ຂປລ
ນີ້ ອັງກິດ ໄດ້ປະກາດ ແຜນການ ສະເໜີ ກົດໝາຍໃໝ່ ແລະ ຈັດຕັ້ງ ໜ່ວຍງານ ອິດສະຫລະ ຂຶ້ນມາ ເພື່ອຄວບຄຸມ ການນຳໃຊ້ ເຕັກໂນໂລຊີ ຈົດຈຳ ໃບໜ້າ ຂອງ ເຈົ້າໜ້າທີ່ຕຳຫລວດ ໂດຍມີ ເປົ້າໝາຍ ເພື່ອຍົກລະດັບ ຄວາມປອດໄພ ສາທາລະນະ ໄປພ້ອມໆກັບ ການຈັດການ ຄວາມກັງວົນ ດ້ານຄວາມເປັນ ສ່ວນຕົວ
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້ ອັງກິດ ໄດ້ປະກາດ ແຜນການ ສະເໜີ ກົດໝາຍໃໝ່ ແລະ ຈັດຕັ້ງ ໜ່ວຍງານ ອິດສະຫລະ ຂຶ້ນມາ ເພື່ອຄວບຄຸມ ການນຳໃຊ້ ເຕັກໂນໂລຊີ ຈົດຈຳ ໃບໜ້າ ຂອງ ເຈົ້າໜ້າທີ່ຕຳຫລວດ ໂດຍມີ ເປົ້າໝາຍ ເພື່ອຍົກລະດັບ ຄວາມປອດໄພ ສາທາລະນະ ໄປພ້ອມໆກັບ ການຈັດການ ຄວາມກັງວົນ ດ້ານຄວາມເປັນ ສ່ວນຕົວ, ຄວາມຍຸຕິທຳ ແລະ ການເລືອກປະຕິບັດ.
ໂດຍ ກະຊວງ ກິດຈະກຳ ພາຍໃນ ຂອງ ອັງກິດ ລະບຸວ່າ: ກົດໝາຍໃໝ່ ຈະກຳນົດໃຫ້ ການນຳໃຊ້ ເຕັກໂນໂລຊີຈົດຈຳ ໃບໜ້າ ຂອງ ເຈົ້າໜ້າທີ່ ຕຳຫລວດ ຕ້ອງຕັ້ງຢູ່ບົນພື້ນຖານ ຂອງ ຂໍ້ມູນຂ່າວລັບ ແລະ ມີອັດຕາສ່ວນ ເໝາະສົມ ເຊິ່ງຈະນຳໃຊ້ ເຕັກໂນໂລຊີ ດັ່ງກ່າວ ເມື່ອເກີດໃດໜຶ່ງ ໃຫ້ເຊື່ອໄດ້ວ່າ ບຸກຄົນ ຜູ້ເປັນທີ່ຕ້ອງການຕົວ ອາດຈະປາກົດຕົວຂຶ້ນ ໃນບາງພື້ນທີ່.
ສ່ວນໜ່ວຍງານ ອິດສະຫລະ ທີ່ຈະຈັດຕັ້ງ ຂຶ້ນໃໝ່ນັ້ນ ແມ່ນຈະເຮັດໜ້າທີ່ ກຳກັບດູແລ ການໃຊ້ ເຕັກໂນໂລຊີຈົດຈຳໃບໜ້າ ແລະ ເຕັກໂນໂລຊີ ເກີດໃໝ່ອື່ນໆ ຂອງ ເຈົ້າໜ້າທີ່ຕຳຫລວດ. ໃນກໍລະນີ ທີ່ເຈົ້າໜ້າທີ່ ຕຳຫລວດ ບໍ່ປະຕິບັດຕາມ ລະບຽບ ຂໍ້ບັງຄັບທີ່ກ່ຽວຂ້ອງ ຢ່າງຮ້າຍແຮງ, ໜ່ວຍງານ ອິດສະຫລະນີ້ ອາດຈະຍື່ນຂໍຄຳສັ່ງສານ ເພື່ອສັ່ງຫ້າມບໍ່ໃຫ້ເຈົ້າໜ້າທີ່ ຕຳຫລວດ ໃຊ້ເຕັກໂນໂລຊີເຫລົ່ານັ້ນ.
ນອກຈາກນັ້ນ ລັດຖະບານ ອັງກິດ ຍັງຈະກຳນົດໃຫ້ ເຕັກໂນໂລຊີ ສຳລັບ ການບັງຄັບໃຊ້ ກົດໝາຍ ຕ້ອງຜ່ານການທົດສອບ ແບບອິດສະຫລະ ຢ່າງເຂັ້ມງວດ ເພື່ອກວດສອບ ຄວາມສ່ຽງ ດ້ານອະຄະຕິ ຫລື ການເລືອກປະຕິບັດ ຕາມອາຍຸ, ເພດ ຫລື ເຊື້ອຊາດ. ໃນຂະນະທີ່ ການປະມວນ ຫລັກການ ປະຕິບັດໃໝ່ ຈະເປັນຕົວຊ່ວຍ ກຳນົດມາດຕະຖານ ທີ່ສອດຄ່ອງກັນ ໃຫ້ແກ່ ກອງກຳລັງ ຕຳຫລວດ; ສ່ວນການໃຊ້ ເຕັກໂນໂລຊີ ຈົດຈຳໃບໜ້າ ຂອງທຸລະກິດເອກະຊົນ ຈະຖືກຄວບຄຸມ ດ້ວຍລະບຽບ ກົດເກນອີກຊຸດໜຶ່ງ./
KPL