ຂປລ
ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳ ບັນດາ ກິດຈະກຳ ຈຸດສຸມ, ໂຄງການ ສຳຄັນ ແຫ່ງຊາດ ໃນຂົງເຂດ ເສັ້ນທາງລົດໄຟ, ໃນກອງປະຊຸມ ວັນທີ 20 ພຶດສະພາ ຢູ່ຮ່າໂນ້ຍ, ເພື່ອສຳຫລວດ ກວດຄືນ ການຜັນຂະຫຍາຍ ແຜນຮ່າງ ສ້າງເສັ້ນທາງລົດໄຟ ທີ່ມີຄວາມໄວສູງ ໃນແລວເໜືອ-ໃຕ້, ເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ແລະ ບັນດາເສັ້ນທາງ ເຊື່ອມຕໍ່ກັບ ສປ ຈີນ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳ ບັນດາ ກິດຈະກຳ ຈຸດສຸມ, ໂຄງການ ສຳຄັນ ແຫ່ງຊາດ ໃນຂົງເຂດ ເສັ້ນທາງລົດໄຟ, ໃນກອງປະຊຸມ ວັນທີ 20 ພຶດສະພາ ຢູ່ຮ່າໂນ້ຍ, ເພື່ອສຳຫລວດ ກວດຄືນ ການຜັນຂະຫຍາຍ ແຜນຮ່າງ ສ້າງເສັ້ນທາງລົດໄຟ ທີ່ມີຄວາມໄວສູງ ໃນແລວເໜືອ-ໃຕ້, ເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ແລະ ບັນດາເສັ້ນທາງ ເຊື່ອມຕໍ່ກັບ ສປ ຈີນ ແລະ ສະເໜີໃຫ້ກະຊວງການຕ່າງປະເທດ ແລະ ກະຊວງການເງິນ ເຮັດວຽກກັບບັນດາອົງການ ທີ່ກ່ຽວຂ້ອງ ຂອງຝ່າຍ ສປ ຈີນ ເພື່ອໜູນຊ່ວຍ ປະຕິບັດ ບັນດາໂຄງການກ່ຽວຂ້ອງເຖິງ ວິທະຍາສາດ - ເຕັກໂນໂລຢີ, ເສັ້ນທາງລົດໄຟ, ພື້ນຖານໂຄງລ່າງ ຍຸດທະສາດ. ທ່ານກ່າວວ່າ: “ການກູ້ຢືມທຶນຕ້ອງອີງໃສ່ ຄວາມສາມາດຂອງຕົນ, ບົນພື້ນຖານນັ້ນ, ການກູ້ຢືມ, ລະດົມແຫລ່ງກຳລັງ ຈາກທະນາຄານ. ບັນຫາທີ່ສອງແມ່ນຖ່າຍທອດເຕັກໂນໂລຢີ, ນີ້ແມ່ນບັນຫາແກ່ນສານ. ພ້ອມດຽວກັນນັ້ນ ຕ້ອງເອົາໃຈໃສ່ເຖິງການບຳລຸງສ້າງກຳມະການ, ນັກວິສະວະກອນ ເພື່ອສືບຕໍ່ຄຸ້ມຄອງ, ສ້າງພື້ນຖານເຕັກໂນໂລຊີ ເສັ້ນທາງລົດໄຟ ໃນພາຍພາກໜ້າ”. ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຍັງສະເໜີໃຫ້ ກະຊວງກໍ່ສ້າງ ປຶກສາຫາລື ກັບບໍລິສັດ ຫຸ້ນສ່ວນ ລົງທຶນ ແລະ ພັດທະນາ ເສັ້ນທາງລົດໄຟ ຄວາມໄວສູງ VinSpeed ເພື່ອຜັນຂະຫຍາຍ ເສັ້ນທາງລົດໄຟ ຄວາມໄວສູງເໜືອ-ໃຕ້./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL