ຮອງນາຍົກລັດຖະມົນຕີພົບປະໂອ້ລົມ ການນຳຫລັກແຫລ່ງ ແຂວງຊຽງຂວາງ

10/06/2025 13:37
Email Print 275
ຂປລ ຂປລ. ​ໂອກາດ​ເຄື່ອນ​ໄຫວ​ຢ້ຽມຢາມ ​ແລະ ເຮັດວຽກຢູ່ແຂວງຊຽງຂວາງ ໃນວັນທີ 9 ມິຖຸນາ 2025 ນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ​ໄດ້ພົບປະໂອ້ລົມ ການນຳ ແລະ ພະ ນັກງານຫລັກແຫລ່ງຂອງແຂວງ ຫລາຍ​ບັນຫາ​ສໍາຄັນ​ ໃນ​ການຈັດ​ຕັ້ງ​ປະຕິບັດ​ ວຽກ​ງານ​ແຕ່ລະ​ຂົງ​ເຂດ


ຂປລ. ​ໂອກາດ​ເຄື່ອນ​ໄຫວ​ຢ້ຽມຢາມ ​ແລະ ເຮັດວຽກຢູ່ແຂວງຊຽງຂວາງ ໃນວັນທີ 9 ມິຖຸນາ 2025 ນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ​ໄດ້ພົບປະໂອ້ລົມ ການນຳ ແລະ ພະ ນັກງານຫລັກແຫລ່ງຂອງແຂວງ ຫລາຍ​ບັນຫາ​ສໍາຄັນ​ ໃນ​ການຈັດ​ຕັ້ງ​ປະຕິບັດ​ ວຽກ​ງານ​ແຕ່ລະ​ຂົງ​ເຂດ ​ໂດຍ​ມີ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ​ແລະ ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ສືບຕໍ່ເອົາໃຈໃສ່ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບ ທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຢູ່ພາຍໃນແຂວງ ໃຫ້ມີຄວາມສະຫງົບຕໍ່ເນື່ອງ;ເອົາໃຈ ໃສ່ວຽກງານປັບປຸງກໍ່ສ້າງພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິ ບັດມະຕິຂອງສູນກາງ ທີ່ອອກມາແຕ່ລະໄລຍະໃຫ້ໄດ້ຮັບຜົນດີ; ສືບຕໍ່ສຸມໃສ່ວຽກງານກໍ່ສ້າງພະນັກງານ ນໍາພາ-ຄຸ້ມຄອງ ແລະ ວິຊາການຂັ້ນຕ່າງໆ ໃຫ້ມີຈິດໃຈຊາດ, ມີທັດສະນະທີ່ຖືກຕ້ອງ, ຮູ້ຈັກພາລະບົດ ບາດ-ໜ້າທີ່ຂອງຕົນ ແລະ ມີຄວາມຮັບຜິດຊອບສູງ ຕິດພັນກັບການກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງ ໃຫ້ສຳເລັດຕາມຄາດໝາຍທີ່ກຳນົດໄວ້; ສືບຕໍ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ກໍຄື ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ປະສົບຜົນສຳເລັດເປັນຮູບປະທຳເປັນຢ່າງດີ; ເອົາໃຈໃສ່ໃນວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາຂອງແຂວງ ໂດຍໃຫ້ອົງການປົກຄອງແຂວງ ນຳເອົາບັນດາມະຕິ, ຄໍາສັ່ງ, ບົດແນະນໍາຕ່າງໆ ຂອງຂັ້ນເທິງເຜີຍແຜ່ເຊື່ອມຊຶມ ໃຫ້ແກ່ສະມາ ຊິກພັກ, ພະນັກງານ-ລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ; ສືບຕໍ່ຈັດຕັ້ງຜັນຂະຫຍາຍບັນ ດາມະຕິຄຳສັ່ງ, ເນື້ອໃນແຂ່ງຂັນຮັກຊາດ ແລະ ພັດທະນາ, ວຽກງານ 3 ສ້າງ ເຂົ້າສູ່ລວງເລິກເປັນແຜນ ການ ແລະ ໄດ້ປຸກລະດົມຂົນຂວາຍຍາດແຍ່ງ ທຶນຈາກພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເພື່ອສຸມໃສ່ໃນການຈັດຕັ້ງປະຕິບັດໃນແຕ່ລະໄລຍະ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ ແລະ ໄດ້ຮັບຜົນດີ; ຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວ ຢ່າງແຂງແຮງດ້ວຍການສຸມໃສ່ປັບປຸງພື້ນຖານໂຄງລ່າງ ໂດຍສະເພາະເສັ້ນທາງ, ສະຖານທີ່່ທ່ອງທ່ຽວ ແລະ  ການບໍລິການນັກທ່ອງທ່ຽວ; ສືບຕໍ່ຮ່ວມມືກັບຕ່າງປະເທດຕາມທິດທີ່ກຳນົດໄວ້ ໂດຍສະເພາະ ກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ຄູ່ຮ່ວມ ພັດທະນາໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ໄດ້ຮັບຜົນສໍາເລັດຫລາຍຂຶ້ນກວ່າເກົ່າ. ສຳລັບການປັບປຸງກົງຈັກການຈັດຕັ້ງ ໂດຍສະເພາະ ການໂຮມກະຊວງ-ອົງການ, ພະແນກການຂອງແຂວງ, ບັນດາຫ້ອງການຂອງເມືອງ, ການແຍກຕຳແໜ່ງພັກ ແລະ ປົກຄອງ, ການສ້າງຕັ້ງຕາແສງ ແລະ ອື່ນໆນັ້ນ ແມ່ນໃຫ້ແຂວງມີຄວາມເປັນເອກະພາບສູງກັບສູນກາງ ເພື່ອເຮັດໃຫ້ວຽກງານ ແລະ ກົງຈັກການຈັດຕັ້ງ ກະທັດຮັດໂລ່ງລ່ຽນກວ່າເກົ່າ.

ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ  ໄດ້ລາຍງານໃຫ້ຊາບກ່ຽວກັບ ຜົນການນຳພາ-ຊີ້ນຳການພັດທະນາ ເສດຖະກິດ-ສັງຄົມ ແລະ ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ພາຍໃນແຂວງຊຽງຂວາງ ເຫັນວ່າ: ແຂວງຊຽງ​ຂວາງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ບັນດາວຽກງານຈຸດສຸມ ຕາມມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ ຕິດພັນກັບການແຂ່ງຂັນຮັກຊາດ-ພັດທະນາ ແລະ ບັນດາມາດຕະ ການ ໃນການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຢ່າງຕັ້ງໜ້າເຮັດໃຫ້ເສດຖະກິດ ຂອງແຂວງມີທ່າອ່ຽງຂະຫຍາຍຕົວເພີ່ມຂຶ້ນ, ຄາດຄະເນປີ 2025 ຈະຂະຫຍາຍຕົວຢູ່ໃນລະດັບ 6%,ລວມຍອດຜະລິດຕະພັນພາຍໃນ (GDP) ໃຫ້ບັນລຸ 6.850 ກວ່າຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນຈະບັນລຸໄດ້ 1.153 ໂດລາສະຫະລັດ; ສາມາດຈັດເກັບລາຍຮັບເຂົ້າງົບປະມານ ໂດຍສະເພາະ ພູດຂອງທ້ອງຖິ່ນໄດ້ທັງໝົດ 148,71 ຕື້ກີບ, ເທົ່າກັບ 51,71% ຂອງແຜນການປີ; ສາມາດລະດົມການລົງທຶນທົ່ວສັງຄົມໄດ້ທັງໝົດ 2.420 ຕື້ກີບ. ການຜະລິດສະບຽງອາຫານ ແລະ ພືດເປັນສິນຄ້າ ເປັນຕົ້ນ ປູກສາລີຫວານ ໄດ້ 105 ເຮັກຕາ, ເກັບກູ້ຜົນຜະລິດ ໄດ້ 1.000 ກວ່າໂຕນ; ປູກພືດຕະກູນຖົ່ວໄດ້ 127 ເຮັກຕາ, ເກັບກູ້ຜົນຜະລິດໄດ້ 254 ໂຕນ ແລະ ພືດຜັກລວມຕ່າງໆໄດ້ 1.673 ເຮັກຕາ, ເກັບກູ້ຜົນຜະລິດໄດ້ 16.859 ໂຕນ. ມາຮອດປັດຈຸບັນ, ການກະກຽມເນື້ອທີ່ດິນປູກເຂົ້ານາປີໄດ້ 70%, ຕົກກ້າໄດ້ 100%, ການປັກດຳນາໄດ້ 30% ຂອງເນື້ອທີ່ນາທັງໝົດ 21.000 ເຮັກຕາ; ການລ້ຽງສັດໃຫຍ່ ກໍເປັນຂະບວນກວ້າງຂວາງ, ທົ່ວແຂວງ ມີສັດໃຫຍ່ປະເພດງົວ, ຄວາຍ, ມ້າ ທັງໝົດ 368.000 ກວ່າໂຕ, ເທົ່າກັບ 92,15% ຂອງແຜນການປີ ແລະ ໄດ້ປ່ອຍປາສູ່ທໍາມະຊາດ 200.000 ກວ່າໂຕ; ຂະບວນການປູກໄມ້ປະຈຳປີ ມີຕົ້ນໄມ້ໃຫ້ໝາກ ແລະ ຕົ້ນໄມ້ເປັນປ່າ ໄດ້ທັງໝົດ 10.000 ກວ່າຕົ້ນ; ໄດ້ສຸມໃສ່ປະຕິບັດຄາດໝາຍ ດ້ານການພັດທະນາ (SDGs) ໃນຂົງເຂດວຽກງານສຶກສາ ແລະ ສາທາລະນະສຸກ ຕາມມະຕິສະພາປະຊາຊົນແຂວງຮັບຮອງຢ່າງຕັ້ງໜ້າ. ສໍາລັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ທົ່ວອົງຄະນະພັກແຂວງຊຽງແຂວງ ໄດ້ດໍາເນີນກອງປະຊຸມໃຫຍ່ຂັ້ນ ຂອງຕົນສໍາເລັດ 99,82% (ຍັງບໍ່ສໍາເລັດ 2 ໜ່ວຍພັກ); ຄະນະພັກຮາກຖານ ໄດ້ສໍາເລັດກອງປະຊຸມກວມ 97,70% (ຍັງບໍ່ສໍາເລັດ 2 ຄະນະພັກຮາກຖານ) ເທົ່າກັບ 2,30%.

ໃນຕອນບ່າຍວັນດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ສືບຕໍ່ໄປຢ້ຽມຢາມ ແລະ ໃຫ້ກຽດພົບປະໂອ້ລົມ ໃຫ້ທິດຊີ້ນຳ ຕໍ່ການນຳ ແລະ ພະນັກງານຫລັກແຫລ່ງ ເມືອງແປກ ຕື່ມອີກ.


ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ

KPL

ຂ່າວອື່ນໆ

    • ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາການເມືອງ

      ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ

      6/19/2025 4:21:28 PM

      ຂປລ. ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຈັດຂຶ້ນວັນທີ 19 ມິຖຸນາ 2025 ທີ່ກະຊວງສຶກສາທິການ ແລະ ກິລາ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງ ສູນກາງພັກ ຜູ້ປະຈຳການຄະນະເລ ຂາທິການສູນກາງພັກ, ຮອງປະທານປະເທດ, ມີຄະນະພັກກະຊວງ, ຫົວໜ້າກົມ, ຮອງກົມ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳຫລັກແຫລ່ງແຂວງວຽງຈັນການເມືອງ

      ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳຫລັກແຫລ່ງແຂວງວຽງຈັນ

      6/19/2025 4:17:01 PM

      ຂປລ. ຕອນບ່າຍວັນທີ 18 ມິຖຸນາ 2025 ທີ່ສະໂມສອນເມືອງເຟືອງ ແຂວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມການນຳ ແລະ ພະນັກງານຫລັກແຫລ່ງແຂວງວຽງຈັນ ຊຶ່ງນຳພາຄະນະຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ໂດຍທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ.

    • ທູດລາວຍື່ນສານຕາຕັ້ງຕໍ່ ປະທານາທິບໍດີແຫ່ງສະມາພັນທະລັດສະວິດການເມືອງ

      ທູດລາວຍື່ນສານຕາຕັ້ງຕໍ່ ປະທານາທິບໍດີແຫ່ງສະມາພັນທະລັດສະວິດ

      6/19/2025 3:58:28 PM

      ຂປລ. ໃນຕອນບ່າຍ ວັນທີ 17 ມິຖຸນາ 2025, ທີ່ນະຄອນຫລວງເບີນ, ສະມາພັນທະລັດ ສະວິດ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ນາງ ກາຣິນ ແຄເລີຊຸດເຕີ(Karin Keller Sutter) ປະທານາທິບໍດີແຫ່ງ ສະມາພັນທະລັດ ສະວິດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາສະມາພັນທະລັດສະວິດ

    • ປະກາດການຈັດຕັ້ງກະຊວງກະສິກໍາ ແລະ ສິ່ງແວດລ້ອມການເມືອງ

      ປະກາດການຈັດຕັ້ງກະຊວງກະສິກໍາ ແລະ ສິ່ງແວດລ້ອມ

      6/19/2025 3:54:13 PM

      ຂປລ. ພິທີປະກາດການຈັດຕັ້ງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈັດຂຶ້ນໃນວັນທີ 18 ມິຖຸ ນາ 2025 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ

    • ກະຊວງ ພບ ສະຫລຸບການປະຕິບັດວຽກງານ ແລະ ຜ່ານເອກະສານປັບປຸງກົງຈັກການຈັດຕັ້ງການເມືອງ

      ກະຊວງ ພບ ສະຫລຸບການປະຕິບັດວຽກງານ ແລະ ຜ່ານເອກະສານປັບປຸງກົງຈັກການຈັດຕັ້ງ

      6/19/2025 3:49:40 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ຈັດກອງປະຊຸມສະຫລຸບການ ຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ຜ່ານເອກະສານການປັບປຸງກົງຈັກການຈັດຕັ້ງ ພັກ-ລັດ ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີຄະນະພັກ, ຄະນະນຳກະຊວງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນກະຊວງ ພບ ເຂົ້າຮ່ວມ.

ads
ads

Top