ຂປລ
ກອງປະຊຸມ ອະນາໄມໂລກ ຄັ້ງທີ 78 ໄດ້ພິຈາລະນາ ຮັບຮອງ “ສັນຍາ ກ່ຽວກັບ ພະຍາດ ລະບາດ” ຂອງອົງການ ອະນາໄມໂລກ. “ສັນຍາກ່ຽວກັບ ພະຍາດ ລະບາດ”
ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ກອງປະຊຸມ ອະນາໄມໂລກ ຄັ້ງທີ 78 ໄດ້ພິຈາລະນາ ຮັບຮອງ “ສັນຍາ ກ່ຽວກັບ ພະຍາດ ລະບາດ” ຂອງອົງການ ອະນາໄມໂລກ. “ສັນຍາກ່ຽວກັບ ພະຍາດ ລະບາດ” ສະເໜີໃຫ້ ສ້າງເວທີ ແລະ ກົນໄກ ການດຳເນີນງານໃໝ່ ຫລາຍຢ່າງ, ມີຈຸດປະສົງ ເພື່ອດຳເນີນ ການປະຕິຮູບ ຕໍ່ລະບົບ ການຕິດຕາມ, ປ້ອງກັນ ແລະ ຮັບມືກັບ ພະຍາດ ລະບາດ ໃນປັດຈຸບັນນີ້ ຢ່າງຮອບດ້ານ, ສົ່ງເສີມ ໃຫ້ການຄົ້ນຄວ້າ ແລະ ແບ່ງປັນ ຜະລິດ ຕະພັນ ສຸຂະພາບ ທີ່ກ່ຽວຂ້ອງກັບ ພະຍາດ ລະບາດ, ປັບປຸງຂັ້ນຕອນ ການຜະລິດ ແລະ ແຈກຢາຍ ຜະລິດ ຕະພັນ ສຸຂະພາບ ທີ່ກ່ຽວຂ້ອງ ກັບພະຍາດ ລະບາດ, ປັບປຸງ ລະບົບ ບໍລິຫານ ດ້ານສາທາລະນະສຸກ ທົ່ວໂລກ ໃຫ້ສົມບູນຂຶ້ນຕື່ມ ແລະ ອອກແຮງຮັບມືກັບ ຄວາມທ້າທາຍ ຕໍ່ຄວາມເປັນທຳ ໃນການພັດທະນາ ວຽກງານ ສຸຂະພາບ ສາກົນ ໃນປັດຈຸບັນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL