ຂປລ
ເມ່ືອເລ່ີມເຂ້ົາເດືອນຫົກລາວເປັນໄລຍະຕົ້ນຝົນ ເຊິ່ງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວໄຮ່ຊາວນາກະກຽມລົງເຮັດນາ ເພື່ອທຳການຜະລິດໃຫ້ຖືກຕາມລະດູການ ແລະ ຕາມປະເພນີທີ່ສືບທອດກັນມາ ແຕ່ປູ່ຍ່າຕາຍາຍຈະມີບຸນບ້ັງໄຟຖືເປັນບຸນປາງໃຫຍ່ໜຶ່ງໃນຮີດສິບສອງ ຄອງສິບສີ່ຂອງປະເພນີລາວ ຈັດຂຶ້ນທຸກໆປີຫລັງບຸນປີໃໝ່ລາວ.
*ເມ່ືອເລ່ີມເຂ້ົາເດືອນຫົກລາວເປັນໄລຍະຕົ້ນຝົນ ເຊິ່ງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວໄຮ່ຊາວນາກະກຽມລົງເຮັດນາ ເພື່ອທຳການຜະລິດໃຫ້ຖືກຕາມລະດູການ ແລະ ຕາມປະເພນີທີ່ສືບທອດກັນມາ ແຕ່ປູ່ຍ່າຕາຍາຍຈະມີບຸນບ້ັງໄຟຖືເປັນບຸນປາງໃຫຍ່ໜຶ່ງໃນຮີດສິບສອງ ຄອງສິບສີ່ຂອງປະເພນີລາວ ຈັດຂຶ້ນທຸກໆປີຫລັງບຸນປີໃໝ່ລາວ ໂດຍເຊື່ອກັນວ່າເປັນພິທີກຳຄອບໄຂວ່ເທວະດາຟ້າແຖນ ເພື່ອຂໍຝົນໃຫ້ຕົກຕາມລະດູການໃຫ້ພືດພັນ, ຜົນລະປູກຈະເລີນງອກງາມ.

ການເຮັດບຸນບັ້ງໄຟນັ້ນ ຕາມຄວາມເຊື່ອທີ່ວ່າເທິງຟ້າມີສິ່ງສັກສິດ ຫລື ມີຊາວພຸດເອີ້ນວ່າ “ພະຍາແຖນ” ເຊິ່ງຄວາມເປັນມາຂອງບຸນບັ້ງໄຟນັ້ນມີຜູ້ເຖົ້າຜູ້ແກ່ເລົ່າໃຫ້ຟັງວ່າ: ກາລະຄັ້ງໜຶ່ງນານມາແລ້ວ ບ້ານເມືອງເກີດເດືອດຮ້ອນເພາະຝົນຟ້າບໍ່ຕົກຕາມລະດູການບັນດາຄົນ ສັດ ພືດ ຕ່າງໄດ້ຮັບຄວາມເດືອດຮ້ອນໄປຕາມໆກັນຍັງມີພະຍາຄັນຄາກ ທ່ີມີອິດທິລິດເປັນສັດວິເສດປົກຄອງຢູ່ພ້ືນດິນຈ່ຶງອອກໄປກວດກາຫາສາຍເຫດວ່າຝົນຟ້າບໍ່ຕົກລົງມາກໍຮູ້ຄວາມຈິງວ່າເປັນພະຍາແຖນບໍ່ສ່ົງຝົນລົງມາພະຍາຄັນຄາກຮູ້ຢ່າງນ້ັນ ຈຶ່ງຂໍອາສາສູ້ກັບພະຍາແຖນ ໂດຍເອົາຝົນຟ້າເປັນເດີມພັນຫາກພະຍາຄັນຄາກ ຊະນະ ພະຍາແຖນ ຕ້ອງເຮັດໃຫ້ຝົນຕົກລົງມາໃຫ້ຄົນ. ພະຍາແຖນ ແລະ ພະຍາຄັນຄາກ ຕໍ່ສູ້ກັນຜົນປາກົດວ່າພະຍາຄັນຄາກຊະນະ ພະຍາແຖນຕ້ອງສົ່ງຟ້າຝົນໃຫ້ຕົກລົງ ມາໃນໂລກມະນຸດແຕ່ມີຂໍ້ຕົກລົງວ່າ ຊາວໂລກຈະຕ້ອງເຮັດບຸນບັ້ງໄຟ ແລ້ວຈູດຂຶ້ນເພື່ອໄປບອກດ້ວຍວ່າຕ້ອງການຝົນເມື່ອໃດເວລາໃດຍາມໃດ. ດັ່ງນັ້ນ ເມື່ອເຖິງລະດູການເຮັດນາຊາວນາທີ່ຕ້ອງການຝົນກໍຕ້ອງເຮັດບຸນບັ້ງໄຟເພື່ອຈູດບັ້ງໄຟຂຶ້ນເມືອບອກພະຍາ ແຖນເປັນສັນຍານໃຫ້ຮູ້ ເພື່ອໃຫ້ພະຍາແຖນເຮັດຝົນຕົກລົງມາດ້ວຍເຫດຄວາມເຊື່ອທີ່ກ່າວມານ້ີ ຈຶ່ງໄດ້ມີການເຮັດບຸນບັ້ງໄຟຈົນເຖິງປັດຈຸບັນນີ້ ແລະ ໃນເດືອນຫົກນີ້ຍັງມີບຸນອີກຫລາຍບຸນເຊັ່ນ: ວິສາຂະບູຊາ, ສົມໂພດພະ, ຫົດສົງພະເຖຣະ.
ຄຳວ່າ “ບັ້ງໄຟ” ໝາຍເຖິງບ້ັງ ຫລື ກະບອກ ທີ່ເຮັດດ້ວຍໝື້ຕອກໃຫ້ແໜ້ນເປັນບັ້ງຈະມີຊ່ືແຕກຕ່າງກັນ ໂດຍກຳນົດເຮັດເດືອນຂຶ້້ນ ຫລື ແຮມ ກໍໄດ້ຕາມຄວາມສະດວກ, ແຕ່ສ່ວນຫລາຍນິຍົມກັນໃນເດືອນຫົກ ຈຶ່ງໃສ່ຊື່ວ່າບຸກເດືອນຫົກ ຫລື ບຸນບັ້ງໄຟ. ສຳລັບການເຮັດບັ້ງໄຟແມ່ນເລີ່ມຈາກການຫາໄມ້ໃຜ່ ຫລື ລຳຕານມາລົນໄຟ, ລຸປ່ອງ, ຕາກໃຫ້ແຫ້ງຕອກດ້ວຍໝື້ໃຫ້ເຕັມແໜ້ນ ເຊິ່ງການເຮັດບຸນບັ້ງໄຟຕ້ອງມີຊ່າງຜູ້ຊຳນານມາກຳກັບ, ຖ້າບໍ່ດັ່ງນັ້ນບັ້ງໄຟຈະແຕກຊຸ ຫລື ບໍ່ໄໝ້ອາດເກີດອັນຕະລາຍໄດ້. ກ່ອນມ້ືເຮັດບຸນຈະປຸກຕູບ, ຜາມແລ້ວນິມົນພະ ແລະ ເຊີນຊວນພີ່ນ້ອງບ້ານໃກ້ຄຽງໃຫ້ມາເຮັດບຸນຂໍຄ້ອງກອງ ແລະ ບັນດານັກຟ້ອນມີການຕ້ອນຮັບພະລວມໄປເຖິງຍາດພີ່ນ້ອງບ້ານອ່ືນ ໂດຍມີອຳນາດການປົກຄອງບ້ານຈະແບ່ງກັນສາມ ຫລື ສີ່ເຮືອນຕ້ອນຮັບຄ້າຍຄືກັບບຸນພະເຫວດ.
ເມື່ອກ່ອນເວລາ 9 ໂມງເຊົ້າ ຈະມີຫົດສົງ ເຖລາພິເສກ ແລະ ຕອນບ່າຍຈະຈູດບ້ັງໄຟ, ຕອນກາງຄືນມີການເສັງກອງ, ສຳລັບກອງນີ້ແມ່ນນຳມາຈາກທຸກໆບ້ານທີ່ໄດ້ເຊີນມາຖືວ່າມີຄວາມສະໜຸກສະໜານເປັນຢ່າງຍິ່ງ. ສຳລັບຕອນເຊົ້າແມ່ນມີການຖວາຍ ຈັກຫັນໃຫ້ແກ່ພະສົງແລ້ວນຳບັ້ງໄຟໄປຈູດຢູ່ຄ້າງທີ່ຈັດໄວ້ໃນລະຫວ່າງພະສັນຈັກຫັນ, ຊ່າງບັ້ງໄຟນຳບັ້ງໄຟມາແຫ່ ເພື່ອໃຫ້ຄົນມາເບິ່ງອີກ, ຖ້າວ່າບັ້ງໄຟໃດຂຶ້ນເຈົ້າຂອງ ແລະ ຍາດໂຍມກໍດີໃຈແລ້ວຫາມນາຍຊ່າງໄປລົງນ້ຳ, ແຕ່ຖ້າບໍ່ຂຶ້ນກໍເອົານາຍຊ່າງລົງຕົມ. ພ້ອມທັງມີການບວດນາກ ແລະ ເຖລາພິເສກຫົດນ້ຳພະສູດມົນແລ້ວສັນເພນ, ແຫ່ນາກສູ່ຂວັນນາກ, ພະທີ່ນິມົນມາເປັນພະຫັດຖະບາດທຸກອົງ, ສ່ວນກາງຄືນເຈົ້າສັດທາມີໝອນລວມໄປເຖິງວັດຖຸປັດໄຈຖວາຍໃຫ້, ບ່າຍສາມໂມງຈະຕີກອງແຫ່ບັ້ງໄຟຮອດຫໍແຈກ ແລະ ສິມ. ໃນນັ້ນ, ຈະມີການຟ້ອນທ່າທາງສຸພາບຮຽບຮ້ອຍ, ຕະຫລົກ, ເຮຮາຕ່າງໆທັງແຕ່ງເປັນເຈົ້ານາຍກໍມີ, ແຕ່ງເປັນຜູ້ຍິງຟ້ອມລຳຕ່າງໆ, ແຕ່ງເປັນຍັກເປັນໂຂນ, ຕືກແຫ, ຫາປາ, ຂາຍປາ, ອ່ານໜັງສືພິມ ແລະ ອື່ນໆ. ປັດຈຸບັນອີງຕາມການປ່ຽນແປງຂອງແຕ່ລະຍຸກແຕ່ລະສະໄໝບາງຢ່າງເພິ່ນກໍບໍ່ໄດ້ປະຕິບັດແລ້ວອີງຕາມຄວາມສະດວກຂອງບ້ານນັ້ນໆ ຈະມີພຽງແຕ່ການໄຫວ້, ຈູບບັ້ງໄຟ ແລະ ຄົບງັນທຳມະດາເທົ່ານັ້ນ. ການເຮັດບຸນນີ້ ນອກຈາກຈະເປັນການຂໍນ້ຳຂໍໃຫ້ຝົນຕົກຕາມລະດູການແລ້ວຍັງເປັນການສ້າງຄວາມສາມັກຄີຂອງບັນດາບ້ານທີ່ຢູ່ໃກ້ຄຽງພາພົບພ້ໍຮ່ວມມ່ວນຊື່ນນຳກັນອີກດ້ວຍ.
ໂດຍ:ແສງສະຫວັນ
KPL