ຜັນຂະຫຍາຍການນໍາໃຊ້ ລະບົບຂໍ້ມູນ ຂ່າວສານການເງິນພາກລັດ ໃຫ້ພະນັກງານ ອອປສ

22/05/2025 19:31
ຂປລ ຂປລ. ກົມການເງິນ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ສົມທົບກັບກົມງົບປະມານ ແລະ ກົມເຕັກນິກຂໍ້ມູນຂ່າວສານ ກະຊວງການເງິນ ຜັນຂະຫຍາຍການນໍາໃຊ້ ລະບົບຂໍ້ມູນຂ່າວສານການເງິນພາກລັດ ສປປ ລາວ (LIFMIS) ໃຫ້ຄະນະນໍາກົມ, ຄະນະນໍາພະແນກ ພາຍໃນກົມການເງິນ



ຂປລ. ກົມການເງິນ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ສົມທົບກັບກົມງົບປະມານ ແລະ ກົມເຕັກນິກຂໍ້ມູນຂ່າວສານ ກະຊວງການເງິນ ຜັນຂະຫຍາຍການນໍາໃຊ້ ລະບົບຂໍ້ມູນຂ່າວສານການເງິນພາກລັດ ສປປ ລາວ (
LIFMIS) ໃຫ້ຄະນະນໍາກົມ, ຄະນະນໍາພະແນກ ພາຍໃນກົມການເງິນ ໃນວັນທີ 20 ພຶດສະພາ 2025 ຜ່ານ​ມາ ໂດຍມີ ທ່ານ ສີສຸພັນ ສີວັນທອງ ຫົວໜ້າກົມການເງິນ ອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະກົມ, ຄະນະພະແນກ ພາຍໃນກົມການເງິນ ແລະ ວິຊາການ ເຂົ້າຮ່ວມ.



ການຜັນຂະຫຍາຍນໍາໃຊ້ ລະບົບຂໍ້ມູນຂ່າວສານການເງິນພາກລັດ ສປປ ລາວ ໃນຄັ້ງນີ້ ກໍເພື່ອຫັນວຽກງານການເງິນ ຂອງລະບົບອົງການໄອຍະການປະຊາຊົນ ສູ່ຄວາມເປັນທັນສະໄໝ ດ້ວຍການສັງລວມເອົາທຸກຂະບວນການ ຂອງຮອບວຽນງົບປະມານ ເຂົ້າຢູ່ໃນລະບົບຂໍ້ມູນຂ່າວສານ ການເງິນພາກລັດ ສປປ ລາວ (
LIFMIS) ເພື່ອເປັນເຄື່ອງມືໃນການຄຸ້ມຄອງງົບປະມານ ຂອງພາກລັດ ​ໂດຍສະເພາະ ຂົງເຂດການເງິນ ຂອງ ອອປສ ເປັນຕົ້ນ ການສ້າງແຜນ, ການຮັບຮອງແຜນ, ການປະກອບໃບຖອນ, ຂອດການສະຫລຸບລາຍງານ ໃນຮອບວຽນງົບປະມານງານ ເຊິ່ງຈະສ້າງຄວາມສະດວກໃນ ການສະຫລຸບງົບປະມານໃນທ້າຍປີ ໃນການສົມທຽບ, ການຢັ້ງຢືນຕາມຂັ້ນຕອນຕ່າງໆ ທັງເປັນການຫລຸດຂັ້ນຕອນລົງ ໂດຍສະເພາະການຮັບຮອງແຜນ, ການອະນຸມັດແຜນລາຍຈ່າຍ ຈະເປັນການອະນຸມັດໃນລະບົບ ເຮັດໃຫ້ຫົວໜ່ວຍງົບປະມານ ສາມາດປະກອບໃບຖອນ ສົ່ງຫາຄັງເງິນແຫ່ງຊາດໄວຂຶ້ນ ເຊິ່ງເປັນຜົນດີ ເຮັດໃຫ້ການຈັດຕັ້ງປະຕິບັດລາຍຈ່າຍ ວອງໄວຂຶ້ນກວ່າເກົ່າ, ທັງຫລຸດຜ່ອນການສຳເນົາ ເອກະສານຊ້ອນທ້າຍເປັນຈໍານວນຫລາຍ ສົ່ງໃຫ້ຄັງເງິນແຫ່ງຊາດ ຄືໄລຍະຜ່ານມາ ດ້ວຍການຫັນເອົາລະບົບ ທັນສະໄໝເຂົ້າມາຊ່ວຍ.

KPL

ຂ່າວອື່ນໆ

ads
ads

Top