ຂປລ
ຊ່ອງວ່າງຂອງ ການປັບຕົວ ຕໍ່ການປ່ຽນແປງ ສະພາບ ພູມອາກາດ ປະຈຳປີ 2026 ຂອງ ອົງການ ສະຫະປະຊາຊາດ (ຢູເອັນ) ກວດພົບວ່າ: ເງິນທຶນ ຈາກບັນດາປະເທດ ພັດທະນາແລ້ວ ໄດ້ເພີ່ມຂຶ້ນ 1.000 ລ້ານໂດລາ ສະຫະລັດ
ຂປລ. ສຳນັກຂ່າວຕ່າງປະເທດ ລາຍງານ ຈາກນະຄອນຫລວງ ລອນດອນ ປະເທດ ອັງກິດ ເມື່ອບໍ່ດົນມານີ້ວ່າ: ຊ່ອງວ່າງຂອງ ການປັບຕົວ ຕໍ່ການປ່ຽນແປງ ສະພາບ ພູມອາກາດ ປະຈຳປີ 2026 ຂອງ ອົງການ ສະຫະປະຊາຊາດ (ຢູເອັນ) ກວດພົບວ່າ: ເງິນທຶນ ຈາກບັນດາປະເທດ ພັດທະນາແລ້ວ ໄດ້ເພີ່ມຂຶ້ນ 1.000 ລ້ານໂດລາ ສະຫະລັດ ເປັນ 28.200 ລ້ານໂດລາ ສະຫະລັດ ໃນປີ 2024, ແຕ່ຕົວເລກ ດັ່ງກ່າວ ລວມແລ້ວ ຍັງຄົງເປັນພຽງ ແຕ່ສ່ວນໜຶ່ງ ຂອງຈຳນວນເງິນ ທີ່ຈຳເປັນ ໃນການຊ່ວຍເຫລືອ ປະເທດທຸກຍາກ ໃຫ້ສາມາດຮັບມື ກັບ ຄື້ນຄວາມຮ້ອນ, ໄພແຫ້ງແລ້ງ, ໄຟໄໝ້ປ່າ ແລະ ນ້ຳຖ້ວມ ທີ່ມີ ຄວາມຮຸນແຮງ ເພີ່ມຂຶ້ນ.
ໃນກອງປະຊຸມສຸດຍອດ ດ້ານສະພາບ ພູມອາກາດ ຕາມກອບອະນຸສັນຍາ ສະຫະປະຊາຊາດ ວ່າດ້ວຍການປ່ຽນແປງ ສະພາບພູມອາກາດ (ຢູເອັນເອັຟຊີຊີຊີ - UNFCCC) ຄັ້ງທີ 31 ຫລື “ຄອບ 31” ທີ່ ປະເທດ ຕວັກກີ (Türkiye) ໃນລະຫວ່າງ ວັນທີ 9-20 ພະຈິກນີ້, ບັນດາ ຜູ້ເຈລະຈາ ຈະພິຈາລະນາ ເຖິງສາເຫດ ທີ່ເຮັດໃຫ້ ປະເທດຕ່າງໆ ຍັງຄົງບໍ່ສາມາດ ບັນລຸ ຄຳໝັ້ນສັນຍາ ທີ່ໄດ້ໃຫ້ໄວ້ ໃນກອງປະຊຸມຄອບ 29 ໃນການຈັດຫາ ເງິນທຶນ ດ້ານສະພາບພູມອາກາດ ໃຫ້ແກ່ ປະເທດ ພວມພັດທະນາ ຈຳນວນ 300.000 ລ້ານໂດລາສະຫະລັດຕໍ່ປີ./
KPL