ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 22.05.2025 ປີທີ 24 ສະບັບທີ 6.188 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j -q ,g-u p;a olh k'8A 'ra dxt-k-q o xt8y ;a f]k; 7q [Iv[ 70 xu 1j k'l5 f.9K c8j '8A 'dv'g]0k7totde,tdko vtwrpt3mf ]tfa [-kf c9h 'dko0v'dt-;'dko8j k'xtgmf xb dlksk]n dkora fmtok8q ;g,n v' ot7vos];';P'9a o ;a ox6 d8Q ow,h csj '-kf xu oU mqj ;xtgmf 9tx6 dw,h .sh wfh 9 clod;j kg[h p gzu pczj ;Pd'ko dq f]tsa fvkskolkdq o lh k'glf4tdy f9kd;Pd'ko sa f4tdecr/h kp]k; s];'rt[k' x6 dg0Q kokc-']nj oczodko ltlk']q f.sh vtfu frtoa d'kodkooe c]trtoa d'ko[eoko dt-;' 4;m ]a f4t,q o8u glf4tdy fvk-Po da [xtgmf76j Ij ;,g9]t9kltw\ry glf ຂປລ. ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2025 ທີ່ຈະມາ ເຖິງນີ້, ທົ່ວປະເທດ ມີແຜນການ ຈະສ້າງຂະບວນການປູກຕົ້ນໄມ້ ໃນເນື້ອທີ່ 1.600 ກວ່າເຮັກຕາ, ຈະນຳໃຊ້ເບ້ຍໄມ້ 997.000 ກວ່າ ເບ້ຍ ໂດຍໄດ້ກໍານົດເອົາຄຳຂວັນທີ່ ວ່າ: “ປູກຕົ້ນໄມ້ ໃນວັນນີ້ ເພື່ອລູກ ຫລານ ໃນວັນໜ້າ”; “ຈົ່ງຊ່ວຍ ກັນປູກຕົ້ນໄມ້ ໃຫ້ເປັນປ່າ ເພື່ອ ເປັນສິນຄ້າ ແລະ ປະກອບສ່ວນ ໃນ ການປົກປັກຮັກສາສິ່ງແວດລ້ອມ, ຫລຸດຜ່ອນການປ່ຽນແປງດິນຟ້າ ອາກາດ”. ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຂປລ. ກອງປະຊຸມເຜີຍແຜ່ ວຽກ ງານກົດລະຫັດອາຫານສາກົນ (Codex) ຈັດຂຶ້ນໃນວັນທີ 2022 ພຶດສະພາ 2025 ຢູ່ນະຄອນ ຫລວງວຽງຈັນ ໂດຍການເປັນ ປະທານຂອງ ທ່ານ ໄພວັນ ແກ້ວ ປະເສີດ ຮອງລັດຖະມົນຕີກະຊວງ ຂປລ. ວັນທີ 20 ພຶດສະພາ 2025, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງ ວຽງຈັນ (ນວ) ໄດ້ຕ້ອນຮັບການ ເຂົ້າພົບປະຂອງ ທ່ານ ນາງ ມາຕິນ ເທີເລີ ຜູ້ຕາງໜ້າອົງການສະຫະ ປະຊາຊາດ ເພື່ອການພັດທະນາ ປະຈຳລາວ, ພ້ອມຄະນະ ເພື່ອປຶກ ສາຫາລື ແລະ ແລກປ່ຽນບາງບັນ ຫາທີ່ສຳຄັນ ໃນການພັດທະນາຕົວ ເມືອງ ນະຄອນຫລວງວຽງຈັນ. ໂອກາດນີ້, ທ່ານ ພູວົງ ວົງ ຄຳຊາວ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ຜູ້ຕາງໜ້າອົງການສະຫະ ປະຊາຊາດ ເພື່ອການພັດທະນາ ປະຈຳລາວ ພ້ອມດ້ວຍຄະນະ ການ ພົບປະຄັ້ງນີ້, ຈະເປັນໂອກາດທີ່ ສ້າງເງື່ອນໄຂອັນດີ ໃຫ້ແກ່ສອງ ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງ ໄປຢ້ຽມຢາມມາເລເຊຍ ຢ່າງເປັນທາງການ ໃນວັນທີ 25 ພຶດສະພາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໃຫ້ໄດ້ຮັບ ການພັດທະນາຍິ່ງຂຶ້ນ. ໂອກາດດຽວກັນນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ຄະນະ ຈະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ພາຍໃຕ້ຄໍາຂວັນ: “ການມີສ່ວນຮ່ວມຢ່າງທົ່ວເຖິງແລະຍືນຍົງ”ໂດຍການເປັນປະທານ ອາຊຽນ ຂອງ ມາເລເຊຍ ໃນວັນທີ 26-27 ພຶດສະພາ 2025. ຂປລ. ກອງປະຊຸມແຕ່ງຕັ້ງ ກອງເລຂາ ຄະນະກໍາມະການອະ ໄພຍະໂທດ ລະດັບຊາດ ແລະ ການ ແບ່ງຄວາມຮັບຜິດຊອບການກວດ ກາ ແລະ ຄົ້ນຄວ້າການສະເໜີຂໍອະ ໄພຍະໂທດ ປະຈຳປີ 2025 ຈັດ ຂຶ້ນໃນວັນທີ 20 ພຶດສະພາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ບົວລີ ເພັດມີໄຊ ຄະນະບໍລິ ຫານງານພັກ, ຫົວໜ້າກົມຕິດຕາມ ສາທາລະນະສຸກ, ທ່ານ ນາງ ຄິ ຢອງ ມີ ຄິມ ຜູ້ຕາງໜ້າອົງການ ອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ ປະຈຳ ສປປ ລາວ(FAO), ມີຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ໃນລະດູ ແລ້ງປີ 2025 ນີ້, ຄະນະນຳ ແລະ ວິຊາການຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງຫລວງພະບາງ ໄດ້ສົ່ງເສີມ ແລະ ຊຸກຍູ້ປະຊາຊົນທົ່ວ ກວດກາຄ້າຍຄຸມຂັງ-ດັດສ້າງ, ອົງ ການໄອຍະການປະຊາຊົນສູງສຸດ, ຮອງຫົວໜ້າກອງເລຂາຄະນະກຳ ມະການອະໄພຍະໂທດ ລະດັບຊາດ, ຝ່າຍໄດ້ພົບປະປຶກສາຫາລື ວຽກ ງານການພັດທະນາຕົວເມືອງວຽງ ຈັນ ເພື່ອສົ່ງເສີມການພັດທະນາ ຊັບພະຍາກອນມະນຸດ ຂອງພະນັກ ງານ-ລັດຖະກອນ ໃນຂົງເຂດວຽກ ງານການຫລຸດຜ່ອນຄວາມສ່ຽງ ຕໍ່ການເກີດໄພພິບັດ, ການບໍລິຫານ ຈັດການນໍ້າ, ການຫລຸດຜ່ອນການ ປ່ຽນແປງຂອງສະພາບອາກາດ, ການບໍລິຫານຈັດການຂີ້ເຫຍື້ອ ແລະ ອື່ນໆ. ພ້ອມນີ້, ທ່ານຮອງ ເຈົ້າຄອງນະຄອນຫລວງວຽງຈັນ ກໍໄດ້ລາຍງານໃຫ້ຊາບກ່ຽວກັບ ແຜນພັດທະນາຕົວເມືອງວຽງຈັນ ເປັນຕົ້ນການປ້ອງກັນນໍ້າຖ້ວມຕົວ ເມືອງຈາກນໍ້າຂອງ ແລະ ນໍ້າງື່ມ. ປັດຈຸບັນ, ນວ ກຳລັງຂຸ້ນຂ້ຽວ ແຂວງປູກເຂົ້ານາແຊງ ໃນເນື້ອທີ່ ປັກດຳ 1.889 ເຮັກຕາ ລື່ນແຜນ ການ 2,21 . ຂປລ. ພິທີສະສາງລົດໃຫ້ພະນັກ ງານບຳນານ ກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ(ຖວທ) ຈັດຂຶ້ນໃນວັນທີ 20 ພຶດສະພາ 2025 ຢູ່ກະຊວງການ ເງິນ ໂດຍການເປັນປະທານຂອງ ທ່ານ ສົມບູນ ແກ່ນປະເສີດ ຮອງ ຫົວໜ້າກົມຊັບສິນກະຊວງການ ເງິນ, ມີບັນດາອະດີດພະນັກງານ ການນຳ ແລະ ພະນັກງານບຳນານ ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວເຂົ້າຮ່ວມ. ການສະສາງລົດຄັ້ງນີ້, ເພື່ອ ກວດກາ ແລະ ສະສາງລົດລັດທີ່ ອະດີດພະນັກງານການນໍາ, ພະນັກ F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 6 F ອ່ານຕໍ່ໜ້າ 2 ງານບໍານານນໍາໃຊ້ມາແລ້ວ ໃຫ້ຖືກ ຕ້ອງຕາມລະບຽບການ. ໃນນີ້, ໄດ້ ເນັ້ນເຖິງນະໂຍບາຍຂອງພັກ ແລະ ລັດຖະບານ ທີ່ມີຕໍ່ພະນັກງານບໍາ ນານ ແລະ ການຄິດໄລ່ຄ່າຫລຸ້ຍ ຫ້ຽນລົງ ເພື່ອໃຫ້ພະນັກງານບໍາ ນານ ສາມາດຈ່າຍຕາມອາຍຸການ ເຮັດວຽກ. ລົດລັດທີ່ສະສາງໃຫ້ອະດີດ ພະນັກງານການນໍາໃນຄັ້ງນີ້ ມີ ຈໍານວນ 7 ຄັນ ແລະ ພະນັກງານ ອາວຸໂສ-ບຳນານ 4 ຄັນ ໂດຍອີງ ຕາມຂໍ້ຕົກລົງຂອງລັດຖະມົນຕີ ຂອງກະຊວງການເງິນ ວ່າດ້ວຍ F ອ່ານຕໍ່ໜ້າ 2
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 22/05/2025 xtgmf]k; ລັດຖະມົນຕີ... ເຜີຍແຜ່ວຽກງານ... ຂປລ. ໃນວັນທີ 20 ພຶດສະພາ 2025, ທ່ານ ມະໄລທອງ ກົມມະ ສິດ ລັດຖະມົນຕີ ກະຊວງອຸດສາ ຫະກຳ ແລະ ການຄ້າ ທັງເປັນລັດ ຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ກັບປະເທດຄູ່ຮ່ວມເຈລະຈາ ສະໄໝ ພິເສດ (ແບບທາງໄກ) ຢູ່ກະຊວງ ອຸດສາຫະກຳ ແລະ ການຄ້າ, ນະ ຄອນຫລວງວຽງຈັນ. ກອງປະຊຸມໃນຄັ້ງນີ້, ບັນດາ ລັດຖະມົນຕີເສດຖະກິດອາຊຽນ ໄດ້ມີການພົບປະກັບ 3 ກອງປະຊຸມ ຄູ່ຮ່ວມເຈລະຈາ ຄື: ກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ກັບກະຊວງການຄ້າ ສປ ຈີນ; ກອງ ປະຊຸມລັດຖະມົນຕີເສດຖະກິດອາ ຊຽນກັບ ກະຊວງເສດຖະກິດ, ການ ຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ; ກອງ ປະຊຸມລັດຖະມົນຕີເສດຖະກິດອາ ຊຽນ ກັບ ອົດສະຕຣາລີ ແລະ ນິວ ຊີແລນ. ພາຍໃຕ້ການເປັນປະທານ ກອງປະຊຸມ ຂອງ ທ່ານ ເຊນາເຕີ ເຕັງກູ ດາຕຸກ ສິຣິ ອຸຕາມາ ຊາ ຟູນ ລັດຖະມົນຕີກະຊວງລົງທຶນ, ການຄ້າ ແລະ ອຸດສາຫະກຳ ແຫ່ງ ມາເລເຊຍ ໃນຖານະເປັນປະເທດ ເຈົ້າພາບ ແລະ ປະທານອາຊຽນ ປີ 2025 ແລະ ປະທານຮ່ວມກັບ 3 ຄູ່ຮ່ວມເຈລະຈາ. ກອງປະຊຸມໃນ ຄັ້ງນີ້, ມີບັນດາລັດຖະມົນຕີເສດຖະ ກິດອາຊຽນ, ລັດຖະມົນຕີກະຊວງ ການຄ້າ ຕີມໍແລັດສະເຕ ໃນນາມ ເປັນປະເທດສັງເກດການ ແລະ ເລ ຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ ຢ່າງພ້ອມພຽງ. ຈຸດປະສົງຂອງກອງປະຊຸມໃນ ຄັ້ງນີ້, ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນ ກ່ຽວກັບສະພາບຜັນແປ ຂອງເສດ ຖະກິດ ໃນພາກພື້ນ ແລະ ສາກົນ ໂດຍສະເພາະບັນຫາການຂຶ້ນອັດ ຕາພາສີ ຂອງລັດຖະບານ ສ ອາເມ ລິກາ ທີ່ປະກາດ ໃນວັນທີ 2 ເມສາ 2025 ທີ່ຜ່ານມາ. ຜົນຂອງກອງ ປະຊຸມໃນຄັ້ງນີ້, ບັນດາລັດຖະມົນຕີ ເສດຖະກິດອາຊຽນ ແລະ ບັນດາລັດ ຖະມົນຕີປະເທດຄູ່ຮ່ວມເຈລະຈາ ໄດ້ສະແດງເຖິງຄວາມເປັນຫ່ວງ ຕໍ່ກັບສະພາບຜັນແປ ທາງດ້ານ ເສດຖະກິດໃນພາກພື້ນ ແລະ ສາກົນ ໂດຍສະເພາະການຂຶ້ນອັດຕາພາສີ ນໍາເຂົ້າຂອງ ສ ອາເມລິກາ. ພ້ອມ ນັ້ນ, ກອງປະຊຸມຍັງໄດ້ສະແດງ ເຖິງຈຸດຢືນທີ່ສະໜັບສະໜູນລະບົບ ການຄ້າຫລາຍຝ່າຍ ພາຍໃຕ້ອົງ ການການຄ້າໂລກ ແລະ ກອງປະ ຊຸມຍັງໄດ້ເນັ້ນເຖິງ ການເພີ່ມທະ ວີການຮ່ວມມືກັບບັນດາປະເທດຄູ່ ຮ່ວມພັດທະນາ ເພື່ອສ້າງຄວາມ ເຂັ້ມແຂງ ແລະ ຍືດຍຸນໃຫ້ ແກ່ເສດ ຖະກິດພາຍໃນອາຊຽນ. ພາຍຫລັງການປຶກສາຫາລື, ກອງປະຊຸມໄດ້ເຫັນດີຮັບຮອງເອົາ ຮ່າງຖະແຫລງການຮ່ວມທັງສາມ ກອງປະຊຸມ ໂດຍເນື້ອໃນຂອງ ຖະແຫລງການ ແມ່ນຮຽກຮ້ອງໃຫ້ ທຸກປະເທດສະມາຊິກ ເຄົາລົບ ແລະ ຮັກສາລະບຽບຫລັກການພື້ນຖານ ຂອງອົງການການຄ້າໂລກ ແລະ ເພີ່ມທະວີການຮ່ວມມືໃນຂອບການ ຄ້າເສລີທີ່ມີຢູ່ແລ້ວ ແລະ ໃໝ່ ເຊັ່ນ: ສັນຍາການເປັນຄູ່ຮ່ວມມືທາງດ້ານ ເສດຖະກິດຮອບດ້ານລະດັບພາກ ພື້ນ ຫລື ອາເຊັບ ແລະ ສັນຍາການ ຄ້າເສລີອາຊຽນບວກ. ຂ່າວ: ໄພວັນ; ພາບ: ສູນທອງ ກະຊວງອຸດສາຫະກຳ ແລະ ການ ຄ້າ, ບັນດາຫົວໜ້າກົມ, ຄະນະ ກົມ, ກອງ, ສູນຈາກກະຊວງສາທາ ລະນະສຸກ,ກະສິກຳແລະປ່າໄມ້,ອຸດ ສາຫະກຳ ແລະ ການຄ້າ, ກະຊວງ ການຕ່າງປະເທດ ແລະ ສະພາແຫ່ງ ຊາດ ເຂົ້າຮ່ວມ. ທ່ານ ໄພວັນ ແກ້ວປະເສີດ ໄດ້ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ເປັນ ກອງປະຊຸມລະດັບຊາດ ຄັ້ງທີ 2 ກ່ຽວກັບວຽກງານ Codex ຢູ່ ສປປ ລາວ ທີ່ຖືກຈັດຂຶ້ນໂດຍອົງ ການ FAO ເຊິ່ງສະແດງໃຫ້ເຫັນ ເຖິງຄວາມມຸ່ງໝັ້ນ ພະຍາຍາມຂອງ ພວກເຮົາ ຕໍ່ກັບການສ້າງມາດຕະ ຖານຄວາມປອດໄພ ທາງດ້ານອາ ຫານ ໃຫ້ແທດເໝາະກັບມາດຕະ ຖານສາກົນ ເຊິ່ງເນື້ອສຳຄັນຂອງ ກອງປະຊຸມ ແມ່ນຈະສຸມໃສ່ການ ສ້າງຈິດສຳນຶກ ໃຫ້ແກ່ເຈົ້າໜ້າທີ່ລະ ດັບສູງຈາກບັນດາພາກສ່ວນທີ່ກ່ຽວ ຂ້ອງ ແລະ ມີບົດບາດສຳຄັນທາງ ດ້ານການເມືອງ ທີ່ຈະຊີ້ນຳ ແລະ ຍົກລະດັບວຽກງານ Codex ໃຫ້ ເປັນວຽກບຸລິມະສິດແຫ່ງຊາດ, ສະ ໜັບສະໜູນການເຂົ້າມີສ່ວນຮ່ວມ ໃນວຽກງານ Codex ຢ່າງມີປະ ສິດທິຜົນ, ພ້ອມທັງສ້າງ ແລະ ພັດ ທະນາມາດຕະຖານຄວາມປອດໄພ ອາຫານແຫ່ງຊາດ ໃຫ້ສອດຄ່ອງ ກັບບັນດາຂໍ້ແນະນຳ ແລະ ຄຳແນະ ນຳຂອງມາດຕະຖານສາກົນ. ທ່ານ ໄພວັນ ແກ້ວປະເສີດ ຍັງໃຫ້ຮູ້ອີກວ່າ: ໃນຖານະເປັນ ສະມາຊິກ ອົງການການຄ້າໂລກ (WTO), ການເຊື່ອມສານ ແລະ ສອດຄ່ອງກັບມາດຕະຖານສາກົນ ແຕ່ງຕັ້ງກອງເລຂາ... ມີຜູ້ຕາງໜ້າອົງການໄອຍະການ ປະຊາຊົນສູງສຸດ ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ເພັດນໍ້າ ຄໍາ ສິງຫາພົນ ໄດ້ລາຍງານການ ສົ່ງເອກະສານ ສະເໜີຂໍໃຫ້ອະໄພ ຍະໂທດ ປະຈໍາປິ 2025 ຂອງ ກະຊວງ, ແຂວງ, ນະຄອນຫລວງ ເພື່ອຄົ້ນຄວ້າພິຈາລະນາຄັດເລືອກ ເອົານັກໂທດຜູ້ທີ່ມີເງື່ອນໄຂ ສະເໜີ ໃຫ້ອະໄພຍະໂທດ ເພື່ອນຳສະເໜີ ຕໍ່ຄະນະກຳມະການອະໄພຍະໂທດ ລະດັບຊາດ ພິຈາລະນາຕາມຂັ້ນ ຕອນທີ່ໄດ້ກໍານົດໄວ້ໃນລັດຖະ ບັນຍັດວ່າດ້ວຍການໃຫ້ອະໄພຍະ ໂທດ ສະບັບເລກທີ 001/ປປທ, ລົງ ວັນທີ 20 ມີນາ2018 ແລະ ກອງ ປະຊຸມຍັງໄດ້ຜ່ານສອງຂໍ້ຕົກລົງ ຄື: ຂໍ້ຕົກລົງແບ່ງຄວາມຮັບຜິດຊອບ ຂອງ ກອງເລຂາຄະນະກໍາມະການ ອະໄພຍະໂທດ ລະດັບຊາດ ສະບັບ ເລກທີ 11/ຄອຊ, ລົງວັນທີ 20 ມີນາ 2025 ແລະ ຕົກລົງແບ່ງ ຄວາມຮັບຜິດຊອບຄົ້ນຄວ້າຂອງ ກອງເລຂາຄະນະກໍາມະການອະໄພ ແມ່ນມີຄວາມສຳຄັນ ແລະ ຈຳເປັນ ຫລາຍ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ອຸດສາຫະກຳພາຍໃນໃຫ້ເປັນ ສ່ວນໜຶ່ງ ຂອງຕ່ອງໂສ້ການສະ ໜອງອາຫານໃນທົ່ວໂລກ. ພ້ອມ ກັນນັ້ນ, ຍັງຊ່ວຍເພີ່ມຄວາມສາ ມາດໃນການແຂ່ງຂັນທາງການ ຄ້າໃນລະດັບພາກພື້ນ ແລະ ສາກົນ ໃຫ້ແກ່ ສປປ ລາວ ຕື່ມອີກ. ນອກ ຈາກນີ້, ຍັງເປັນການສ້າງຄວາມ ເຊື່ອໝັ້ນຂອງຜູ້ບໍລິໂພກ ໃນຜະລິດ ຕະພັນອາຫານຂອງລາວນຳອີກ. ມາດຕະຖານ Codex ແລະ ບົດຄວາມທີ່ກ່ຽວຂ້ອງກັບມາດຕະ ຖານດັ່ງກ່າວ, ໄດ້ກາຍເປັນຈຸດອ້າງ ອີງທົ່ວໂລກ ສໍາລັບຜູ້ບໍລິໂພກທີ່ ກຳລັງຊອກຫາອາຫານທີ່ປອດໄພ ແລະ ມີຄຸນນະພາບ, ອຸດສາຫະກໍາ ອາຫານ, ອົງການຂອງລັດຖະບານ ແລະ ການຄ້າອາຫານສາກົນ ໂດຍ ສະເພາະໃນນາມລັດຖະບານ, ພວກ ເຮົາຕ້ອງຮັບປະກັນໃຫ້ບັນດາຜະ ລິດຕະພັນສະບຽງອາຫານ ຢູ່ທ້ອງ ຕະຫລາດມີຄວາມປອດໄພ, ມີຄຸນ ຄ່າທາງໂພຊະນາການທີ່ດີ ສຳລັບ ທຸກຄົນ ແລະ ມີຄວາມສ່ຽງຕໍ່ສຸຂະ ພາບຂອງປະຊາຊົນໜ້ອຍທີ່ສຸດ. ຍະໂທດລະດັບຊາດ ສະບັບເລກທີ 31/ກລຂ, ລົງວັນທີ 5 ພຶດສະພາ 2025. ໂອກາດນີ້, ທ່ານ ບົວລີ ເພັດ ມີໄຊ ຍັງໄດ້ຮຽກຮ້ອງໃຫ້ກອງ ເລຂາຄະນະກໍາມະການອະໄພຍະ ໂທດລະດັບຊາດ ສືບຕໍ່ເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ເພື່ອກວດກາການສະເໜີຂໍອະໄພ ຍະໂທດ ປະຈໍາປີ 2025, ຮັບປະ ກັນຄວາມຍຸຕິທໍາ, ຖືກຕ້ອງ ແລະ ທັນກໍານົດເວລາ. ນອກຈາກນີ້, ຍັງ ຮຽກຮ້ອງໃຫ້ກອງເລຂາ ຄະນະ ກໍາມະການອະໄພຍະໂທດລະດັບ ຊາດ ເປັນເຈົ້າການໂຄສະນາສຶກສາ ອົບຮົມໃນທົ່ວສັງຄົມ ໃຫ້ເຫັນໄດ້ ແນວທາງມະນຸດສະທໍາຂອງພັກລັດຖະບານ ສປປ ລາວ ແນໃສ່ເຮັດ ໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ເພື່ອປະກອບສ່ວນເຂົ້າໃນການ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ຂ່າວ: ແສງພະຈັນ ວັນປູກຕົ້ນໄມ້ແຫ່ງຊາດ... ກໍ່ສ້າງຕາຝັ່ງເຈື່ອນແຄມຂອງ ໄລຍະທີ 2, ໂຄງການບໍາບັດນໍ້າ ເປື້ອນຈາກຕົວເມືອງ ທີ່ກຳລັງ ຈັດຕັ້ງປະຕິບັດສ້າງຕັ້ງໂຮງງານ. ພ້ອມນີ້, ຍັງສະເໜີຂໍການຊ່ວຍ ເຫລືອຈາກອົງການສະຫະປະຊາ ຊາດ ເພື່ອການພັດທະນາ ເປັນ ຕົ້ນອຸປະກອນຮັບໃຊ້ວຽກງານດັ່ງ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນ ວັນທີ 20 ພຶດສະພາ 2025 ນີ້ວ່າ: ໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2025 ທີ່ຈະມາເຖິງນີ້, ທົ່ວປະເທດມີແຜນຈະປູກຕົ້ນໄມ້ ໃຫ້ໄດ້ 997.000 ພັນກວ່າເບ້ຍ, ໃນເນື້ອທີ່ທັງໝົດ 1.600 ກວ່າ ເຮັກຕາ. ສະເພາະ ກະຊວງກະສິ ກໍາ ແລະ ປ່າໄມ້ ໄດ້ປະສານສົມທົບ ກັບ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ແລະ ພາກ ສ່ວນກ່ຽວຂ້ອງ ຮ່ວມກັນສ້າງຂະ ບວນການປູກຕົ້ນໄມ້ ເພື່ອສະເຫລີມ ສະຫລອງ ວັນປູກຕົ້ນໄມ້ແຫ່ງຊາດ ຢູ່ນະຄອນຫລວງວຽງຈັນ ໃນເນື້ອ ທີ່ ປະມານ 3 ເຮັກຕາ. ໃນນັ້ນ, ຊະ ນິດພັນໄມ້ ທີ່ຈະນຳໄປປູກ ປະກອບ ມີ: ໄມ້ດູ່, ໄມ້ຍາງ, ໄມ້ແຄນຈຳນວນ 3 ພັນກວ່າເບ້ຍ. ນອກຈາກນີ້, ກະ ຊວງກະສິກໍາ ແລະ ປ່າໄມ້ ຍັງໄດ້ ສົມທົບກັບ ຄະນະພັກ-ຄະນະນຳ ອົງການປົກຄອງທ້ອງຖິ່ນທົ່ວປະ ເທດ ກະກຽມແຜນການ ແລະ ຂະ ບວນການປູກໄມ້ ຢູ່ທ້ອງຖິ່ນ ໃຫ້ ເປັນຂະບວນຟົດຟື້ນ ໂດຍມີແຜນ ການເກັບແກ່ນພັນໄມ້ ໃຫ້ໄດ້ 45 ພັນກວ່າກິໂລກຣາມ, ກ້າເບ້ຍໄມ້ 24,3 ລ້ານກວ່າເບ້ຍ ແລະ ປູກ ໄມ້ 37.200 ກວ່າເຮັກຕາ ໃນປີ 2025 ນີ້. ທ່ານ ລິນຄຳ ດວງສະຫວັນ ຍັງ ໃຫ້ຮູ້ອີກວ່າ: ພັກ ແລະ ລັດຖະບານ ໄດ້ກໍານົດເອົາ ວັນທີ 1 ມິຖຸນາ ຂອງທຸກປີ ເປັນວັນປູກຕົ້ນໄມ້ ແຫ່ງ ຊາດ ເຊິ່ງກົງກັບວັນເດັກນ້ອຍ ສາກົນ ເພື່ອປູກຈິດສໍານຶກໃຫ້ແກ່ ເຍົາວະຊົນ ແລະ ອະນຸຊົນ ກໍຄື ທົ່ວ ສັງຄົມ ໃຫ້ເຫັນໄດ້ເຖິງຄວາມສໍາ ຄັນຂອງປ່າໄມ້, ການປົກປັກຮັກ ສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້ ຕາມທິດ ສີຂຽວ ແລະ ຍືນຍົງ. ປ່າ ໄມ້ ມີຄວາມສໍາຄັນທີ່ສຸດ ຕໍ່ການ ພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ ທັງທາງກົງ ແລະ ທາງອ້ອມ, ມີຄວາມສຳຄັນຕໍ່ການປົກປັກຮັກ ສາດິນ, ແຫລ່ງນໍ້າ ແລະ ຊີວະ ນາໆພັນ ໃຫ້ມີຄວາມອຸດົມສົມບູນ, ພ້ອມທັງຫລຸດຜ່ອນຜົນກະທົບຂອງ ການປ່ຽນແປງດິນຟ້າອາກາດ ເຊິ່ງ ບົດບາດນີ້, ມະນຸດເຮົາບໍ່ສາມາດ ຈະເຮັດແທນໄດ້. ປ່າໄມ້ ຍັງປະ ກອບສ່ວນ ຢ່າງຫລວງຫລາຍ ຕໍ່ ການພັດທະນາຂະແໜງການກະສິ ກຳ ແລະ ປ່າໄມ້ ຕິດພັນກັບອຸດສາ ຫະກຳ ແລະ ການບໍລິການ ແລະ ການພັດທະນາພື້ນຖານໂຄງລ່າງ ເຊັ່ນ: ເຂື່ອນໄຟຟ້ານ້ຳຕົກ, ອ່າງ ເກັບນ້ຳ ເພື່ອການຜະລິດກະສິກຳ, ການຜະລິດເປັນສິນຄ້າ, ການຄົມ ມະນາຄົມ, ການຂຸດຄົ້ນ ຊັບພະຍາ ກອນປ່າໄມ້ ແລະ ເຄື່ອງປ່າຂອງດົງ ແບບຍືນຍົງ ເຊິ່ງໄດ້ປະກອບສ່ວນ ສຳຄັນ ຕໍ່ການປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນ ຕິດພັນກັບ ການພັດທະນາຊົນນະບົດ ແກ້ໄຂ ຄວາມທຸກຍາກ ຂອງປະຊາຊົນ ບັນດາເຜົ່າ, ດັ່ງທີ່ ທ່ານປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນ ເຄົາລົບຮັກ ໄດ້ເວົ້າໄວ້ວ່າ “ປ່າໄມ້ ຄືຄໍາຂຽວຂອງຊາດ”. ຕະຫລອດໄລຍະເວລາ ກວ່າ 45 ປີ ຜ່ານມາ, ພັກ ແລະ ລັດຖະ ບານ ຍາມໃດກໍມີຄວາມເປັນຫ່ວງ ເປັນໃຍ ຕໍ່ວຽກງານຄຸ້ມຄອງປ່າໄມ້ ໂດຍໄດ້ກຳນົດນະໂຍບາຍ, ກົດ ໝາຍ, ມະຕິ, ຄໍາສັ່ງ ແລະ ນິຕິກຳ ຕ່າງໆທີ່ກ່ຽວຂ້ອງ ໃນການຄຸ້ມ ຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້ ແລະ ທີ່ດິນປ່າ ໄມ້ ໃຫ້ແທດເໝາະກັບແຜນພັດທະ ນາເສດຖະກິດ-ສັງຄົມ ໃນແຕ່ລະ ໄລຍະ. ເຖິງຢ່າງໃດກໍຕາມ, ການ ປົກປັກຮັກສາປ່າໄມ້ ຍັງມີສິ່ງທ້າ ທາຍ ແລະ ຜົນກະທົບ ທັງທາງກົງ ແລະ ທາງອ້ອມ ຕໍ່ປ່າໄມ້ ແລະ ທີ່ດິນ ປ່າໄມ້ ໂດຍສະເພາະການຖາງປ່າ ແລະ ຈຸດປ່າ ທີ່ມີທ່າອ່ຽງເພີ່ມຂຶ້ນ ໃນແຕ່ລະປີ ລວມທັງການບຸກລຸກ, ຈັບຈອງ, ຊື້-ຂາຍ ພື້ນທີ່ດິນ 3 ປະ ເພດປ່າ. ຜ່ານມາ ກະຊວງກະສິ ກໍາ ແລະ ປ່າໄມ້ ໄດ້ປະສານສົມ ທົບກັບກະຊວງ ແລະ ອົງການປົກ ຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອ ຄົ້ນຄວ້າ ກໍານົດນະໂຍບາຍຊອກ ຫາວິທີໃນການແກ້ໄຂບັນຫາດັ່ງ ກ່າວ ໄປຄຽງຄູ່ກັບການປັບປຸງ ຊີວິດການເປັນຢູ່ ຂອງປະຊາຊົນ ທີ່ອາໄສຢູ່ໃນເຂດປ່າໄມ້ ດ້ວຍການ ຮັບຮູ້ສິດນໍາໃຊ້ທີ່ດິນ, ຂຶ້ນທະບຽນ ອອກໃບຕາດິນ, ຂຶ້ນທະບຽນອອກ ໃບຢັ້ງຢືນການນໍາໃຊ້ທີ່ດິນປ່າໄມ້, ເຮັດສັນຍາການຄຸ້ມຄອງ ແລະ ປົກ ປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້ ຕາມຄຳສັ່ງ ສະບັບເລກທີ 20/ນຍ ເພື່ອສົ່ງເສີມການຜະລິດ ແລະ ສ້າງ ເສດຖະກິດຄອບຄົວຮູບແບບຕ່າງໆ ທີ່ເໝາະສົມ ຕາມທ່າແຮງຂອງ ແຕ່ລະທ້ອງຖິ່ນໃຫ້ປະຊາຊົນ ທີ່ຕັ້ງ ພູມລໍາເນົາ, ອາໄສ ແລະ ທໍາການ ຜະລິດຖາວອນ ຢູ່ໃນ ແລະ ຕິດກັບ ທີ່ດິນ 3 ປະເພດປ່າ. ໂອກາດນີ້, ທ່ານ ລິນຄຳ ດວງ ສະຫວັນ ຍັງໄດ້ຮຽກຮ້ອງມາຍັງ ປວງຊົນລາວທັງຊາດ ຈົ່ງເຊີດຊູ ສະຕິຮັກ ແລະ ຫວງແຫນ ຊັບພະ ຍາກອນປ່າໄມ້, ປະກອບສ່ວນໃນ ການປູກໄມ້, ຟື້ນຟູປ່າ ໄປຄຽງຄູ່ ກັບການ ຄຸ້ມຄອງ, ປົກປັກຮັກສາ ປ່າໄມ້ ອັນເປັນມໍລະດົກ ແລະ ຊັບ ສົມບັດຂອງວົງຄະນະຍາດແຫ່ງ ຊາດ ໃຫ້ນັບມື້ມີຄວາມອຸດົມສົມບູນ ແລະ ຍືນຍົງ ໂດຍບໍ່ມີວັນບົກແຫ້ງ, ເຮັດໃຫ້ຊັບພະຍາກອນປ່າໄມ້ ປະ ກອບສ່ວນອັນສຳຄັນ ຂອງການ ພັດທະນາ ເສດຖະກິດ-ສັງຄົມ ຂອງ ຊາດ, ພ້ອມທັງເຊີນຊວນທຸກພາກ ສ່ວນທີ່ກ່ຽວຂ້ອງ ທັງພາກລັດ, ເອກະຊົນ ແລະ ພໍ່ແມ່ປະຊາຊົນ ພ້ອມກັນຈັດພິທີ ໂດຍໃຫ້ອີງໃສ່ ເງື່ອນໄຂຕົວຈິງຂອງແຕ່ລະທ້ອງ ຖິ່ນ ໃຫ້ເນັ້ນໃສ່ເນື້ອໃນປຸກລະດົມ ເປັນຕົ້ນຕໍ. ການປູກຕົ້ນໄມ້ ແມ່ນສາມາດ ປູກໄດ້ແຕ່ດຽວນີ້ ເປັນຕົ້ນໄປ ຈົນ ຮອດທ້າຍລະດູຝົນ ໃນບ່ອນທີ່ມີ ເງື່ອນໄຂ ໃນເນື້ອທີ່ດິນເປົ່າຫວ່າງ ຂອງຕົນ, ໃນຮົ້ວ, ສວນ, ທີ່ດິນປຸກ ສ້າງ, ເດີ່ນໂຮງຮຽນ, ສໍານັກງານ ອົງການ ແລະ ຕາມແຄມທາງຕາມ ເງື່ອນໄຂຕົວຈິງ. ຖ້າຫາກວ່າໃນປີ ນີ້, ພວກເຮົາ ພ້ອມກັນປູກຕົ້ນໄມ້ ຜູ້ ລະ 1-2 ຕົ້ນ ກໍຈະເຮັດໃຫ້ພວກເຮົາ ມີຕົ້ນໄມ້ເພີ່ມຂຶ້ນ ປະມານ 7-14 ລ້ານກວ່າຕົ້ນ. ຂ່າວ-ພາບ: ທະນູທອງ ກ່າວ ແລະ ເຄື່ອງຕິດຕັ້ງເຕືອນ ໄພພິບັດທີ່ ນວ ຍັງບໍ່ທັນມີ ເພື່ອ ມາຕິດຕັ້ງປ້ອງກັນເກີດໄພພິບັດ ລ່ວງໜ້າ ຮັບປະກັນໃຫ້ແກ່ການ ສູນເສຍຊີວິດ ແລະ ຊັບສິນຂອງ ປະຊາຊົນໃນເວລາເກີດໄພພິບັດ ຕ່າງໆ ໂດຍສະເພາະໄພພິບັດນໍ້າ ຖ້ວມ ແລະ ອື່ນໆ. ໂອກາດດຽວກັນ, ທ່ານ ນາງ ມາຕິນ ເທີເລີ ໄດ້ສະແດງຄວາມ ຂອບໃຈມາຍັງ ທ່ານຮອງເຈົ້າຄອງ ນະຄອນຫລວງວຽງຈັນ ພ້ອມ ຄະນະທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ຮັບຟັງການລາຍງານ ສະພາບວຽກງານດັ່ງກ່າວ ເຊິ່ງຈະ ໄດ້ນໍາເອົາການປຶກສາຫາລື ແລະ ຄຳສະເໜີຈາກ ນະຄອນຫລວງ ວຽງຈັນ ຄັ້ງນີ້ ໄປປຶກສາຫາລືກັບ ໝູ່ຄະນະ ຕື່ມອີກ. ຂ່າວ-ພາບ: ໜັງສືພິມວຽງຈັນໃໝ່ ປຶກສາຫາລື...
ຕະຫລອດ 95 ປີທີ່ຜ່ານມາ ພັກກອມມູນິດຫວຽດນາມ ໄດ້ໃຫ້ ຄວາມສໍາຄັນຕໍ່ການສ້າງພັກມາ ໂດຍຕະຫລອດ. ການດໍາເນີນຕາມ ມະຕິກ່ຽວກັບການສ້າງພັກຄຽງຄູ່ ກັບການສົ່ງເສີມ “ການສຶກສາ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ແບບແຜນຂອງປະທານ ໂຮ່ຈີ່ມິງ” ໄດ້ນໍາໄປສູ່ການປ່ຽນແປງ ໃນທາງບວກຢ່າງຊັດເຈນໃນການ ສ້າງ ແລະ ປັບປຸງພັກ ແລະ ລະບອບ ການເມືອງໃຫ້ບໍລິສຸດ, ເຂັ້ມແຂງ, ໄດ້ ຮັບຄວາມໄວ້ວາງໃຈ, ເຫັນດີ ແລະ ສະໜັບສະໜູນຈາກປະຊາຊົນ ແລະ ປະກອບສ່ວນສໍາຄັນຕໍ່ການພັດທະ ນາປະເທດ. ທ່າມກາງການເຊື່ອມໂຍງກັບ ສາກົນຢ່າງເລິກເຊິ່ງ ແລະ ຄວາມ ທ້າທາຍຈາກສະຖານະການໂລກ, ເພື່ອປະຕິບັດ ແລະ ປະຍຸກໃຊ້ຢ່າງ ສ້າງສັນແນວຄິດຂອງປະທານ ໂຮ່ຈີ່ມິງ ໃນການປັບປຸງຮູບແບບ ຄວາມເປັນຜູ້ນໍາ, ຍົກລະດັບຄວາມ ສາມາດໃນການບໍລິຫານອໍານາດ ແລະ ສ້າງຫລັກປະກັນໃຫ້ພັກເປັນ ຜູ້ຊີ້ນໍາອັນຍິ່ງໃຫຍ່ໃນການນໍາ ພາປະເທດຊາດກ້າວໄປຂ້າງໜ້າ ຢ່າງໝັ້ນຄົງໃນຍຸກໃໝ່ ຈຶ່ງຈໍາເປັນ ຕ້ອງຈັດຕັ້ງປະຕິບັດມາດຕະການ ຍຸດທະສາດດັ່ງນີ້: ປະຕິບັດການເປັນ ຜູ້ນໍາ ແລະ ການໃຊ້ອໍານາດຂອງພັກ ຢ່າງເຂັ້ມງວດ ຜ່ານລະບອບການ ເມືອງທີ່ພັກເປັນໃຈກາງ, ໂດຍໃຊ້ ອຸດົມການ, ແນວທາງ, ນະໂຍບາຍ, ແລະ ແບບຢ່າງຄວາມເປັນຜູ້ນໍາ ທີ່ນຳໜ້າ ແລະ ເປັນແບບຢ່າງ ຂອງພະນັກງານ ແລະ ສະມາຊິກ ພັກ, ມີການວິພາກວິຈານຕົນເອງ ຢ່າງເປັນປົກກະຕິ ໂດຍຜ່ານການ ຜັນຂະຫຍາຍນະໂຍບາຍຂອງພັກ ກາຍເປັນກົດໝາຍຂອງລັດ; ການ ເຄື່ອນໄຫວ ແລະ ໂນ້ມນ້າວປະຊາ ຊົນໃຫ້ປະຕິບັດຕາມແນວທາງ ແລະ ນະໂຍບາຍຂອງພັກ ແລະ ຜ່ານຂະ ບວນການຕິດຕາມ ແລະ ກວດກາ. ປັບປຸງ, ປະກາດໃຊ້ ແລະ ເຊື່ອມ ຊຶມການຈັດຕັ້ງປະຕິບັດມະຕິຂອງ ພັກ; ສ້າງຮາກຖານຂອງພັກ ແລະ ສະມາຊິກພັກໃຫ້ເປັນຈຸລັງສ່ວນປະ ກອບທີ່ແທ້ຈິງຂອງພັກ. ມະຕິຂອງ ຄະນະແຕ່ລະຂັ້ນຕ້ອງມີວິໄສທັດ, ມີ ຄວາມເປັນວິທະຍາສາດ, ມີຄວາມ ເປັນຈິງ, ມີຄວາມເປັນປະໂຫຍດ ແລະ ສາມາດປະຕິບັດໄດ້ແທ້; ສ້າງ ແຮງຈູງໃຈ, ຄວາມເຊື່ອໝັ້ນ, ຄວາມ ຫວັງ ແລະ ແຮງຜັກດັນໃນການປະຕິ ບັດຂອງພະນັກງານ, ສະມາຊິກພັກ, ບັນດາຫົວໜ່ວຍເສດຖະກິດຕ່າງໆ, ພາກທຸລະກິດ ແລະ ປະຊາຊົນ. ຄຸນຄ່າຫລັກໃນແນວຄິດຂອງ ໂຮ່ຈີ່ມິງ ກ່ຽວກັບລັດອຳນາດກົດ ໝາຍ ສັງຄົມນິຍົມ ຄື ລັດຂອງປະ ຊາຊົນ, ໂດຍປະຊາຊົນ ແລະ ເພື່ອ ປະຊາຊົນ, ພາຍໃຕ້ການນໍາຂອງ ພັກກອມມູນິດຫວຽດນາມ; ເຄົາລົບ ລັດຖະທໍາມະນູນ ແລະ ກົດໝາຍ; ເຄົາລົບ, ຮັບປະກັນ ແລະ ຄຸ້ມຄອງ ຢ່າງມີປະສິດທິພາບ, ສິດທິມະນຸດ ແລະ ສິດທິພົນລະເມືອງ; ມີລະບົບ ການບໍລິຫານ ແລະ ຕຸລາການທີ່ເປັນ ມືອາຊີບ, ມີອໍານາດກົດໝາຍ ແລະ ທັນສະໄໝ; ມີໂຄງສ້າງລັດທີ່ກະທັດ ຮັດ, ໂປ່ງໃສມີປະສິດທິພາບ ແລະ ປະສິດທິຜົນ; ມີຖັນແຖວພະນັກງານ ລັດຖະກອນທີ່ມີຄຸນສົມບັດ, ຄວາມ ສາມາດ, ມີຄວາມໄວ້ວາງໃຈເປັນ ມືອາຊີບ, ຊື່ສັດ ແລະ ອຸທິດຕົນເພື່ອ ຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ. ມະຕິເລກທີ 57-/2/TWຂອງ ກົມການເມືອງວ່າດ້ວຍການປັບປຸງ ແລະ ຜັນຂະຫຍາຍການພັດທະນາ ວິທະຍາສາດ, ເຕັກໂນໂລຊີ, ນະວັດ ຕະກໍາ, ແລະການຫັນປ່ຽນສູ່ດີຈິຕອນ ລະດັບຊາດ ກຳລັງຄົ້ນຄືນພະລັງ ແຫ່ງຄວາມຄິດສ້າງສັນ ແລະ ຄວາມ ຮັບຜິດຊອບຂອງນັກວິທະຍາສາດ ປະກອບສ່ວນສ້າງການກ້າວກະໂດດ ແລະການບຸກທະລຸໃນການພັດທະນາ ຂອງປະເທດ; ສົ່ງເສີມການປັບປຸງ ແລະ ສ້າງລະບົບບໍລິຫານລັດທີ່ທັນ ສະໄໝ; ປ່ຽນແປງໃໝ່ຢ່າງຮອບ ດ້ານຂັ້ນຕອນເອກະສານ ແລະ ການ ໃຫ້ບໍລິການຂອງພາກສ່ວນລັດ ແນ ໃສ່ການເປີດທາງສູ່ເສດຖະກິດດີ ຈິຕອນ ແລະ ກ້າວສູ່ “ສັງຄົມດີ ຈິຕອນ”. ປະທານ ໂຮ່ຈີ່ມິງ ເຄີຍກ່າວ ໄວ້ວ່າ: “ຂ້າພະເຈົ້າມີພຽງຄວາມ ປາຖະໜາດຽວ, ຄວາມປາຖະໜາ ຢ່າງແຮງກ້າທີ່ສຸດຄືເຮັດແນວໃດ ໃຫ້ປະເທດຂອງພວກເຮົາມີເອກະ ລາດຢ່າງສົມບູນ, ປະຊາຊົນຂອງ ພວກເຮົາມີເສລີພາບຢ່າງແທ້ຈິງ, ທຸກຄົນມີເຂົ້າກິນ, ມີເສື້ອຜ້າໃສ່ ແລະ ໄດ້ຮັບການສຶກສາ. ໂດຍສືບ ທອດເຈດຕະນາລົມຂອງທ່ານ, ຜົນສຳເລັດ 80 ປີແຫ່ງການສ້າງ ຕັ້ງປະເທດ ແລະ 40 ປີແຫ່ງການ ປ່ຽນແປງໃໝ່ ໄດ້ນຳມາຊີວິດທີ່ ອີ່ມໜຳສຳລານສຳລັບປະຊາຊົນ ໃນທຸກຊັ້ນຄົນ. ຫວຽດນາມ ໄດ້ ບັນລຸເປົ້າໝາຍແຫ່ງສະຫັດສະວັດ ໃນການລົບລ້າງຄວາມທຸກຍາກ. ໃນເວລາທີ່ຜ່ານມາ, ລັດເຮົາໄດ້ມີ ນະໂຍບາຍທີ່ໃຫ້ຄວາມສຳຄັນຕໍ່ ຊີວິດຄວາມເປັນຢູ່ຂອງປະຊາຊົນ ຢ່າງຄືກຄື້ນ. ການປະຕິບັດຕາມຄຳ ສັ່ງສອນຂອງປະທານ ໂຮ່ຈີ່ມິງ ຄື “ວັດທະນະທຳເປັນແສງສະຫວ່າງ ນຳທາງປະຊາຊົນເຮັດໃຫ້ຊີວິດທາງ ວັດທະນະທຳ ແລະ ຊີວິດທາງຈິດໃຈ ຂອງປະຊາຊົນໄດ້ຮັບການຍົກລະດັບ ຢ່າງຕໍ່ເນື່ອງ. ວັດທະນະທຳຈຶ່ງໄດ້ ຮັບການຢືນຢັນວ່າເປັນຮາກຖານ ທາງຈິດໃຈຂອງສັງຄົມ, ເປັນພະລັງ ພາຍໃນ ແລະ ເປັນແຮງຂັບເຄື່ອນໃນ ການພັດທະນາປະເທດ. ໂດຍປະຕິບັດຄວາມປາຖະໜາ ຂອງທ່ານໃນການສ້າງປະເທດທີ່ຮຸ່ງ ເຮືອງ “ຢືນຄຽງບ່າຄຽງໄຫລ່ກັບ ບັນດາຊາດຕ່າງໆໃນໂລກ”, ທົ່ວ ລະບອບການເມືອງກຳລັງພະຍາ ຍາມຢ່າງເຕັມທີ່ເພື່ອບັນລຸເປົ້າໝາຍ ແຫ່ງການພັດທະນາທີ່ກ້າວກະໂດດ ໃນດ້ານເສດຖະກິດ-ສັງຄົມ, ເຊິ່ງ ເປັນເປົ້າໝາຍທີ່ລະບຸໄວ້ໃນມະຕິ ຂອງກອງປະຊຸມໃຫຍ່ພັກຄັ້ງທີ 13. ເພື່ອບັນລຸເປົ້າໝາຍເຫລົ່ານີ້, ທັງລະບອບການເມືອງກຳລັງມຸ່ງ ເນັ້ນດຳເນີນການຕາມແນວທາງທີ່ ເປັນລະບົບ ແລະ ຄົບຖ້ວນ, ໂດຍ ການປົດລັອກ ແລະ ລະດົມຊັບພະ ຍາກອນທຸກປະເພດຍາດເອົາທຸກ ໂອກາດ ແລະ ຂຸດຄົ້ນສັກກະຍະ ພາບ ແລະ ທ່າແຮງຂອງປະເທດໃຫ້ ໄດ້ຫລາຍທີ່ສຸດເພື່ອການພັດທະນາ ຢ່າງວ່ອງໄວ ແລະ ຍືນຍົງ; ພ້ອມທັງ ຊຸກຍູ້ການຈັດຕັ້ງປະຕິບັດ 3 ຍຸດທະ ສາດໂດຍສະເພາະການປັບປຸງດ້ານ ລະບົບການປົກຄອງ. ແນວຄິດຂອງ ໂຮ່ຈີ່ມິງ ກ່ຽວກັບ ການປ້ອງກັນປະເທດທົ່ວປວງຊົນ ຄື ການສ້າງກຳລັງປະກອບອາວຸດ ປະຕິວັດ “ທີ່ມາຈາກປະຊາຊົນ ແລະ ຕໍ່ສູ້ເພື່ອປະຊາຊົນ” ໂດຍ ມີການຈັດຕັ້ງເປັນສາມເສົາຫລັກ ຄື ການສ້າງຖານທີ່ໝັ້ນແຫ່ງການ ປະຕິວັດ, ການລຸກຮືຂອງປະຊາຊົນ ທົ່ວປະເທດ, ການຕໍ່ສູ້ໂດຍຮອບ ດ້ານ ແລະ ການເຮັດສົງຄາມຂອງ ປະຊາຊົນ ແນວຄິດດັ່ງກ່າວ ຖືກ ກໍ່ຕັ້ງບົນຮາກຖານຂອງການເຊື່ອມ ຊຶມຫລັກການຂອງລັດທິມາກ-ເລ ນິນ ໃນການລຸກຮືດ້ວຍອາວຸດ ແລະ ສົງຄາມປະຕິວັດ ແລະ ໃນຂະນະ ດຽວກັນກໍສືບທອດ ແລະ ຍົກລະດັບ ຂຶ້ນຈາກມູນເຊື້ອແຫ່ງການ “ຮວບ ຮວມທັງຊາດເປັນກອງທັບ” ໃນ ການຕໍ່ສູ້ເພື່ອປົກປ້ອງແຜ່ນດິນຂອງ ຊົນຊາດ. ແນວຄິດຂອງທ່ານໄດ້ຮັບ ການປະຍຸກໃຊ້ໂດຍພັກຢ່າງສ້າງສັນ ເພື່ອກຳນົດຍຸດທະວິທີທີ່ສຳຄັນ ຕ່າງໆ ເຊິ່ງສາມາດລະດົມພະລັງ ລວມ ແລະ ຈິດໃຈແຫ່ງຄວາມ ເປັນປຶກແຜ່ນຂອງທັງຊາດ, ສ້າງ ຍຸດທະສາດປ້ອງກັນປະເທດໂດຍ ປະຊາຊົນ ແລະ ແນວໂຮມປ້ອງກັນ ຄວາມສະຫງົບໂດຍປະຊາຊົນ ໃນການສ້າງ ແລະ ປົກປ້ອງຜືນ ແຜ່ນດິນຂອງປະເທດຊາດໃນທຸກ ໄລຍະຂອງການປະຕິວັດ ແລະ ຍັງ ຄົງສືບທອດ ແລະ ຕໍ່ຍອດໃນຍຸກໃໝ່ ແຫ່ງການພັດທະນາປະເທດ. ແນວຄິດດ້ານການທູດຂອງ ປະທານ ໂຮ່ຈີ່ມິງ ເປັນລະບົບຂອງ ຫລັກການ ແລະ ມຸມມອງກ່ຽວກັບ ບັນຫາຮ່ວມສະໄໝ, ແນວທາງນະ ໂຍບາຍລະຫວ່າງປະເທດ, ຍຸດທະ ສາດ, ຍຸດທະວິທີ ແລະ ນະໂຍບາຍ ການຕ່າງປະເທດຂອງຫວຽດນາມ ໃນຍຸກໃໝ່. ຫລັກການສຳຄັນໄດ້ແກ່ “ຍຶດໝັ້ນໃນສິ່ງທີ່ບໍ່ປ່ຽນແປງ, ເພື່ອ ປັບຕົວຕໍ່ສິ່ງທີ່ປ່ຽນແປງນັບພັນ”; “ຫວຽດນາມພ້ອມເປັນມິດກັບທຸກ ປະເທດປະຊາທິປະໄຕ ແລະ ບໍ່ເປັນ ສັດຕູກັບຜູ້ໃດ” ເສີມສ້າງຄວາມ ສຳພັນມິດຕະພາບກັບປະເທດ ເພື່ອນບ້ານຜ່ານຮູບແບບການທູດ ລະຫວ່າງລັດ ແລະ ສ້າງສາຍພົວພັນ ກັບທ້ອງຖິ່ນ ແລະ ປະຊາຊົນໃນ ພື້ນທີ່ຊາຍແດນຮ່ວມກັນ, ແກ້ໄຂ ຄວາມຂັດແຍ່ງຜ່ານການເຈລະຈາ ແລະ ປຶກສາຫາລືກັນ; “ປະເທດ ຂອງພວກເຮົາເປັນສ່ວນໜຶ່ງຂອງ ໂລກ, ສະຖານະການຂອງປະເທດ ພວກເຮົາສົ່ງຜົນກະທົບຕໍ່ໂລກ, ແລະ ສະຖານະການຂອງໂລກກໍມີຄວາມ ສຳພັນກັບປະເທດຂອງພວກເຮົາ”. ໃນປັດຈຸບັນ, ພາລະກິດສ້າງສາ ແລະ ພັດທະນາປະເທດກຳລັງກ້າວ ເຂົ້າສູ່ບາດລ້ຽວໃໝ່ຂອງປະຫວັດ ສາດ. ໂດຍການຍຶດໝັ້ນ ແລະ ສົ່ງ ເສີມແນວຄິດຂອງປະທານ ໂຮ່ຈີ່ມິງ, ພວກເຮົາກຳລັງນຳສິລະປະແຫ່ງ ການທູດ ແບບໃໝ່ໄປສູ່ການປະຕິບັດ ບົນພື້ນຖານຂອງຈິດໃຈຂອງຊາວ ຫວຽດນາມຜູ້ຮັກສັນຕິພາບ ແລະ ຄຸນນະທຳ “ໃຊ້ນ້ຳໃຈມະນຸດແທນ ຄວາມຮຸນແຮງ” ໂດຍຍັງຄົງຮັກ ສາຫລັກການແຫ່ງເອກະລາດ ແລະ ການເຈົ້າຕົນເອງ; ຮັບຮອງຜົນປະ ໂຫຍດສູງສຸດຂອງຊາດ ແລະ ປະ ຊາຊົນ, ບົນພື້ນຖານຫລັກການຂອງ ກົດໝາຍລະຫວ່າງປະເທດ; ປົກປ້ອງ ປະເທດຊາດແຕ່ຫົວທີ, ຈາກໄລຍະ ໄກ; ຮັກສາສະພາບແວດລ້ອມແຫ່ງ ສັນຕິພາບ ແລະ ຄວາມໝັ້ນຄົງເພື່ອ ພັດທະນາປະເທດ ແລະ ສົ່ງເສີມ ບົດບາດຂອງຫວຽດນາມ ມີສ່ວນ ຮ່ວມຢ່າງເປັນຮູບປະທຳໃນການຮັກ ສາສັນຕິພາບທັງໃນພາກພື້ນ ແລະ ໃນລະດັບໂລກ. ເນື່ອງໃນໂອກາດ ຄົບຮອບ 135 ປີວັນເກີດຂອງປະທານ ໂຮ່ຈີ່ມິງ, ພັກ, ປະຊາຊົນ, ແລະ ກອງທັບ ຫວຽດນາມທັງໝົດຂໍປະຕິຍານ ຄວາມຊື່ສັດ ແລະ ສືບທອດພາລະ ກິດອັນຍິ່ງໃຫຍ່ຂອງທ່ານ, ມຸ່ງໜ້າ ສູ່ສັງກາດໃໝ່, ສັງກາດແຫ່ງການ ກ້າວກະໂດດຂອງຊາດ, ສັງກາດ ແຫ່ງການພັດທະນາຈະເລີນຮຸ່ງ ເຮືອງ, ເພື່ອບັນລຸໃຫ້ໄດ້ໂດຍໄວເຊິ່ງ ຄວາມປາຖະໜາອັນສູງສົ່ງ ແລະ ສັກສິດຂອງປະທານ ໂຮ່ຈີ່ມິງ. ;y ]tde38o75 d1j k',tsa flt9a o0v'z6h oe c]t rtoa d'koco;]k;Ia d-kf co;7y f0v'xtmko 3Ij 9uj ,y ' .ola 'dkf.\j 0v'xtgmf-kfs;Pfok, 22/05/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຕໍ່າ¤Å ່ອນ Å ນາÌ້ ນ¦¨ນÃາ¢Å າ ÁÇ່ ອອາË ©ນ§Å «§Æ §ÁÇ່ °Å້ ນ່າອ« ªນÇ 6 Ê ¤§ໜÇ ເມື່ອຫວນຄືນອະດີດ, ໄດ້ມີ ເຫດການປະຫວັດສາດທີ່ປວງຊົນ ລາວທັງຊາດບໍ່ອາດຫລົງລືມໄດ້ ນັ້ນ ກໍ່ຄື: ວິລະກຳໂຕນຄຸກຢ່າງມະ ຫັດສະຈັນຂອງບັນດາຜູ້ນຳ ແລະ ພະນັກງານແນວລາວຮັກຊາດ ໃນ ຂ້ອນຄືນຂອງວັນທີ 23 ພຶດສະພາ 1960, ເວລາ 24 ໂມງ 30 ນາທີ ຫລື ເວລາ 0 ໂມງ 30 ນາທີຂອງ ວັນທີ 24 ພຶດສະພາ 1960. ພາຍຫລັງທີ່ບັນດາຜູ້ນຳ ແລະ ພະ ນັກງານແນວລາວຮັກຊາດຖືກຈັບ ກຸມຄຸມຂັງໃນວັນທີ 28 ກໍລະກົດ 1959. ບັນດາຜູ້ນຳ (ຜູ້ແທນແນວ ລາວຮັກຊາດ) ທີ່ຖືກຈັບລວມມີ 7 ສະຫາຍຄື: ສະຫາຍ ສຸພານຸ ວົງ, ສະຫາຍ ໜູຮັກ ພູມສະຫວັນ, ສະຫາຍ ພູມີ ວົງວິຈິດ, ສະຫາຍ ພູນ ສີປະເສີດ, ສະຫາຍ ສີຊະນະ ສີສານ, ສະຫາຍ ຄຳຜາຍ ບຸບຜາ ແລະ ສະຫາຍ ສີທົນ ກົມມະດຳ. ສ່ວນພະນັກງານ, ທະຫານແນວ ລາວຮັກຊາດ 9 ຄົນ ທີ່ເຂົ້າຮ່ວມ ເປັນຂ້າລາຊະການໃນກົງຈັກລັດຖະ (ລະນຶກວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນຳແນວລາວຮັກຊາດ ວັນທີ 24/5/1960-24/5/2025) ບານປະສົມກໍ່ຖືກຈັບເຊັ່ນດຽວກັນ ຊຶ່ງມີ: ສະຫາຍ ສິງກະໂປ ສີໂຄດ ຈຸນລະມະນີ, ສະຫາຍ ມາ ໄຂຄຳ ພິທູນ, ສະຫາຍ ໝື່ນ ສົມວິຈິດ, ສະຫາຍ ເພົ້າ ພິມພະຈັນ, ສະຫາຍ ຄຳເພັດ ພົມມະວັນ, ສະຫາຍ ມະຫາ ສົມບູນ ວົງໜໍ່ບຸນທຳ, ສະຫາຍ ບົວສີ ຈະເລີນສຸກ, ທ້າວ ພູເຂົາ ແລະ ທ້າວ ມານະ ລວມທັງໝົດ 16 ສະຫາຍ. ໃນໄລຍະເກືອບ 10 ເດືອນ ທີ່ຖືກຈັບກຸມຄຸມຂັງນັ້ນ, ຊີວິດ ແລະ ໂຊກຊາຕາກຳຂອງບັນ ດາຜູ້ນຳ ແລະ ພະນັກງານແນວ ລາວຮັກຊາດ ທັງ 16 ທ່ານ ສຸດທີ່ ສ່ຽງໄພ, ອັນຕະລາຍບໍ່ຕ່າງຫຍັງ ກັບ ເສັ້ນດ້າຍທີ່ຖືກດຶງໃກ້ຈະຂາດ, ເພາະວ່າຝ່າຍສັດຕູຄາດໝາຍໄວ້ ໃນຈຳນວນບັນດາຜູ້ນຳບຸກຄົນສຳ ຄັນໆປະມານ 8-9 ຄົນ ຈະໄດ້ຖືກ ປະຫານຊີວິດ. ນອກນັ້ນຈະໄດ້ຖືກ ຕັດສິນຂັງຄຸກຕະຫລອດຊີວິດ. ຈາກ ນັ້ນ, ພວກເຂົາໄດ້ມີແຜນຕັ້ງສານ ພິເສດສະເພາະເພື່ອເອົາບັນດາຜູ້ນຳ ແນວລາວຮັກຊາດອອກຕັດສິນບໍ່ ໃຫ້ກາຍເວລາ 1 ເດືອນນັບຕັ້ງແຕ່ ມື້ຄະນະລັດຖະບານຫຸ່ນໄດ້ຕົກລົງ ເປັນເອກະພາບກັນ. ເມື່ອຮູ້ແຈ້ງເຖິງທາດແທ້ປະຕິ ການ ແລະ ແຜນການດັ່ງກ່າວ ຂອງຝ່າຍສັດຕູ, ສະຫາຍ ໄກສອນ ພົມວິຫານ ຜູ້ນຳສູນກາງພັກ ໄດ້ໃຫ້ ທິດຊີ້ນຳວ່າ: “ຕ້ອງເອົາຜູ້ນຳ ອອກ ຈາກຄຸກບໍ່ໃຫ້ກາຍເດືອນ5ປີ1960 ເປັນອັນຂາດ, ຖ້າມື້ໃດມີໂອກາດ ອຳນວຍ ແລະ ຮັບປະກັນແມ່ນເປັນ ມື້ຕັດສິນການໂຕນຄຸກ”. ສຳລັບ ບັນດາຜູ້ນຳເຖິງວ່າເພິ່ນຈະຖືກກັກ ຂັັງກໍຕາມແຕ່ບໍ່ໄດ້ລົດລະຄວາມ ພະຍາຍາມໃນການຫາວີທີ ແລະ ຊ່ອງທາງ ເພື່ອໃຫ້ຫລຸດພົ້ນອອກ ຈາກການກະທຳອັນຜະເດັດການ ທີ່ສຸດນີ້ ໂດຍພວກເພີ່ນໄດ້ເອົາໃຈ ໃສ່ຢ່າງສຸດຂີດຄວາມສາມາດໃນ ການສຶກສາອົບຮົມແກ່ສາລະວັດ ຕຳຫລວດ ແລະ ສາລະວັດທະຫານ ໃຫ້ເຂົ້າໃຈແຈ້ງຕໍ່ແນວທາງອັນ ຖືກຕ້ອງເປັນທຳຂອງແນວລາວ ຮັກຊາດ ພ້ອມນັ້ນກໍໄດ້ຊີ້ແຈງໃຫ້ ເຫັນເຖິງທາດແທ້ຄວາມໂຫດຮ້າຍ ສາມານຂອງລັດທິຈັກກະພັດແບບ ໃໝ່ ຈົນໃນທີ່ສຸດສາລະວັດດັ່ງກ່າວ ກໍຍອມເຂົ້າຮ່ວມການຕໍ່ສູ້ກັບຝ່າຍ ກຳລັງຮັກຊາດ. ດ້ວຍເຫດນັ້ນ ຈຶ່ງ ມີການວາງແຜນໃນການຕິດຕໍ່ພົວ ພັນທາງລັບລະຫວ່າງນອກ ແລະ ໃນຄຸກຢ່າງປິດລັບທີ່ສຸດ ເພື່ອຈະ ໂຕນຄຸກອອກໄປສູ່ເຂດທີ່ໝັ້ນຂອງ ການປະຕິວັດ. ເມື່ອແຜນການເປັນ ໄປຕາມເປົ້າໝາຍທີ່ຖືກກຳນົດໄວ້ ເວລາທ່ຽງຄືນຂອງວັນທີ 23 ພຶດ ສະພາ 1960 ຜູ້ນຳພັກ-ແນວລາວ ຮັກຊາດໄດ້ໂຕນໜີອອກຈາກຄຸກ ໂພນເຄັງໄປສູ່ເຂດທີ່ໝັ້ນຂອງການ ປະຕິວັດດ້ວຍຄວາມປອດໄພທຸກ ປະການ. ເຫດການວິລະກຳດັ່ງກ່າວ ນີ້ ແມ່ນໄຊຊະນະທີ່ແລກມາດ້ວຍ ຄວາມທຸກທໍລະມານ ແລະ ແສນ ລຳບາກນາໆປະການເຖິງວ່າຈະ ຖືກຈັບກຸມຄຸມຂັງກໍບໍ່ມີທາງຍອມ ຈຳນົນໂດຍເດັດຂາດອັນນີ້ ກໍຍ້ອນ ບັນດາຜູ້ນຳເຮົາຖືປະເທດຊາດ ສູງ ກວ່າຊີວິດຂອງຕົນ ຊຶ່ງຈະຫາສິ່ງໃດ ມາປຽບປານກໍບໍ່ໄດ້. ໄຊຊະນະອັນ ພິລະອາດຫານໃນວິລະກຳໂຕນຄຸກ ຄັ້ງມະຫັດສະຈັນໄດ້ກາຍເປັນບາດ ລ້ຽວອັນສຳຄັນຂອງປະເທດຊາດ ແລະ ເປັນໝາກຜົນແຫ່ງຄວາມ ສາມັກຄີເປັນຈິດໜຶ່ງໃຈດຽວກັນ ຂອງຜູ້ນຳທີ່ຢູ່ໃນຄຸກພ້ອມທັງສາ ລະວັດ ແລະ ທຸກກຳລັງແຮງທີ່ໄດ້ ປະກອບສ່ວນຊ່ວຍເຫລືອເຮັດໃຫ້ ບັນດາທ່ານຜູ້ນຳໂຕນອອກຈາກຄຸກ ໄດ້ສຳເລັດ. ນີ້ຄືວັນແຫ່ງໄຊຊະນະ ຂອງການປະຕິວັດທີ່ບໍ່ມີການນອງ ເລືອດ ກໍຄື ກາລະໂອກາດພັນປີມີ ເທື່ອໜຶ່ງ.
RkJQdWJsaXNoZXIy MTc3MTYxMQ==