ຂປລ
ພິທີຍ້ອງຍໍ ບຸກຄົນ ແບບຢ່າງ ທີ່ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ກໍຄື ບຸກຄົນ ແລະ ລວມໝູ່ ກ້າວໜ້າ ໃນການຊ້ວຍເຫລືອ ຄົນພິການທົ່ວປະເທດຈີນ ຄັ້ງທີ 7 ໄດ້ຈັດຂຶ້ນ ຢູ່ນະຄອນຫລວງປັກກິ່ງ ໃນວັນທີ 16 ພຶດສະພານີ້

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ພິທີຍ້ອງຍໍ ບຸກຄົນ ແບບຢ່າງ ທີ່ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ກໍຄື ບຸກຄົນ ແລະ ລວມໝູ່ ກ້າວໜ້າ ໃນການຊ້ວຍເຫລືອ ຄົນພິການທົ່ວປະເທດຈີນ ຄັ້ງທີ 7 ໄດ້ຈັດຂຶ້ນ ຢູ່ນະຄອນຫລວງປັກກິ່ງ ໃນວັນທີ 16 ພຶດສະພານີ້,ໃນໂອກາດນີ້ ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານ ຄະນະກຳມະການ ການທະຫານສູນກາງຈີນ ໄດ້ໃຫ້ຄຳຊີ້ນຳ ສຳຄັນ ເນື່ອງໃນໂອກາດ ວັນຊ່ວຍເຫລືອ ຄົນພິການແຫ່ງຊາດຈີນ ຄົບຮອບ 35 ປີຈະມາເຖິງ. ທ່ານ ສີ ຈິ້ນຜິງ ໄດ້ຊີ້ໃຫ້ເຫັນວ່າ, ຄົນພິການ ເປັນກຳລັງ ສຳຄັນ ໃນການຊຸກຍູ້ ຂະບວນການ ສ້າງຄວາມທັນສະໄໝ ແບບຈີນ, ທັງເປັນກຸ່ມຄົນຫຍຸ້ງຍາກ ທີ່ຕ້ອງໄດ້ຮັບການເບິ່ງແຍງ ແລະ ເອົາໃຈໃສ່ເປັນພິເສດ. ຄະນະພັກ ແລະ ອົງການປົກຄອງ ທຸກຂັ້ນ ຕ້ອງໃຫ້ຄວາມສຳຄັນສູງຕໍ່ ວຽກງານ ທີ່ກ່ຽວກັບ ຄົນພິການ, ຕັ້ງໜ້າ ສ້າງບັນຍາກາດ ແລະ ສະພາບແວດລ້ອມອັນດີງາມ ໃນສັງຄົມ ທີ່ເຂົ້າໃຈ, ເຄົາລົບນັບຖື, ເອົາໃຈໃສ່ ແລະ ຊ່ວຍເຫລືອ ຄົນພິການ. ຫວັງວ່າ ຄົນພິການ ທັງຫລາຍ ຈະສາມາດ ຜ່ານຜ່າ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆຢ່າງກ້າຫານ, ຕັ້ງໜ້າ ສະແຫວງຫາ ຄວາມໃຝ່ຝັນຊີວິດ ຂອງຕົນຢ່າງເຂັ້ມແຂງ, ຮ່ວມກັນ ປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນຊຸກຍູ້ ການສ້າງປະເທດ ເຂັ້ມແຂວງ ແລະ ພາລະກິດທີ່ຍິ່ງໃຫຍ່ແຫ່ງ ການຟື້ນຟູ ຄວາມຈະເລີນຮຸ່ງເຮືອງ ຂອງປະຊາຊາດຈີນ ຢ່າງຮອບດ້ານ ດ້ວຍຄວາມທັນສະໄໝ ແບບຈີນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL