ສປ ຈີນ-ອາຊຽນ ສຳເລັດການເຈລະຈາກ່ຽວກັບເຂດການຄ້າເສລີ ສະບັບ 3.0 ຢ່າງຮອບດ້ານ

22/05/2025 12:53
Email Print 106
ຂປລ ກອງ​ປະ​ຊຸມ ​ວິ​ສາ​ມັນ​ ລັດ​ຖະ​ມົນ​ຕີ ​ເສດ​ຖະ​ກິດ​ ການ​ຄ້າ ​ຈີນ-ອາ​ຊຽ​ນ ​ໄດ້​ຈັດ​ຂຶ້ນ​ ຜ່ານ​ທາງ​ອອນ​ລາຍ, ລັດ​ຖະ​ມົນ​ຕີ ​ເສດ​ຖະ​ກິດ ​ການ​ຄ້າ ​ຂອງ​ສອງ​ຝ່າຍ​ ໄດ້​ຮ່ວມ​ກັນ​ປະ​ກາດ​ວ່າ ໄດ້ສຳ​ເລັດ ​ການ​ເຈ​ລະ​ຈາ ກ່ຽວ​ກັບ ​ເຂດ​ການ​ຄ້າ​ເສ​ລີ​ ຈີນ-ອາ​ຊຽນ ສະ​ບັບ 3.0 ຢ່າງ​ຮອບ​ດ້ານ.

ຂປລ.ແຫລ່ງ​ຂ່າວ​ຈາກ CGTN, ວັນ​ທີ 21 ພຶດ​ສະ​ພານີ້, ກະ​ຊວງ​ ການ​ຄ້າ​ຈີນ​ ໄດ້​ເປີດເຜີຍ ​ໃຫ້​ຮູ້​ວ່າ: ວັນ​ທີ 20 ພຶດ​ສະ​ພານີ້, ກອງ​ປະ​ຊຸມ ​ວິ​ສາ​ມັນ​ ລັດ​ຖະ​ມົນ​ຕີ ​ເສດ​ຖະ​ກິດ​ ການ​ຄ້າ ​ຈີນ-ອາ​ຊຽ​ນ ​ໄດ້​ຈັດ​ຂຶ້ນ​ ຜ່ານ​ທາງ​ອອນ​ລາຍ, ລັດ​ຖະ​ມົນ​ຕີ ​ເສດ​ຖະ​ກິດ ​ການ​ຄ້າ ​ຂອງ​ສອງ​ຝ່າຍ​ ໄດ້​ຮ່ວມ​ກັນ​ປະ​ກາດ​ວ່າ ໄດ້ສຳ​ເລັດ ​ການ​ເຈ​ລະ​ຈາ ກ່ຽວ​ກັບ ​ເຂດ​ການ​ຄ້າ​ເສ​ລີ​ ຈີນ-ອາ​ຊຽນ ສະ​ບັບ 3.0 ຢ່າງ​ຮອບ​ດ້ານ.ການ​ເຈ​ລະ​ຈາ​ ກ່ຽວ​ກັບ ​ເຂດ​ການ​ຄ້າ ​ເສ​ລີ ​ຈີນ-ອາ​ຊຽ​ນ ​ສະ​ບັບ 3.0 ໄດ້​ເລີ່ມ​ດຳ​ເນີນ ​ໃນ​ເດືອນ​ພະ​ຈິກ​ປີ 2022, ຜ່ານ​ເວ​ລາ​ ເກືອບ 2 ປີ ແລະ​ ການ​ເຈ​ລະ​ຈາ ຢ່າງ​ເປັນ​ທາງ​ການ 9 ຮອບ, ໄດ້​ສຳ​ເລັດ​ຕົວ​ຈິງ ໃນ​ເດືອນ​ຕຸ​ລາ​ປີ 2024. ພາຍ​ໃຕ້ ​ການ​ປະ​ສານ​ງານ ​ຢ່າງ​ສຸດ​ ຄວາມ​ສາ​ມາດ ແລະ ການ​ຊຸກ​ຍູ້​ຮ່ວມ​ກັນ ​ຂອງ​ລັດ​ຖະ​ມົນ​ຕີ ​ເສດ​ຖະ​ກິດ ການ​ຄ້າ ຂອງ​ບັນ​ດາ​ປະ​ເທດ, ສອງ​ຝ່າຍ​ ໄດ້​ສຳ​ເລັດ ​ການ​ເຈ​ລະ​ຈາ​ ຢ່າງ​ຮອບ​ດ້ານ ເຊິ່ງ​ຖື​ເປັນ​ບາດ​ກ້າວ ທີ່​ເປັນ​ຂໍ້​ກະ​ແຈ ​ກ້າວໄປ​ສູ່ ​ເປົ້​າ​ໝາຍ ການ​ລົງ​ນາມ ​ໃນ​ອະ​ນຸ​ສັນ​ຍາ​ ສະ​ບັບ​ ປັບ​ປຸງ. ໃນ​ບາດ​ກ້າວ​ຕໍ່​ໄປ, ສອງ​ຝ່າຍ​ ຈະ​ຕັ້ງ​ໜ້າ​ ຊຸກ​ຍູ້​ ໃຫ້​ຜ່ານຂັ້ນ​ຕອນ ການ​ອະ​ນຸ​ມັດຕ່າງ​ໆ​ ພາຍ​ໃນ ​ປະ​ເທດ ​ຂອງ​ຕົນ ເພື່ອ​ຊຸກ​ຍູ້​ ການ​ລົງ​ນາມ​ ອະ​ນຸ​ສັນ​ຍາ​ ສະ​ບັບ ​ປັບ​ປຸງ ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ ​ໃຫ້​ເປັນ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ ​ກ່ອນ​ທ້າຍ​ປີ 2025./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top