ສ້າງສູນການເງິນສາກົນ ເພື່ອໃຫ້ ສສຫວຽດນາມ ເຊື່ອມຕໍ່ກັບເສດຖະກິດທົ່ວໂລກ

21/05/2025 16:56
Email Print 151
ຂປລ ທ່ານ ຫງວຽນ ຮວ່າບິ່ງ ຮອງນາຍົກ ລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ໄດ້ເປັນປະທານ ກອງປະຊຸມ ກ່ຽວກັບການສ້າງມະຕິ ຂອງສະພາແຫ່ງຊາດ ວ່າດ້ວຍສູນການເງິນສາກົນ ຢູ່ ສສ ຫວຽດນາມ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 20 ພຶດສະພາ, ຢູ່ສຳນັກງານ ລັດຖະບານ (ຮ່າໂນ້ຍ), ທ່ານ ຫງວຽນ ຮວ່າບິ່ງ ຮອງນາຍົກ ລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ໄດ້ເປັນປະທານ ກອງປະຊຸມ ກ່ຽວກັບການສ້າງມະຕິ ຂອງສະພາແຫ່ງຊາດ ວ່າດ້ວຍສູນການເງິນສາກົນ ຢູ່ ສສ ຫວຽດນາມ. ພ້ອມທັງ ເນັ້ນໜັກວ່າ: ການສ້າງສູນການເງິນສາກົນ ແມ່ນພື້ນຖານ ສຳຄັນເພື່ອໃຫ້ ສສ ຫວຽດນາມ ເຊື່ອມຕໍ່ກັບ ເສດຖະກິດ ທົ່ວໂລກ ແລະ ແມ່ນມາດຕະການເພື່ອບຸກທະລຸ ລະດັບຄວາມໄວ ໃນໄລຍະຕໍ່ໄປ.ເລື່ອງຕັດສິນໃຈ ພັດທະນາສູນການເງິນສາກົນ ແມ່ນບາດກ້າວ ບຸກທະລຸ, ມີລັກສະນະ ຍຸດທະສາດ, ແມ່ນການຕັດສິນ ທີ່ກ້າຫານ ແຕ່ມີຄວາມຈຳເປັນທີ່ສຸດ. ເຖິງວ່າແມ່ນປະເທດນຳຫລັງ, ແຕ່ເຕົ້າໂຮມ ໄດ້ບັນດາເງື່ອນໄຂ ເພື່ອສຳເລັດຜົນ. ຄວາມດູດດື່ມຂອງສູນການເງິນ ຈະບໍ່ພຽງແຕ່ ແມ່ນບັນດານະໂຍບາຍ ທີ່ພວກເຮົາ ຈະປະກາດໃຊ້ ເທົ່ານັ້ນ, ຫາກຍັງ ຢູ່ນຳພື້ນຖານເສດຖະກິດ ທີ່ຂະຫຍັນ ຂັນເຄື່ອນ, ມີກຳລັງ ບົ່ມຊ້ອນ ພັດທະນາ ຢ່າງໃຫຍ່ຫລວງຂອງ ສສ ຫວຽດນາມ ອີກດ້ວຍ”. ຕາມແຜນ ນະໂຍບາຍແລ້ວ ຈະພັດທະນາ ສູນການເງິນ ສາກົນຢູ່ ສສ ຫວຽດນາມ, ແຕ່ເຄື່ອນໄຫວຢູ່ 2 ນະຄອນ ນັ້ນແມ່ນ ດ່າໜັງ ແລະ ນະຄອນ ໂຮ່ຈີມິນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top