ສປ ຈີນ ສົ່ງດາວທຽມ 6 ດວງເຂົ້າສູ່ວົງໂຄຈອນດ້ວຍຈະຫລວດສົ່ງຍານລີ້ຈ້ຽນ-1 Y7 ຢ່າງສຳເລັດ

22/05/2025 12:53
ຂປລ ສປ ​ຈີນ ໄດ້​ສົ່ງຈະ​ຫລວດ ​ສົ່ງ​ຍານ ອະ​ວະ​ກາດ ລີ້​ຈ້ຽນ​-1 Y7 ຂຶ້ນ​ສູ່​ ອະ​ວະ​ກາດ ​ຢ່າງ​ສຳ​ເລັດ​ຜົນ ​ຢູ່​ເຂດ ​ທົດ​ລອງ ການ​ປະ​ດິດ​ສ້າງ ດ້ານ​ການ​ບິນ ​ອະ​ວະ​ກາດ​ ສຳ​ລັບ​ ການດຳ​ເນີນ​ ທຸ​ລະ​ກິດ ​ຕົ່ງ​ເຟິ່ງ ​

    ຂປລ.ຕາມແຫລ່ງ​ຂ່າວ​ ຈາກ CGTN,ວັນ​ທີ 21 ພຶດ​ສະ​ພານີ້, ສປ ​ຈີນ ໄດ້​ສົ່ງຈະ​ຫລວດ ​ສົ່ງ​ຍານ ອະ​ວະ​ກາດ ລີ້​ຈ້ຽນ​-1 Y7 ຂຶ້ນ​ສູ່​ ອະ​ວະ​ກາດ ​ຢ່າງ​ສຳ​ເລັດ​ຜົນ ​ຢູ່​ເຂດ ​ທົດ​ລອງ ການ​ປະ​ດິດ​ສ້າງ ດ້ານ​ການ​ບິນ ​ອະ​ວະ​ກາດ​ ສຳ​ລັບ​ ການດຳ​ເນີນ​ ທຸ​ລະ​ກິດ ​ຕົ່ງ​ເຟິ່ງ ​ຂອງ​ ສປ ຈີນ ເຊິ່ງ​ໄດ້​ສົ່ງ​ດາວ​ທຽມ 6 ດວງ ຄື: ໄທ້ຈີງ​ 3-04, ໄທ້​ຈີງ 4-02A, ຊີ່ງ​ຢຸ້ຍ 11,  ຊີ່ງ​ຈີ້ຢວນ 1, ລີ້​ຝ່າງ 108-001 ແລະ ຊີ່ກວ່າງ 1-02 ເຂົ້າ​ສູ່​ວົງ​ໂຄ​ຈອນ​ ທີ່​ກຳ​ນົດ​ໄວ້ ​ຢ່າງ​ສະ​ດວກ, ເຮັດ​ໃຫ້​ພາ​ລະ​ກິດ​ທົດ​ລອງ ​ການ​ບິນ​ຄັ້ງ​ນີ້ ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top