ມາເລເຊຍເປັນປະເທດກິຕິມະສັກຂອງງານວາງສະແດງປື້ມສາກົນປັກກິ່ງຄັ້ງທີ 31

13/06/2025 13:18
Email Print 309
ຂປລ ງານ​ວາງ​ສະ​ແດງ ​ປື້ມ​ສາ​ກົນ ​ປັກ​ກິ່ງ​ ຄັ້ງ​ທີ 31 ທີ່​ມີ ອົງ​ການ​ ຂ່າວ​ສານ​ ແລະ​ ພິມ​ຈຳ​ໜ່າຍ ​ແຫ່ງ​ຊາດ​ຈີນ ​ເປັນ​ເຈົ້າ​ພາບ​ ຈະ​ຈັດ​ຂຶ້ນ​ ລະ​ຫວ່າງ ວັນ​ທີ 18-22 ມິ​ຖຸ​ນາ​ນີ້ ຢູ່​ນະ​ຄອນຫລວງ ​ປັກ​ກິ່ງ​ຂອງ ສປ ຈີນ, ​ມີ 1.700 ກວ່າ ວິ​ສາ​ຫະ​ກິດ ຈາກ 80 ປະ​ເທດ ແລະ​ ເຂດແຄ້ວນ ​ຈະ​ນຳ​ເອົາ​ປື້ມ ​ດີ​ເດັ່ນ ​ທັງ​ພາຍ​ໃນ​ ແລະ ​ຕ່າງ​ປະ​ເທດ 220.000 ຊະ​ນິດ ມາ​ເຂົ້າ​ຮ່ວມ​​ ວາງ​ສະ​ແດງ

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ງານ​ວາງ​ສະ​ແດງ ​ປື້ມ​ສາ​ກົນ ​ປັກ​ກິ່ງ​ ຄັ້ງ​ທີ 31 ທີ່​ມີ ອົງ​ການ​ ຂ່າວ​ສານ​ ແລະ​ ພິມ​ຈຳ​ໜ່າຍ ​ແຫ່ງ​ຊາດ​ຈີນ ​ເປັນ​ເຈົ້າ​ພາບ​ ຈະ​ຈັດ​ຂຶ້ນ​ ລະ​ຫວ່າງ ວັນ​ທີ 18-22 ມິ​ຖຸ​ນາ​ນີ້ ຢູ່​ນະ​ຄອນຫລວງ ​ປັກ​ກິ່ງ​ຂອງ ສປ ຈີນ, ​ມີ 1.700 ກວ່າ ວິ​ສາ​ຫະ​ກິດ ຈາກ 80 ປະ​ເທດ ແລະ​ ເຂດແຄ້ວນ ​ຈະ​ນຳ​ເອົາ​ປື້ມ ​ດີ​ເດັ່ນ ​ທັງ​ພາຍ​ໃນ​ ແລະ ​ຕ່າງ​ປະ​ເທດ 220.000 ຊະ​ນິດ ມາ​ເຂົ້າ​ຮ່ວມ​​ ວາງ​ສະ​ແດງ, ​ມາ​ເລ​ເຊຍ ​ເປັນ​ປະ​ເທດ ​ກິ​ຕິ​ມະ​ສັກ ​ຂອງ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້. ໃນ​ໂອ​ກາດ​ດັ່ງ​ກ່າວ, ກະ​ຊວງ​ ສຶກ​ສາ​ທິ​ການ ​ມາ​ເລ​ເຊຍ​ ຈະ​ຮ່ວມ​ກັບ​ຫໍ​ສະ​ໝຸດ, ອົງ​ການ​ ພິມ​ຈຳ​ໜ່າຍ ແລະ ສະ​ມາ​ຄົມ ​ຂະ​ແໜງ​ການ ລວມ​ທັງ​ໝົດ 20 ກວ່າ​ແຫ່ງ ຈັດກິດ​ຈະ​ກຳ​ຕ່າງໆ ເປັນ​ຕົ້ນ: ​ການ​ແລກ​ປ່ຽນ ​ດ້ານລິຂະ​ສິດ, ການ​ສົ່ງ​ເສີມ ການ​ອ່ານ​ປື້ມ ແລະ ກິດ​ຈະ​ກຳ​ອື່ນໆ ​ລວມ​ເຖິງ ຈະ​ສ້າງ​ໜ້າ​ເພ​ຈ (page)​ ສະ​ເພາະ ​ຢູ່​ເວ​ທີ ​ອິນ​ເຕີ​ເນັດ​ ທາງ​ການ​ ຂອງ​ງານ​ວາງ​ສະ​ແດງ ​ປື້ມສາ​ກົນ​ ປັກ​ກິ່ງ ເພື່ອວາງ​ສະ​ແດງ ​ຜົນ​​ງານ ການ​ແປ​ພາ​ສາ ​ເຊິ່ງ​ກັນ ​ແລະ​ກັນ ​ຜ່ານ​ທາງ​ອອນ​​​ໄລ ແລະ ອ໊ອ​ຟ​ໄລ ແລະ ສິ່ງ​ພິມ​ວັດ​ທະ​ນະ​ທຳ​ ທີ່​ມີ​ເອ​ກະ​ລັກ ​ພິ​ເສດ ​ຂອງ​ມາ​ເລ​ເຊຍ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top