7034

ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 23.05.2025 ປີທີ 24 ສະບັບທີ 6.189ັຸີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j 3m]tg]dglQ klts]q f.9 -q ,g-u p;a olh k'8A 'ra dxt-k-q o xt8y ;a f]k; 7q [Iv[ 70 xu 1j k'l5 f.9K za o0tspkpdkooe.-h ]t[q [0= h ,6 o 0j k;lkodkog'y orkd]a f .sh rtoa d'ko vvxl dq ,.spj dkog,n v'dv'ma [ lts]5 [dkod+ lh k' |j ;pra dxvf.l g0A ,c0' |a dc|h o xu 2024 x6 dc]h ;8h v'[q ;]t[a f.sh ]vf8kp d;fdk7;k,7n [|h kdkod+ lh k'l6 o[e[a f xyj oxq ; c]t 2N o26 l5 0trk[z6h 8y f1kgl[8y f dq ,xj kw,h ;k's]kp,kf8tdko 2N o26 xj kmu j -5 f3-,.sh da [,kv5 fq ,lq ,[6 o dq ,]h P'la f c]t dkoxt,q ' 1n o1a o [+ ,u d= ]tou ]t[kf0v'w0h g]n vffe 16j ]k; ກຳ; ສ້າງຄວາມເຂັ້ມແຂງ ແລະ ປັບປຸງການລົງຊີວິດຂອງປະຊາຊົນ; ຂປລ. ກົມໃຫຍ່ການເມືອງກອງ ທັບ ຈັດກອງປະຊຸມສະຫລຸບການ ກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ວັນທີ 21 ພຶດສະພາ 2025 ໂດຍການ ເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການ ຄະນະປະຈໍາພັກກະຊວງ, ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ ຂປລ. ໃນວັນທີ 21 ພຶດສະພາ 2025 ນີ້, ທ່ານ ພົທ ຄຳກິ່ງ ຜຸຍ ຫລ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມຄະນະ ລົງຕິດຕາມ ກວດກາຄວາມຄືບໜ້າໃນການຈັດ ຕັ້ງປະຕິບັດການກໍ່ສ້າງສູນບຳບັດ ປີ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດ ຢາເສບຕິດ ຢູ່ບ້ານຫ້ວຍທົນ ເມືອງ ໂພນໂຮງແຂວງວຽງຈັນ ໂດຍການ ຕ້ອນຮັບຂອງ ພົຈວ ສູນທອນ ລາດ ຊະສົມບັດ ຮອງຫົວໜ້າກົມໃຫຍ່ ຂປລ. ກະຊວງກະສິກຳ ແລະ ປ່າໄມ້ ໄດ້ສຸມໃສ່ວາງຫລາຍມາດ ຕະການ ເພື່ອເປັນການຄຸ້ມຄອງ ແລະ ປົກປັກຮັກສາ ຊັບພະຍາກອນ ປ່າໄມ້ ບໍ່ໃຫ້ຖືກທຳລາຍ ແລະ ຟື້ນຟູ ປ່າໄມ້ທີ່ຊຸດໂຊມ ໃຫ້ມີຄວາມອຸດົມ ສົມບູນ, ພ້ອມທັງຮັບປະກັນເນື້ອ ທີ່ປົກຫຸ້ມ 70% ຂອງເນື້ອທີ່ທົ່ວ ປະເທດ ເຊິ່ງປະກອບມີ: ມາດຕະ ການສະກັດກັ້ນການບຸກລຸກ, ການ ທໍາລາຍປ່າໄມ້; ການຟື້ນຟູແບບທໍາ ມະຊາດ ແລະ ປູກເສີມ; ການປູກ ໄມ້ ລວມທັງການປູກໄມ້ອຸດສາຫະ ການເມືອງກອງທັບ, ມີຄະນະພັກຄະນະບັນຊາກົມ, ຫ້ອງການ, ກອງ ທີ່ຂຶ້ນກັບ ກົມໃຫຍ່ການເມືອງກອງ ທັບ ເຂົ້າຮ່ວມ. F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 3່ າໍ່ ໜ້າ ຂປລ. ສະພາປະຊາຊົນນະຄອນ ຫລວງວຽງຈັນ (ນວ) ຮັບຮອງ ເອົາການສ້າງຕັ້ງຕາແສງໃໝ່ (ທົດ ລອງ) ຢູ່ເມືອງໄຊທານີ ນະຄອນ ຫລວງວຽງຈັນ ໂດຍບັນດາສະມາ ຊິກສະພາປະຈຳເຂດເລືອກຕັ້ງທີ 1 ນວ ໄດ້ລົງຄະແນນສຽງຮັບຮອງ ເອົາຊື່ “ຕາແສງຊ້າງມີໄຊ” ກວມ ເອົາ 24 ບ້ານ ດ້ວຍຄະແນນສຽງ ເປັນສ່ວນຫລາຍ. ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ເພື່ອພິຈາລະນາ ແລະ ຮັບຮອງເອົາ ການສ້າງຕັ້ງຕາແສງ(ທົດລອງ) ຂປລ. ກົມການເງິນ ອົງການໄອ ຍະການປະຊາຊົນສູງສຸດ(ອອປສ) ສົມທົບກັບກົມງົບປະມານ ແລະ ກົມ ເຕັກນິກຂໍ້ມູນຂ່າວສານ ກະຊວງ ການເງິນ ຜັນຂະຫຍາຍການນໍາໃຊ້ ລະບົບຂໍ້ມູນຂ່າວສານການເງິນ ພາກລັດ ສປປ ລາວ (LIFMIS) ໃຫ້ຄະນະນໍາກົມ, ຄະນະນໍາພະ ແນກ ພາຍໃນກົມການເງິນ ໃນວັນ ທີ 20 ພຶດສະພາ 2025 ຜ່ານມາ ໂດຍມີ ທ່ານ ສີສຸພັນ ສີວັນທອງ ຫົວໜ້າກົມການເງິນ ອົງການໄອຍະ ການປະຊາຊົນສູງສຸດ ພ້ອມດ້ວຍ ຂປລ. ກົມລ້ຽງສັດ ແລະ ການ ປະມົງ ກະຊວງກະສິກຳ ແລະ ປ່າ ໄມ້ ອອກມາຢືນຢັນວ່າ: ຍັງບໍ່ທັນ ມີການລະບາດຂອງໄຂ້ເລືອດດຳ ລະບາດ ຢູ່ ສປປ ລາວ, ແຕ່ເຖິງ ແນວໃດກໍຕາມ ຮຽກຮ້ອງໃຫ້ປະ ຊາຊົນ ໃຫ້ກິນອາຫານທີ່ປຸງແຕ່ງ ສຸກດີ, ບໍ່ໃຫ້ກິນຊີ້ນສັດດິບ ຫລື ສຸກໆດິບໆ ເພື່ອຫລຸດຜ່ອນຄວາມ ສ່ຽງ ຈາກການຕິດເຊື້ອພະຍາດທີ່ ຕິດຈາກສັດສູ່ຄົນ ໂດຍສະເພາະໄຂ້ ເລືອດດຳ ທີ່ອາດຈະເກີດຂຶ້ນ. ທ່ານ ສຸພາວັນ ແກ້ວວິໄລ ຮອງ ຫົວໜ້າກົມລ້ຽງສັດ ແລະ ການປະ ມົງ ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ພະຍາດໄຂ້ເລືອດດຳ ເປັນພະຍາດ ຕິດຕໍ່ຮ້າຍແຮງຊະນິດໜຶ່ງ ທີ່ມັກ ເກີດຂຶ້ນກັບສັດລ້ຽງລູກດ້ວຍນ້ຳ ນົມ ເຊັ່ນ: ງົວ, ຄວາຍ ແບ້, ມ້າ, ແກະ, ໝູ ແລະ ສັດປ່າລ້ຽງລູກ ດ້ວຍນໍ້ານົມ. ປັດຈຸບັນ ສປປ ລາວ ແມ່ນຍັງບໍ່ມີການລາຍງານສັດລ້ຽງ ເປັນພະຍາດໄຂ້ເລືອດດຳ. ແຕ່ເຖິງ ຢ່າງໃດກໍຕາມ, ກົມລ້ຽງສັດ ແລະ ການປະມົງ ຈະໄດ້ສືບຕໍ່ສົມທົບ ກັບກົມລ້ຽງສັດ ແລະ ການປະມົງ ແຂວງ ຕິດຕາມຢູ່ຂອບເຂດທົ່ວ ປະເທດ ໂດຍສະເພາະໃນເຂດທີ່ີມີ ຄວາມສ່ຽງ ເຊັ່ນ: ແຂວງສະຫວັນ ນະເຂດ, ສາລະວັນ, ຈຳປາສັກ, ຄຳມ່ວນ ແລະ ບໍລິຄຳໄຊ ເຝົ້າ ລະວັງ ແລະ ຕິດຕາມຢ່າງເປັນ ປົກກະຕິ. w0dv'xt-5 ,ltw\;y lk,a o gmnj vmu 1 0v'ltrkxt-k-q o o; -5 fmu II ຂປລ. ກອງປະຊຸມສະໄໝວິສາ ມັນ ເທື່ອທີ 1 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ລໍາພອຍ ສີອັກຄະຈັນ ຄະນະປະຈໍາພັກ, ຮອງປະທານ ສະພາປະຊາຊົນນະຄອນຫລວງ ວຽງຈັນ, ທ່ານ ບຸນທາມ ພຸດທະວົງ ສາ ຮອງປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ຊົງເລົ່າ ຢົງນູ ຮອງເລຂາ ltrkxt-k-q o o; Ia [Iv' -nj 8kcl' 8A '.