ສປປ ລາວ ກ້າວໄປຂ້າງໜ້າສູ່ແຜນ ຈັດຕັ້ງປະຕິບັດວຽກງານສຸຂະພາບໜຶ່ງດຽວ

12/05/2025 17:05
ຂປລ ຂປລ. ແຜນຈັດຕັ້ງປະຕິບັດວຽກງານສຸຂະພາບໜຶ່ງດຽວ ແບບຄົບວົງຈອນ ໂດຍນຳໃຊ້ເຄື່ອງມືປະເມີນສຸຂະພາບໜຶ່ງດຽວຂອງ ອົງການອາຫານ ແລະ ການກະເສດ ຫລື FAO (OHAT) ກຳລັງຈະຖືກຈັດຕັ້ງປະຕິບັດ ແລະ ກວດສອບຢັ້ງຢືນໃນ ສປປ ລາວ



ຂປລ. ແຜນຈັດຕັ້ງປະຕິບັດວຽກງານສຸຂະພາບໜຶ່ງດຽວ ແບບຄົບວົງຈອນ ໂດຍນຳໃຊ້ເຄື່ອງມືປະເມີນສຸຂະພາບໜຶ່ງດຽວຂອງ ອົງການອາຫານ ແລະ ການກະເສດ ຫລື FAO (OHAT) ກຳລັງຈະຖືກຈັດຕັ້ງປະຕິບັດ ແລະ ກວດສອບຢັ້ງຢືນໃນ ສປປ ລາວ ໃນອະນາຄົດອັນໃກ້ນີ້ ເຊິ່ງເປັນບາດກ້າວ ສຳຄັນໃນການເສີມສ້າງການຮ່ວມມື ລະຫວ່າງທຸກຂະແໜງການທີ່ສຳຄັນຄື: ສຸຂະພາບຄົນ, ສຸຂະພາບສັດ, ສັດປ່າ ແລະ ສິ່ງແວດລ້ອມ.
ໄລຍະຜ່ານມາ, ການປະເມີນສຸຂະພາບໜຶ່ງດຽວລະດັບປະເທດ ແລະ ການວິເຄາະສະພາບການປະສານງານ ແລະ ການຮ່ວມມືຂ້າມຂະແໜງການ ສ່ວນໃຫຍ່ໄດ້ສຸມໃສ່ການພົວພັນລະຫວ່າງສຸຂະພາບຄົນ ແລະ ສຸຂະພາບສັດ. ເຖິງຢ່າງໃດກໍຕາມ, ເພື່ອໃຫ້ການຈັດຕັ້ງປະຕິບັດສຸຂະພາບໜຶ່ງດຽວໃນລະດັບຊາດປະສົບຜົນສຳເລັດ, ຈຳເປັນຢ່າງຍິ່ງທີ່ທັງ 4 ຂະແໜງການຄື: ສຸຂະພາບຄົນ, ສຸຂະພາບສັດ, ສັດປ່າ, ແລະ ສິ່ງແວດລ້ອມ ຕ້ອງເຂົ້າຮ່ວມໃນການປະເມີນ, ການພັດທະນານະໂຍບາຍ, ກົນໄກການປະສານງານ ແລະ ການຈັດຕັ້ງປະຕິບັດໂຄງການ ລວມທັງການພັດທະນາແຜນຈັດຕັ້ງປະຕິບັດວຽກງານສຸຂະ ພາບໜຶ່ງດຽວແຫ່ງຊາດ.



ເມື່ອບໍ່ດົນມານີ້, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງສາທາລະນະສຸກ ແລະ ກະຊວງຊັບພະຍາກອນທຳນາມະຊາດ ແລະ ສິ່ງແວດລ້ອມ ຈັດສຳມະນາວິເຄາະວຽກງານສຸຂະພາບໜຶ່ງດຽວ ໂດຍໄດ້ຮັບການສະໜັບສະໜູນດ້ານວິຊາການຈາກອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ, ອົງການອະນາໄມໂລກ (WHO), ສູນຄົ້ນຄວ້າປ່າໄມ້ສາກົນ ແລະ ກະສິກຳປ່າໄມ້ໂລກ (CIFOR-ICRAF), ສູນຄົ້ນຄວ້າກະສິກຳຝຣັ່ງເພື່ອການພັດທະນາສາກົນ(CIRAD) ແລະ ສະມາ ຄົມອະນຸລັກສັດປ່າ (WCS) ໂດຍໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ, ພ້ອມດ້ວຍທຶນຮ່ວມຈາກກອງທຶນສິ່ງແວດລ້ອມໂລກຂອງຝຣັ່ງ (FFEM) ແລະ ອົງການພັດທະນາຝຣັ່ງ (AFD). ການຮ່ວມມືກັນຄັ້ງນີ້, ສະແດງເຖິງຄວາມມຸ່ງໝັ້ນອັນແຂງແຮງ ຂອງ ສປປ ລາວ ຕໍ່ວິທີການຈັດຕັ້ງປະ ຕິບັດວຽກສຸຂະພາບໜຶ່ງດຽວແບບເຊື່ອມໂຍງຢ່າງຈິງຈັງ ແລະ ຫວັງເປັນຢ່າງຍິ່ງວ່າ ແຜນຈັດຕັ້ງປະຕິ ບັດວຽກງານນີ້ ຈະສ້າງຜົນກະທົບໃນທາງບວກຕໍ່ສຸຂະພາບ ແລະ ຄວາມເປັນຢູ່ທີ່ດີຂອງປະຊາຊົນ, ສັດ ແລະ ສິ່ງແວດລ້ອມທີ່ພວກເຮົາຮ່ວມກັນ.
KPL

ຂ່າວອື່ນໆ

ads
ads

Top