ສສ ຫວຽດນາມ ຍູ້ແຮງການລົງທຶນດ້ານກະສິກຳເຕັກໂນໂລຊີສູງຢູ່ ກຳປູເຈຍ

12/05/2025 14:04
Email Print 111
ຂປລ ໃນກະແສ ການລົງທຶນຂອງ ສສ ຫວຽດນາມ ອອກສູ່ໂລກ ຕ້ອງເວົ້າເຖິງ ບັນດາບາດກ້າວ ທີ່ຫານກ້າ ແຕ່ເຕັມໄປດ້ວຍ ຍຸດທະສາດ ຂອງບັນດາ ກຸ່ມບໍລິສັດ, ວິສາຫະກິດໃຫຍ່. ກຸ່ມບໍລິສັດ ເຈື່ອງຫາຍ - THACO, ມີຊື່ສຽງ ຕິດພັນກັບ ຂະແໜງ ອຸດສາຫະກຳ ລົດໂອໂຕ ຫວຽດນາມ - ພວມຢືນຢັນ ບົດບາດ ນຳໜ້າ ໃນການເຄື່ອນໄຫວ ເປີດກວ້າງ ລະບົບມູນຄ່າ ດ້ານກະສິກຳ ເຕັກໂນໂລຊີສູງ ຢູ່ພາກພື້ນ ອາຊີ ຕາເວັນ ອອກສ່ຽງໃຕ້(ອາຊຽນ) ເທື່ອລະກ້າວ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ໃນກະແສ ການລົງທຶນຂອງ ສສ ຫວຽດນາມ ອອກສູ່ໂລກ ຕ້ອງເວົ້າເຖິງ ບັນດາບາດກ້າວ ທີ່ຫານກ້າ ແຕ່ເຕັມໄປດ້ວຍ ຍຸດທະສາດ ຂອງບັນດາ ກຸ່ມບໍລິສັດ, ວິສາຫະກິດໃຫຍ່. ກຸ່ມບໍລິສັດ ເຈື່ອງຫາຍ-THACO, ມີຊື່ສຽງ ຕິດພັນກັບ ຂະແໜງ ອຸດສາຫະກຳ ລົດໂອໂຕ ຫວຽດນາມ - ພວມຢືນຢັນ ບົດບາດ ນຳໜ້າ ໃນການເຄື່ອນໄຫວ ເປີດກວ້າງ ລະບົບມູນຄ່າ ດ້ານກະສິກຳ ເຕັກໂນໂລຊີສູງ ຢູ່ພາກພື້ນ ອາຊີ ຕາເວັນ ອອກສ່ຽງໃຕ້(ອາຊຽນ) ເທື່ອລະກ້າວ, ດ້ວຍສະຖານທີ່ລົງທຶນ ທີ່ເຕັມໄປດ້ວຍ ຄວາມສາມາດ ບົ່ມຊ້ອນນັ້ນ ແມ່ນປະເທດ ກຳປູເຈຍ.ໂດຍຢູ່ຫ່າງຈາກ ນະຄອນຫລວງ ພະນົມເປັນ, ປະເທດ ກຳປູເຈຍ ໄປທາງທິດຕາເວັນອອກ ສ່ຽງເໜືອ ປະມານ 300 ກມ, ແຂວງ Kratie ໄດ້ຮັບການຮູ້ຈັກເຖິງ ແມ່ນເຂດດິນຈະເລີນພັນ ຕັ້ງຢູ່ແຄມແມ່ນ້ຳຂອງ, ມີເນື້ອທີ່ ປູກຝັງ ທີ່ກວ້າງໃຫຍ່. ປະຈຸບັນ, ຢູ່ເຂດປະສົມ Snuol, ເມືອງ Snuol, ແຂວງ Kratie, ບໍລິສັດ ຫຸ້ນສ່ວນ ກະສິກຳ ເຈື່ອງຫາຍ (THACO Agri) ພວມຜັນຂະຫຍາຍການລົງທຶນຮູບແບບ ໂຮງງານຜະລິດ, ປູກຝັງ, ລ້ຽງສັດ ແບບຄົບວົງຈອນ ໃນເນື້ອທີ່ດິນ ຫລາຍກວ່າ 10.700 ເຮັກຕາ, ດ້ວຍຍອດ ມູນຄ່າ ລົງທຶນ 495 ລ້ານໂດລາສະຫະລັດ, ລວມມີ ບັນດາຮູບແບບ ປູກຕົ້ນໝາກກວ້ຍ, ໝາກນັດ ແລະ ຕົ້ນໄມ້ກິນໝາກ ປະເພດອື່ນໆ, ຄື: ໝາກຖົ່ວລຽນ, ໝາກມ່ວງ, ໝາກສົ້ມໂອ; ສົມທົບກັບ ບັນດາຟາມລ້ຽງງົວພັນ, ງົວຊີ້ນ ແລະ ງົວນ້ວຍ. ຈາກນັ້ນ ທ່ານ ຫງວຽນ ງອັກແອັງຕູ, ຮອງຜູ້ອຳນວຍການໃຫຍ່ ປະຈຳເຂດປະສົມ Snuol ຂຶ້ນກັບ THACO Agri, ໃຫ້ຮູ້ວ່າ: ຕາມຍຸດທະສາດຂອງກຸ່ມບໍລິສັດແລ້ວ, ປີ 2025 ຈະເປີດກວ້າງເນື້ອທີ່ປູກຕົ້ນກວ້ຍຂຶ້ນເປັນ 4.000 ເຮັກຕາ, ຄາດວ່າ ປະລິມານ ການຜະລິດບັນລຸ 100.000 ໂຕນ/ປີ ແລະຈຳນວນຜູ້ອອກແຮງງານທີ່ພວກຂ້າພະເຈົ້າຕ້ອງການໃຫ້ສຳລັບເຂດປະສົມ Snuol ແມ່ນ 7.500 ຄົນ. ປະຈຸບັນ, ໝາກກວ້ຍໄດ້ສົ່ງອອກໄປຍັງ 2 ຕະຫລາດຕົ້ນຕໍ ແລະ ຕະຫລາດຂັ້ນສູງ ທີ່ສຸດແມ່ນ ຍີ່ປຸ່ນ ແລະ ສປ ຈີນ. ໃນປີ 2025 ແມ່ນສືບຕໍ່ ສົ່ງອອກໄປ ຍັງຕະຫລາດ ເອີຣົບ ຜ່ານບັນດາ ຜູ້ຈຳໜ່າຍໃຫຍ່. ດ້ວຍຍຸດທະສາດ ຜະລິດກະສິກຳ ອົງຄະທາດ ທີ່ມີຂອບຂະໜາດໃຫຍ່, ຍືນຍົງ, THACO Agri ໄດ້ໝູນໃຊ້ເຕັກໂນໂລຊີ ຊີວະສາດ ເຂົ້າໃນການຜະລິດຝຸ່ນ ອົງຄະທາດ ແລະ ຢາຂ້າສັດຕູພືດ ຊີວະສາດ ດ້ວຍແຫລ່ງວັດຖຸດິບ ແມ່ນເອົາມາ ຈາກການເຄື່ອນໄຫວລ້ຽງປູກ. ໂດຍອີງໃສ່ພື້ນຖານ ວິທະຍາສາດເຕັກໂນໂລຊີ ທີ່ກຸ່ມບໍລິສັດ THACO ເປັນເຈົ້າກຳມະສິດໃນຫລາຍຂົງເຂດ, ຈາການລ້ຽງປູກ, ຕະຫລອດຮອດ ກົນຈັກ, ການຜະລິດ. ລະບົບຊີວະພາບ ຄົບວົງຈອນໄ ດ້ສ້າງຂຶ້ນມາ, ລວມມີ: ໂຮງງານກົນຈັກ ແລະ ເຄື່ອງອຸປະກອນ ດ້ານກະສິກຳ, ໂຮງງານຜະລິດຫຸ້ມຫໍ່, ສາງໝາກໄມ້ແຊ່ເຢັນ , ສູນຜະລິດອາຫານລ້ຽງງົວ, ລະບົບ logistics. ຕະຫລອດບັນດາການເຄື່ອນໄຫວ ໃນລະບົບມູນຄ່າ ດັ່ງກ່າວ ໄດ້ຮັບການຄຸ້ມຄອງ ຕາມວິທີການອຸດສາ ຫະກຳ ນຳໃຊ້ກົນຈັກ ແລະ ການຫັນເປັນ ດີຈີຕອນ ເພື່ອສ້າງເຂດ ປະສົມ ຜະລິດ ກະສິກຳ ສະສົມ ແລະ ໝູນວຽນ. ອ້າຍ ເຈິ່ນວັນກວານ, ນັກວິຊາການ ສັດຕະວະແພດ ຢູ່ຟາມລ້ຽງງົວໃນເຂດປະສົມ Snoul, ໃຫ້ຮູ້ວ່າ: ງົວແຕ່ລະໂຕລ້ວນແຕ່ໄດ້ຕິດຊິບ. ດັ່ງນັ້ນ ຈຶ່ງສາມາດ ຕິດຕາມຂໍ້ມູນ ປະຫວັດ ດ້ານສຸຂະພາບ, ການສັກຢາ, ການເກີດລູກ ຢ່າງຄົບຖ້ວນ. ຂໍ້ມູນທັງໝົດນັ້ນ ລ້ວນແຕ່ ໄດ້ອັບເດດຢ່າງວ່ອງໄວ, ຊັດເຈນ, ຄົບຖ້ວນ. ສະນັ້ນ, ຈຶ່ງສາມາດ ຄຸ້ມຄອງຝູງງົວ ຢ່າງເຂັ້ມງວດ, ມີວິທະຍາສາດກວ່າ, ແທນທີ່ໃຫ້ການຈົດດ້ວຍມື້. ທີ 2, ມັນຊ່ວຍຍົກສູງ ສະຕິຄວາມຮັບຮູ້້ ດ້ານຄວາມປອດໄພ ຊີວະສາດ, ຍ້ອນໄດ້ກວດພົບ ບັນດາສັນຍານ ທີ່ຜິດປົກກະຕິໂດຍໄວ, ແກ້ໄຂ ຢ່າງທັນການ, ຫລຸດຜ່ອນ ຄວາມເສຍຫາຍ ຍ້ອນພະຍາດ ຢ່າງສຸດຂີດ ແລະ ຍົກສູງ ສະມັດຕະພາບ ການລ້ຽງສັດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top