ໂຮງແຮມ ແລນມາກ ປະກອບສ່ວນດຶງດູດ ນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວລາວ

24/04/2025 12:25
Email Print 1391
ຂປລ ຂປລ. ໂຮງແຮມ ແລນມາກ ແມ່ຂອງລີເວີໄຊ ເປັນໂຮງແຮມໜຶ່ງ ສົ່ງເສີມການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວ ຕ່າງປະເທດເຂົ້າມາທ່ຽວ ສປປ ລາວ ໃຫ້ນັບມື້ນັບຫລາຍຂຶ້ນ ເຊິ່ງໄລຍະຜ່ານມາ​ໄດ້ຮ່ວມມືກັບພາກລັດ ໄດ້ສົ່ງຜູ້ບໍລິຫານການຂາຍຂອງໂຮງແຮມ ເຂົ້າຮ່ວມງານວາງສະແດງ ຜະລິດ​ຕະພັນການທ່ອງທ່ຽວຕ່າງປະເທດ ຢຸ່ພາຍໃນ ແລະ ຕ່າງປະເທດ ໂດຍສະເພາະປະເທດອາຊຽນ ແລະ ສປ ຈີນ ໂດຍຮ່ວມກັບກະຊວງ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໂຄສະນາເຜີຍແຜ່ການບໍລິການການທ່ອງທ່ຽວຂອງລາວ.



ຂປລ. ໂຮງແຮມ ແລນມາກ ແມ່ຂອງລີເວີໄຊ ເປັນໂຮງແຮມໜຶ່ງ ສົ່ງເສີມການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວ ຕ່າງປະເທດເຂົ້າມາທ່ຽວ ສປປ ລາວ ໃຫ້ນັບມື້ນັບຫລາຍຂຶ້ນ ເຊິ່ງໄລຍະຜ່ານມາ​ໄດ້ຮ່ວມມືກັບພາກລັດ ໄດ້ສົ່ງຜູ້ບໍລິຫານການຂາຍຂອງໂຮງແຮມ ເຂົ້າຮ່ວມງານວາງສະແດງ ຜະລິດ​ຕະພັນການທ່ອງທ່ຽວຕ່າງປະເທດ ຢຸ່ພາຍໃນ ແລະ ຕ່າງປະເທດ ໂດຍສະເພາະປະເທດອາຊຽນ ແລະ ສປ ຈີນ ໂດຍຮ່ວມກັບກະຊວງ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໂຄສະນາເຜີຍແຜ່ການບໍລິການການທ່ອງທ່ຽວຂອງລາວ.




ໃນວັນທີ
23 ເມສາ 2025 ນີ້, ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຜູ້ອຳນວຍການໂຮງແຮມແລນມາກແມ່ຂອງລີເວີໄຊ, ຮອງປະທານສະມາຄົມ ນັກທຸລະກິດໜຸ່ມແຫ່ງຊາດລາວ, ຮອງປະທານ ສະຫະພັນ ປິງປ່ອງແຫ່ງຊາດລາວ, ປະທານ ສະພາການຄ້າ ເມືອງສີສັດຕະນາກ ແລະ ທັງເປັນ ສສຂ ປະຈໍາເຂດເລືອກຕັ້ງ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ພົບປະກັບ ທ່ານ ນາງ ລີ ຊຽວຈຸນ ຮອງປະທານສະມາຄົມນັກຂ່າວທົ່ວປະເທດຈີນ, ຮອງຫົວໜ້າກົມໃຫຍ່ເສນາທິການ ແລະ ສະມາຊິກພັກກຸ່ມໜັງສືພິມລາຍວັນ ການຊູ ຈໍາກັດ, ເລຂາທິການໃຫຍ່ອົງການພັກ ແລະ ຜູ້ອໍານວຍການບໍລິຫານ ຂອງກຸ່ມສື່ມວນຊົນ ການຊູໃໝ່ ສປ ຈີນ ພ້ອມຄະນະ ໂດຍມີ ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.




ທ່ານ ນາງ ອໍລະໄທ ສັນຕິຄົງຄາ ໄດ້ໃຫ້ຮູ້ວ່າ: ໂຮງແຮມ ແລນມາກ ແມ່ຂອງລີເວີໄຊ ສ້າງຂຶ້ນໃນປີ
2012 ຕັ້ງຢູ່ແຄມແມ່ນໍ້າຂອງ ທີ່ມີທິວທັດທີ່ສວຍສົດງົດງາມ ຕອນແລງສາມາດ​ແນມເບິ່ງຕາເວັນ ຕົກດິນ, ເປັນໂຮງແຮມລະດັບ 5 ດາວຂອງຄົນລາວ 100%. ເພື່ອຕ້ອນຮັບກອງປະຊຸມ ອາເຊມ ທີ່ ສປປ ລາວ ໄດ້ເປັນເຈົ້າພາບ ທາງໂຮງແຮມຂອງພວກກໍໄດ້ຮັບແຂກບັນດາປະມຸກລັດ ຂອງປະເທດອາຊຽນ ແລະ ສປ ຈີນ ໂດຍສະເພາະ ປະທານ ສີ ຈິ້ນຜິງ,  ພາຍຫລັງເປີດ​ໃຫ້​ບໍລິການກໍໄດ້ຮັບ ການສະໜັບໜູນຈາກຫລາຍໆພາກສ່ວນ ໃນການຈັດກິດຈະກໍາຕ່າງໆ ແລະ ຕ້ອນຮັບແຂກ ທີ່ເຂົ້າມາທ່ຽວຢູ່ ນະຄອນຫລວງວຽງຈັນ. ໃນໂຮງແຮມມີການບໍລິການຫລາກຫລາຍ ເປັນຕົ້ນ ຫ້ອງພັກທີ່ມີຫລາຍລະດັບ, ການບໍລິການທາງ ດ້ານອາຫານເຄື່ອງດື່ມ, ໃນນັ້ນມີ 3 ປະເພດອາຫານເຊັ່ນ: ອາຫານນາໆຊາດ, ອາຫານຈີນ, ອາຫານຍີ່ປຸ່ນ ແລະ ອາຫານມຸດສະລິມ. ນອກນັ້ນ, ຍັງມີຫ້ອງປະຊຸມຂະໜາດໃຫຍ່ ເພື່ອຮອງຮັບໃນການຈັດກອງປະຊຸມ, ຈັດງານລ້ຽງ ​ເຊິ່ງສາມາດຮອງຮັບແຂກໄດ້ປະມານ 1.800-2.000 ຄົນ, ຫ້ອງປະຊຸມລະດັບກາງ 50-200 ຄົນ, ດັບນ້ອຍ 10-20 ຄົນ ແລະ ຍັງມີອາພັດເມັນ ເພື່ອຮອງຮັບບັນດານັກທຸລະກິດ, ນັກການທູດ ທີ່ມາຢູ່ໃນໄລຍະຍາວ, ພ້ອມນີ້ຍັງມີໂຮງແຮມໃນເຄືອ ຄື: ໂຮງແຮມແລນມາກໄລ໌ເຊັນເຕີ ຕັ້ງຢູ່ວຽງຈັນເຊັນເຕີ ຕື່ມ​ອີກ.




ໂອກາດນີ້
, ທ່ານ ນາງ ລີ ຊຽວຈຸນ ໄດ້ກ່າວຂອບໃຈ ທ່ານ ນາງ ອໍລະໄທ ສັນຕິຄົງຄາ ທີ່​ໃຫ້ການ​ຕ້ອນຮັບ​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ໄດ້​ໃຫ້​ຮູ້​ວ່າ ​ໃນໂອກາດທີ່ຄະນະຜູ້ແທນ ສະມາຄົມນັກຂ່າວທົ່ວປະເທດຈີນ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ​ໄດ້​ພົບ​ປະ ​ແລະ ​ເຮັດ​ວຽກ​ຮ່ວມ​ກັບສະມາຄົມນັກຂ່າວແຫ່ງ ສປປ ລາວ, ໄປຢ້ຽມຢາມໜັງສືພິມພາສາຕ່າງປະເທດ, ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ, ວິທະຍຸກະຈາຍສຽງແຫ່ງຊາດ ແລະ ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວ ທີ່ສຳຄັນຈຳນວນໜຶ່ງ ຢູ່ນະຄອນຫລວງວຽງຈັນ ຕື່ມອີກ. 

ຂ່າວ-ພາບ: ວີລະວັນ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ຂປລ. ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top