ຂປລ
ຂປລ. ກອງປະຊຸມປຶກສາຫາລືກ່ຽວກັບ ການຈັດສົ່ງຜູ້ອອກແຮງງານປະມົງໄປ ສາທາລະນະລັດເກົາຫລີ (ວີຊາໄລຍະຍາວ E-10-2) ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນທ້າຍອາທິດຜ່ານມາ ໂດຍມີ ທ່ານ ບຸນສວນ ໄຊຍະສິນ ຫົວໜ້າພະແນກຈັດຫາງານໄປຕ່າງປະເທດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ

ຂປລ. ກອງປະຊຸມປຶກສາຫາລືກ່ຽວກັບ ການຈັດສົ່ງຜູ້ອອກແຮງງານປະມົງໄປ ສາທາລະນະລັດເກົາຫລີ (ວີຊາໄລຍະຍາວ E-10-2) ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນທ້າຍອາທິດຜ່ານມາ ໂດຍມີ ທ່ານ ບຸນສວນ ໄຊຍະສິນ ຫົວໜ້າພະແນກຈັດຫາງານໄປຕ່າງປະເທດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຜູ້ຕາງໜ້າຈາກ 5 ບໍລິສັດ ຄຸ້ມຄອງ ແລະ ນໍາເຂົ້າແຮງງານຂອງ ສ ເກົາຫລີ ໄດ້ມາປຶກສາຫາລືກັບ 9 ບໍລິສັດຈັດຫາງານຂອງ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນການສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະທດ.
ທ່ານ ບຸນສວນ ໄຊຍະສິນ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອເປັນການປຶກສາຫາລືລະຫວ່າງ ບໍລິສັດ ຄຸ້ມຄອງ ແລະ ນໍາເຂົ້າແຮງງານ ດ້ານການປະມົງ ຂອງ ສ ເກົາຫລີ ແລະ ການຮ່ວມມືລະຫວ່າງ ສປປ ລາວ ກັບ ສ ເກົາຫລີ ເປັນການຮ່ວມມືໃນການຮັບເອົາແຮງງານ ສປປ ລາວ ໄປວຽກທີ່ ສ ເກົາຫລີ ແລະ ເປັນຄວາມຫວັງຂອງແຮງງານລາວ ທີ່ຢາກໄປເຮັດວຽກທີ່ ສ ເກົາຫລີ ເປັນຈໍານວນຫລາຍ. ສະນັ້ນ, ສປປ ລາວ ຈຶ່ງພະຍາຍາມສ້າງສາຍພົວພັນ ແລະ ສ້າງໂອກາດໃຫ້ແຮງງານລາວໄປເຮັດວຽກຢູ່ ສ ເກົາຫລີ ໃຫ້ຫລາຍຂຶ້ນໃນຫລາຍໆລະບົບ. ຫລ້າສຸດໄດ້ມີການປຶກສາຫາລື ໃນການສົ່ງແຮງງານລາວ ໄປເຮັດວຽກໃນການປະມົງ ເຊິ່ງກະຊວງແຮງງານ ແລະ ສະຫວັດດີການ ໄດ້ມີການປະສານງານ, ພົວພັນ ແລະ ເຮັດວຽກຮ່ວມກັບ ສະມາຄົມການບໍລິຫານຈັດການການປະມົງຂອງ ສ ເກົາຫລີ ຕັ້ງແຕ່ປີ 2023 ເປັນຕົ້ນມາ. ຫລັງຈາກນັ້ນ, ວິຊາການທັງສອງຝ່າຍໄດ້ມີການປຶກສາຫາລື, ແລກປ່ຽນຄໍາຄິດຄໍາເຫັນ ແລະ ກໍານົດກົນໄກວິທີການຮ່ວມກັນ ຈົນມາຮອດກອງປະຊຸມໃນມື້ນີ້.

ພ້ອມນີ້, ຜູ້ຕາງໜ້າຈາກ ບໍລິສັດ ຄຸ້ມຄອງ ແລະ ນໍາເຂົ້າແຮງງານຂອງ ສ ເກົາຫລີ ກໍໄດ້ກ່າວວ່າ: ໃນໄລຍະທີ່ຜ່ານມາ ເຖິງວ່າ ສປປ ລາວ ຈະບໍ່ມີທະເລ ແຕ່ກໍໄດ້ສົ່ງແຮງງານໄປເຮັດການປະມົງຢູ່ປະເທດໄທ. ກອງປະຊຸມມື້ນີ້, ກໍໄດ້ຈະປຶກສາຫາລື ລະຫວ່າງ 2 ຝ່າຍໃນການສົ່ງແຮງງານປະມົງໄປ ສ ເກົາຫລີ ເຊິ່ງເງື່ອນໄຂແຮງງານຈະໄປ ຈະມີການຝຶກອົບຮົມພື້ນຖານໃນເຮືອ, ວັດທະນາທໍາ ສ ເກົາຫລີ ແລະ ກົດໝາຍວ່າດ້ວຍການປະມົງຂອງ ສ ເກົາຫລີ ປະມານ 2 ອາທິດ ໂດຍກໍານົດອາແຮງງານອາຍຸລະຫວ່າງ 20-45 ປີໃນໄລຍະ 3 ປີ (ສາມາດເພີ່ມໄດ້ 1 ປີກັບ 10 ເດືອນ) ໂດຍອີງຕາມທີ່ ກະຊວງມະຫາສະໝຸດ ແລະ ການປະມົງ ສ ເກົາຫລີ ອອກແຈ້ງການໃນທຸກໆທ້າຍປີ. ສໍາລັບປີ 2025 ໂດຍຄ່າແຮງງານຕໍ່າສຸດຂອງຊາວປະມົງຈະໄດ້ 2.614.810 ວອນຕໍ່ເດືອນ ເມື່ອທຽບໃສ່ປີ 2024 ເພີ່ມຂຶ້ນ 2,1%.
ສໍາລັບ ກອງປະຊຸມປຶກສາຫາລືກ່ຽວກັບ ການຈັດສົ່ງຜູ້ອອກແຮງງານປະມົງໄປ ສາທາລະນະລັດເກົາຫລີ (ວີຊາ E-10-2) ໄດ້ມີການປຶກສາຫາລື ແລະ ກໍານົດກົນໄກຕ່າງໆ ເພື່ອໃຫ້ສາມາດສົ່ງແຮງງານລາວໄປເຮັດວຽກຕາມກໍານົດເວລາ ໂດຍມີຕາງໜ້າ 5 ບໍລິສັດ ຄຸ້ມຄອງ ແລະ ນໍາເຂົ້າແຮງງານຂອງ ສ ເກົາຫລີ ໄດ້ມາປຶກສາຫາລືກັບ ຕາງໜ້າ ກະຊວງ ຮສສ ແລະ 9 ບໍລິສັດຈັດຫາງານ ໃນ ສປປ ລາວ ເຊິ່ງຈະມີການກໍານົດ ແລະ ຄົ້ນຄວ້າ ເພື່ອກໍານົດກົນໄກຕ່າງໆ ເພື່ອສົ່ງແຮງງານລາວ ໄປເຮັດວຽກການປະມົງໃນ ສ ເກົາຫລີ ເປັນຄັ້ງທໍາອິດ.
ຂໍ້ມູນ-ພາບ: ຂ່າວສານ ຮສສ
KPL