\j 16j g,n v'w-mkou 8kcl'-h k',u wຢູ່ເມືອງໄຊທານີ ນະຄອນຫລວງ ວຽງຈັນ ຈັດຂຶ້ນໃນວັນທີ 22 ພຶດ ສະພາ 2025 ໂດຍການເປັນປະ ທານຂອງທ່ານ ນາງ ລໍາພອຍ ສີອັກຄະຈັນ ຮອງປະທານສະພາ ປະຊາຊົນ ນະຄອນຫລວງວຽງຈັນ, ມີບັນດາການນໍານະຄອນຫລວງ, ບັນດາສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ1, ສະມາຊິກ ສະພາປະຊາຊົນ ນະຄອນຫລວງ, ເຈົ້າເມືອງ ແລະ ບັນດາແຂກຖືກ ເຊີນເຂົ້າຮ່ວມ. ຈຸດທີ່ຕັ້ງຂອງ “ຕາແສງຊ້າງ ມີໄຊ” ຕັ້ງຢູ່ຝາກງື່ມເບື້ອງທິດ ຂປລ ໃນວັນທີ 22 ພຶດສະພາ 2025 ນີ້, ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດລາວ ໄດ້ສົ່ງໂທລະເລກເສົ້າ ສະຫລົດໃຈ ເຖິງ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ ຕໍ່ການເຖິງແກ່ມໍລະນະກໍາ ຂອງ ສະຫາຍ ເຈີນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນ ກາງພັັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ເມື່ອວັນທີ 20 ພຶດສະພາ 2025 ຜ່ານມາ. ເນື້ອໃນໂທລະເລກໄດ້ລະບຸໄວ້: ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ປະຊາຊົນລາວບັນດາ ເຜົ່າ ມີຄວາມເສົ້າສະຫລົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ເມື່ອໄດ້ ຮັບຂ່າວ ສະຫາຍ ເຈີນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນ ກາງພັັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ເຖິງແກ່ມໍລະ ນະກໍາ ໃນວັນທີ 20 ພຶດສະພາ 2025. ຄະນະກົມ, ຄະນະພະແນກ ພາຍໃນ ກົມການເງິນ ແລະ ວິຊາການ ເຂົ້າ ຮ່ວມ. F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ພາບປະກອບ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 23/05/2025 xtgmf]k; ໂທລະເລກ... ສະພາປະຊາຊົນ...ົ ສະຫາຍ ເຈີນ ດຶກ ເລືອງ ແມ່ນການນຳທີ່ດີເດັ່ນ, ເປັນການນຳຫລັກ ແຫລ່ງຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ເຊິ່ງຍາມໃດສະຫາຍ ກໍຍົກສູງນໍ້າໃຈເສຍສະລະ, ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກ ພັກ, ຮັບໃຊ້ພາລະກິດປະຕິວັດຂອງພັກ, ປະເທດຊາດ ແລະ ປະຊາຊົນ ດ້ວຍຄວາມຊື່ສັດບໍລິສຸດ, ໄດ້ທຸ່ມເທສະຕິປັນຍາ ແລະ ເຫື່ອແຮງ ເຂົ້າໃນ ພາລະກິດສ້າງສາ ແລະ ປົກປັກຮັກສາ ປະເທດຫວຽດນາມ ໃຫ້ຈະເລີນ ວັດທະນາ. ການຈາກໄປຂອງ ສະຫາຍ ເຈີນ ດຶກ ເລືອງ ບໍ່ພຽງແຕ່ເປັນການສູນ ເສຍອັນໃຫຍ່ຫລວງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍ ນ້ອງ ເທົ່ານັ້ນ, ແຕ່ຍັງເປັນການສູນເສຍ ເພື່ອນສະຫາຍ ທີ່ໃກ້ຊິດສະໜິດ ສະໝົມທີ່ສຸດຂອງ ພັກ, ລັດ ແລະ ປະຊາຊົນລາວ ພວກຂ້າພະເຈົ້າອີກດ້ວຍ. ສະຫາຍ ເຈີນ ດຶກ ເລື່ອງ ຍາມໃດກໍໄດ້ເອົາໃຈໃສ່ ແລະ ໃຫ້ການສະໜັບ ສະໜູນຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ຂອງ ສປປ ລາວ ໄດ້ປະກອບສ່ວນສຳຄັນໃຫຍ່ຫລວງເຂົ້າໃນການເພີ່ມພູນຄູນສ້າງສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້້ນັບ ແໜ້ນແຟ້ນ ແລະ ແຕກດອກ ອອກຜົນ ຕະຫລອດມາ. ໃນເວລາອັນໂສກເສົ້າເສຍດາຍນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມ ເສົ້າສະຫລົດໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ສະພາແຫ່ງຊາດ ສສ ຫວຽດນາມ, ປະທານປະເທດ ສສ ຫວຽດນາມ, ລັດຖະບານ ສສ ຫວຽດນາມ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດ ນາມ ແລະ ປະຊາຊົນຊາຊົນຫວຽດນາມ ອ້າຍນ້ອງ ພ້ອມດ້ວຍຄອບຄົວ ສະຫາຍ ເຈີນ ດຶກ ເລືອງ ມານະໂອກາດນີ້ດ້ວຍ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ຈະຫັນເອົາຄວາມທຸກໂສກເສຍດາຍນີ້ ໃຫ້ກາຍເປັນເຫງົ້າພະລັງ ແຫ່ງຄວາມສາມັກຄີ ຂອງປວງຊົນທັງຊາດ ເພື່ອສືບຕໍ່ກ້າວຂຶ້ນຢ່າງ ໜັກແໜ້ນ, ສ້າງປະເທດຫວຽດນາມເປັນປະເທດອຸດສາຫະກໍາຕາມທິດ ທັນສະໄໝ ແລະ ບັນລຸເປົ້າໝາຍ ປະຊາຊົນຮັ່ງມີຜາສຸກ, ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ຕາເວັນອອກສ່ຽງເໜືອ ຂອງນະ ຄອນຫລວງວຽງຈັນ, ຫ່າງຈາກ ໃຈກາງນະຄອນຫລວງວຽງຈັນ 70 ກິໂລແມັດ, ຫ່າງຈາກຫ້ອງ ວ່າການ ເມືອງໄຊທານີ 55 ກິໂລ ແມັດ, ຫ່າງຈາກເມືອງປາກງື່ມ 31 ກິໂລແມັດ ແລະ ຫ່າງຈາກ ເມືອງທຸລະຄົມ ແຂວງວຽງຈັນ 35 ກິໂລແມັດ, ທາງທິດເໜືອຕິດກັບ ແຂວງວຽງຈັນ ໂດຍກຳນົດເອົາ ສາຍພູເຂົາຄວາຍ ເປັນເຂດແດນ, ທາງທິດໃຕ້ຕິດກັບນໍ້າງື່ມ, ທາງທິດ ຕາເວັນອອກ ຕິດກັບເມືອງປາກ ງື່ມ, ທິດຕາເວັນຕົກ ຕິດກັບ ແຂວງ ວຽງຈັນ ໂດຍກຳນົດເອົານໍ້າຫຍາມ ເປັນເຂດແດນ. ຂໍ້ມູນ: ເສດຖະກິດການຄ້າ ພາບ: ໜັງສືພິມວຽງຈັນໃໝ່ ກົມໃຫຍ່ການເມືອງ...ົ່ື ສະຫາຍ ພັນເອກອໍາພອນສຸກວິ ໄຊ ກໍາມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ ການເມືອງກອງທັບ ໄດ້ຜ່ານບົດ ສະຫລຸບລາຍງານ ແລະ ຕີລາຄາ ຄືນການນໍາພາປັບປຸງກໍ່ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2024 ແລະ ວາງທິດທາງ ແຜນການ ປະຈໍາປີ 2025. ໃນ ໄລຍະຜ່ານມາ, ຄະນະພັກກົມໃຫຍ່ ການເມືອງກອງທັບ ໄດ້ຖືເອົາວຽກ ງານສຶກສາອົບຮົມການເມືອງ-ນໍາ ພາແນວຄິດ ເປັນບັນຫາສໍາຄັນ ນໍາພາ-ຊີ້ນໍາຄະນະພັກຮາກຖານ, ຄະນະໜ່ວຍພັກ ຕະຫລອດຮອດ ພະນັກງານ-ສະມາຊິກພັກ ທົ່ວອົງ ການກົມໃຫຍ່ການເມືອງກອງທັບ ມີຄວາມສະຫງົບ ປອດໃສ ເຂັ້ມ ແຂງ ໜັກແໜ້ນ ໂດຍຖືເອົາຄຸນນະ ພາບເປັນກົກ, ເອົາປະລິມານເປັນ ສໍາຄັນ. ນອກນັ້ນ, ຍັງໄດ້ປັບປຸງ ແບບແຜນການນໍາພາ ຂອງຄະນະ ພັກຮາກຖານ, ຄະນະໜ່ວຍພັກ ໃຫ້ມີຄວາມເປັນເອກະພາບ ແລະ ປະຕິບັດຕາມລະບຽບຫລັກການນໍາ ພາຂອງພັກ ຢ່າງຖືກຕ້ອງ, ເອົາໃຈ ໃສ່ເພີ່ມທະວີຍົກສູງວຽກງານກວດ ກາພັກ ແລະ ປ້ອງກັນພັກ ສະຫລຸບ ຕີລາຄາລາຍງານສ່ອງແສງຢ່າງ ເປັນປົກກະຕິ, ປັບປຸງໂຄງປະກອບ ດ້ານການຈັດຕັ້ງຂັ້ນກົມ, ຫ້ອງການ ແລະ ກອງ ໂດຍຍຶດໝັ້ນ 5 ຫລັກ ການ 3 ທິດນໍາຂອງພັກ ມີຄວາມ ໜັກແໜ້ນ ເຂັ້ມແຂງ, ມີຄວາມໂປ່ງ ໃສ ແລະ ມີຄຸນນະພາບ, ຮັບປະກັນ ໄດ້ໃນການສ້າງພະນັກງານ 3 ຮຸ່ນ ສືບທອດປ່ຽນແທນ, ຮັກສາໄດ້ ລະບອບດໍາເນີນຊີວິດການເມືອງ ພາຍໃນພັກ ແລະ ເສຍເງິນສະຕິ ພັກຢ່າງເປັນປົກກະຕິ, ຈັດຕັ້ງເປີດ ຮຽນສະໜັບສະໜູນ ແລະ ກົດລະ ບຽບພັກປະຊາຊົນປະຕິວັດລາວ ໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອກະ ກຽມຂະຫຍາຍເຂົ້າເປັນສະມາຊິກ ພັກ ຖືກຕາມຂັ້ນຕອນລະບຽບການ ຂອງພັກຢ່າງເຂັ້ມງວດ. ປັດຈຸບັນ, ທົ່ວອົງຄະນະພັກກົມໃຫຍ່ການ ເມືອງກອງທັບ ມີ 10 ຄະນະພັກ ຮາກຖານ, ມີ 61 ໜ່ວຍພັກ, ສາ ມາດຕີລາຄາແບ່ງປະເພດຄຸນນະ ພາບ ຂອງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ແລະ ສະມາຊິກ ພັກແຂງ ປະຈຳປີ 2024 ໄດ້ດັ່ງ ນີ້: ປະເພດແຂງໄດ້ 82,96%, ກາງ 2,73%, ບໍ່ໄດ້ແບ່ງປະເພດ 14,07% ແລະ ຮັບຮອງເປັນໜ່ວຍ ພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ມີ 32 ໜ່ວຍພັກ. ໃນນັ້ນ, ຮັບຮອງ 6 ຄັ້ງຕິດຕໍ່ກັນມີ 17 ກົມກອງ, 5 ຄັ້ງ ຕິດຕໍ່ກັນມີ 3 ກົມກອງ, 4 ຄັ້ງຕິດຕໍ່ ກັນມີ 3 ກົມກອງ, 3 ຄັ້ງຕິດຕໍ່ກັນ ມີ 1 ກົມກອງ, 2 ຄັ້ງຄິດຕໍ່ກັນມີ 4 ກົມກອງ ແລະ ສະເໜີຮັບຮອງໃໝ່ ມີ 4 ກົມກອງ. ຈາກນັ້ນ, ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາງວົງ ກໍາມະ ການຄະນະພັກກົມໃຫຍ່, ຫົວໜ້າ ກົມໂຄສະນາອົບຮົມ ກົມໃຫຍ່ການ ເມືອງກອງທັບ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງ ພັກ ວ່າດ້ວຍການປະດັບຫລຽນກາ ລະນຶກ 70 ປີ ວັນສ້າງພັກປະຊາຊົນ ປະຕິວັດລາວ ໃຫ້ສະມາຊິກພັກປະ ຈໍາການຢູ່ກະຊວງປ້ອງກັນປະເທດ ຈໍານວນ 1.019 ສະຫາຍ, ຍິງ 56 ສະຫາຍ ຕໍ່ຜູ້ທີ່ມີຜົນງານດີເດັ່ນ, ມີ ເງື່ອນໄຂມາດຖານຄົບຖ້ວນ ໃນພາ ລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ. ໂອກາດນີ້, ສະຫາຍ ພົນຕີ ວົງ ສອນ ອິນປານພິມ ໄດ້ມີຄຳເຫັນ ໂອ້ລົມ ແລະ ເນັ້ນໃຫ້ຄະນະພັກ -ຄະ ນະບັນຊາແຕ່ລະຂັ້ນ ເພີ່ມທະວີວຽກ ງານສຶກສາອົບຮົມການເມືອງ-ນໍາ ພາແນວຄິດໃຫ້ຖັນແຖວພະນັກງານ ສະມາຊິກພັກ ຕິດພັນກັບການກໍ່ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ບັນພື້ນຖານຍຶດໝັ້ນ 5 ຫລັກການ 3 ທິດນໍາຂອງພັກ ໃຫ້ ເປັນໜ້າທີ່ຄວາມຮັບຜິດຊອບຂອງ ໝົດທຸກຄົນ ແລະ ສາມາດເປັນແກນ ນໍາໃນລະບົບການເມືອງ ຢູ່ໃນກົມ ໃຫຍ່ການເມືອງກອງທັບຢ່າງແທ້ ຈິງ ໂດຍການຫັນເອົາມະຕິ, ຄໍາສັ່ງ ຂອງຂັ້ນເທິງ ກໍຄື ມະຕິຂອງກົມ ກອງມາຈັດຕັ້ງປະຕິບັດໃຫ້ສອດ ຄ່ອງແທດເໝາະກັບຈຸດພິເສດໜ້າທີ່ ການເມືອງແລະ ວິຊາສະເພາະຂອງ ຕົນ.ພ້ອມນັ້ນ,ກໍເອົາໃຈໃສ່ວຽກງານ ກວດກາພັກໃນຖານະທີ່ເປັນເສນາ ທິການຊ່ວຍຄະນະພັກຂັ້ນເທິງ ໄປ ພ້ອມກັບການສ້າງແຜນການ, ຄາດ ໝາຍສູ້ຊົນແຕ່ລະໄລຍະໃຫ້ລະອຽດ ຈະແຈ້ງ ແລະ ນໍາເອົາເນື້ອໃນກອງ ປະຊຸມສະຫລຸບການກໍ່ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ຢູ່ໃນຄະນະພັກຂອງຕົນໃຫ້ປະສົບ ຜົນສໍາເລັດໃຫຍ່ຫລວງຂຶ້ນກວ່າ ເກົ່າ. ຂ່າວ-ພາບ: ນົກ ບຸນມາເລີດ ຜັນຂະຫຍາຍ...ັ ການຜັນຂະຫຍາຍນໍາໃຊ້ລະບົບ ຂໍ້ມູນຂ່າວສານການເງິນພາກລັດ ສປປ ລາວ ໃນຄັ້ງນີ້ ກໍເພື່ອຫັນ ວຽກງານການເງິນ ຂອງລະບົບອົງ ການໄອຍະການປະຊາຊົນ ສູ່ຄວາມ ເປັນທັນສະໄໝ ດ້ວຍການສັງລວມ ເອົາທຸກຂະບວນການ ຂອງຮອບ ວຽນງົບປະມານ ເຂົ້າຢູ່ໃນລະບົບ ຂໍ້ມູນຂ່າວສານການເງິນພາກລັດ ສປປ ລາວ (LIFMIS) ເພື່ອເປັນ ເຄື່ອງມືໃນການຄຸ້ມຄອງງົບປະ ມານ ຂອງພາກລັດ ໂດຍສະເພາະ ຂົງເຂດການເງິນ ຂອງ ອອປສ ເປັນຕົ້ນ ການສ້າງແຜນ, ການ ຮັບຮອງແຜນ, ການປະກອບໃບ ຖອນ, ຂອດການສະຫລຸບລາຍງານ ໃນຮອບວຽນງົບປະມານງານ ເຊິ່ງ ຈະສ້າງຄວາມສະດວກໃນການ ສະຫລຸບງົບປະມານໃນທ້າຍປີ ໃນ ການສົມທຽບ, ການຢັ້ງຢືນຕາມ ຂັ້ນຕອນຕ່າງໆ ທັງເປັນການຫລຸດ ຂັ້ນຕອນລົງ ໂດຍສະເພາະການ ຮັບຮອງແຜນ, ການອະນຸມັດແຜນ ລາຍຈ່າຍ ຈະເປັນການອະນຸມັດ ໃນລະບົບ ເຮັດໃຫ້ຫົວໜ່ວຍງົບປະ ມານ ສາມາດປະກອບໃບຖອນສົ່ງ ຫາຄັງເງິນແຫ່ງຊາດໄວຂຶ້ນ ເຊິ່ງ ເປັນຜົນດີ ເຮັດໃຫ້ການຈັດຕັ້ງປະ ຕິບັດລາຍຈ່າຍວອງໄວຂຶ້ນກວ່າ ເກົ່າ, ທັງຫລຸດຜ່ອນການສຳເນົາ ເອກະສານຊ້ອນທ້າຍເປັນຈໍານວນ ຫລາຍ ສົ່ງໃຫ້ຄັງເງິນແຫ່ງຊາດຄື ໄລຍະຜ່ານມາ ດ້ວຍການຫັນເອົາ ລະບົບທັນສະໄໝເຂົ້າມາຊ່ວຍ. ກວດກາ... ພາລາທິການ ປກສ, ມີບັນດາຄະ ນະຮັບຜິດຊອບໂຄງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ພັທ ຫງວຽນ ເຖ ເຟື່ອງ ຮອງພະແນກຄຸ້ມຄອງການກໍ່ສ້າງ ໄດ້ລາຍງານຄວາມຄືບໜ້າການ ຈັດຕັ້ງປະຕິບັດບັນດາໜ້າວຽກໃນ ການກໍ່ສ້າງວ່າ: ໂຄງການກໍ່ສ້າງ ສູນບຳບັດປິ່ນປົວ ແລະ ຟື້ນຟູສຸຂະ ພາບຜູ້ຕິດຢາເສບຕິດ ມີເນື້ອທ່ີ 23,3 ເຮັກຕາ ຕັ້ງຢູ່ຫລັກ 62 ບ້ານ ຫ້ວຍທົນ ເມືອງໂພນໂຮງ ແຂວງ ວຽງຈັນ ມູນຄ່າກໍ່ສ້າງ 247 ຕື້ດົງ ເຊິ່ງແມ່ນທຶນຊ່ວຍເຫລືອຂອງ ລັດ ຖະບານ ສສ ຫວຽດນາມ ໂດຍ ແມ່ນ ບໍລິສັດ ຊົງດາ 7 ເປັນຜູ້ຮັບ ເໝົາກໍ່ສ້າງໂຄງການດັ່ງກ່າວ. ໄລ ຍະຈັດຕັ້ງປະຕິບັດ 12 ເດືອນ ໂດຍໄດ້ເລີ່ມລົງມືຈັດຕັ້ງປະຕິບັດ ມາຕັ້ງແຕ່ ວັນທີ 12 ກໍລະກົດ ປີ 2024, ແບ່ງອອກເປັນ 7 ເຂດຄື: ເຂດຫ້ອງການຄຸ້ມຄອງ-ບໍລິຫານ, ເຂດປິ່ນປົວ ແລະ ພື້ນຟູສຸຂະພາບ, ເຂດຢ້ຽມຍາດ ແລະ ຮັບຕ້ອນ, ເຂດ ອາຄານສະໂມສອນປະຊຸມ-ສຶກສາ ອົບຮົມ, ເຂດຄຸ້ມຄອງຜູ້ຕິດຢາເສບ ຕິດ, ເຂດຝຶກສອນວິຊາຊີບ ແລະ ເຂດເກັບມ້ຽນຂີ້ເຫຍື້ອ, ມາຮອດ ວັນທີ 5 ພຶດສະພາ 2025 ທາງ ບໍລິສັດຮັບເໝົາກໍ່ສ້າງ ໄດ້ລົງມື ຈັດຕັ້ງປະຕິບັດກິດຈະກຳກໍ່ສ້າງ 17 ອາຄານ ແລະ ກິດຈະກຳອື່ນໆ ເປັນຕົ້ນອາຄານຢ້ຽມຍາດ ແລະ ຮັບຕ້ອນ, ອາຄານປິ່ນປົວ ແລະ ຟື້ນ ຟູສຸຂະພາບ 2 ຊັ້ນ, ອາຄານບ່ອນ ປະຈຳການພະນັກງານ2ຊັ້ນ,ເຮືອນ ຄົວກິນ ແລະ ບ່ອນກິນເຂົ້າພະນັກ ງານ ແລະ ອາຄານເຮືອນນອນ ຜູ້ຕິດຢາເສບຕິດ 3 ຊັ້ນ 6 ຫລັງ, ອາຄານສະໂມສອນປະຊຸມ, ອາ ຄານດໍາລົງຊີວິດລວມໝູ່, ອາຄານ ເຮືອນຄົວ ແລະ ບ່ອນກິນເຂົ້າຜູ້ຕິດ ຢາເສບຕິດ, ອາຄານສອນວິຊາຊີບ 2 ຫລັງ, ອາຄານຫ້ອງການເຮັດ ວຽກ 2 ຊັ້ນ, ອາຄານສຶກສາອົບ ຮົມ, ກໍ່ສ້າງລະບົບອ່າງກັ່ນຕອງນໍ້າ ສະອາດ, ກໍ່ສ້າງກັນເຈື່ອນ, ກໍ່ສ້າງ ກໍາແພງອ້ອມຮອບເຂດໃນ ແລະ ບັນດາກິດຈະກຳກໍ່ສ້າງພາຍນອກ ອື່ນໆ. ມາຮອດປັດຈຸບັນ, ໂຄງການ ດັ່ງກ່າວ ມີຄວາມຄືບໜ້າປະມານ 72,65%. ໂອກາດນີ້, ທ່ານ ພົທ ຄຳກິ່ງ ຜຸຍຫລ້າມະນີວົງ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ແລະ ບໍລິສັດ ຊົງດາ 7 ທີ່ໄດ້ເອົາໃຈ ໃສ່ໃນການກໍ່ສ້າງ ເຖິງວ່າບາງໄລ ຍະຈະພົບກັບຄວາມຫຍຸ້ງຍາກ, ສະພາບດິນຟ້າອາກາດບໍ່ເອື້ອອຳ ນວຍກໍຕາມ ແຕ່ຄະນະຮັບຜິດຊອບ ໂຄງການທັງສອງຝ່າຍກໍໄດ້ມີການ ປະສານສົມທົບ ສຸມທຸກກຳລັງ ເປັນ ຕົ້ນກໍແມ່ນເພີ່ມກຳລັງແຮງງານ, ວັດສະດຸໃນການກໍ່ສ້າງລົງໃສ່ໜ້າ ວຽກ ເຮັດໃຫ້ການກໍ່ສ້າງດັ່ງກ່າວ ສຳເລັດຕາມຄາດໜາຍ. ຂ່າວ-ພາບ: ສິລິພອນ

x6 dc]h ;8h v'[q ;]t[a f.sh ]vf8kp 23/05/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ສະຖານທີ່ຄຸມຂັງ ຜູ້ນຳການປະຕິວັດ 16 ທ່ານ ຢູ່ໂພນເຄັງ ວຽງຈັນີ່ ຄຸມັ ງູ້ ນິ ວັດ່ າູ່ ໂັ ງັ ນ ໂດຍ: ຢ່າຕົ່ງ່ົ່ dkog7n j vows;0v'[a ofkz6 h oe.og;]k4n dda d0a '16 j .o75 d ບົດສະເໜີົີ (ລະນຶກວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນຳແນວລາວຮັກຊາດ ວັນທີ 24/5/1960-24/5/2025)ຶິຸ່ັັູ້ັັີ *ເພື່ອກຽມກັກຂັງບັນດາຜູ້ນຳ ເຮົາ, ພວກສັດຕູໄດ້ດັດແປງຄອກ ມ້າຝຮັ່ງທີ່ຕັ້ງຢູ່ໃຈກາງຂອງຄ້າຍ ໂພນເຄັງ ໃຫ້ກາຍເປັນຄຸກຄຸມຂັງ, ແຕ່ລະຫ້ອງຄຸມຂັງໃສ່ກະແຈເຂົາ ຄວາຍຢ່າງດີ, ມີຮົ້ວ 2 ຊັ້ນ (ຮົ້ວ *ໃນທຸກໆປີ ເມື່ອຮອດວັນທີ 1 ມິຖຸນາ (ວັນເດັກນ້ອຍສາກົນ ຫ ລື ວັນ ປູກ ໄ ມ້ແ ຫ່ງ ຊ າ ດ ) ຫລາຍໆພາກສ່ວນທັງສູນກາງ ແລະ ທ້ອງຖິ່ນໃນຂອບທົ່ວປະເທດ ກໍ່ໄດ້ພ້ອມກັນປູກຕົ້ນໄມ້ຢ່າງເປັນ ຂະບວນການຟົດຟື້ນຕາມສະຖານທີ່ ສາທາລະນະສຸກ, ເຂດປ່າສະຫງວນ, ປ່າປ້ອງກັນ ແລະ ປ່າອື່ນໆ. ເຖິງ ຢ່າງໃດກໍ່ດີເມື່ອປູກແລ້ວກໍ່ຕ້ອງ ມີການບົວລະບັດຮັກສາໃຫ້ອັດຕາ ການລອດຕາຍເຫລືອຫລາຍທີ່ສຸດ ເຊິ່ງຜ່ານມາຫາງສຽງຈາກສັງຄົມ ຈົ່ມວ່າການປູກໄມ້ໃນທຸກໆປີໃນ ຂອບເຂດທົ່ວປະເທດລ້ວນແຕ່ວາງ ແຜນປູກຂອງແຕ່ລະແຂວງຫລາຍ ຮ້ອຍຫລາຍພັນເຮັກຕາ, ແຕ່ການ ບົວລະບັດຮັກສາຍັງບໍ່ທົ່ວເຖິງເທົ່າທີ່ ຂະນະທີ່ຜ່ານມາ ເມື່ອຈະຮອດວັນ ປູກຕົ້ນໄມ້ແຫ່ງຊາດ ພາກສ່ວນ ກ່ຽວຂ້ອງກໍ່ໄດ້ຈັດຕະຫລາດວາງ ສະແດງເບ້ຍໄມ້ຢ່າງເປັນຂະບວນ ຟົດຟື້ນ. ນອກຈາກນີ້, ໄປຕາມ ເສັ້ນທາງໃດກໍ່ເຫັນຜູ້ປະກອບການ ດ້ານເບ້ຍໄມ້ນຳເອົາເບ້ຍໄມ້ກິນ ໝາກ, ໄມ້ປະດັບ, ໄມ້ພື້ນເມືອງ, ໄມ້ ອຸດສາຫະກໍາ ແລະ ອື່ນໆ ມາວາງ ຂາຍຢູ່ແຄມທາງຢ່າງຫລວງຫລາຍ ເພື່ອໃຫ້ສັງຄົມໄດ້ຊື້ໄປປູກຢູ່ຕາມດິນ ຂອງຕົນ ຫລື ນຳໄປປະກອບສ່ວນ ປູກໃນເນື້ອທີ່ດິນເປົ່າຫວ່າງ, ດິນ ປ່າສະຫງວນພາກສ່ວນກ່ຽວຂ້ອງ ໄດ້ກຳນົດໄວ້. ແນວໃດກໍ່ດີ ເນື່ອງໂອກາດວັນ ປູກຕົ້ນໄມ້ແຫ່ງຊາດ ໄດ້ໝູນວຽນ ມາຮອດເທື່ອໜຶ່ງບໍ່ພໍເທົ່າໃດມື້ ຂ້າງໜ້ານີ້, ລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້ ກໍ່ໄດ້ອອກ ແຈ້ງການເລກທີ 1687/ກປ ລົງ ວັນທີ 13 ພຶດສະພາ 2025, ເພື່ອ ປະຕິບັດຕາມເນື້ອໃນຈິດໃຈ ແລະ ຜັນຂະຫຍາຍມາດຕາ 60 ຂອງ ກົດໝາຍວ່າດ້ວຍປ່າໄມ້ ໃຫ້ປະກົດ ຜົນເປັນຈິງ ແນໃສ່ເຮັດໃຫ້ມີຄວາມ ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ຮັບປະກັນຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດວຽກງານ ການປູກໄມ້. ພ້ອມດຽວກັນນັ້ນ ກໍ່ ເພື່ອແຈ້ງໃຫ້ທ້ອງຖິ່ນເປັນເຈົ້າການ ສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງຂອງ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0015/ກປ, ລົງວັນທີ 11 ກຸມພາ 2021 ໃຫ້ ບັນລຸຕາມແຜນການທີ່ວາງໄວ້ ໂດຍ ສະເພາະວຽກງານສົ່ງເສີມປູກໄມ້ ໃຫ້ເປັນຂະບວນໃນຂອບເຂດທົ່ວ ປະເທດ ເນື່ອງໃນວັນປູກຕົ້ນໄມ້ ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2025 ແນໃສ່ເພີ່ມ ທະວີການໂຄສະນາ ແລະ ປູກຈິດສໍາ ນຶກໃຫ້ແກ່ເຍົາວະຊົນ, ອະນຸຊົນໃຫ້ ເຫັນໄດ້ຄວາມສໍາຄັນຂອງປ່າໄມ້ ທີ່ ມີຕໍ່ການດຳລົງຊີວິດຂອງປະຊາຊົນ ລາວບັນດາເຜົ່າ ແລະ ພົວພັນເຖິງ ການປ່ຽນແປງດິນຟ້າອາກາດທັງ ເປັນການຍູ້ແຮງຂະບວນການດັ່ງ ກ່າວ ໃຫ້ຟົດຟື້ນ ແລະ ເປັນຂະບວນ ກວ້າງຂວາງ. ຄວນເຮັດໃຫ້ອັດຕາການຕາຍຂອງ ຕົ້ນໄມ້ທີ່ປູກກວມເອົາສ່ວນຫລາຍ. ຂະນະທີ່ການປູກໃນແຕ່ລະປີແມ່ນຍັງ ປູກຢູ່ຂຸມເກົ່າທຸກປີ. ລັດຖະບານໄດ້ວາງຄາດໝາຍ ສູ້ຊົນຂອງວຽກງານຟື້ນຟູປ່າໄມ້ໃຫ້ ມີເນື້ອທີ່ປົກຫຸ້ມປ່າໄມ້ 70% ເມື່ອ ຮອດປີ 2025 ໃນຂອບເຂດທົ່ວ ປະເທດ ເຊິ່ງເປົ້າໝາຍດັ່ງກ່າວ ຍັງ ເປັນບັນຫາໜຶ່ງທີ່ທ້າທາຍຈະບັນລຸ ໄດ້ ຫລື ບໍ່ຍັງແມ່ນຄຳຖາມຂອງ ທຸກຄົນ, ແຕ່ບັນຫາສຳຄັນທີ່ສຸດຄື ທຸກຊັ້ນຄົນຕ້ອງມີສ່ວນ ໂດຍຕ້ອງ ຢຸດການບຸກລຸກປ່າໄມ້ແບບເລື່ອນ ເລືອຍ, ການຕັດໄມ້ທຳລາຍປ່າ, ຖາງປ່າແບບເລື່ອນລອຍອື່ນໆ ອັນ ຈະນຳໄປສູ່ການສູນເສຍເນື້ອທີ່ປ່າ ປົກຫຸ້ມຫລຸດລົງ, ພ້ອມນີ້ ກໍ່ຕ້ອງ ໄດ້ເອົາໃຈໃສ່ບັນຫາໄຟໄໝ້ລາມ ປ່າບໍ່ໃຫ້ເກີດຂຶ້ນໃນທຸກໆປີ ເຊິ່ງສິ່ງ ເຫລົ່ານີ້ ຖ້າພວກເຮົາສາມາດຈັດຕັ້ງ ປະຕິບັດໄດ້ ກໍ່ຈະນຳໄປສູ່ການບັນລຸ ເນື້ອທີ່ປົກຫຸ້ມປ່າໄມ້ 70% ຢ່າງ ແນ່ນອນ. ແນວໃດກໍ່ດີໃນແຕ່ລະປີພາກ ສ່ວນກ່ຽວຂ້ອງແຕ່ລະທ້ອງຖິ່ນ ກໍ່ຄື ຜູ້ປະກອບການລ້ວນແຕ່ກະຕືລືລົ້ນ ຕໍ່ການຜະລິດເບ້ຍໄມ້ປະເພດຕ່າງໆ ເພື່ອຕອບສະໜອງໃຫ້ແກ່ສັງຄົມນຳ ໄປປູກເນື່ອງໃນໂອກາດວັນປູກຕົ້ນ ໄມ້ແຫ່ງຊາດ ຫລື ປູກໃນວັນທົ່ວໄປ ໃຫ້ພຽງພໍຕາມຄວາມຕ້ອງການ. ໜາມໝາກຈັບ 7 ຮາວໜຶ່ງຊັ້ນ ແລະ ຮົ້ວແອ້ມດ້ວຍແຜ່ນສັງກະສີ ສູງ 3 ແມັດໜຶ່ງຊັ້ນ), ມີຕະຫລວດ, ທະຫານ, ກອງຮ້ອຍລົດອາແອມໜຶ່ງ ກອງຮ້ອຍ ແລະ ສາລະວັດທະຫານ ໜຶ່ງກອງຮ້ອຍເຮັດໜ້າທີ່ເວນຍາມ ຕະຫລອດ 24 ຊົ່ວໂມງ. ພາຍຫລັງ ຖືກຄຸມຂັງໄດ້ 1 ວັນ ການນຳເຮົາກໍ ໄດ້ປະຊຸມກັນ, ຕີລາຄາສະພາບການ ແລະ ວາງແຜນເຄື່ອນໄຫວຢູ່ໃນ ຄຸກ, ໄດ້ຈັດຕັ້ງເປັນໜ່ວຍພັກ ຊຶ່ງ ມີສະຫາຍ ໜູຮັກ ພູມສະຫວັນ ເປັນເລຂາ. ໜ້າທີ່ຕົ້ນຕໍຂອງຜູ້ນຳ ຢູ່ໃນຄຸກຄື ພົບປະ, ສຶກສາອົບຮົມ, ຂົນຂວາຍສາລະວັດ, ຫັດກາຍ ບໍລິຫານ, ເພ່ີ່ມພູນຜົນຜະລິດ, ປູກ ຜັກ, ດອກໄມ້, ໝາກໄມ້ກິນໝາກ... ເມື່ອຜັກ, ດອກໄມ້ເລີ່ມເບັ່ງບານ ຢູ່ອ້ອມຄຸກ, ໝາກຫຸ່ງເລີ່ມສຸກ. ຜູ້ ນຳເຮົາຮູ້ໝູນໃຊ້ວັດທະນະທຳ, ຮີດຄອງປະເພນີ, ຈິດຕະສາດ, ຄື ໄດ້ເກັບເອົາດອກໄມ້ທີ່ເບັ່ງບານໃຫ້ ສາລະວັດ ຝາກຄອບຄົວໄປເຮັດ ບຸນວັດ, ບູຊາໃນວັນສິນ, ວັນບຸນ ຕ່າງໆເຮັດໃຫ້ສາລະວັດ ແລະ ຜູ້ນຳ ມີຄວາມເຊື່ອໝັ້ນກັນຕື່ມ, ສາລະວັດ ໄດ້ມີຄວາມຈົງຮັກພັກດີຕໍ່ຜູ້ນຳ. ການຂົນຂວາຍກໍເລີ່ມມີໝາກຜົນ, ສາມາດທົດສອບຫລາຍຄັ້ງ ຄື: ສົ່ງ ຈົດໝາຍໃຫ້ຄອບຄົວ ຫລື ຄອບຄົວ ຝາກຈົດໝາຍນຳສາລະວັດມາໃຫ້ຜູ້ ນຳໃນຄຸກກໍຮັບປະກັນຄວາມລັບໄດ້. ວັນເວລາຜ່ານໄປເກືອບ 10 ເດືອນ ຜູ້ນຳເອົາທີ່ຢູ່ໃນຄຸກໄດ້ຂົນ ຂວາຍພວກສາລະວັດທະຫານທີ່ ເຂົ້າມາເວນຍາມຄຸກໄດ້ຮັບໝາກ ຜົນເປັນຢ່າງດີ. ມາຮອດວັນທີ 23, ເວລາ 24 ໂມງ ທ່ຽງຄືນ ຫາ 0 ໂມງ ຂອງວັນທີ 24 ເດືອນ 5 ປີ 1960 ຜູ້ນຳທຸກຄົນໄດ້ປອມຕົວ ເປັນສາລະວັດທະຫານ, ຈັດຕັ້ງເປັນ 3 ຈຸ ແຕ່ລະຈຸມີສາລະວັດທະຫານ ແຕ່ 2 ເຖິງ 3 ຄົນ ພາທາງ ແລະ ປ້ອງກັນ. ຍ່າງອອກປະຕູຄຸກເບື້ອງ ທາງເລກ 13 ໃຕ້ ເຊິ່ງກັບປະຕູໃຫຍ່ ຂອງກະຊວງປ້ອງກັນປະເທດ ໃນ ປັດຈຸບັນ, ຍ່າງຊື່ອອກມາປະມານ 30 ແມັດ ກໍລ້ຽວຊ້າຍໄປສູ່ທິດຕາວັນ ອອກສ່ຽງເໜືອຂອງຄ້າຍຄຸກ ແລ້ວ ກໍຂ້າມຮົ້ວໜາມໝາກຈັບທີ່ລ້ອມ ຄ້າຍໜຶ່ງຊັ້ນ. ຫລັງຈາກທີ່ອອກ ຈາກຄຸກໄດ້ແລ້ວບັນດາຜູ້ນຳກໍໄດ້ ພັກເຊົາລີ້ຢູ່ດົງຫລວງນັ້ນຈົນຮອດ ຕອນຄໍ່າຂອງວັນທີ 24/5/1960 ຈຶ່ງເດີນທາງຕໍ່ໄປເຖິງສຳນັກງານ ປິດລັບຂອງທ່ານ ສາລີ ວົງຄຳຊາວ ພັກເຊົາຢູ່ນັ້ນປະມານ 10 ວັນ ເພື່ອກຽມວັດຖຸປັດໄຈຕ່າງໆໃຫ້ ແກ່ການເດີນທາງຕໍ່ໄປ. ເດີນທາງ ໄປຮອດສຳນັກງານປິດລັບຂອງ ແຂວງວຽງຈັນ, ພັກຢູ່ນັ້ນ 5 ວັນ ແລ້ວເດີນທາງໄປທາງເມືອງກາ ສີ, ໄປຫາບ້ານຖ້ຳແກ້ວ. ເວລານັ້ນ ຜູ້ນຳໄດ້ຮັບຂ່າວກ່ຽວກັບການເຮັດ ລັດຖະປະຫານຂອງກອງແລຢູ່ວຽງ ຈັນ ແລະ ກໍໄດ້ຮັບໂທລະເລກຈາກ ສູນກາງພັກວ່າໃຫ້ແບ່ງເປັນສອງ ພາກສ່ວນຄື: ທ່ານ ໜູຮັກ ພູມ ສະຫວັນ , ທ່ານ ພູມີ ວົງວິຈິດ, ທ່ານ ພູນ ສີປະເສີດ, ທ່ານ ສີຊະນະ ສີສານ, ທ່ານ ສິງກະໂປ ສີໂຄດຈຸນ ລະມະນີ, ທ່ານ ບົວສີ ຈະເລີນສຸກ ແລະ ອ້າຍນ້ອງຈຳນວນໜຶ່ງໃຫ້ກັບ ຄືນນະຄອນຫລວງວຽງຈັນ ເພື່ອ ເຈລະຈາຮ່ວມມືກັບລັດຖະບານສຸ ວັນນະພູມມາ. ສ່ວນເຫລືອນັ້ນໃຫ້ ສືບຕໍ່ເດີນທາງຂຶ້ນໄປສູ່ເຂດທີ່ໝັ້ນ, ເພື່ອພ້ອມກັບຄະນະຊີ້ນຳສູນກາງ ພັກ ສືບຕໍ່ນຳພາພາລະກິດປະຕິວັດ ຕໍ່ໄປຈົນເຖິງໄຊຊະນະສຸດທ້າຍ. ພາບປະກອບ ພາບປະກອບ ພາບປະກອບ

