ຄອບຄົວການນໍາພັກ-ລັດ ມອບເຄື່ອງຊ່ວຍເຫລືອ ປະເທດມຽນມາ ທີ່ປະສົບໄພພິບັດ ແຜ່ນດິນໄຫວ

01/04/2025 16:30
Email Print 280
ຂປລ ຂປລ. ວັນທີ 1 ເມສາ 2025 ນີ້, ຢູ່ກະຊວງປ້ອງກັນປະເທດ, ບັນດາຄອບຄົວການນໍາພັກ-ລັດ ນໍາໂດຍ ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດແຫ່ງ ສປປ ລາວ ໄດ້ນໍາເອົາເງິນ ແລະ ເຄື່ອງບໍລິໂພກ ມາມອບໃຫ້ກະຊວງປ້ອງກັນປະເທດ ເພື່ອນໍາໄປຊ່ວຍເຫລືອປະເທດມຽນມາ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກເຫດການແຜ່ນດິນໄຫວ ເຊິ່ງຕາງໜ້າຮັບໂດຍ ທ່ານ ພົນຕີ ສົມພອນ ມິດຕະພອນ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ພ້ອມຄະນະ.




ຂປລ. ວັນທີ
1 ເມສາ 2025 ນີ້, ຢູ່ກະຊວງປ້ອງກັນປະເທດ, ບັນດາຄອບຄົວການນໍາພັກ-ລັດ ນໍາໂດຍ ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດແຫ່ງ ສປປ ລາວ ໄດ້ນໍາເອົາເງິນ ແລະ ເຄື່ອງບໍລິໂພກ ມາມອບໃຫ້ກະຊວງປ້ອງກັນປະເທດ ເພື່ອນໍາໄປຊ່ວຍເຫລືອປະເທດມຽນມາ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກເຫດການແຜ່ນດິນໄຫວ ເຊິ່ງຕາງໜ້າຮັບໂດຍ ທ່ານ ພົນຕີ ສົມພອນ ມິດຕະພອນ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ພ້ອມຄະນະ.
ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ປະກອບມີ: ຄອບຄົວການນໍາພັກ-ລັດ ມອບເງິນສົດ 328 ລ້ານ ກີບ, ບໍລິສັດ PSL ເຊີວິສ ຈໍາກັດຜູ້ດຽວ ເງິນສົດ 500 ລ້ານກີບ ແລະ ເຄື່ອງບໍລິໂພກ ມູນຄ່າ 150 ລ້ານກີບ.

     


ໂອກາດນີ້
, ທ່ານ ພົນຕີ ສົມພອນ ມິດຕະພອນ ໄດ້ສະແດງຄວາມຂອບໃຈຕໍ່ຄອບຄົວການນໍາພັກ-ລັດ ແລະ ບໍລິສັດ PSL ເຊີວິສ ຈຳກັດຜູ້ດຽວ ທີ່ມີຄວາມເປັນຫ່ວງເປັນໄຍ ນໍາເອົາເງິນສົດ ແລະ ເຄື່ອງບໍລິໂພກ ມາມອບໃຫ້ກະຊວງປ້ອງກັນປະເທດ ເພື່ອສົ່ງຕໍ່ນໍາໄປຊ່ວຍເຫລືອປະຊາຊົນປະເທດ ມຽນມາ ທີ່ໄດ້ຮັບຜົນກະທົບຈາກເຫດການແຜ່ນດິນໄຫວໃນຄັ້ງນີ້ ເຊິ່ງເປັນການສະແດງເຖິງຄວາມຈິງໃຈ, ຄວາມສາມັກຄີຮັກແພງ ລະຫວ່າງສອງປະເທດ ສປປ ລາວ-ສສ ມຽນມາ ທີ່ເຄີຍມີມູນເຊື້ອອັນດີງາມມາແລ້ວນັ້ນ, ພ້ອມທັງອວຍພອນໄຊ ໃຫ້ຈົ່ງມີສຸຂະພາບແຂງແຮງ ດໍາເນີນທຸລະກິດໃຫ້ຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ.

ຂ່າວ: ອະວິໄຊ ເຄນາພູມ

KPL

ຂ່າວອື່ນໆ

ads
ads

Top