ຂປລ
ການສຳຫລວດ ເສດຖະກິດ ທົ່ວປະເທດ ສະຫະລັດ ອາເມລິກາ ຫລ້າສຸດຂອງ CNBC ສະແດງໃຫ້ເຫັນວ່າ: ບັນຫາເສດຖະກິດໃນ ສະຫະລັດ ອາເມລິກາ ຍັງບໍ່ໄດ້ຮັບການແກ້ໄຂ ຍ້ອນວິທີແກ້ໄຂບັນຫາພາສີ, ໄພເງິນຟື້ ແລະ ລາຍຈ່າຍ ລັດຖະບານ ຂອງທ່ານ ໂດນັນ ທຣຳ ປະທານາທິບໍດີ ສະຫະລັດ ອາເມລິກາ ພາໃຫ້ ປະຊາຊົນ ເກີດມີຄວາມບໍ່ພໍໃຈ ຢ່າງກວ້າງຂວາງ

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ຊ່ອງຂ່າວ ແລະ ທຸລະກິດ ຜູ້ບໍລິໂພກ ສະຫະລັດ ອາເມລິກາ ຫລື CNBC ລາຍງານວ່າ: ການສຳຫລວດ ເສດຖະກິດ ທົ່ວປະເທດ ສະຫະລັດ ອາເມລິກາ ຫລ້າສຸດຂອງ CNBC ສະແດງໃຫ້ເຫັນວ່າ: ບັນຫາເສດຖະກິດໃນ ສະຫະລັດ ອາເມລິກາ ຍັງບໍ່ໄດ້ຮັບການແກ້ໄຂ ຍ້ອນວິທີແກ້ໄຂບັນຫາພາສີ, ໄພເງິນຟື້ ແລະ ລາຍຈ່າຍ ລັດຖະບານ ຂອງທ່ານ ໂດນັນ ທຣຳ ປະທານາທິບໍດີ ສະຫະລັດ ອາເມລິກາ ພາໃຫ້ ປະຊາຊົນ ເກີດມີຄວາມບໍ່ພໍໃຈ ຢ່າງກວ້າງຂວາງ, ອັດຕາ ສະໜັບ ສະໜູນ ດ້ານບັນຫາ ເສດຖະກິດ ຂອງທ່ານ ໂດນັນ ທຣຳ ໄດ້ຕົກລົງ ຮອດລະດັບ ຕ່ຳສຸດ ໃນຕະຫລອດ ໄລຍະທີ່ ທ່ານ ໂດນັນ ທຣຳ ດຳລົງຕຳແໜ່ງ ເປັນປະທານາທິບໍດີ ສະຫະລັດ ອາເມລິກາ. ຂ່າວແຈ້ງວ່າ, ຜູ້ໃຫ້ສຳພາດ 49% ເຫັນວ່າ ເສດຖະກິດ ຂອງ ສະຫະລັດ ອາເມລິກາ ຈະຊຸດຊົມລົງ ໃນປີໜຶ່ງ ຂ້າງໜ້ານີ້.ການສຳຫລວດ ປະກົດເຫັນວ່າ: ຜູ້ໃຫ້ສຳພາດ 44% ເຫັນດີ ນຳວິທີແກ້ໄຂ ຂອງທ່ານ ໂດນັນ ທຣຳ, 51% ຄັດຄ້ານ. ໃນດ້ານບັນຫາ ເສດຖະກິດ, ອັດຕາ ສະໜັບ ສະໜູນ ຂອງທ່ານ ໂດນັນ ທຣຳ ມີແຕ່ 43%, ອັດຕາຄັດຄ້ານແມ່ນ 55%./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL