ສປຈີນ ເປີດງານສັບປະດາກາເຟ ເພື່ອຊຸກຍູ້ການທ່ອງທ່ຽວ-ການພັກຜ່ອນ

24/05/2025 11:19
Email Print 179
ຂປລ ປັດຈູບັນ, ຜະລິດຕະພັນ ກາເຟ ແຂວງຢຸນຫນານ ຂອງປເທດຈີນ ໄດ້ຮັບຄວາມນິຍົມ ເພີ່ມຂຶ້ນ ຢູ່ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ເຂດປົກຄອງຕົນເອງ ຊົນເຜົ່າຈ້ວງນານຊີ ຂອງ ເມືອງຫລີຈຽງ ທາງພາກຕາເວັນຕົກສຽງໃຕ້ຂອງສປຈີນ

ວັນທີ 22 ພືດສະພາ 2025, ​ປັດຈູບັນ, ຜະລິດຕະພັນ ກາ​ເຟ ແຂວງຢຸນຫນານ ຂອງປເທດຈີນ ​ໄດ້​ຮັບ​ຄວາມ​ນິຍົມ ​ເພີ່ມ​ຂຶ້ນ ​ຢູ່ທັງ​ພາຍ​ໃນ​ ​ແລະ ຕ່າງປະ​ເທດ​ ໂດຍສະເພາະ ເຂດ​ປົກຄອງ​ຕົນ​ເອງ ຊົນ​ເຜົ່າ​ຈ້ວງ​ນານ​ຊີ ຂອງ ​ເມືອງ​ຫລີ​ຈຽງ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ສປຈີນ ໄດ້ຈັດງານສັບປະດາກາເຟ ຕາມພູຫິມະ Yulong  ເພື່ອຊຸກຍູ້ ຂະແໜງການ ທ່ອງທ່ຽວ. ນແລະ ການພັກຜ່ອ

ງານ​ດັ່ງກ່າວ ​ໄດ້​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ ເຊິ່ງເຕັມ​ໄປ​ດ້ວຍ​ຄວາມ​ສວຍ​ງາມ​ ຂອງ ​ພູມ​ສັນຖານ​ ດ້ວຍ​ພູ​ຫິມະ​ທີ່​ງົດ​ງາມ​ຕາມທຳ​ມະ​ຊາດ ທີ່​ມີ​ຊີວິດ​ຊີວາ, ອຸດົມສົມບູນ ທາງດ້ານ ວັດທະນະທຳ.  ໃນຂະນະທີ່ ເຂດ​ດັ່ງກ່າວ​ ພວມ​ມີການບູລະ​ນະ ໃຫ້ເຂດດັ່ງກ່າວ ​ໂດຍລີເລີ່ມຈາກ ຫລີ​ຈຽງ​ ​ກາ​ເຟໃນ​ທ້ອງ​ຖິ່ນ ​ແລະ ການທ່ອງທ່ຽວ ເພື່ອ​​ຊຸກຍູ້ໃຫ້​ເສດຖະກິດ​ຈະເລີນ ເຕີບໃຫຍ່ຂຶ້ນຢ່າງບໍ່ຢຸດຢັ້ງ. ນອກນັ້ນ, ໃນງານສັບປະດາ, ບັນດາ ​ຄະນະນຳ ພື້ນທີ່ນີ້ ​ໄດ້​ເຊີນຊວນ​​ ປະຊາຊົນ​ທີ່ຢູ່​ໃກ້ ​ແລະ ​ໄກ​ ໃຫ້ເຂົ້າມາ​ຮ່ວມ​ງານ ​ເພື່ອ​ຊີມລົດຊາດ​ກາ​ເຟ ທີ່​ເປັນ​ເອກະ ລັກ ​ແລະ ​​ພັກຜ່ອນ​ຢ່ອນ​ອາລົມ​.  ນອກນັ້ນ ໃນງານດັ່ງກ່າວ ມີຄຳໝັ້ນສັນຍາ ອັນໃຫຍ່ຫລວງ ກ່ຽວກັບ ການພັດທະນາ ການຜະລິດກາເຟແລະ ການທ່ອງທ່ຽວ ໃຫ້ການເປັນສະ ຖານ ທີ່ສວຍງານຂອງນະຄອນ ອີກດ້ວນ./,

KPL

ຂ່າວອື່ນໆ

ads
ads

Top