລຍະ 50 ປີ ທີ່ຜ່ານມາ, ອັນພົ້ນເດັ່ນແມ່ນ ການຮ່ວມມືທາງດ້ານການສຶກສາ, ໂພຊະນາການ ແລະ ການປົກຄອງທີ່ດີ. ສອງຝ່າຍ ຍັງເຫັນດີຮ່ວມກັນ ທີ່ຈະສືບຕໍ່ເສີມຂະຫຍາຍການພົວພັນ ແລະ ການຮ່ວມມື ສອງຝ່າຍ ໃຫ້ນັບມື້ນັບໄດ້ຮັບການພັດທະນາ ແລະ ມີໝາກຜົນຍິ່ງໆຂຶ້ນໃນຕໍ່ໜ້າ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບ ສະພາບການໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ໂດຍສະເພາະການຮ່ວມມື ໃນຂອບອາຊຽນ ແລະ ອາຊຽນ-ອີຢູ.
ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ
KPL