ຂປລ
ສປ ຈີນ ໄດ້ຍິງສົ່ງດາວທຽມ ຈົ່ງຊີ່ງ 3B ຂຶ້ນສູ່ ອະວະກາດ ດ້ວຍຈະຫລວດ ສົ່ງຍານ ຊາງເຈີ່ງ-7A Y2 ຢູ່ສູນສົ່ງຍານ ອະວະກາດ ເວີນຊ່າງ ຢ່າງສຳເລັດຜົນ
ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 20 ພຶດສະພານີ້, ສປ ຈີນ ໄດ້ຍິງສົ່ງດາວທຽມ ຈົ່ງຊີ່ງ 3B ຂຶ້ນສູ່ ອະວະກາດ ດ້ວຍຈະຫລວດ ສົ່ງຍານ ຊາງເຈີ່ງ-7A Y2 ຢູ່ສູນສົ່ງຍານ ອະວະກາດ ເວີນຊ່າງ ຢ່າງສຳເລັດຜົນ, ດາວທຽມ ໄດ້ເຂົ້າສູ່ວົງໂຄຈອນ ທີ່ກຳນົດໄວ້ ຢ່າງສະດວກ, ເຮັດໃຫ້ພາລະກິດ ຍິງສົ່ງດາວທຽມ ໄດ້ຮັບຜົນສຳເລັດ ຢ່າງສົມບູນ. ດາວທຽມ ຈົ່ງຊີ່ງ 3B ຕົ້ນຕໍ ແມ່ນໃຊ້ເຂົ້າໃນ ການໃຫ້ ການບໍລິການ ສົ່ງສຽງ ໂທລະສັບ, ຂໍ້ມູນ, ວິທະຍຸ, ໂທລະພາບ ແລະ ດ້ານອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL