ຂປລ
ຂປລ. ສະພາປະຊາຊົນນະຄອນຫລວງວຽງຈັນ (ນວ) ຮັບຮອງເອົາການສ້າງຕັ້ງຕາແສງໃໝ່ (ທົດລອງ) ຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ ໂດຍບັນດາສະມາຊິກ ສະພາປະຈຳເຂດເລືອກຕັ້ງທີ 1 ນວ ໄດ້ລົງຄະແນນສຽງຮັບຮອງເອົາຊື່ "ຕາແສງຊ້າງມີໄຊ” ກວມເອົາ 24 ບ້ານ ດ້ວຍຄະແນນສຽງເປັນສ່ວນຫລາຍ.

ກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ເພື່ອພິຈາລະນາ ແລະ ຮັບຮອງເອົາການສ້າງຕັ້ງຕາແສງ (ທົດລອງ) ຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 22 ພຶດສະພາ 2025 ໂດຍການເປັນປະທານຂອງທ່ານ ນາງ ລໍາພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ, ມີບັນດາການນໍານະຄອນຫລວງ, ບັນດາສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1, ສະມາຊິກສະພາປະຊາຊົນ ນະຄອນຫລວງ, ເຈົ້າເມືອງ ແລະ ບັນດາແຂກຖືກເຊີນເຂົ້າຮ່ວມ.

ຈຸດທີ່ຕັ້ງຂອງ "ຕາແສງຊ້າງມີໄຊ” ຕັ້ງຢູ່ຝາກງື່ມເບື້ອງທິດຕາເວັນອອກສ່ຽງເໜືອ ຂອງນະຄອນ ຫລວງວຽງຈັນ, ຫ່າງຈາກໃຈກາງ ນະຄອນຫລວງວຽງຈັນ 70 ກິໂລແມັດ, ຫ່າງຈາກຫ້ອງວ່າການ ເມືອງໄຊທານີ 55 ກິໂລແມັດ, ຫ່າງຈາກເມືອງປາກງື່ມ 31 ກິໂລແມັດ ແລະ ຫ່າງຈາກເມືອງທຸລະຄົມ ແຂວງວຽງຈັນ 35 ກິໂລແມັດ, ທາງທິດເໜືອຕິດກັບ ແຂວງວຽງຈັນ ໂດຍກຳນົດເອົາສາຍພູເຂົາຄວາຍ ເປັນເຂດແດນ, ທາງທິດໃຕ້ຕິດກັບນໍ້າງື່ມ, ທາງທິດຕາເວັນອອກ ຕິດກັບເມືອງປາກງື່ມ, ທິດຕາເວັນຕົກ ຕິດກັບ ແຂວງວຽງຈັນ ໂດຍກຳນົດເອົານໍ້າຫຍາມເປັນເຂດແດນ.
ຂໍ້ມູນ: ເສດຖະກິດການຄ້າ
ພາບ: ໜັງສືພິມວຽງຈັນໃໝ່
KPL