ອົດສະຕຣາລີ ເກີນດຸນການຄ້າສູງກວ່າເກືອບສາມເທົ່າ

07/11/2026 12:10
Email Print 131
ຂປລ ສຳນັກງານ ສະຖິຕິແຫ່ງຊາດ ອົດສະຕຣາລີ ລາຍງານວ່າ: ປະເທດນີ້ ມີຍອດເກີນດຸນ ການຄ້າສູງກວ່າ ທີ່ກຳນົດໄວ້ ເກືອບສາມເທົ່າ ໃນເດືອນກັນຍາ ເນື່ອງຈາກ ການນຳເຂົ້າຄຳຫລຸດລົງ ຢ່າງຫລວງຫລາຍ ເຮັດໃຫ້ ຍອດລວມ ການນຳເຂົ້າ ຫລຸດລົງ.

ຂປລ.ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ສຳນັກງານ ສະຖິຕິແຫ່ງຊາດ  ອົດສະຕຣາລີ ລາຍງານວ່າ: ປະເທດນີ້ ມີຍອດເກີນດຸນ ການຄ້າສູງກວ່າ ທີ່ກຳນົດໄວ້ ເກືອບສາມເທົ່າ ໃນເດືອນກັນຍາ ເນື່ອງຈາກ ການນຳເຂົ້າຄຳຫລຸດລົງ ຢ່າງຫລວງຫລາຍ ເຮັດໃຫ້ ຍອດລວມ ການນຳເຂົ້າ ຫລຸດລົງ.

ຍອດເກີນດຸນການຄ້າ ເພີ່ມຂຶ້ນໄປສູ່ ລະດັບ 2,83 ພັນລ້ານ ໂດລາ ອົດສະຕຣາລີ ໃນເດືອນກັນຍາ ຈາກລະດັບ 184 ລ້ານໂດລາ ອົດສະຕຣາລີ ໃນເດືອນສິງຫາ ເປັນຕົວເລກ ຫລາຍກວ່າ ທີ່ນັກວິເຄາະ ກຳນົດໄວ້ ພຽງແຕ່ 940 ລ້ານໂດລາ ອົດສະຕຣາລີ ເທົ່ານັ້ນ.

ຍອດການນຳເຂົ້າ ໃນເດືອນກັນຍາ ຫລຸດລົງ 3,3% ເມື່ອທຽບໃສ່ເດືອນຜ່ານມາ ເນື່ອງຈາກ ການນຳເຂົ້າຄຳ ທີ່ບໍ່ແມ່ນເງິນຕາ ຫລຸດລົງຮອດ 1,10 ພັນລ້ານໂດລາ ອົດສະຕຣາລີ ຫລື 34,7%, ໃນຂະນະທີ່ ການນຳເຂົ້າ ສິນຄ້າທຶນຫລຸດລົງ 2,2% ແລະ ການນຳເຂົ້າ ສິນຄ້າ ອຸປະໂພກ-ບໍລິໂພກ ຫລຸດລົງ 2,2%. ສ່ວນຍອດການສົ່ງອອກ ເພີ່ມຂຶ້ນ 2,3% ເມື່ອທຽບໃສ່ ເດືອນຜ່ານມາ ໂດຍໄດ້ຮັບແຮງຊຸກຍູ້ ຈາກການສົ່ງອອກ ເຊື້ອໄຟແຮ່ ແລະ ໂລຫະ ທີ່ປັບຕົວສູງຂຶ້ນ ເຊິ່ງການສົ່ງອອກ ເຊື້ອໄຟແຮ່ ເພີ່ມຂຶ້ນ 6,6% ແລະ ການສົ່ງອອກໂລຫະ (ບໍ່ລວມຄຳ ທີ່ບໍ່ແມ່ນເງິນຕາ) ເພີ່ມສູງຂຶ້ນເຖິງ 23.5%./

KPL

ຂ່າວອື່ນໆ

ads
ads

Top