ຈັບເງິນ 200 ລ້ານກີບ ຍ້ອນປູກຖົ່ວງອກ

08/07/2025 10:40
Email Print 891
ຂປລ ຖົ່ວງອກ ແມ່ນພືດຊະນິດໜຶ່ງກຳລັງເປັນທີ່ຕ້ອງການຂອງທ້ອງຕະຫລາດ ເນື່ອງຈາກວ່າຖົ່ວງອກໃຊ້ປະກອບອາຫານໄດ້ຫລາຍເຍື່ອງເປັນຕົ້ນ: ຂົ້ວ, ແກງເກົາເຫລົາ ແລະ ທີ່ຂາດບໍ່ໄດ້ແມ່ນໃສ່ເຂົ້າປຽກ, ເຝີ ຫລື ເຮັດເປັນເຍື່ອເຂົ້າປຸ້ນ ຈະເຂົ້າກັນຫລາຍ ແລະ ອື່ນໆອີກຫລາຍຢ່າງ.

   *ຖົ່ວງອກ ແມ່ນພືດຊະນິດໜຶ່ງກຳລັງເປັນທີ່ຕ້ອງການຂອງທ້ອງຕະຫລາດ ເນື່ອງຈາກວ່າຖົ່ວງອກໃຊ້ປະກອບອາຫານໄດ້ຫລາຍເຍື່ອງເປັນຕົ້ນ:  ຂົ້ວ, ແກງເກົາເຫລົາ ແລະ ທີ່ຂາດບໍ່ໄດ້ແມ່ນໃສ່ເຂົ້າປຽກ, ເຝີ ຫລື ເຮັດເປັນເຍື່ອເຂົ້າປຸ້ນ ຈະເຂົ້າກັນຫລາຍ ແລະ ອື່ນໆອີກຫລາຍຢ່າງ; ດັ່ງນັ້ນ ຈຶ່ງເປັນຜົນດີໃຫ້ຜູ້ປະກອບການດ້ານນີ້ ສາມາດສ້າງລາຍຮັບໄດ້ຫລາຍຮ້ອຍລ້ານກີບຕ່ໍປີເໝືອນດ່ັງ ນາງ ສີວອນ ວົງແສງເດືອນ ຕົວແບບການປູກຖ່ົວງອກ ແລະ ຕົ້ນອ່ອນຕາເວັນຢູ່ບ້ານ ໂພນສະຫວັນໃຕ້ ເມືອງແປກ ແຂວງ ຊຽງຂວາງ .

    ນາງ ສີວອນ ວົງແສງເດືອນ ອາຍຸ 33 ປີ ປັດຈຸບັນເປັນພະນັກງານວິຊາການສັງກັດຢູ່ບໍລິສັດໄປສະນີລາວ ໃຫ້ຮູ້ວ່າ : ແຮງບັນດານໃຈທີ່ໄດ້ມາເຮັດອາຊີບນີ້ ຕ້ອງເລົ່າຄືນ ແຕ່ປີ 2017 ຊີວິດການເປັນຢູ່ໃນຄອບຄົວແມ່ນພົບຄວາມຫຍຸ້ງຍາກຂາດເຂີນຫລາຍປະການ, ອາໃສແຕ່ເງິນເດືອນສ່ວນລາຍຮັບທາງອື່ນແມ່ນບໍ່ມີ ເມື່ອເຫັນວ່າຊີວິດການເປັນຢູ່ຂອງຄອບຄົວພົບຄວາມຫຍຸ້ງຍາກຄືແນວນັ້ນ ຈຶ່ງໄດ້ປຶກສາຫາລືກັບຄອບຄົວຊອກຫາທາງອອກເພື່ອຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ. ມາຮອດປີ 2018 ໄດ້ໄປເຫັນຄອບຄົວຂອງໝູ່ເພ່ືອນທ່ີປູກຖ່ົວງອກ ແລະ ຕົ້ນອ່ອນຕາເວັນຈຶ່ງເຮັດໃຫ້ເກີດແຮງຈູງໃຈຢາກທົດລອງປູກ, ຈຶ່ງໄດ້ຮຽນຮູ້ວິທີການປູກນໍາໝູ່ທີ່ມີປະສົບການມາກ່ອນ ແລະ ຊອກຮູ້ເພີ່ມເຕີມຈາກສື່ອອນລາຍ, ໂດຍເລີ່ມຈາກປູກກິນເອງກ່ອນຕ່ ຈາກນັ້ນ ຂ້າພະເຈົ້າກໍ່ໄດ້ເອົາໄປຖາມຂາຍໃຫ້ແມ່ຄ້າຢູ່ຕະຫລາດ ແລະ ບັນດາຮ້ານອາຫານເຫັນວ່າມີຄວາມຕ້ອງການສູງໃນທ້ອງຕະຫລາດຈຶ່ງເລີ່ມປູກເປັນສິນຄ້າໃນເບ້ືອງຕ້ົນລົງທຶນ ຈຳນວນເງິນ 10 ລ້ານກີບ ເພື່ອຊື້ອຸປະກອນ, ເຄື່ອງມື, ປັບປຸງສະຖານທີ່ບ່ອນປູກ. ຫລັງຈາກນ້ັນ ໄດ້ເພີ່ມອີກ 30 ລ້ານກີບ ເປັນທຶນໝູນວຽນເພື່ອຊື້ແນວພັນ, ສ່ວນແນວພັນທີ່ນຳມາປູກແມ່ນໄດ້ນຳເຂົ້າມາຈາກຕ່າງປະເທດ (ປະເທດໄທ) ໂດຍມີວິທີການປູກດັ່ງນີ້: ຂັ້ນຕອນໃນການປູກຕົ້ນອ່ອນຕາເວັນກະກຽມດິນໃສ່ຖາດປູກ ໂດຍມີສ່ວນປະກອບຄື: ດິນທົ່ວໄປ 50 ເປີເຊັນ, ດິນປູກຝັງສຳເລັດຮູບ 20 ເປີເຊັນ, ແກບດຳ 30 ເປີເຊັນ, ຝຸ່ນຄອກໃສ່ເລັກນ້ອຍປະສົມໃຫ້ເຂົ້າກັນ, ຈາກນັ້ນນຳເອົາແກ່ນຕາເວັນໄປມ່າ 4 ຊົ່ວໂມງ ໂດຍໃຊ້ນໍ້າອຸ່ນປະມານ 50 ອົງສາ ເພື່ອຂ້າເຊ້ືອລາ ແລະ ເຮັດໃຫ້ຈາວອອກດີ ແລ້ວກໍນຳເອົາແກ່ນຕາເວັນທີ່ມ່າແລ້ວນັ້ນ ມາບົ່ມ 18 ຊົ່ວໂມງ ແລ້ວຈຶ່ງເອົາໄປຫວ່ານໃສ່ຖາດມີດິນທີ່ເຮົາກະກຽມໄວ້ນໍາເອົາຖາດໄປຊ້ອນກັນໄວ້ໃຫ້ໄດ້ 24 ຊົ່ວໂມງ ແລ້ວນໍາໄປຍາຍໄວ້ເຮືອນຮົ່ມ  ແລະ ຫົດນ້ຳມື້ລະ 2 ຄັ້ງ ລໍຖ້າປະມານ 6-7 ວັນ ສາມາດຕັດເອົາໄປຈໍາໜ່າຍໄດ້.  

