ສະສາງລົດໃຫ້ ອະດີດພະນັກງານການນໍາ ແລະ ພະນັກງານບຳນານ ກະຊວງ ຖວທ

21/05/2025 20:47
Email Print 210
ຂປລ ຂປລ. ພິທີສະສາງລົດໃຫ້ພະນັກງານບຳນານ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຈັດຂຶ້ນໃນວັນທີ 20 ພຶດສະພາ 2025 ຢູ່ກະຊວງການເງິນ ໂດຍການເປັນປະທານຂອງ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມຊັບສິນກະຊວງການເງິນ, ມີບັນດາອະດີດພະນັກ ງານການນຳ ແລະ ພະນັກງານບຳນານ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເຂົ້າຮ່ວມ.



ຂປລ.  ພິທີສະສາງລົດໃຫ້ພະນັກງານບຳນານ ກະຊວງຖະແຫລງຂ່າວ
, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຈັດຂຶ້ນໃນວັນທີ 20 ພຶດສະພາ 2025 ຢູ່ກະຊວງການເງິນ ໂດຍການເປັນປະທານຂອງ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມຊັບສິນກະຊວງການເງິນ, ມີບັນດາອະດີດພະນັກ ງານການນຳ ແລະ ພະນັກງານບຳນານ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເຂົ້າຮ່ວມ.



ການສະສາງລົດຄັ້ງນີ້
, ເພື່ອກວດກາ ແລະ ສະສາງລົດລັດທີ່ອະດີດພະນັກງານການນໍາ, ພະນັກ ງານບໍານານນໍາໃຊ້ມາແລ້ວ ໃຫ້ຖືກຕ້ອງຕາມລະບຽບການ. ໃນນີ້, ໄດ້ເນັ້ນເຖິງນະໂຍບາຍຂອງພັກ ແລະ ລັດຖະບານ ທີ່ມີຕໍ່ພະນັກງານບໍານານ ແລະ ການຄິດໄລ່ຄ່າຫລຸ້ຍຫ້ຽນລົງ ເພື່ອໃຫ້ພະນັກງານບໍານານ ສາມາດຈ່າຍຕາມອາຍຸການເຮັດວຽກ.




ລົດລັດທີ່ສະສາງໃຫ້ ອະດີດພະນັກງານການນໍາ​ໃນ​ຄັ້ງ​ນີ້ ມີຈໍານວນ
7 ຄັນ ແລະ ພະນັກງານອາວຸໂສ-ບຳນານ 4 ຄັນ ໂດຍອີງຕາມຂໍ້ຕົກລົງຂອງລັດຖະມົນຕີ ຂອງກະຊວງການເງິນ ວ່າດ້ວຍການສຳລະສະສາງລົດລັດ ໃຫ້ອະດີດພະນັກງານການນໍາ ແລະ ພະນັກງານບໍານານຂອງກະຊວງ ຖວທ ​ເຊິ່ງການສໍາລະສະສາງ ຄ່າລົດຕາມມູນຄ່າທີ່ໄດ້ກຳນົດນັ້ນ ແມ່ນໃຫ້ຈ່າຍງວດດຽວ, ກໍລະນີຫາກມີຜູ້ໃດຜູ້ໜຶ່ງ ບໍ່ສາມາດຈ່າຍໄດ້ ແມ່ນໃຫ້ສົ່ງລັດຄືນເພື່ອນໍາໃຊ້ ເຂົ້າໃນວຽກງານລວມຂອງລັດໃນຂັ້ນຕໍ່ໄປ.

ຂ່າວ-ພາບ: ວິທະຍຸແຫ່ງຊາດ

KPL

ຂ່າວອື່ນໆ

ads
ads

Top