23/05/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ປັບປຸງກົງຈັກການຈັດຕັ້ງ ໃນການ ຄຸ້ມຄອງປ່າໄມ້ ແລະ ການຊື້-ຂາຍ ສິນເຊື່ອກາກບອນປ່າໄມ້. ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສຳພາດຕໍ່ສື່ ມວນຊົນ ໃນວັນທີ 21 ພຶດສະພາ 2025 ໂດຍທ່ານໄດ້ຍົກໃຫ້ເຫັນ ເຖິງມາດຕະການສະກັດກັ້ນການ ບຸກລຸກ, ການທໍາລາຍປ່າໄມ້ ເຊິ່ງ ພາກສ່ວນກ່ຽວຂ້ອງ ໄດ້ສ້າງ ແລະ ປັບປຸງນິຕິກໍາ ເພື່ອໃຫ້ເປັນເຄື່ອງມື ໃນການຄຸ້ມຄອງ ເຊັ່ນ: ດຳລັດວ່າ ດ້ວຍປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດ, ບັນດາຄໍາສັ່ງ, ຄໍາ ແນະນຳຕ່າງໆ; ສ້າງຄູ່ມື ແລະ ລົງ ເຜີຍແຜ່ຢູ່ຂັ້ນທ້ອງຖິ່ນ ກ່ຽວກັບ ວິທີການຕ້ານ ແລະ ສະກັດກັ້ນໄຟ ໄໝ້ລາມປ່າ; ສືບຕໍ່ດຳເນີນການຈັດ ສັນພື້ນທີ່ 3 ປະເພດປ່າ ໃນຂອບ ເຂດທົ່ວປະເທດ, ປັກຫລັກໝາຍ ຂອບເຂດຊາຍແດນທີ່ດິນປ່າໄມ້, ຕິດປ້າຍຫ້າມຕ່າງໆ; ເພີ່ມທະວີ ການກວດກາລາດຕະເວນ ໃນຂອບ ເຂດທີ່ດິນປ່າໄມ້ ສະກັດກັ້ນບໍ່ໃຫ້ ບຸກລຸກ, ບຸກເບີກ, ຈັບຈອງທີ່ດິນ ປ່າໄມ້, ຂຸດຄົ້ນໄມ້ ຫລື ກິດຈະກໍາ ອື່ນໆບໍ່ຖືກຕ້ອງ, ຫາກມີການລະ ກົມປ່າໄມ້...ົ່້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເມີດຕ້ອງໄດ້ດໍາເນີນຄະດີ; ຈັດຕັ້ງ ປະຕິບັດໂຄງການຊ່ວຍໜູນຕ່າງໆ ແນໃສ່ການປັບປຸງຊີວິດການເປັນ ຢູ່ຂອງປະຊາຊົນ ແລະ ຫລຸດຜ່ອນ ການຕັດໄມ້ທໍາລາຍປ່າ. ສຳລັບ ການຟື້ນຟູແບບທໍາມະ ຊາດ ແລະ ປູກເສີມ ແມ່ນໄດ້ແບ່ງ ຄວາມຮັບຜິດຊອບໃຫ້ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ, ປັດ ຈຸບັນສາມາດຈັດຕັ້ງປະຕິບັດໄດ້ 132.700 ເຮັກຕາ ເທົ່າກັບ 7% ຂອງແຜນການ. ສາເຫດທີ່ຍັງບໍ່ ບັນລຸໄດ້ ຍ້ອນຍັງຂາດງົບປະມານ ໃນການຈັດຕັ້ງປະຕິບັດ, ການຟື້ນ ຟູແມ່ນໃຊ້ເວລາ; ສັງຄົມຍັງບໍ່ທັນ ເຫັນຄວາມສໍາຄັນແກ່ວຽກງານດັ່ງ ກ່າວເທົ່າທີ່ຄວນ. ສໍາລັບມາດຕະ ການແກ້ໄຂໃນຕໍ່ໜ້າ: ຕ້ອງພັດທະ ນາແຜນແມ່ບົດການຟື້ນຟູປ່າໄມ້ ແຫ່ງຊາດ, ພັດທະນາຖານຂໍ້ມູນ ແລະ ສ້າງແຜນທີ່ຟື້ນຟູປ່າໄມ້ ແລະ ເຄື່ອງປ່າຂອງດົງແຫ່ງຊາດ, ພັດ ທະນາຫລັກການຟື້ນຟູປ່າໄມ້ ແບບ ທຳມະຊາດ ແລະ ປູກເສີມ, ປະຕິບັດ ແຜນແມ່ບົດການຟື້ນຟູປ່າໄມ້, ສຸມ ໃສ່ຂຶ້ນທະບຽນເຂດປ່າໄມ້ທີ່ໄດ້ຮັບ ການຟື້ນຟູ, ປະຕິບັດນະໂຍບາຍ ຕໍ່ ຜູ້ຟື້ນຟູ ຫລື ຜູ້ລົງທຶນຟື້ນຟູປ່າໄມ້. ທ່ານ ສົມຫວັງ ພິມມະວົງ ຍັງໃຫ້ຮູ້ອີກວ່າ: ການປູກໄມ້ລວມ ທັງໄມ້ອຸດສາຫະກຳ ມາຮອດປັດ ຈຸບັນ ສາມາດຈັດຕັ້ງປະຕິບັດໄດ້ 32.270 ເຮັກຕາ ເທົ່າກັບ 16% ຂອງແຜນການ. ສາເຫດທີ່ບໍ່ສາ ມາດບັນລຸໄດ້ ຍ້ອນການຈັດສັນພື້ນ ທີ່ປູກໄມ້ອຸດສາຫະກຳບໍ່ໄດ້ຕາມ ແຜນ ເນື່ອງຈາກມີການຈັບຈອງ ໄວ້ກ່ອນ, ບັນຫາຂໍ້ຂັດແຍ່ງ ແລະ ການຊົດເຊີຍ ເຊິ່ງມາດຕະການ ແກ້ໄຂໃນຕໍ່ໜ້າ ຈະຕ້ອງພັດທະນາ ແຜນແມ່ບົດການປູກໄມ້ແຫ່ງຊາດ, ສົ່ງເສີມການປູກໄມ້ ແລະ ເຄື່ອງປ່າ ຂອງດົງ ເພື່ອເປັນສິນຄ້າໃນພື້ນທີ່ ປ່າຊຸດໂຊມ, ສົ່ງເສີມການຂຶ້ນທະ ບຽນປ່າປູກ ແລະ ຢັ້ງຢືນປ່າປູກ ເພື່ອຢັ້ງຢືນກຳມະສິດ, ແລ່ງທີ່ມາ ຂອງໄມ້. ສຳລັບການສ້າງຄວາມເຂັ້ມ ແຂງ ແລະ ປັບປຸງການດຳລົງຊີວິດ ຂອງປະຊາຊົນ ຕ້ອງສົ່ງເສີມ ແລະ ຫັນເປັນອາຊີບຄົງທີ່, ຢຸດເຊົາການ ເຄື່ອນຍ້າຍແບບຊະຊາຍ, ຢຸດເຊົາ ການຖາງປ່າເຮັດໄຮ່ແບບເລື່ອນ ລອຍ, ປັບປຸງກົງຈັກການຈັດຕັ້ງ ໃນການຄຸ້ມຄອງປ່າໄມ້ ໂດຍທົບ ທວນ ແລະ ປັບປຸງ ພາລະບົດບາດ, ກຳນົດ ແລະ ບັນຈຸສັບຊ້ອນບຸກຄະ ລາກອນ, ແຕ່ງຕັ້ງພະນັກງານໄປ ປະຈຳກອງຄຸ້ມຄອງເຂດທີ່ມີຄວາມ ສ່ຽງ ແລະ ອື່ນໆ. ຂ່າວ-ພາບ: ກິດຕາ ພ້ອມນັ້ນ, ກົມລ້ຽງສັດ ແລະ ການ ປະມົງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການ ຫ້າມບໍ່ ໃຫ້ມີການນຳເຂົ້າສັດປະເພດ ງົວ, ຄວາຍ, ມ້າ, ໝູ, ແກະ, ແບ້ ແລະ ອື່ນໆ ຈາກປະເທດໄທ ຊົ່ວຄາວ, ພາ ຄະນະພັກນະຄອນຫລວງວຽງຈັນ, ສະມາຊິກສະພາແຫ່ງຊາດ ປະຈໍາ ເຂດເລືອກຕັ້ງທີ 1 ນວ ແລະ ສະມາ ຊິກສະພາປະຊາຊົນ ນວ ເຂົ້າຮ່ວມ. ທ່ານນາງ ລໍາພອຍ ສີອັກຄະຈັນ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ເປັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາ ຊົນ ນະຄອນຫລວງວຽງຈັນ ຕາມ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍວ່າດ້ວຍສະພາປະ ຊາຊົນຂັ້ນແຂວງ ເຊິ່ງກອງປະຊຸມ ຄັ້ງນີ້, ຈະໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາການສ້າງຕັ້ງຕາ ແສງ (ທົດລອງ) ຢູ່ເມືອງໄຊທານີ ໄຂກອງປະຊຸມ...