ຂປລ
ຂປລ. ໃນວັນທີ 9 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອານເດຣອັສ ມົດສະເຟ ຄຣາວິກ(Andreas Motzfeldt Kravik) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊອານາຈັກ ນອກແວ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58

ຂປລ. ໃນວັນທີ 9 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອານເດຣອັສ ມົດສະເຟ ຄຣາວິກ(Andreas Motzfeldt Kravik) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊອານາຈັກ ນອກແວ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ກົວລາລໍາເປີ, ມາເລເຊຍ.
ໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ພົບປະກັບທ່ານ ອານເດຣອັສ ມົດສະເຟ ຄຣາວິກ. ພ້ອມນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ໄປຍັງລັດຖະບານນອກແວ ທີ່ໄດ້ໃຫ້ການຊ່ວຍເຫລືອ ໃນການຈັດຕັ້ງປະຕິບັດສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ກໍຄື ການໃຫ້ການຊ່ວຍເຫລືອໃນການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ຢູ່ ສປປ ລາວ ຊຶ່ງໄດ້ໃຫ້ທຶນຊ່ວຍເຫລືອໂດຍກົງ ແກ່ໂຄງການເກັບກູ້ລະເບີດແຫ່ງຊາດ (UXO-Lao).

ສອງຝ່າຍ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ນອກແວ ຕະຫລອດໄລຍະ 34 ປີ ທີ່ຜ່ານມາ, ອັນພົ້ນເດັ່ນແມ່ນ ການຮ່ວມມືດ້ານພະລັງງານ ແລະ ການຮ່ວມມື ລະຫວ່າງ ສອງປະກະຊວງການຕ່າງປະເທດ ໂດຍມີກົນໄກ ການປຶກສາຫາລືກັນເປັນປະຈຳ. ນອກນັ້ນ, ສອງຝ່າຍຍັງເຫັນດີຮ່ວມກັນ ທີ່ຈະສືບຕໍ່ເສີມຂະ ຫຍາຍການພົວພັນ ແລະ ການຮ່ວມມືສອງຝ່າຍໃຫ້ນັບມື້ນັບ ໄດ້ຮັບການເສີມຂະຫຍາຍ ແລະ ມີໝາກຜົນຍິ່ງໆຂຶ້ນໃນຕໍ່ໜ້າ.
KPL