ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ

19/06/2025 16:21
Email Print 1939
ຂປລ ຂປລ. ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຈັດຂຶ້ນວັນທີ 19 ມິຖຸນາ 2025 ທີ່ກະຊວງສຶກສາທິການ ແລະ ກິລາ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງ ສູນກາງພັກ ຜູ້ປະຈຳການຄະນະເລ ຂາທິການສູນກາງພັກ, ຮອງປະທານປະເທດ, ມີຄະນະພັກກະຊວງ, ຫົວໜ້າກົມ, ຮອງກົມ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຈັດຂຶ້ນວັນທີ 19 ມິຖຸນາ 2025 ທີ່ກະຊວງສຶກສາທິການ ແລະ ກິລາ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງ ສູນກາງພັກ ຜູ້ປະຈຳການຄະນະເລ ຂາທິການສູນກາງພັກ, ຮອງປະທານປະເທດ, ມີຄະນະພັກກະຊວງ, ຫົວໜ້າກົມ, ຮອງກົມ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຄໍາສັ່ງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 09/ກມສພ ແລະ ຜ່ານລັດຖະດຳລັດຂອງປະທານປະ ເທດ ເລກທີ 106/ປປທ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ເຊິ່ງອະນຸມັດໃຫ້ ສະຫາຍ ພຸດ ສິມມາລາວົງ ເລຂາຄະນະພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ຜູ້ເກົ່າ) ອອກພັກການຮັບອຸດໜູນບຳນານ, ພ້ອມທັງຜ່ານຄຳສັ່ງຍົກຍ້າຍ ແລະ ມະຕິຕົກລົງກົມການເມືອງ ສະບັບເລກທີ 11/ກມສພ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ທອງສະລິດ ມັງໜໍ່ເມກ ຫົວໜ້າຫ້ອງວ່າການສູນກາງພັກ (ຜູ້ເກົ່າ) ເປັນເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ຜູ້ໃໝ່).

ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄໍາເຫັນໂອ້ລົມວ່າ: ດ້ວຍຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ວຽກງານ, ກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ໄດ້ຕົກລົງສັບຊ້ອນ-ຈັດວາງ ພະນັກງານການນຳຂັ້ນສູງ ບາງຕຳແໜ່ງຄືນໃໝ່ ເພື່ອຮອງຮັບໃຫ້ແກ່ການສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍ ທີ່ພັກ-ລັດ ວາງອອກໃນແຕ່ລະໄລຍະ ໃຫ້ບັນລຸຕາມລະດັບ ຄາດໝາຍ ແລະ ມີຜົນສຳເລັດຢ່າງເປັນຮູບປະທຳ ການສັບຊ້ອນ-ຈັດວາງພະນັກງານທຸກປະເພດ ໂດຍສະເພາະ ພະນັກງານນໍາພາ-ຄຸ້ມຄອງແຕ່ລະຂັ້ນ ທັງແມ່ນຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການ ເມືອງຢູ່ແຕ່ລະບ່ອນ ແລະ ທັງແມ່ນການປະຕິບັດລະບຽບ ການສັບປ່ຽນໜູນວຽນໜ້າທີ່ວຽກງານ ຂອງພະນັກງານການນຳ ໃນລະບົບການຈັດຕັ້ງຂອງພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນ ຄືເຄີຍປະຕິບັດຜ່ານມາ ຖືເປັນວຽກງານປົກກະຕິ ແລະ ແມ່ນຫລັກການອັນໜຶ່ງຂອງພັກເຮົາ ໃນວຽກງານພະນັກງານກໍຄືຫລັກການ “ມີຂຶ້ນ-ມີລົງ ມີເຂົ້າ-ມີອອກ” ເພື່ອປັບປຸງໃຫ້ດີຂຶ້ນໄປເລື້ອຍໆ ທັງເປັນການຍົກລະດັບພະ ນັກງານການນຳ-ຄຸ້ມຄອງ ຂອງພວກເຮົາ ໃຫ້ມີຄວາມຮູ້ ຄວາມສາມາດນຳພາຮອບດ້ານ.



ສະເພາະ ກະຊວງສຶກສາທິການ ແລະ ກິລາ ໃນໄລຍະຜ່ານມາ, ພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະພັກ-ຄະນະນໍາ ຂອງກະຊວງສຶກສາທິການ ແລະ ກິລາ ອັນມີ ສະຫາຍ ພຸດ ສິມມາລາວົງ ເປັນຜູ້ນໍາໜ້ານັ້ນ, ບັນດາສະຫາຍໄດ້ພ້ອມກັນສຸມໃສ່ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ເທື່ອທີ 9 ໃນຂະແໜງການສຶກສາ ແລະ ກິລາ ຕິດພັນກັບການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ເຮັດໃຫ້ວຽກງານສຶກສາທິການ ແລະ ກິລາ ໄດ້ຮັບການພັດທະນາ, ມີການປັບປຸງລະບົບການຮຽນ-ການສອນ ການພັດທະນາຊັບພະຍາກອນມະນຸດ, ການຄົ້ນຄວ້າວິທະຍາສາດ ແລະ ວຽກງານກິລາກາຍຍະກໍາ ໄດ້ດຳເນີນໄປຕາມທິດທີ່ພັກ-ລັດເຮົາ ໄດ້ກຳນົດໄວ້ ແລະ ມີຜົນສຳເລັດຫລາຍດ້ານ ຮຽກຮ້ອງໃຫ້ບັນດາສະຫາຍການນໍາ, ສະມາຊິກພັກ ແລະ ພະນັກງານກະຊວງສຶກສາທິການ ແລະ ກິລາ ຈົ່ງສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອຜົນສຳເລັດຜ່ານມາໃຫ້ມີການພັດທະນາ ແລະ ກ້າວໜ້າໄປຢ່າງບໍ່ຢຸດຢັ້ງ.


ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່
KPL

ຂ່າວອື່ນໆ

    • ສສຍລ ດຳເນີນກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ V ການເມືອງ

      ສສຍລ ດຳເນີນກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ V

      6/3/2026 11:16:39 AM

      ກອງປະຊຸມໃຫຍ່ສະມາຊິກພັກຂອງອົງຄະນະພັກສູນກາງ ສະຫະພັນແມ່ຍິງລາວ (ສສຍລ) ຄັ້ງທີ V ຈັດຂຶ້ນໃນທ້າຍອາທິດຜ່ານມາ.

    • ນາຍົກລັດຖະມົນຕີ ຕ້ອນຮັບທູດ ສ ເກົ່າຫລີ ເຂົ້າຢຽມຂໍ່ານັບການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບທູດ ສ ເກົ່າຫລີ ເຂົ້າຢຽມຂໍ່ານັບ

      6/3/2026 11:04:59 AM

      ເມື່ອບໍ່ດົນມານີ້, ທີ່ສໍາ ນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຈອງ ຢອງ ຊູ (JUNG Yung Soo) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ ເກົາຫລີ ປະຈໍາ ສປປ ລາວ.

    • ປະທານປະເທດ ຕ້ອນຮັບການນຳແຂວງເຈີ້ຈ່ຽງ ເຂົ້າຢ້ຽມຂໍ່ານັບການເມືອງ

      ປະທານປະເທດ ຕ້ອນຮັບການນຳແຂວງເຈີ້ຈ່ຽງ ເຂົ້າຢ້ຽມຂໍ່ານັບ

      6/3/2026 10:55:37 AM

      ໃນວັນທີ 2 ມິຖຸນາ 2026 ນີ້, ທີ່ນະຄອນຫາງໂຈ, ແຂວງເຈີ້ຈ່ຽງ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫວັງ ຮ້າວ ກໍາມະການສູນກາງພັກ, ເລຂາພັກແຂວງເຈີ້ຈ່ຽງ, ປະທານຄະນະປະຈໍາສະພາ ຜູ້ແທນປະຊາຊົນແຂວງເຈີ້ຈ່ຽງ ພ້ອມດ້ວຍຄະນະ.

    • ໄຂກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພການເມືອງ

      ໄຂກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ

      5/29/2026 9:54:37 AM

      ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ພາຍໃຕ້ຄຳຂວັນ “ເພີ່ມທະວີບົດບາດການນໍາພາຂອງອົງຄະນະພັກ, ຍົກສູງຈິດໃຈເອກະລາດເປັນເຈົ້າຕົນເອງ, ຕັ້ງໜ້າສ້າງການຫັນປ່ຽນໃນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ”. ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 28 ພຶດສະພາ 2026.

    • ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2026ການເມືອງ

      ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2026

      5/29/2026 9:43:19 AM

      ໃນວັນທີ 28 ພຶດສະພາ 2026 ນີ້, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫລງຂ່າວ ຕໍ່ສ່ືມວນຊົນກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພຶດສະພາ 2026 ໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນ ຕອນເຊົ້າ ຂອງວັນທີ 27 ແລະ ອັດລົງໃນຕອນເຊົ້າວັນທີ 28 ພຶດສະພາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ,

ads
ads

Top