ຸ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເຊິ່ງເປັນວາລະທີ່ສໍາຄັນ, ຈໍາເປັນ ແລະ ຮີບດ່ວນຂອງນະຄອນຫລວງ ວຽງຈັນ, ທັງຈະເປັນຕົວແບບໃນ ການພິຈາລະນາ ແລະ ຮັບຮອງເອົາ ການສ້າງຕັ້ງຕາແສງ ຢູ່ຂອບເຂດ ທົ່ວປະເທດ. ໃນໂອກາດນີ້, ທ່ານ ພູວົງ ວົງ ຄຳຊາວ ຮອງເຈົ້າຄອງນະຄອນ ຫລວງວຽງຈັນ ໄດ້ລາຍງານກ່ຽວ ກັບການຂໍສ້າງຕັ້ງຕາແສງທຳອິດ ຢູ່ເມືອງໄຊທານີ ນະຄອນຫລວງ ວຽງຈັນ ໂດຍໄດ້ຍົກໃຫ້ເຫັນສະ ພາບຜ່ານມາແລະບ່ອນອີງໃນການ ຄົ້ນຄວ້າສ້າງຕັ້ງຕາແສງ; ເຫດຜົນ ແລະ ຄວາມຈຳເປັນໃນການສ້າງ ຕັ້ງຕາແສງ; ສະພາບຈຸດພິເສດ, ເຂດແດນ, ທ່າແຮງຕົ້ນຕໍ ແລະ ທີ່ ຕັ້ງສຳນັກງານຂອງຕາແສງ; ທີ່ ຕັ້ງ, ພາ ລະບົດບາດ, ສິດ ແລະ ໜ້າ ທີ່ ຂອງຄະນະກຳມະການປົກຄອງ ຕາແສງ ເຊິ່ງຄະນະກຳມະການ ປົກຄອງຕາແສງ ແມ່ນອົງການ ບໍລິຫານຂັ້ນລຸ່ມສຸດຂອງອົງການ ປົກຄອງທ້ອງຖິ່ນ, ມີພາລະບົດບາດ ຄຸ້ມຄອງບໍລິຫານລັດ ທາງດ້ານ ການເມືອງ, ການປົກຄອງ, ເສດຖະ ກິດ, ວັດທະນະທຳ-ສັງຄົມ, ການ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ປົກປັກຮັກສາ ແລະ ນຳໃຊ້ ຊັບພະຍາກອນທໍາມະຊາດ, ສິ່ງ ແວດລ້ອມແລະຊັບພະຍາກອນອື່ນໆ ໃນທ້ອງຖິ່ນຂອງຕົນ ຕາມການ ແບ່ງຂັ້ນຄຸ້ມຄອງ; ຊີ້ນຳ, ກວດກາ ການຈັດຕັ້ງປະຕິບັດແຜນພັດທະ ນາບ້ານ ໃນຂອບເຂດການຄຸ້ມຄອງ ຂອງຕົນ. ຈາກນີ້, ສະມາຊິກສະພາແຫ່ງ ຊາດ ປະຈໍາເຂດເລືອກຕັ້ງທີ 1 ນະ ຄອນຫລວງວຽງຈັນ, ສະມາຊິກ ສະພາປະຊາຊົນ ນວ ກໍໄດ້ພ້ອມກັນ ສຸມທຸກສະຕິປັນຍາ, ຄົ້ນຄວ້າ, ພິຈາ ລະນາ ແລະ ປະກອບຄໍາເຫັນຢ່າງ ມີປະຊາທິປະໄຕ, ເລິກເຊິ່ງ, ມີຈຸດ ສຸມ, ເຈາະຈົງ, ພາວະວິໄສ, ມີເຫດ ຜົນຕົວຈິງ ແລະ ຮັບປະກັນຄວາມ ສອດຄ່ອງກັບນະໂຍບາຍຂອງ ພັກ, ຖືກຕ້ອງຕາມລັດຖະທໍາມະ ນູນ, ກົດໝາຍ, ສະພາບຈຸດພິເສດ ຕົວຈິງຂອງ ນວ ໃນປັດຈຸບັນ. ທັງ ນີ້, ກໍເພື່ອແນໃສ່ຮັບປະກັນໃຫ້ການ ສ້າງຕັ້ງຕາແສງໃນຄັ້ງນີ້, ສາມາດ ນໍາໄປຈັດຕັ້ງປະຕິບັດໄດ້ຢ່າງເປັນ ຮູບປະທໍາທີ່ແທ້ຈິງ ແລະ ເກີດດອກ ອອກຜົນ. ຂ່າວ: ກິດຕາ ກົມລ້ຽງສັດ...ົ້ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຫະນະທຸກຄັນທີ່ຜ່ານດ່ານເຂົ້າມາ ສປປ ລາວ ກໍຕ້ອງໄດ້ມີການສີດ ພົ່ນຢາຂ້າເຊື້ອ ເພື່ອບໍ່ໃຫ້ນຳເຊື້ອ ເຂົ້າມາ; ແຈ້ງໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ສົມທົບກັບຂະ ແໜງລ້ຽງສັດ ແລະ ການປະມົງ ເຝົ້າລະວັງສັດລ້ຽງຢູ່ໃນແຂວງ ຫລື ເມືອງຂອງຕົນເອງ ໂດຍສະເພາະ ແຈ້ງໃຫ້ປະຊາຊົນຜູ້ລ້ຽງສັດ ໃຫ້ ຕິດຕາມ ແລະ ຮັກສາສຸຂະພາບສັດ ຂອງຕົນຖ້າມີອາການປ່ວຍຫລືຜິດ ປົກກະຕິ ໃຫ້ລາຍງານຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ ເພື່ອ ຕິດຕາມກວດກາ ເອົາຕົວຢ່າງມາ ກວດໃສ່ຫ້ອງວິໄຈ, ພ້ອມທັງເນັ້ນ ໃຫ້ແຂວງ, ເມືອງ ໃຊ້ມາດຕະການ ສັກຢາປ້ອງກັນພະຍາດແຕ່ຫົວທີ ໃຫ້ສັດລ້ຽງ ເພື່ອຮັບປະກັນໃນ ເບື້ອງຕົ້ນ. ຂໍ້ມູນ: ໜັງສືພິມວຽງຈັນໃໝ່ zq oleg]a fdkog0Q kIj ;,l;olt|k, ;a oxq fxj vprkd.8h s;Pfok, ຂປລ. ກ້ອນກຳລັງ ກອງທັບປະ ຊາຊົນລາວ ທີ່ເຂົ້າຮ່ວມການເດີນ ຂະບວນສວນສະໜາມ ໃນພິທີສະ ເຫລີມສະຫລອງວັນປົດປ່ອຍພາກ ໃຕ້ຫວຽດນາມ ຄົບຮອບ 50 ປີ ໄດ້ຮັບຜົນສຳເລັດຕາມຄາດໝາຍ ທີ່ວາງໄວ້ ແລະ ສາມາດຖອດຖອນ ບົດຮຽນໄດ້ຫລາຍດ້ານ ເປັນຕົ້ນ ການສຶກສາອົບຮົມການເມືອງ-ນໍາ ພາແນວຄິດ ໃຫ້ພະນັກງານ-ນັກ ຮົບ ເຫັນໄດ້ຄວາມໝາຍຄວາມສຳ ຄັນທີ່ເປັນມູນເຊື້ອ ລະຫວ່າງສອງ ກອງທັບລາວ-ຫວຽດນາມ ໃນໄລ ຍະຜ່ານມາ, ເປັນການປັບປຸງແບບ ແຜນຂອງກອງທັບ ໃຫ້ເຂັ້ມແຂງ ເປັນຕົ້ນ ລະບຽບບຸກຄົນ, ລວມໝູ່, ອົບຮົມຫັດແອບ ໃຫ້ມີຄວາມຊໍານິ ຊໍານານ ເພື່ອກຽມພ້ອມປະຕິບັດ ໜ້າທີ່ການເມືອງຂອງກົມກອງ ໃຫ້ ມີປະສິດທິພາບສູງ, ທັງເປັນການ ສືບຕໍ່ຮັດແໜ້ນສາຍພົວພັນທີ່ເປັນ ປະຫວັດສາດມູນເຊື້ອ ລະຫວ່າງ ສອງກອງທັບລາວ-ຫວຽດນາມ ກໍຄື ປະຊາຊົນສອງຊາດ ລາວຫວຽດນາມ ໃຫ້ນັບມື້ໝັ້ນຄົງຂະນົງ ແກ່ນຕະຫລອດໄປ. ທ່ານ ພັນໂທ ໂພທະເລ ທໍາມະ ວົງສາ ຮອງຫົວໜ້າພະແນກເສນາ ທິການ ກອງພັນໃຫຍ່ 11, ທັງເປັນ ຄະນະຮັບຜິດຊອບຊີ້ນຳກ້ອນກຳ ລັງ ກອງທັບປະຊາຊົນລາວ ທີ່ເຂົ້າ ຮ່ວມການເດີນຂະບວນສວນສະ ໜາມ ໃນພິທີສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ໄດ້ໃຫ້ສຳພາດໃນ ວັນທີ 21 ພຶດສະພາ 2025 ນີ້ ວ່າ: ພາຍຫລັງທີ່ສຳເລັດໃນການ ເຂົ້າຮ່ວມ ສວນສະໜາມ ສະເຫລີມ ສະຫລອງວັນປົດປ່ອຍພາກໃຕ້ ຫວຽດນາມ ຄົບຮອບ 50 ປີ (30 ເມສາ 1975-30 ເມສາ 2025) ທີ່ ນະຄອນຫລວງໂຮ່ຈີ່ມິງ ສສ ຫວຽດ ນາມ ໃນລະຫວ່າງວັນທີ18 ເມສາ1 ພຶດສະພາ 2025 ຜ່ານມາ, ຝ່າຍ ກອງທັບປະຊາຊົນລາວ ມີຈຳນວນ ພົນເຂົ້າຮ່ວມ 121 ສະຫາຍ (ລວມ ທັງຄະນະຮັບຜິດຊອບຊີ້ນຳ ແລະ ອະນຸກຳມະການ), ກຳລັງສວນສະ ໜາມຕົວຈິງມີ 112 ສະຫາຍ. ຜ່ານ ການເຂົ້າຮ່ວມກ້ອນສວນສະໜາມ ດັ່ງກ່າວ ໄດ້ມີຂໍ້ສະດວກ, ຂໍ້ຫຍຸ້ງ ຍາກ ແລະ ບົດຮຽນທີ່ຖອດຖອນ ໄດ້ ເປັນຕົ້ນ ຂໍ້ຫຍຸ້ງຍາກແມ່ນ ເວລາໃນການຝຶກຊ້ອມມີຈຳກັດ, ວັດຖຸອຸປະກອນໃນການຮັບປະກັນ ບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງ ການຂອງການຝຶກຊ້ອມ ແລະ ການ ສື່ສານດ້ານພາສາກັບບັນດາປະ ເທດ ທີ່ເຂົ້າຮ່ວມສວນສະໜາມ ຍັງ ມີຄວາມຫຍຸ້ງຍາກ. ແຕ່ເຖິງຢ່າງ ໃດກໍຕາມ, ຄະນະຮັບຜິດຊອບພ້ອມ ດ້ວຍພະນັກງານ-ນັກຮົບທຸກສະ ຫາຍ ກໍໄດ້ພ້ອມກັນບຸກບືກສູ້ຊົນ ຈັດຕັ້ງປະຕິວຽກງານດັ່ງກ່າວ ໃຫ້ ສຳເລັດຕາມແຜນການທີ່ວາງໄວ້. ສະນັ້ນ, ຜົນສຳເລັດທີ່ສາມາດຍາດ ມາໄດ້ໃນຄັ້ງນີ້ ກໍຍ້ອນຂັ້ນເທິງ ໄດ້ ລົງໃກ້ຊິດຕິດແທດ ໂດຍສະເພາະ ກົມອົບຮົມ ກົມໃຫຍ່ເສນາທິການ ກອງທັບ ໄດ້ແຕ່ງຕັ້ງວິຊາການລົງ ສົມທົບຕິດຕາມຝຶກຊ້ອມ, ພະນັກ ງານ-ນັກຮົບທຸກສະຫາຍ ແມ່ນໄດ້ ມີແນວຄິດຕື່ນຕົວປະຕິບັດຕາມຄໍາ ສັ່ງ ຂອງຜູ້ບັນຊາແຕ່ລະຂັ້ນ ແລະ ມີຄວາມເປັນເອກະພາບສູງ, ຄະນະ ຮັບຜິດຊອບໄດ້ມີແຜນການ ແລະ ມອບໝາຍໜ້າທີ່ ໃຫ້ບຸກຄົນຮັບ ຜິດຊອບເປັນຢ່າງດີ ແລະ ວຽກງານ ຮັບປະກັນແມ່ນຂັ້ນເທິງເປັນຜູ້ຕອບ ສະໜອງໃຫ້ຢ່າງພຽງພໍ ກັບຄວາມ ຮຽກຮ້ອງຕ້ອງການ ຂອງໜ້າທີ່ ການເມືອງຂອງກົມກອງ, ຂັ້ນເທິງ ອຳນວຍຄວາມສະດວກ ດ້ານການ ເດີນທາງໄປ-ກັບ ແຕ່ນະຄອນ ຫລວງວຽງຈັນ ເຖິງ ສສ ຫວຽດ ນາມແລະ ມີການປະສານງານຢ່າງ ຮອບດ້ານ. ສ່ວນຝ່າຍກອງທັບ ສສ ຫວຽດ ນາມ ໄດ້ອໍານວຍຄວາມສະດວກ ຮອບດ້ານ ນັບທັງຄວາມປອດໄພ, ການເດີນທາງ, ທີ່ພັກອາໄສ ແລະ ວັດຖຸຮັບປະກັນຈຳນວນໜຶ່ງ, ສະ ຖານທີ່ຝຶກຊ້ອມ ຈຶ່ງເຮັດໃຫ້ການ ເຂົ້າຮ່ວມເດີນສວນສະໜາມສະ ເຫລີມສະຫລອງ ວັນປົດປ່ອຍພາກ ໃຕ້ຫວຽດນາມຄົບຮອບ50ປີທີ່ນະ ຄອນຫລວງໂຮ່ຈີ່ມິງ ສສ ຫວຽດ ນາມ ໄດ້ໝາກຜົນຕາມແຜນການທີ່ ກຳນົດໄວ້. ຂ່າວ: ບິກໄຊ ສົມພູ ]q 'ok,[q f[a omb d7;k,g0Q k.9 ;j kfh ;pdkolqj 'glu ,dkolb dlklq ' ຂປລ. ພິທີລົງນາມໃນບົດບັນ ທຶກຄວາມເຂົ້າໃຈ ລະຫວ່າງ ກອງ ທຶນຊ່ວຍເຫລືອສັງຄົມຂອງສະພາ ແຫ່ງຊາດລາວ ແລະ ມະຫາວິທະ ຍາໄລ ມະຫາຈຸລາລົງກອນ ຣາຊະ ວິທະຍາໄລ ແຫ່ງ ຣາຊະອານາຈັກ ໄທ ວ່າດ້ວຍການສົ່ງເສີມການສຶກ ສາສົງ ຈັດຂຶ້ນວັນທີ 21 ພຶດສະພາ 2025 ຜ່ານມາ ຢູ່ສະພາແຫ່ງ ຊາດ (ສພຊ) ໂດຍການຮ່ວມລົງ ນາມ ລະຫວ່າງ ທ່ານ ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍ ເຫລືອສັງຄົມຂອງສະພາແຫ່ງຊາດ ລາວ ແລະ ພະເທບວັດຊະຣະສານ ບັນດິດ, ຮອງອະທິການບໍດີມະຫາ ວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະຍາໄລ ໂດຍມີພະອາ ຈານໃຫຍ່ ບຸນສວນ ພັນທະວົງ ຮອງ ປະທານອົງການພຸດທະສາສະໜາ ສໍາພັນລາວ, ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນ ສັກຂີ່ພິຍານ. ທ່ານ ເພັດລາ ທັນທະວົງສາ ຫົວໜ້າກົມພົວພັນລັດຖະສະພາ ສອງຝ່າຍ, ກໍາມາທິການການຕ່າງ ປະເທດ ໄດ້ໃຫ້ຮູ້ວ່າ: ບົດບັນທຶກ ຄວາມເຂົ້າໃຈລະຫວ່າງ ກອງທຶນ ຊ່ວຍເຫລືອສັງຄົມຂອງສະພາແຫ່ງ ຊາດລາວ ແລະ ມະຫາວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະ ຍາໄລ ຂອງປະເທດໄທ ວ່າດ້ວຍ ການສົ່ງເສີມການສຶກສາສົງ ມີຈຸດ ປະສົງ ເພື່ອຊຸກຍູ້ ແລະ ສົ່ງເສີມ ການສຶກສາສົງ ໂດຍສະເພາະແມ່ນ ການສ້າງຊັບພະຍາກອນມະນຸດ, ການລະດົມຂົນຂວາຍທຶນຮອນວັດຖຸອຸປະກອນ, ບູລະນະ ແລະ ສ້າງ ພື້ນຖານໂຄງລ່າງ ໃຫ້ແກ່ການສຶກ ສາສົງ, ສ້າງຄວາມເຂັ້ມແຂງໃຫ້ພະ ສົງ ແລະ ຄະລືຫັດ ໃນຂົງເຂດວຽກ ງານສຶກສາສົງ ມີປະສິດທິພາບ ແລະ ປະສິດຜົນສູງຂຶ້ນກວ່າເກົ່າ. ຈາກນັ້ນ, ພຣະເທບວັດຊະຣະ ສານບັນດິດ ກໍໄດ້ມີຄຳເຫັນໂດຍ ເນັ້ນໃຫ້ເຫັນເຖິງຄວາມໝາຍສຳ ຄັນ ແລະ ຜົນປະໂຫຍດໃນຈັດຕັ້ງ ປະຕິບັດບົດບັນທຶກວ່າດ້ວຍການ ສົ່ງເສີມການສຶກສາສົງ ເຊິ່ງຈະນຳ ເອົາຜົນປະໂຫຍດຮ່ວມກັນ ມາສູ່ ການພັດທະນາ ແລະ ປັບປຸງວຽກ ງານການຊຸກຍູ້ ແລະ ສົ່ງເສີມການ ສຶກສາສົງ ໃນສອງປະເທດ ລາວໄທ. ຂ່າວ-ພາບ: ສພຊ s;p]klu ,v[g'y o]k';a o.sh z6h 3-dfu 4n d]k';a omu 1 ,6 o7j k 2 8N du [ ຂປລ. ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຈັດພິທີມອບເງິນ ລາງວັນ ໃຫ້ຜູ້ໂຊກດີ ຖືກລາງວັນ ທີ 1 ຫວຍລາສີ ເລກເພີ່ມໂຊກ 6 ໂຕລຽງ ໃນມູນຄ່າລາງວັນ 2 ຕື້ ກີບ ເຊິ່ງພິທີດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 22 ພຶດສະພາ 2025 ຕາງໜ້າມອບລາງວັນໂດຍ ທ່ານ ຄໍາເຜັ່ນ ບຸບຜາວົງ ຜູ້ອໍານວຍ ການບໍລິສັດ ລັດວິສາຫະກິດ ຫວຍ ພັດທະນາ, ມີທ່ານ ນາງ ຕຸລາ ວັນ ວັນນະພົມ ຮອງອໍານວຍການ ບໍລິສັດ ອິນຊີເທຣດດິ້ງ ຈໍາກັດຜູ້ ດຽວ ແລະ ທ່ານ ພູໂຂງ ຈັນທະ ພານິດ ຕາງໜ້າຮອງຜູ້ອໍາ ນວຍ ການບໍລິສັດ ຮ່ວມທຶນຫວຍລາສີ ເຂົ້າຮ່ວມເປັນສັກຂີພິຍານ. ຜູ້ໂຊກດີຖືກລາງວັນທີ 1 ຫວຍ ລາສີ ເລກເພີ່ມໂຊກ 6ໂຕລຽງ ມູນຄ່າລາງວັນ 2 ຕື້ກີບ ແມ່ນ ທ່ານ ທອງວັນ, ອາຍຸ 58, ອາຊີບ ຄ້າຂາຍ, ປັດຈຸບັັນຢູ່ເມືອງຈັນທະບູ ລີ, ນະຄອນຫລວງວຽງຈັນ ເຊິ່ງໄດ້ ຊື້ຫວຍລາສີ ໃນງວດທີ 36 ອອກ ຄັ້ງວັນທີ 20 ພຶດສະພາ 2025 ທີ່ ຜ່ານມາ. ຫວຍລາສີ ແມ່ນຜະລິດຕະພັນ ໜຶ່ງຂອງບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ເຊິ່ງກຳນົດຂຶ້ນ ແລະ ຈັດລຽງຕາມຕຳລາໂຫລາ ສາດຂອງ 12 ລາສີ ທີ່ເຊື່ອຖືກັນ ມາຍາວນານ ແລະ ຄຸ້ນເຄີຍກັນດີ ໃນສັງຄົມ. ຫວຍລາສີເລີ່ມຈັດຕັ້ງ ການອອກເລກລາງວັນ ນັບແຕ່ ເດືອນມັງກອນ 2024 ເປັນຕົ້ນ ມາ ແລະ ໃນວັນທີ 13 ພືດສະພາ 2025 ຜ່ານມາ, ໄດ້ມີການປ່ຽນ ແປງຮູບແບບເກມການຫລິ້ນ ແລະ ໂຄງປະກອບລາງວັນຫວຍລາສີ ແບບໃໝ່. ຂ່າວ: ກິດຕາ

RkJQdWJsaXNoZXIy MTc3MTYxMQ==