ຂປລ
ນັບແຕ່ເກີດ ການປະທະກັນ ລະຫວ່າງ ປາແລັດສະຕິນ ກັບອິດສະຣາແອນ ຮອບໃໝ່ ໃນເດືອນຕຸລາປີ 2023 ເປັນຕົ້ນມາ, ມີແມ່ຍິງ ແລະ ເດັກຍິງ ຫລາຍກວ່າ 28.000 ຄົນ ເສຍຊີວິດ ໃນສົງຄາມ ທີ່ໄດ້ເກີດຂຶ້ນ ຢູ່ເຂດກາຊາ

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ວັນທີ 20 ພຶດສະພານີ້, ໂຄງການແມ່ຍິງ ຂອງອົງການ ສະຫະ ປະຊາຊາດ ເປີດເຜີຍໃຫ້ຮູ້ວ່າ: ນັບແຕ່ເກີດ ການປະທະກັນ ລະຫວ່າງ ປາແລັດສະຕິນ ກັບອິດສະຣາແອນ ຮອບໃໝ່ ໃນເດືອນຕຸລາປີ 2023 ເປັນຕົ້ນມາ, ມີແມ່ຍິງ ແລະ ເດັກຍິງ ຫລາຍກວ່າ 28.000 ຄົນ ເສຍຊີວິດ ໃນສົງຄາມ ທີ່ໄດ້ເກີດຂຶ້ນ ຢູ່ເຂດກາຊາ.ໂຄງການແມ່ຍິງ ອົງການ ສະຫະ ປະຊາຊາດ ໄດ້ລະບຸໃນຂ່າວສານ ສະບັບໜຶ່ງວ່າ: ນີ້ໝາຍຄວາມວ່າ ສະເລ່ຍແລ້ວ ແຕ່ລະ 1 ຊົ່ວໂມງ ມີແມ່ຍິງໜຶ່ງຄົນ ແລະ ເດັກຍິງ ໜຶ່ງຄົນ ເສຍຊີວິດ ຍ້ອນການໂຈມຕີ ທາງການທະຫານ ຂອງອິດສະຣາແອນ ຢູ່ເຂດກາຊາ. ມີແມ່ຍິງ ຫລາຍພັນຄົນ ເສຍຊີວິດ ໃນສົງຄາມ, ເຮັດໃຫ້ເກີດ ຄວາມໂສກເສົ້າ ໃນຄອບຄົວ. ສັນຍາຢຸດຍິງຢູ່ເຂດກາໄດ້ຍຸດຕິ ໃນເດືອນມີນາ, ແລະ ອິດສະຣາແອນ ຍັງໄດ້ສະກັດກັ້ນ ບໍ່ໃຫ້ ເຄື່ອງຊ່ວຍເຫລືອ ເຂົ້າໃນເຂດກາຊາ, ເຮັດໃຫ້ ສະຖານະການ ໃນທ້ອງຖິ່ນມີຄວາມຮ້າຍແຮງ ກວ່າເກົ່າ.ໂຄງການ ແມ່ຍິງ ອົງການ ສະຫະ ປະຊາຊາດ ຮຽກຮ້ອງ ໃຫ້ຢຸດຍິງ ໃນທັນທີ ອີກເທື່ອໃໝ່, ອະນຸຍາດໃຫ້ ການຊ່ວຍເຫລືອ ດ້ານມະນຸດສະທຳ ເຂົ້າສູ່ ເຂດກາຊາ ໄດ້ຢ່າງສະດວກ ໂດຍບໍ່ມີສິ່ງກີດຂວາງ ໃນທັນທີ ແລະ ປ່ອຍບຸກຄົນ ທີ່ຖືກກັກຕົວ ທັງໝົດ ໂດຍບໍ່ມີເງື່ອນໄຂ ໃນທັນທີ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL