ຂປລ
ທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ ໄດ້ຢ້ຽມຢາມ ຣັດເຊຍ ທາງລັດຖະກິດ ແລະ ເຂົ້າຮ່ວມ ພິທີສະເຫລີມສະຫລອງ ວັນໄຊຊະນະ ສົງຄາມ ປ້ອງກັນ ປິຕຸພູມ ສະຫະພາບ ໂຊວຽດ ຄົບຮອບ 80 ປີ. ສຳລັບ ການຢ້ຽມຢາມຄັ້ງນີ້ ຈະປັບປຸງ ສາຍພົວພັນຄູ່ ປະສານງານ ຍຸດທະສາດ ຮອບດ້ານ ໃນຍຸກໃໝ່ ລະຫວ່າງ ຈີນ-ຣັດເຊຍ ໃຫ້ໝັ້ນຄົງ ຕື່ມອີກ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ລະຫວ່າງ ວັນທີ 7-10 ພຶດສະພາ 2025, ທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ ໄດ້ຢ້ຽມຢາມ ຣັດເຊຍ ທາງລັດຖະກິດ ແລະ ເຂົ້າຮ່ວມ ພິທີສະເຫລີມສະຫລອງ ວັນໄຊຊະນະ ສົງຄາມ ປ້ອງກັນ ປິຕຸພູມ ສະຫະພາບ ໂຊວຽດ ຄົບຮອບ 80 ປີ. ສຳລັບ ການຢ້ຽມຢາມຄັ້ງນີ້ ຈະປັບປຸງ ສາຍພົວພັນຄູ່ ປະສານງານ ຍຸດທະສາດ ຮອບດ້ານ ໃນຍຸກໃໝ່ ລະຫວ່າງ ຈີນ-ຣັດເຊຍ ໃຫ້ໝັ້ນຄົງ ຕື່ມອີກ. ນຳພາໂລກ ຮ່ວມກັນ ປົກປັກຮັກສາ ລະບຽບສາກົນ ພາຍຫລັງ ສົງຄາມໂລກ ຄັ້ງທີ 2, ຊຸກຍູ້ໃຫ້ໂລກຫັນເປັນ ຫລາຍຂົ້ວ ແລະ ການປັບປຸງໂຄງສ້າງ ການເມືອງສາກົນ ຄືນໃໝ່, ເຊິ່ງມີຄວາມສຳຄັນ ດ້ານປະຫວັດສາດ. ໃນໂອກາດ ການຢ້ຽມຢາມຄັ້ງນີ້ ສິ້ນສຸດລົງ, ທ່ານ ວາງຢີ້, ກຳມະການ ກົມການເມືອງ ສູນກາງພັກ ກອມມູນິດຈີນ ທັງເປັນ ລັດຖະມົນຕີ ກະຊວງການຕ່າງປະເທດຈີນ ໄດ້ແນະນຳ ສະພາບ ຂອງການຢ້ຽມຢາມ ຄັ້ງນີ້ວ່າ: ການຢ້ຽມຢາມ ຣັດເຊຍ ຄັ້ງນີ້ ເປັນຄັ້ງທີ 11 ຫລັງຈາກ ທ່ານ ສີ ຈິ້ນຜິງ ດຳລົງຕຳແໜ່ງ ປະທານ ປະເທດຈີນ ເປັນຕົ້ນມາ.ພາຍໃຕ້ ເບື້ອງຫລັງ ທີ່ສະພາບການປ່ຽນແປງ ແບບບໍ່ເຄີຍມີມາ ໃນຮອບຮ້ອຍປີຜ່ານມາ ຜັນແປໄວຂຶ້ນ, ສະພາບການ ສາກົນ ມີຄວາມປັ່ນປ່ວນ ແລະ ສັບສົນ, ການຢ້ຽມຢາມ ຣັດເຊຍ ຂອງທ່ານ ປະທານ ສີ ຈິ້ນຜິງ ຄັ້ງນີ້ ໄດ້ຫວນຄືນປະຫວັດສາດ ເລັງສາຍຕາ ສູ່ອະນາຄົດ, ສືບທອດມິດຕະພາບ ແລະ ປົກປ້ອງ ຄວາມເປັນທຳ, ໄດ້ຮັບຜົນສຳເລັດ ຢ່າງຈົບງາມ. ໃນໄລຍະຢ້ຽມຢາມ, ທ່ານ ສີ ຈິ້ນຜິງ ໄດ້ເຂົ້າຮ່ວມ ກິດຈະກຳສອງຝ່າຍ ແລະ ຫລາຍຝ່າຍ ເກືອບ 20 ຄັ້ງ, ຮ່ວມກັນປຶກສາຫາລື ແຜນການຮ່ວມມື ຍຸດທະສາດ ລະຫວ່າງ ສປ ຈີນ-ຣັດເຊຍ ໃນທຸກຂົງເຂດ, ຮ່ວມກັນ ສະເຫລີມ ສະຫລອງ ສົງຄາມ ຕ້ານຟາຊິດ ຂອງໂລກ ໄດ້ຮັບໄຊຊະນະ ຄົບຮອບ 80 ປີ ແລະ ຮ່ວມກັນ ເປີດໜ້າໃໝ່ ແຫ່ງການປົກປັກຮັກສາ ຄວາມຍຸຕິທຳ ແລະ ຄວາມເປັນທຳ ໃນສາກົນ, ທັງໄດ້ສົ່ງສັນຍານເຂັ້ມແຂງ ແຫ່ງຍຸກສະໄໝ ທີ່ສາຍພົວພັນຈີນ-ຣັດເຊຍ ມີຄວາມໜັກແໜ້ນ, ບໍ່ອະນຸຍາດ ໃຫ້ທ້າທາຍໝາກຜົນ ແຫ່ງໄຊຊະນະ ໃນສົງຄາມໂລກ ຄັ້ງທີ 2 ແລະ ໂລກຕ້ອງການ ຄວາມຍຸຕິທຳ ແຕ່ບໍ່ຕ້ອງການຄວາມເປັນເຈົ້າອຳນາດ. ຫາງສຽງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສຳຄັນ ເປັນຢ່າງສູງ ຕໍ່ການຢ້ຽມຢາມຄັ້ງນີ້./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL