ຂປລ
ຂປລ. ກົມໃຫຍ່ການເມືອງກອງທັບ ຈັດກອງປະຊຸມສະຫລຸບ ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ວັນທີ 21 ພຶດສະພາ 2025 ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງ

ຂປລ. ກົມໃຫຍ່ການເມືອງກອງທັບ ຈັດກອງປະຊຸມສະຫລຸບ ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ວັນທີ 21 ພຶດສະພາ 2025 ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ ທີ່ຂຶ້ນກັບ ກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ.

ສະຫາຍ ພັນເອກ ອໍາພອນ ສຸກວິໄຊ ກໍາມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫລຸບລາຍງານ ແລະ ຕີລາຄາຄືນການນໍາພາ ປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2024 ແລະ ວາງທິດທາງແຜນການ ປະຈໍາປີ 2025. ໃນໄລຍະຜ່ານມາ, ຄະນະພັກກົມໃຫຍ່ການເມືອງກອງທັບ ໄດ້ຖືເອົາວຽກງານສຶກສາອົບຮົມ ການເມືອງ-ນໍາພາແນວຄິດ ເປັນບັນຫາສໍາຄັນ ນໍາພາ-ຊີ້ນໍາຄະນະພັກຮາກຖານ, ຄະນະໜ່ວຍພັກ ຕະ ຫລອດຮອດພະນັກງານ-ສະມາຊິກພັກ ທົ່ວອົງການກົມໃຫຍ່ການເມືອງກອງທັບ ມີຄວາມສະຫງົບ ປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍຖືເອົາຄຸນນະພາບເປັນກົກ, ເອົາປະລິມານເປັນສໍາຄັນ. ນອກນັ້ນ, ຍັງໄດ້ປັບປຸງແບບແຜນການນໍາພາ ຂອງຄະນະພັກຮາກຖານ, ຄະນະໜ່ວຍພັກ ໃຫ້ມີຄວາມເປັນເອກະພາບ ແລະ ປະຕິບັດຕາມລະບຽບ ຫລັກການນໍາພາຂອງພັກ ຢ່າງຖືກຕ້ອງ, ເອົາໃຈໃສ່ເພີ່ມທະວີຍົກສູງວຽກງານກວດກາພັກ ແລະ ປ້ອງກັນພັກ ສະຫລຸບຕີລາຄາລາຍງານ ສ່ອງແສງຢ່າງເປັນປົກກະຕິ, ປັບປຸງໂຄງປະກອບດ້ານການຈັດຕັ້ງຂັ້ນກົມ, ຫ້ອງການ ແລະ ກອງ ໂດຍຍຶດໝັ້ນ 5 ຫລັກການ 3 ທິດນໍາຂອງພັກ ມີຄວາມໜັກແໜ້ນ ເຂັ້ມແຂງ, ມີຄວາມໂປງໃສ ແລະ ມີຄຸນນະພາບ, ຮັບປະກັນໄດ້ໃນການສ້າງພະນັກງານ 3 ຮຸ່ນ ສືບທອດປ່ຽນແທນ, ຮັກສາໄດ້ລະບອບດໍາເນີນ ຊີວິດການເມືອງພາຍໃນພັກ ແລະ ເສຍເງິນສະຕິພັກຢ່າງເປັນປົກກະຕິ, ຈັດຕັ້ງເປີດຮຽນສະໜັບສະໜູນ ແລະ ກົດລະບຽບພັກປະ ຊາຊົນປະຕິວັດລາວ ໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອກະກຽມຂະຫຍາຍເຂົ້າເປັນສະມາຊິກພັກ ຖືກຕາມຂັ້ນຕອນລະບຽບການຂອງພັກຢ່າງເຂັ້ມງວດ. ປັດຈຸບັນ, ທົ່ວອົງຄະນະພັກກົມໃຫຍ່ການເມືອງກອງທັບ ມີ 10 ຄະນະພັກຮາກຖານ, ມີ 61 ໜ່ວຍພັກ, ສາມາດຕີລາຄາແບ່ງປະເພດຄຸນນະພາບ ຂອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ສະມາຊິກພັກແຂງ ປະຈຳປີ 2024 ໄດ້ດັ່ງນີ້: ປະເພດແຂງໄດ້ 82,96%, ກາງ 2,73%, ບໍ່ໄດ້ແບ່ງປະເພດ 14,07% ແລະ ຮັບຮອງເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ມີ 32 ໜ່ວຍພັກ. ໃນນັ້ນ, ຮັບຮອງ 6 ຄັ້ງຕິດຕໍ່ກັນມີ 17 ກົມກອງ, 5 ຄັ້ງຕິດຕໍ່ກັນມີ 3 ກົມກອງ, 4 ຄັ້ງຄິດຕໍ່ກັນມີ 3 ກົມກອງ, 3 ຄັ້ງຕິດຕໍ່ກັນມີ 1 ກົມກອງ, 2 ຄັ້ງຄິດຕໍ່ກັນມີ 4 ກົມກອງ ແລະ ສະເໜີຮັບຮອງໃໝ່ມີ 4 ກົມກອງ.

ຈາກນັ້ນ, ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາງວົງ ກໍາມະການຄະນະພັກກົມໃຫຍ່, ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການປະດັບຫລຽນກາລະນຶກ 70 ປີ ວັນສ້າງພັກປະຊາຊົນປະຕິວັດລາວ ໃຫ້ສະມາ ຊິກພັກປະຈໍາການຢູ່ກະຊວງປ້ອງກັນປະເທດ ຈໍານວນ 1.019 ສະຫາຍ, ຍິງ 56 ສະຫາຍ ຕໍ່ຜູ້ທີ່ມີຜົນງານດີເດັ່ນ, ມີເງື່ອນໄຂມາດຖານຄົບຖ້ວນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໃຫ້ຄະນະພັກ -ຄະນະບັນຊາແຕ່ລະຂັ້ນ ເພີ່ມທະວີວຽກງານສຶກສາອົບຮົມ ການເມືອງ-ນໍາພາແນວຄິດໃຫ້ຖັນແຖວພະ ນັກງານສະມາຊິກພັກ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ບັນພື້ນຖານຍຶດໝັ້ນ 5 ຫລັກການ 3 ທິດດນໍາຂອງພັກ ໃຫ້ເປັນໜ້າທີ່ຄວາມຮັບຜິດຊອບຂອງໝົດທຸກຄົນ ແລະ ສາ ມາດເປັນແກນນໍາໃນລະບົບການເມືອງ ຢູ່ໃນກົມໃຫຍ່ການເມືອງກອງທັບຢ່າງແທ້ຈິງ ໂດຍການຫັນເອົາມະຕິ, ຄໍາສັ່ງ ຂອງຂັ້ນເທິງ ກໍຄື ມະຕິຂອງກົມກອງມາຈັດຕັ້ງປະຕິບັດ ໃຫ້ສອດຄ່ອງແທດເໝາະກັບຈຸດພິເສດໜ້າທີ່ການເມືອງ ແລະ ວິຊາສະເພາະຂອງຕົນ. ພ້ອມນັ້ນ, ກໍເອົາໃຈໃສ່ວຽກງານກວດກາພັກ ໃນຖານະທີ່ເປັນເສນາທິການ ຊ່ວຍຄະນະພັກຂັ້ນເທິງ ໄປພ້ອມກັບການສ້າງແຜນການ, ຄາດໝາຍສູ້ຊົນແຕ່ລະໄລຍະ ໃຫ້ລະອຽດຈະແຈ້ງ ແລະ ນໍາເອົາເນື້ອໃນກອງປະຊຸມສະຫລຸບ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ຢູ່ໃນຄະນະພັກຂອງຕົນ ໃຫ້ປະສົບຜົນສໍາເລັດໃຫຍ່ຫລວງຂຶ້ນກວ່າເກົ່າ.
ຂ່າວ-ພາບ: ນົກ ບຸນມາເລີດ
KPL