   ສໍາລັບຖົ່ວງອກແມ່ນນໍາເອົາ ແກ່ນຖົ່ວແຂກໄປມ່າ 4 ຊົ່ວໂມງ ໂດຍໃຊ້ນ້ຳອຸ່ນປະມານ 50 ອົງສາ ເຊັ່ນດຽວກັບຕົ້ນອ່ອນຕາເວັນ, ຈາກນັ້ນ ນຳຂຶ້ນມາໃສ່ກະຕ່າໃຫ້ສະເດັດນ້ຳປະມານ 2 ຊົ່ວໂມງແລ້ວນໍາໄປໃສ່ຖັງປູກ, ຫົດນໍ້າເປັນປະຈຳ ໂດຍທຸກໆ 2 ຊົ່ວໂມງ ຈະໄດ້ຫົດໜຶ່ງຄັ້ງ, ໃຊ້ເວລາ 3 ນາທີ່ຕໍ່ຄັ້ງ ໂດຍການຫົດນ້ໍາແມ່ນໃຊ້ລະບົບອັດຕະໂນມັດ, ຫລັງຈາກນັ້ນລໍຖ້າ 5 ວັນກໍສາມາດນໍາເອົາໄປຈໍາໜ່າຍໄດ້, ໃນຂັ້ນຕອນການປູກທັງໝົດນັ້ນແມ່ນບໍ່ມີການນຳໃຊ້ສານເຄມີໃດໆ (ປອດສານເຄມີ) ເຊິ່ງປັດຈຸບັນສາມາດປູກຖົ່ວງອກສົ່ງອອກປະມານ 180 ກິໂລຕໍ່ມ້ື ແລະ ຕ້ົນອ່ອນຕາເວັນໄດ້ປະມານ 35 ກິໂລຕໍ່ມື້, ສຳລັບລາຄາຂາຍສົ່ງອອກຖົ່ວງອກແມ່ນ 15 ພັນກີບຕໍ່ກິໂລ ຕົ້ນອ່ອນຕາເວັນແມ່ນ 30 ພັນຕໍ່ກິໂລ , ການຂາຍສ່ວນຫລາຍແມ່ນຂາຍສົ່ງໃຫ້ແມ່ຄ້າຢູ່ບັນດາຕະຫລາດຄື: ຕະຫລາດຊຽງຂວາງເຊັນເຕີ, ຕະຫລາດໂພນສະຫັວນ, ຕະຫລາດນ້ຳຫງຳ, ບັນດາຮ້ານອາຫານທີ່ສັ່ງເປັນປະຈຳ ແລະ ລູກຄ້າທ່ົວໄປຈຳນວນໜ່ຶງສະເພາະເຂດເທສະບານເມືອງແປກ ແຂວງຊຽງຂວາງ, ນອກຈາກນັ້ນຍັງສົ່ງໃຫ້ລູກຄ້າເມືອງຄຳ ແລະ ເມືອງທ່າໂທມ ແຂວງໄຊສົມບູນ. ເຖິງໃດກໍດີ, ການປູກ, ບົວລະບັດຮັກສາ ແລະ ການສົ່ງໃຫ້ລູກຄ້າ ແມ່ນອາໃສເວລາວ່າງນອກໂມງລັດຖະການ ເຊິ່ງມັນໄດ້ສ້າງລາຍຮັບເຂົ້າຄອບຄົວໄດ້ພໍສົມຄວນຫລັງຈາກທ່ີໄດ້ລົບຕ້ົນທຶນ, ຄ່າສິ້ນເປືອງຕ່າງໆ ອອກແລ້ວຍັງເຫລືອປະມານ 200 ລ້ານ ກີບຕໍ່ປີ ເຊິ່ງລາຍຮັບດັ່ງກ່າວມັນໄດ້ເຮັດໃຫ້ການພັດທະນາແກ້ໄຂຊີວິດການເປັນຢູ່ຂອງຄອບຄົວດີຂ້ຶນເທ່ືອລະກ້າວ, ລາຍຮັບທີ່ໄດ້ຈາກການປູກຖົ່ວງອກ ແລະ ຕົ້ນອ່ອນຕາເວັນຖ້າທຽບໃສ່ລາຍຮັບຈາກທຸລະກິດອື່ນໆ ອາດຈະບໍ່ສູງແຕ່ກໍ່ພູມໃຈຕ່ອາຊີບທີ່ເຮັດ ເຊິ່ງເປັນອາຊີບທີ່ມີກຽດ ແລະ ຫາກິນດ້ວຍເຫື່ອດ້ວຍແຮງຂອງຕົນເອງ, ຄວາມຊື່ສັດສຸດຈະລິດບົນພື້ນຖານຄວາມດຸໝັ່ນຂະຫຍັນພຽນ ແລະ ອົດທົນຜ່ານຜ່າອຸປະສັກຈົນມາເຖິງທຸກມື້ນີ້ ເຊິ່ງລາຍຮັບດັ່ງກ່າວໄດ້ນຳມາປັບປຸງເຮືອນຊານໄດ້1ຫລັງ, ມີດິນ 1 ຕອນ, ມີເງິນບັນຊີຝາກທະນາຄານໃນຈຳນວນໜຶ່ງ ແລະ ໄດ້ສົ່ງເສີມລູກຮຽນຈົນທຸກມື້ນີ້. ດັ່ງສຸພາສິດທີ່ກ່າວວ່າ:”ດຸໝັ່ນ, ຊື່ສັດ, ປະຢັດ, ອົດທົນພາທຸກຄົນພົ້ນທຸກ”. 

   ສໍາລັບທິດທາງໃນຕໍ່ໜ້າຖ້າຫາກຄວາມຕ້ອງການຂອງຕະຫລາດ ມີຈຳນວນເພີ່ມຂຶ້ນຕົນເອງມີຄວາມຄິດຢາກຂະຫຍາຍຜົນຜະລິດໃຫ້ໄດ້ຫລາຍຂຶ້ນຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ຈະພະຍາຍາມຮັກສາ, ປັບປຸງຄຸນນະພາບຂອງຜົນຜະລິດໃຫ້ດີຂ້ຶໄປເລື້ອຍໆ.

      ໂດຍ: ຄຸດ.ຄົນຄົນທໍາມະດາ

KPL

ຂ່າວອື່ນໆ

    • ເປີດແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຫ້ວຍກາງ ບ້ານຜາດໍາບົດ-ສາລະຄະດີ

      ເປີດແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຫ້ວຍກາງ ບ້ານຜາດໍາ

      4/16/2026 2:41:59 PM

      ຂປລ. ນໍ້າຕົກຕາດຫ້ວຍກາງ ຕັ້ງຢູ່ບ້ານຜາດໍາ ເມືອງເມິງ ແຂວງບໍ່ແກ້ວ ເຊິ່ງໄດ້ຮັບການສໍາຫລວດໃນປີ 2023 ທັງຖືກກໍານົດເປັນແຫລ່ງທ່ອງທ່ຽວຢູ່ໃນລະດັບຂັ້ນເມືອງ, ມີເນື້ອທີ່ ທີ່ໄດ້ກໍານົດໄວ້ຫລາຍກວ່າ 110 ເຮັກຕາ, ພື້ນທີ່ດັ່ງກ່າວ ເປັນປ່າຫົວນໍ້າ ແລະ ເປັນປ່າສະຫງວນຂອງບ້ານທີ່ມີຄວາມອຸດົມສົມບູນທາງດ້ານຊີວະນາໆພັນນາໆຊະນິດຕ່າງໆ.

    • ປີໃໝ່ ຄວນເອົາໃຈໃສ່ບັນຫາອຸບັດເຫດ ບົດ-ສາລະຄະດີ

      ປີໃໝ່ ຄວນເອົາໃຈໃສ່ບັນຫາອຸບັດເຫດ

      4/16/2026 2:35:44 PM

      ຂປລ. ຍັງອີກບໍ່ພໍເທົ່າໃດມື້ ບຸນຕຸດສົງການ ຫລື ບຸນປີລາວໃໝ່ ໄດ້ໝູນວຽນມາຮອດອີກເທື່ອໜຶ່ງ ຊຶ່ງເປັນບຸນລະດັບຊາດທີ່ໄດ້ຈັດຕັ້ງກັນມາເທົ່າທຸກວັນນີ້ ທັງເປັນບຸນທີ່ພວກເຮົາລໍຄອຍ ທີ່ຈະໄດ້ພົບພໍ້ກັນ ແລະ ອອຍພອນເຊິ່ງກັນ ແລະ ກັນ.

    • ແກ້ງເຊລະນອງ ບ້ານຕະຫລຸງ ເມືອງຕະໂອ້ຍ ຍິນດີຕ້ອນຮັບນັກທ່ອງທ່ຽວທຸກທ່ານໃນໄລຍະບຸນປີໃໝ່ລາວບົດ-ສາລະຄະດີ

      ແກ້ງເຊລະນອງ ບ້ານຕະຫລຸງ ເມືອງຕະໂອ້ຍ ຍິນດີຕ້ອນຮັບນັກທ່ອງທ່ຽວທຸກທ່ານໃນໄລຍະບຸນປີໃໝ່ລາວ

      4/16/2026 2:32:03 PM

      ຂປລ. ແກ້ງເຊລະນອງ ບ້ານຕະຫລຸງ ເມືອງຕະໂອ້ຍ ແຂວງສາລະວັນ ກຽມພ້ອມຕ້ອນຮັບນັກທ່ອງທ່ຽວດ້ວຍຄວາມອົບອຸ່ນ ແລະ ເປັນກັນເອງ ໂດຍໄດ້ພາກັນປຸກຕູບກາງນໍ້າ ຫລາຍກວ່າ 10 ຕູບ ເພື່ອໃຫ້ເປັນບ່ອນພັກຜ່ອນ, ກິນເຂົ້າ, ນັ່ງຫລິ້ນ ແລະ ແຊ່ນໍ້າເຢັນໆ ທ່າມກາງທໍາມະຊາດທີ່ສວຍງາມ ຊຶ່ງສະຖານທີ່ທ່ອງທ່ຽວແຫ່ງນີ້ ເໝາະສໍາລັບການມາທ່ຽວແບບຄອບຄົວ ຫລື ພາໝູ່ຄູ່ມາເປັນທີມ ເພື່ອຜ່ອນຄາຍຮ້ອນ ແລະ ສະເຫລີມສະຫລອງບຸນປີໃໝ່ລາວ ພສ 2569 ຢ່າງເບີກບານມ່ວນຊື່ນ.

    •  ນ້ຳຫວານ ປິຍະດາ   ພ້ອມຄວ້າໂອກາດໃນເວທີປະກວດ ນາງສັງຂານຫລວງພະບາງ 2026ບົດ-ສາລະຄະດີ

      ນ້ຳຫວານ ປິຍະດາ ພ້ອມຄວ້າໂອກາດໃນເວທີປະກວດ ນາງສັງຂານຫລວງພະບາງ 2026

      4/16/2026 2:27:17 PM

      ຂປລ. ຄໍ​ລໍາ​ “ບັນ​ເທີ​ງ” ໜັງສື​ພິມ​ປະ​ເທດ​ລາວ​ມື້ນີ້ ຈະ​ພາ​ບັນດາ​ທ່ານ​ມາ​ສ່ອງ​ເບິ່ງສາວ​ງາມ ຈາກ​ເວ​ທີປະ​ກວດ ນາງສັງຂານຫລວງພະບາງ 2026 ຜູ້ເຂົ້າປະກວດໝາຍເລກ 7 ນາງ ນ້ຳຫວານ ປິຍະດາ ທີ່ພົກພາທັງຄວາມສາມາດຮອບດ້ານ ແລະ ຫົວໃຈທີ່ຮັກໃນຄວາມເປັນຫລວງພະບາງມາເຕັມປ່ຽມ ທີ່​ຈະ​ມາ​ຫາ​ຄວາມ​ຮູ້, ປະສົບ​ການ​ທີ່ ​ແລະ ພ້ອມ​ຄວ້າ​ທຸກ​ໂອກ​າດ ຈາກ​​ກອງ​ປະ​ກວດ​ໃນ​ຄັ້ງ​ນີ້.

    •  ໂຄງການຮ່ວມມືຊຸກຍູ້ສົ່ງເສີມຄວາມຮູ້ທາງດ້ານວິຊາການ ຈະເປັນສ່ວນໜຶ່ງແກ້ໄຂຄວາມທຸກຍາກ ບົດ-ສາລະຄະດີ

      ໂຄງການຮ່ວມມືຊຸກຍູ້ສົ່ງເສີມຄວາມຮູ້ທາງດ້ານວິຊາການ ຈະເປັນສ່ວນໜຶ່ງແກ້ໄຂຄວາມທຸກຍາກ

      4/16/2026 2:23:23 PM

      ຂປລ. ເປັນອີກໜຶ່ງຄວາມພາກພູມໃຈຂອງຊາວກະສິກອນພາຍໃນນະຄອນຫລວງວຽງຈັນ ໂດຍສະເພາະແມ່ນກະສິກອນເມືອງປາກງື່ມ ທີ່ຈະໄດ້ຮຽນຮູ້ທາງດ້ານວິຊາການເຂົ້າໃນການຜະລິດກະສິກຳເປັນສິນຄ້າແກ້ໄຂຄວາມທຸກຍາກໃຫ້ນັບມື້ຫລຸດລົງ ພາຍຫລັງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ

ads
ads

Top