ລັດຖະມົນຕີເສດຖະກິດອາຊຽນ ກັບປະເທດຄູ່ຮ່ວມເຈລະຈາ ສະໄໝພິເສດ

21/05/2025 20:35
Email Print 182
ຂປລ ຂປລ. ໃນວັນທີ 20 ພຶດສະພາ 2025, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ກັບປະເທດຄູ່ຮ່ວມເຈລະຈາ ສະໄໝພິເສດ (ແບບທາງໄກ) ຢູ່ກະຊວງອຸດສາຫະກຳ ແລະ ການຄ້າ, ນະຄອນຫລວງວຽງຈັນ.



ຂປລ. ໃນວັນທີ
20 ພຶດສະພາ 2025, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ກັບປະເທດຄູ່ຮ່ວມເຈລະຈາ ສະໄໝພິເສດ (ແບບທາງໄກ) ຢູ່ກະຊວງອຸດສາຫະກຳ ແລະ ການຄ້າ, ນະຄອນຫລວງວຽງຈັນ.

ກອງປະຊຸມໃນຄັ້ງນີ້, ບັນດາລັດຖະມົນຕີເສດຖະກິດອາຊຽນ ໄດ້ມີການພົບປະກັບ 3 ກອງປະ ຊຸມຄູ່ຮ່ວມເຈລະຈາ ຄື: ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ກັບກະຊວງການຄ້າ ສປ ຈີນ;  ກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນກັບ ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ; ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ກັບ ອົດສະຕຣາລີ ແລະ ນິວຊີແລນ. ພາຍໃຕ້ການເປັນປະທານກອງປະຊຸມ ຂອງ ທ່ານ ເຊນາເຕີ ເຕັງກູ ດາຕຸກ ສິຣິ ອຸຕາມາ ຊາຟູນ ລັດຖະມົນຕີກະຊວງລົງທຶນ, ການຄ້າ ແລະ ອຸດສາຫະກຳ ແຫ່ງ ມາເລເຊຍ ໃນຖານະເປັນປະເທດເຈົ້າພາບ ແລະ ປະທານອາຊຽນ ປີ 2025 ແລະ ປະທານຮ່ວມກັບ 3 ຄູ່ຮ່ວມເຈລະຈາ. ກອງປະຊຸມໃນຄັ້ງນີ້, ມີບັນດາລັດຖະ ມົນຕີເສດຖະກິດອາຊຽນ, ລັດຖະມົນຕີກະຊວງການຄ້າ ຕີມໍ ​ແລັດສະເຕ ໃນນາມເປັນປະເທດສັງເກດການ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມຢ່າງພ້ອມພຽງ.



ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້
, ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນ ກ່ຽວກັບສະພາບຜັນແປ ຂອງເສດຖະກິດ ໃນພາກພື້ນ ແລະ ສາກົນ ໂດຍສະເພາະ ບັນຫາການຂື້ນອັດຕາພາສີ ຂອງລັດຖະບານ ສ ອາເມລິກາ ທີ່ປະກາດ ໃນວັນທີ 2 ເມສາ 2025 ທີ່ຜ່ານມາ. ຜົນຂອງກອງປະຊຸມໃນຄັ້ງນີ້, ບັນດາລັດຖະມົນຕີເສດຖະກິດອາຊຽນ ແລະ ບັນດາລັດຖະມົນຕີປະເທດຄູ່ຮ່ວມເຈລະຈາ ໄດ້ສະແດງເຖິງ ຄວາມເປັນຫ່ວງຕໍ່ກັບສະພາບຜັນແປ ທາງດ້ານເສດຖະກິດໃນພາກພື້ນ ແລະ ສາກົນ ໂດຍສະເພາະການຂຶ້ນອັດຕາພາສີນໍາເຂົ້າຂອງ ສ ອາເມລິກາ. ພ້ອມນັ້ນ, ກອງປະຊຸມຍັງໄດ້ສະແດງເຖິງຈຸດຢືນ ທີ່ສະໜັບສະໜູນລະບົບ ການຄ້າຫລາຍຝ່າຍ ພາຍໃຕ້ອົງການການຄ້າໂລກ ແລະ ກອງປະຊຸມຍັງໄດ້ເນັ້ນເຖິງ ການເພີ່ມທະວີການຮ່ວມມື ກັບບັນດາປະເທດຄູ່ຮ່ວມພັດທະນາ ເພື່ອສ້າງຄວາມເຂັ້ມແຂງ ແລະ ຍືດຍຸນໃຫ້ ແກ່ເສດຖະກິດພາຍໃນອາຊຽນ.




ພາຍຫລັງການປຶກສາຫາລື, ກອງປະຊຸມໄດ້ເຫັນດີຮັບຮອງເອົາ ຮ່າງຖະແຫລງການຮ່ວມທັງ ສາມກອງປະຊຸມ ໂດຍເນື້ອໃນຂອງຖະແຫລງການ ແມ່ນຮຽກຮ້ອງໃຫ້ທຸກປະເທດສະມາຊິກ ເຄົາລົບ ແລະ ຮັກສາລະບຽບຫລັກການ ພື້ນຖານຂອງອົງການການຄ້າໂລກ ແລະ ເພີ່ມທະວີການຮ່ວມມື ໃນຂອບການຄ້າເສລີທີ່ມີຢູ່ແລ້ວ ແລະ ໃໝ່ ເຊັ່ນ: ສັນຍາການເປັນຄູ່ຮ່ວມມື ທາງດ້ານເສດຖະກິດຮອບດ້ານ ລະດັບພາກພື້ນ ຫລື ອາເຊັບ ແລະ ສັນຍາການຄ້າເສລີອາຊຽນບວກ.

ຂ່າວ: ໄພວັນ

ພາບ: ສູນທອງ

KPL

ຂ່າວອື່ນໆ

ads
ads

Top