ຂປລ
ປະເທດລາວ ເປັນປະເທດໜຶ່ງທີ່ມີສະຖານທີ່ທ່ອງທ່ຽວຫລາກຫລາຍບໍ່ວ່າຈະເປັນແຫລ່ງທ່ອງທ່ຽວດ້ານປະຫວັດສາດ, ວັດທະ
ນະທຳ ແລະ ທຳມະຊາດ ນັບໄດ້ວ່າມີຢູ່ທຸກແຂວງຂອງປະເທດ.
*ປະເທດລາວ ເປັນປະເທດໜຶ່ງທີ່ມີສະຖານທີ່ທ່ອງທ່ຽວຫລາກຫລາຍບໍ່ວ່າຈະເປັນແຫລ່ງທ່ອງທ່ຽວດ້ານປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດ ນັບໄດ້ວ່າມີຢູ່ທຸກແຂວງຂອງປະເທດ. ໜຶ່ງໃນນັ້ນກໍແມ່ນແຂວງຄຳມ່ວນ ເປັນອີກແຂວງໜຶ່ງທີ່ມີປະຫວັດຄວາມເປັນມາອັນຍາວນານໃນ ຄສ 05 ເຄີຍ ເປັນທີ່ຕັ້ງຂອງອານາຈັກພູນັນ ແລະ ເຈນລະ (ຂອມ), ເປັນທີ່ຮູ້ຈັກໃນນາມ ນະຄອນສີໂຄດຕະບູນ, ແຕ່ພໍຕົກມາໄລຍະທີ່ຈັກກະພັດຕ່າງດ້າວເຂົ້າມາຮຸກຮານ ແລະ ຢືດຄອງກໍໄດ້ປ່ຽນຊື່ເປັນເມືອງທ່າແຂກເຊິ່ງປັດຈຸບັນກາຍເປັນເມືອງເອກ ຂອງແຂວງຄຳມ່ວນ. ແຂວງຄຳມ່ວນ ຫ່າງຈາກນະຄອນຫລວງວຽງຈັນ ປະມານ 350 ກິໂລແມັດ, ມີຊາຍແດນຕິດກັບຫວຽດນາມເບື້ອງທິດຕາເວັນອອກ ແລະ ຕິດກັບໄທ ເບື້ອງທິດຕາເວັນຕົກ, ມີ ຄຳຂວັນຂອງແຂວງວ່າ: “ຄຳມ່ວນ ດິນແດນທຳມະຊາດປະຫວັດສາດວິລະຊົນ ຕົ້ນກຳເນີດລຳຜະຫຍາມະຫາໄຊກິນຊຸບໜໍ່ໄມ້ ແກງໄກ່ໃສ່ສານນະມັດສະການ ພະທາດສີໂຄດຕະບອງ ເປັນເຈົ້າຂອງເຂົ້າໜົມປ່ານປະສານປວງປະຊາ ເລັ່ງລັດພັດທະນາ ຊ່ວຍປະຊາໃຫ້ມີສຸກ”. ພ້ອມນັ້ນ ແຂວງຄຳມ່ວນ ຍັງສະຖານທີ່ທ່ອງທ່ຽວຫລາຍແຫ່ງທີ່ສ້າງຊື່ສຽງໂດ່ງດັ່ງໃຫ້ກັບແຂວງ ແລະ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄປຢ້ຽມຢາມ ແຂວງຄຳມ່ວນ ໜຶ່ງໃນນັ້ນກໍຄືຖ້ຳພະ-ໜອງປາຝາ ຕັ້ງຢູ່ບ້ານນາຂ້າງຊ້າງ ຫ່າງຈາກຕົວເມືອງທ່າແຂກ ໄປທາງທິດຕາເວັນອອກສຽງເໜືອ 14 ກິໂລແມັດ, ພາຍໃນຖໍ້າມີພະພຸດທະຮູບຈຳນວນຫລວງຫລາຍ ເຖິງ 229 ອົງ ທີ່ມີອາຍຸເກົ່າແກ່ກວ່າ 600 ປີ ເປັນມູນມໍລະດົກຕົກທອດມາແຕ່ສະໄໝອານາຈັກສີໂຄດຕະບອງ ແລະ ອານາຈັກລ້ານຊ້າງ, ຢູ່ໜ້າຖໍ້າມີໜອງນໍ້າທີ່ສວຍງາມ ແລະ ໃນໜອງນໍ້າດັ່ງກ່າວຊາວບ້ານເຄີຍເຫັນປາຝາໃຫຍ່ລອຍຂຶ້ນຢູ່ເທິງໜ້ານໍ້າ. ສະນັ້ນ, ເພິ່ນຈຶ່ງໃສ່ຊື່ວ່າ: ຖ້ຳພະ-ໜອງປາຝາ.

ບໍລິເວນຖໍ້າພະ-ໜອງປາຝາ ແມ່ນມີລັກສະນະເປັນຖໍ້າສອງຊັ້ນ ຢອງກັນຢູ່ ຊຶ່ງຊັ້ນເທິງເປັນຖໍ້າແຫ້ງທີ່ມີພະພຸດທະຮູບຂະໜາດໃຫຍ່ ແລະ ນ້ອຍເກົ່າແກ່ປະດິດສະຖານຢູ່ຕາມພັກຄ້າຍຄືຂັ້ນໄດ. ສ່ວນຖ້ຳທີ່ຢູ່ດ້ານລຸ່ມແມ່ນຖ້ຳທີ່ມີສາຍນ້ຳຈາກໜອງປາຝາໄຫລຜ່ານຈາກ ໃນຖໍ້າທະລຸອອກມາຫາປາກຖໍ້າດ້ານນອກ ເຊິ່ງຖ້ຳທັງສອງນີ້ມີຄວາມຍາວ ປະມານ 200 ແມັດ ເປັນຖ້ຳທີ່ມີຄວາມສວຍງາມໄປດ້ວຍຫີນຍ້ອຍຫລາຍຂະໜາດ ແລະ ຮູບຮ່າງແຕກຕ່າງກັນຢັ່ງຢາຍກັນຢູ່ເປັນຍ່ານ. ຖ້ຳແຫ່ງນີ້ຄົ້ນພົບໃນ ປີ 2004 ໂດຍລຸງບຸນນົງ ທີ່ໄດ້ ສັງເກດເຫັນຝຸງເຈຍມັກບິນເຂົ້າ- ອອກຖ້ຳຈຶ່ງປີນຂຶ້ນບ່ອນອຸມົງຖ້ໍາ ທີ່ແນມເຫັນເຈຍຝຸງໃຫຍ່ບິນເຂົ້າ- ອອກນັ້ນ, ປາກຖໍ້າສູງຈາກພື້ນດິນປະມານ 20 ກວ່າແມັດ, ຍ້ອນຄວາມຊິນເຄີຍໃນການປີນໜ້າຜາຢ່າງຊໍານິຊຳນານຫລັງຈາກ ຈຶ່ງພົບເຫັນພະພຸດທະຮູບພາຍໃນຖໍ້າເປັນຈຳນວນຫລາຍອົງ ຊຶ່ງເປັນນິມິດໝາຍອັນດີໃນການສັກກະລະບູຊາ, ເມື່ອຊາວບ້ານນາຂ້າງຊ້າງ ແລະ ອົງການຈັດຕັ້ງບ້ານໄດ້ຮັບຂ່າວອັນເປັນມະຫາມຸງຄຸນຈາກລຸງບຸນນົງ ແລ້ວກໍລາຍງານອົງການຈັດຕັ້ງ ແລ້ວພາກສ່ວນທີ່ກ່ຽວຂ້ອງໄດ້ພ້ອມພຽງກັນໄປທຳພິທີຄາລະວະບູຊາ ແລະ ປົກປັກຮັກສາວັດຖຸບູຮານອັນລໍ້າຄ່ານີ້ໄວ້ໃນສະຖານທີ່ດັ່ງເດີມ.

ປັດຈຸບັນ ເສັ້ນທາງເຂົ້າຫາ ຖໍ້າພະບ້ານນາຂ້າງຊ້າງ ໄດ້ມີການປັບປຸງປົວແປງໃຫ້ມີຄວາມສະດວກສະບາຍ ແລະ ສາມາດທຽວໄດ້ທັງສອງລະດູ. ນອກຈາກນັ້ນ, ໃນເຂດບໍລິເວນຖໍ້າຍັງມີຄວາມ ຮົ່ມເຢັນຂອງຕົ້ນໄມ້ໃບຫຍ້າໃຫຍ່- ນ້ອຍຈຳນວນຫລາຍຈ່ຶງເຮັດໃຫ້ບັນຍາກາດສະຖານທີ່ດັ່ງກ່າວສົດຊື່ນປອດໂປ່ງເຢັນສະບາຍ, ໃນນັ້ນ ກໍມີການຈັດສັນຢ່າງຄວາມເປັນລະບຽບຈົບງາມ, ມີອາຫານ, ເຄື່ອງດື່ມ ແລະ ເຄື່ອງຫັດຖະກໍາພື້ນບ້ານໄວ້ບໍລິການນັກທ່ອງທ່ຽວທີ່ມາຢ້ຽມຢາມສະຖານທີ່ທ່ອງທ່ຽວ ແຫ່ງນີ້ອີກດ້ວຍ. ນອກຈາກແຫລ່ງທ່ອງທ່ຽວຖ້ຳພະ-ໜອງປາຝາ ແລ້ວຍັງມີອີກຫລາຍສະຖານທ່ີທ່ອງທ່ຽວທີ່ສ້າງຊື່ສຽງໂດ່ງດັງໃຫ້ກັບແຂວງຄຳມ່ວນ ເຊັ່ນ: ທ່າຝຣັ່ງ, ພະທາດສີໂຄດຕະບອງ, ຖ້ຳກອງລໍ-ນາຕານ, ຂຸນນ້ຳກອງແລງ, ຈຸດຊົມທິວທັດພູຜາມ່ານເຫລົ່ານີ້ເປັນຕົ້ນ. ສະນັ້ນ, ຖ້າທ່ານ ໃດໄດ້ມີໂອກາດໄປແຂວງຄຳມ່ວນ ຫລື ຢາກພາຄອບຄົວ, ລູກຫລານ, ໝູ່ເພື່ອນໄປທ່ຽວໄປສໍາຜັດບັນຍາກາດໄປເບິ່ງດ້ວຍຕາຈະຊ່ວຍໃຫ້ທ່ານເປີດໂລກກະທັດກວ້າງຂຶ້ນຕື່ມທັງໄດ້ພັກຜ່ອນຢ່ອນອາລົມຕື່ມອີກ.
ໂດຍ: ແສງສະຫວັນ
KPL