ຫວຍລາສີ ມອບເງິນລາງວັນ ໃຫ້ຜູ້ໂຊກດີ ຖືກລາງວັນທີ 1 ມູນຄ່າ 2 ຕື້ກີບ

22/05/2025 18:32
ຂປລ ຂປລ. ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຈັດພິທີມອບເງິນລາງວັນ ໃຫ້ຜູ້ໂຊກດີ ຖືກລາງວັນທີ 1 ຫວຍລາສີ ເລກເພີ່ມໂຊກ 6 ໂຕລຽງ ໃນມູນຄ່າລາງວັນ 2 ຕື້ກີບ ເຊິ່ງພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 22 ພຶດສະພາ 2025 ຕາງໜ້າມອບລາງວັນໂດຍ ທ່ານ ຄໍາເຜັ່ນ ບຸບຜາວົງ ຜູ້ອໍານວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາ



ຂປລ. ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຈັດພິທີມອບເງິນລາງວັນ ໃຫ້ຜູ້ໂຊກດີ ຖືກລາງວັນທີ
1 ຫວຍລາສີ ເລກເພີ່ມໂຊກ 6 ໂຕລຽງ ໃນມູນຄ່າລາງວັນ 2 ຕື້ກີບ ເຊິ່ງພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 22 ພຶດສະພາ 2025 ຕາງໜ້າມອບລາງວັນໂດຍ ທ່ານ ຄໍາເຜັ່ນ ບຸບຜາວົງ ຜູ້ອໍານວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາ, ມີທ່ານ ນາງ ຕຸລາວັນ ວັນນະພົມ ຮອງອໍານວຍການບໍລິສັດ ອິນຊີເທຣດດິ້ງ ຈໍາກັດຜູ້ດຽວ ແລະ ທ່ານ ທ່ານ ພູໂຂງ ຈັນທະພານິດ ຕາງໜ້າຮອງຜູ້ອໍານວຍການບໍລິສັດ ຮ່ວມທຶນຫວຍລາສີ ເຂົ້າຮ່ວມເປັນສັກຂີພິຍານ.

ຜູ້ໂຊກດີຖືກລາງວັນທີ 1 ຫວຍລາສີ ເລກເພີ່ມໂຊກ 6ໂຕລຽງ ມູນຄ່າລາງວັນ 2 ຕື້ກີບ ແມ່ນທ່ານ ທອງວັນ, ອາຍຸ 58, ອາຊີບ ຄ້າຂາຍ, ປັດຈຸບັັນຢູ່ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ເຊິ່ງໄດ້ຊື້ຫວຍລາສີ ໃນງວດທີ 36 ອອກຄັ້ງວັນທີ 20 ພຶດສະພາ 2025 ທີ່ຜ່ານມາ.

ຫວຍລາສີ ແມ່ນຜະລິດຕະພັນໜຶ່ງຂອງບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ເຊິ່ງກຳນົດຂຶ້ນ ແລະ ຈັດລຽງຕາມຕຳລາໂຫລາສາດຂອງ 12 ລາສີ ທີ່ເຊື່ອຖືກັນມາຍາວນານ ແລະ ຄຸ້ນເຄີຍກັນດີ ໃນສັງຄົມ. ຫວຍລາສີເລີ່ມຈັດຕັ້ງການອອກເລກລາງວັນ ນັບແຕ່ເດືອນມັງກອນ 2024 ເປັນຕົ້ນມາ ແລະ ໃນວັນທີ 13 ພືດສະພາ 2025 ຜ່ານມາ, ໄດ້ມີການປ່ຽນແປງຮູບແບບເກມການຫລິ້ນ ແລະ ໂຄງປະ ກອບລາງວັນຫວຍລາສີແບບໃໝ່

ຂ່າວ: ກິດຕາ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top