ຂປລ
ພາຍໃຕ້ ການຊຸກຍູ້ ຮ່ວມກັນ ແລະ ການປຶກສາ ຫາລື ຢ່າງມີໄມຕີຈິດ ມິດຕະພາບ ລະຫວ່າງ ປະເທດ ສະມາຊິກ, ທ່ານ ໂຢສ້ຽວເວີນ ຜູ້ວ່າການແທນເລຂາທິການໃຫຍ່ ຂອງສູນການ ຮ່ວມມື ປະຕິບັດ ກົດໝາຍ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ທ່ານ ດັງຊວນຮົງ ຫົວໜ້າກົມ ພົວພັນຕ່າງປະເທດ ກະຊວງຕຳຫລວດ ຫວຽດນາມ ໄດ້ເຊັນ ບົດບັນທຶກ ຄວາມເຂົ້າໃຈ ກ່ຽວກັບ ການເພີ່ມທະວີ ການຮ່ວມມື

ຂປລ.ຕາມຂ່າວຈາກ CGTN ພາຍໃຕ້ ການຊຸກຍູ້ ຮ່ວມກັນ ແລະ ການປຶກສາ ຫາລື ຢ່າງມີໄມຕີຈິດ ມິດຕະພາບ ລະຫວ່າງ ປະເທດ ສະມາຊິກ, ທ່ານ ໂຢສ້ຽວເວີນ ຜູ້ວ່າການແທນເລຂາທິການໃຫຍ່ ຂອງສູນການ ຮ່ວມມື ປະຕິບັດ ກົດໝາຍ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ທ່ານ ດັງຊວນຮົງ ຫົວໜ້າກົມ ພົວພັນຕ່າງປະເທດ ກະຊວງຕຳຫລວດ ຫວຽດນາມ ໄດ້ເຊັນ ບົດບັນທຶກ ຄວາມເຂົ້າໃຈ ກ່ຽວກັບ ການເພີ່ມທະວີ ການຮ່ວມມື ລະຫວ່າງ ສູນການຮ່ວມມື ປະຕິບັດ ກົດໝາຍ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ກັບ ກະຊວງ ຕຳຫລວດຫວຽດນາມ ຢູ່ນະຄອນຫລວງ ຮ່າໂນ້ຍ ປະເທດ ຫວຽດນາມ. ບົດບັນທຶກ ຄວາມເຂົ້າໃຈ ດັ່ງກ່າວ ລະບຸວ່າ: ພາຍໃຕ້ ຂອບການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສອງຝ່າຍ ຈະເພີ່ມທະວີ ການຮ່ວມມື ທີ່ຕິດແທດຕົວຈິງຕ່າງໆ ເປັນຕົ້ນ: ການປາບປາມ ອາຊະຍາກຳ ຂ້າມຊາດ, ການຮ່ວມກັນ ຊົມໃຊ້ຂໍ້ມູນ ດ້ານການປະຕິບັດ ກົດໝາຍ ແລະ ການສ້າງຄວາມສາມາດ ດ້ານການປະຕິບັດ ກົດໝາຍ, ຮ່ວມກັນ ສ້າງສະພາບແວດລ້ອມ ໃນພາກພື້ນ ທີ່ມີຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງ ຫລາຍຂຶ້ນ ກວ່າເກົ່າ ເພື່ອປົກປັກຮັກສາ ຄວາມປອດໄພ ດ້ານຊີວິດ ແລະ ຊັບສິນ ຂອງປະຊາຊົນ ທີ່ອາໄສຢູ່ ເຂດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ກໍຄື ຄວາມສະຫງົບ ແລະ ສະຖຽນລະພາບ ຂອງພາກພື້ນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL