ຂປລ
ຂປລ. ກ້ອນກຳລັງ ກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມການເດີນຂະບວນສວນສະໜາມ ໃນພິທີສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ສາມາດຖອດຖອນບົດຮຽນໄດ້ຫລາຍດ້ານ ເປັນຕົ້ນ ການສຶກສາອົບຮົມການ ເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ເຫັນໄດ້ຄວາມໝາຍຄວາມສຳຄັນ ທີ່ເປັນມູນເຊື້ອ ລະຫວ່າງສອງກອງທັບລາວ-ຫວຽດນາມ

ຂປລ. ກ້ອນກຳລັງ ກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມການເດີນຂະບວນສວນສະໜາມ ໃນພິທີສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ສາມາດຖອດຖອນບົດຮຽນໄດ້ຫລາຍດ້ານ ເປັນຕົ້ນ ການສຶກສາອົບຮົມການ ເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ເຫັນໄດ້ຄວາມໝາຍຄວາມສຳຄັນ ທີ່ເປັນມູນເຊື້ອ ລະຫວ່າງສອງກອງທັບລາວ-ຫວຽດນາມ ໃນໄລຍະຜ່ານມາ, ເປັນການປັບປຸງແບບແຜນຂອງກອງທັບ ໃຫ້ເຂັ້ມແຂງ ເປັນຕົ້ນ ລະບຽບບຸກຄົນ, ລວມໝູ່, ອົບຮົມຫັດແອບ ໃຫ້ມີຄວາມຊໍານິຊໍານານ ເພື່ອກຽມ ພ້ອມປະຕິບັດໜ້າທີ່ການເມືອງຂອງກົມກອງ ໃຫ້ມີປະສິດທິພາບສູງ, ທັງເປັນການສືບຕໍ່ຮັດແໜ້ນສາຍພົວພັນ ທີ່ເປັນປະຫວັດສາດມູນເຊື້ອ ລະຫວ່າງສອງກອງທັບລາວ-ຫວຽດນາມ ກໍຄື ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ໝັ້ນຄົງຂະນົງແກ່ນຕະຫລອດໄປ.

ທ່ານ ພັນໂທ ໂພທະເລ ທໍາມະວົງສາ ຮອງຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 11, ທັງເປັນຄະນະຮັບຜິດຊອບຊີ້ນຳກ້ອນກຳລັງ ກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມການເດີນຂະບວນສວນສະໜາມ ໃນພິທີສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ໄດ້ໃຫ້ສຳພາດໃນວັນທີ 21 ພຶດສະພາ 2025 ນີ້ວ່າ: ພາຍຫລັງທີ່ສຳເລັດໃນການເຂົ້າຮ່ວມ ສວນສະໜາມ ສະເຫລີມ ສະຫລອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ (30 ເມສາ 1975-30 ເມສາ 2025) ທີ່ນະຄອນຫລວງໂຮ່ຈີ່ມິງ ສສ ຫວຽດນາມ ໃນລະຫວ່າງວັນທີ 18 ເມສາ-1 ພຶດສະພາ 2025 ຜ່ານມາ, ຝ່າຍກອງທັບປະຊາຊົນລາວ ມີຈຳນວນພົນເຂົ້າຮ່ວມ 121 ສະຫາຍ (ລວມທັງຄະນະຮັບຜິດຊອບຊີ້ນຳ ແລະ ອະນຸກຳມະການ), ກຳລັງສວນສະໜາມຕົວຈິງມີ 112 ສະຫາຍ. ຜ່ານການເຂົ້າຮ່ວມກ້ອນສວນສະໜາມດັ່ງກ່າວ ໄດ້ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ ເປັນຕົ້ນ ຂໍ້ຫຍຸ້ງຍາກແມ່ນເວລາໃນການຝຶກຊ້ອມມີຈຳກັດ, ວັດຖຸອຸປະກອນ ໃນການຮັບປະກັນບໍ່ພຽງພໍ ກັບຄວາມຮຽກຮ້ອງຕ້ອງການຂອງການຝຶກຊ້ອມ ແລະ ການສື່ສານດ້ານພາສາກັບ ບັນດາປະເທດ ທີ່ເຂົ້າຮ່ວມສວນສະໜາມ ຍັງມີຄວາມຫຍຸ້ງຍາກ. ແຕ່ເຖິງຢ່າງໃດກໍຕາມ, ຄະນະຮັບຜິດຊອບພ້ອມດ້ວຍພະນັກງານ-ນັກຮົບທຸກສະຫາຍ ກໍໄດ້ພ້ອມກັນບຸກບືກສູ້ຊົນ ຈັດຕັ້ງປະຕິວຽກງານດັ່ງກ່າວ ໃຫ້ສຳເລັດຕາມແຜນການທີ່ວາງໄວ້. ສະນັ້ນ, ຜົນສຳເລັດທີ່ສາມາດຍາດມາໄດ້ໃນຄັ້ງນີ້ ກໍຍ້ອນຂັ້ນເທິງ ໄດ້ລົງໃກ້ຊິດຕິດແທດ ໂດຍສະເພາະ ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ແຕ່ງຕັ້ງວິຊາການລົງສົມທົບຕິດຕາມຝຶກຊ້ອມ, ພະນັກ ງານ-ນັກຮົບທຸກສະຫາຍ ແມ່ນໄດ້ມີແນວຄິດຕື່ນຕົວປະຕິບັດຕາມຄໍາສັ່ງ ຂອງຜູ້ບັນຊາແຕ່ລະຂັ້ນ ແລະ ມີຄວາມເປັນເອກະພາບສູງ, ຄະນະຮັບຜິດຊອບໄດ້ມີແຜນການ ແລະ ມອບໝາຍໜ້າທີ່ ໃຫ້ບຸກຄົນຮັບ ຜິດຊອບເປັນຢ່າງດີ ແລະ ວຽກງານຮັບປະກັນ ແມ່ນຂັ້ນເທິງເປັນຜູ້ຕອບສະໜອງໃຫ້ຢ່າງພຽງພໍ ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງຂອງກົມກອງ, ຂັ້ນເທິງອຳນວຍຄວາມສະດວກ ດ້ານການເດີນທາງໄປ-ກັບ ແຕ່ນະຄອນຫລວງວຽງຈັນ ເຖິງ ສສ ຫວຽດນາມ ແລະ ມີການປະສານງານຢ່າງ ຮອບດ້ານ.

ສ່ວນຝ່າຍກອງທັບ ສສ ຫວຽດນາມ ໄດ້ອໍານວຍຄວາມສະດວກຮອບດ້ານ ນັບທັງຄວາມປອດໄພ, ການເດີນທາງ, ທີ່ພັກອາໄສ ແລະ ວັດຖຸຮັບປະກັນຈຳນວນໜຶ່ງ, ສະຖານທີ່ຝຶກຊ້ອມ ຈຶ່ງເຮັດໃຫ້ ການເຂົ້າຮ່ວມເດີນສວນສະໜາມສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ທີ່ນະຄອນຫລວງໂຮ່ຈີ່ມິງ ສສ ຫວຽດນາມ ໄດ້ໝາກຜົນຕາມແຜນການທີ່ກຳນົດໄວ້.

ຂ່າວ: ບິກໄຊ ສົມພູ
KPL