ລັດຖະມົນຕີ ກຊສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທູດລາວ ທີ່ຈະໄປດໍາລົງຕໍາແໜ່ງຢູ່ຕ່າງປະເທດ

27/03/2025 14:00
Email Print 807
ຂປລ ຂປລ. ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຕ້ອນຮັບບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ຈະໄປດໍາລົງຕໍາແໜ່ງເປັນທູດ ຢູ່ຕ່າງປະເທດ ໃນວັນທີ 26 ມີນາ 2025




ຂປລ. ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຕ້ອນຮັບບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ຈະໄປດໍາລົງຕໍາແໜ່ງເປັນທູດ ຢູ່ຕ່າງປະເທດ ໃນວັນທີ
26 ມີນາ 2025 ໂດຍມີທ່ານ ຈາຕຸລົງ ບົວສີສະຫວັດ ເອກອັກຄະລັດຖະທູດ ວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ອົດສະຕຣາລີ, ທ່ານ ຄໍາແພງ ດວງທອງລາ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ໂອຕຣິດ, ທ່ານ ວິລັດສອນ ວິສອນນະວົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ສິງກະໂປ, ທ່ານ ສິດສັງຄົມ ສີສະເກດ ເອກອັກຄະລັດຖະທູດ ປະຈຳ ອາຊຽນ ທີ່ຈາກາຕາ ປະເທດອິນໂດເນເຊຍ, ທ່ານ ເຮືອນແກ້ວ ສັງສົມສັກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ບຣູໄນ ດາຣູຊາລາມ.





ໃນໂອກາດນີ້, ທ່ານ ນາງ ບຸນຄຳ ວໍລະຈິດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ບັນດາທ່ານເອກອັກຄະລັດຖະທູດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງສໍາຄັນໃນຄັ້ງນີ້. ພ້ອມນີ້, ໄດ້ແຈ້ງກ່ຽວກັບ ພາລະບົດບາດ
, ໜ້າທີ່ ແລະ ບັນດາໜ້າວຽກບຸລິມະສິດ ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມທັງໄດ້ຍົກໃຫ້ເຫັນຂອບການຮ່ວມມື ດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສົນທິສັນຍາ, ສັນຍາສາກົນ ແລະ ການຊ່ວຍເຫລືອຂອງບັນດາປະເທດ ທີ່ບັນດາທ່ານທູດ ຈະໄດ້ໄປປະຈໍາການຢູ່.


ທ່ານ ລັດຖະມົນຕີ ຍັງໄດ້ຮຽກຮ້ອງ ໃຫ້ບັນດາເອກອັກຄະລັດຖະທູດ ຈົ່ງພ້ອມກັນສືບຕໍ່ຊຸກຍູ້ຜັນຂະຫຍາຍ ບັນດາຂົງເຂດວຽກງານ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເພື່ອເຮັດໃຫ້ການພົວພັນຮ່ວມມືນັບມື້ດີຂຶ້ນ ແລະ ເຮັດໃຫ້ປະເທດຊາດເກີດຜົນປະໂຫຍດສູງສຸດ.

ຂ່າວ: ອະພິເດດ ແສງດາລາ
KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top