ອັງກິດ-ອີຢູ ສ້າງຕັ້ງການພົວພັນຄືນໃໝ່

22/05/2025 12:53
Email Print 122
ຂປລ ບັນດາ ຂໍ້ຕົກລົງ ລະຫວ່າງ ອີຢູ(EU) ແລະ ອັງກິດ ໄດ້ລົງນາມ ໃນຂອບເຂດ ກອງປະຊຸມ ສຸດຍອດ ອັງກິດ-EU ທີ່ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງ ລອນດອນ ຂອງ ອັງກິດ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ບັນດາ ຂໍ້ຕົກລົງ ລະຫວ່າງ ອີຢູ(EU) ແລະ ອັງກິດ ໄດ້ລົງນາມ ໃນຂອບເຂດ ກອງປະຊຸມ ສຸດຍອດ ອັງກິດ-EU ທີ່ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງ ລອນດອນ ຂອງ ອັງກິດ. ນີ້ກໍ່ແມ່ນ ກອງປະຊຸມໃຫຍ່ ຄັ້ງທຳອິດ ລະຫວ່າງ ສອງຝ່າຍ ທີ່ໄດ້ດຳເນີນ ຢູ່ປະເທດ ອັງກິດ ນັບແຕ່ ເວລາ ການລົງ ປະຊາມະຕິ ໃນປີ 2016 ພາໄປເຖິງເລື່ອງ ອັງກິດ ຖອນຕົວອອກ ຈາກ EU, ຍັງໄດ້ເອີ້ນວ່າ ເຫດການ Brexit. ຕາມຂໍ້ມູນ ໂດຍບັນດາ ການນຳ EU ແລະ ອັງກິດ ປະກາດ, ສອງຝ່າຍ ໄດ້ເຫັນດີ ເປັນເອກະພາບລົງນາມ ຂໍ້ຕົກລົງ 3 ສະບັບ ກ່ຽວກັບ ການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ການຄ້າສະບຽງ ອາຫານ ແລະ ພະລັງງານ. ທ່ານ ເຄີດ ສະຕາເມີ(Keir Starmer), ນາຍົກລັດຖະມົນຕີ ອັງກິດ ຢັ້ງຢືນວ່າ ຂໍ້ຕົກລົງ 3 ສະບັບນີ້ ຈະນຳມາເຊິ່ງ ຜົນປະໂຫຍດ ອັນຍິ່ງໃຫຍ່ ໃຫ້ແກ່ ປະເທດອັງກິດ. ກ່າວຄຳເຫັນຕໍ່ ລັດຖະສະພາ ອັງກິດ ທ່ານ Keir Starmer ເນັ້ນໜັ້ກເຖິງ ການເຈລະຈາ ບັນດາ ຂໍ້ຕົກລົງ ລະຫວ່າງ ອັງກິດ ແລະ EU ໂດຍອີງຕາມ 3 ມາດຖານຈະແຈ້ງນັ້ນແມ່ນ ຕ້ອງຊ່ວຍຫລຸດຜ່ອນ ຄ່າໃຊ້ຈ່າຍ ໃຫ້ແກ່ ບັນດາຄອບຄົວອັງກິດ, ຊຸກຍູ້ວຽກເຮັດ ງານທຳ, ເພີ່ມທະວີ ການປ້ອງກັນ ຄວາມສະຫງົບ ເຂດຊາຍແດນ ໃຫ້ແກ່ ປະເທດອັງກິດ ແລະ ບັນດາຂໍ້ຕົກລົງຫາ ກໍ່ໄດ້ຮັບ ການລົງນາມກັບ EU ຮັບປະກັນ ໄດ້ທັງ 3 ມາດຖານດັ່ງກ່າວ. ຜູ້ນຳລັດຖະບານ ອັງກິດ ກໍ່ຖືວ່າ ບັນດາຂໍ້ຕົກລົງ ສະບັບໃໝ່ກັບ EU, ພ້ອມກັບ ບັນດາຂໍ້ຕົກລົງ ການຄ້າ ຫາກໍ່ ບັນລຸໄດ້ ໃນໄລຍະຜ່ານມາ ກັບອິນເດຍ ແລະ ສ.ອາເມລິກາ ຈະນຳປະເທດນີ້ ກັບຄືນສູຸ່ ຖານະບົດບາດ ທີ່ມີຢູ່ແລ້ວ ໃນໂລກ. ຄວາມໂຕ້ ຖຽງກັນ ເປັນໜ້າສົນໃຈ ທີ່ສຸດ ກ່ຽວຂ້ອງ ເຖິງຂໍ້ຕົກລົງ ການຫາປາ ທີ່ແກ່ຍາວ ເປັນເວລາ 12 ປີ, ຕາມນັ້ນແລ້ວ ອັງກິດ ຈະອະນຸຍາດໃຫ້ ກຳປັ່ນຫາປາ ຂອງເອີຣົບ ສືບຕໍ່ ເຄື່ອນໄຫວ ໃນເຂດ ທະເລຂອງ ອັງກິດ. ແທນທີ່ນັ້ນ, EU ຈະຫລຸດຜ່ອນບາງລະບຽບການ ບໍລິຫານໃຫ້ແກ່ ຊາວກະສິກອນ ແລະ ຊາວປະມົງ ອັງກິດ ເມື່ອສົ່ງອອກສິນຄ້າ ໄປຍັງຕະຫລາດ EU. ຈາກນັ້ນ ທ່ານ ເດວິດເຮນິກ(David Henig), ນັກຊ່ຽວຊານ ກ່ຽວກັບ ນະໂຍບາຍ ການຄ້າ ອັງກິດ ຢູ່ສູນເອີຣົບ ກ່ຽວກັບເສດຖະກິດ ການເມືອງສາກົນ (ECIPE) ໃຫ້ຂໍ້ສັງເກດວ່າ: ບັນດາຂໍ້ຕົກລົງນີ້ ມີຄວາມໝາຍຢ່າງແທ້ຈິງ ໃນສະພາບການ Brexit ຍ້ອນວ່າສິ່ງນີ້ ສະແດງ ໃຫ້ເຫັນວ່າ ອັງກິດ ພວມປະລະ ແນວຄິດກ່ຽວກັບ ການສ້າງ ຂໍ້ກຳນົດ ສະເພາະ ຂອງຕົນ ແລະ ຍອມຮັບວ່າ EU ເຊິ່ງເປັນຕະຫລາດ ໃກ້ຊິດກວມເອົາ 50% ການແລກປ່ຽນການຄ້າ ຈິ່ງແມ່ນສະຖານທີ່ເຊິ່ງ ອັງກິດ ຕ້ອງປັບຕົວ ໃຫ້ແທດເໝາະດ້ວຍຂໍ້ກຳນົດຕ່າງໆ. ສຳລັບ ຝ່າຍ EU, ເລື່ອງບັນລຸໄດ້ ຂໍ້ຕົກລົງ ສຳຄັນກັບ ອັງກິດ ກໍ່ໄດ້ຮັບຖືວ່າແມ່ນໄຊຊະນະ ອັນຍິ່ງໃຫຍ່ ຂອງກຸ່ມນີ້ ຍ້ອນວ່າ ເລື່ອງປະເທດ ອັງກິດ ຍອມຮັບ ຂໍ້ກຳນົດ ຫລາຍຢ່າງຂອງ EU ສະແດງໃຫ້ເຫັນວ່າ EU ຍັງແມ່ນຝ່າຍ ມີທ່າໄດ້ປຽບ ໃນການພົວພັນໃໝ່ກັບ ອັງກິດໃນໄລຍະຫລັງ Brexit ແລະ ການຮ່ວມມື ດ້ານອື່ນໆ ຢ່າງແໜ້ນແຟ້ນຍິ່ງຂຶ້ນ ໃນໄລຍະໃໝ່./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top