ສປ ຈີນ ຮຽກຮ້ອງໃຫ້ຊີຣີ ຊຸກຍູ້ຂະບວນການຂ້າມຜ່ານທາງການເມືອງເພື່ອຟື້ນຟູຄືນສັນຕິພາບ-ສະຖຽນລະພາບ

27/03/2025 11:27
Email Print 250
ຂປລ ສະພາ ຄວາມໝັ້ນຄົງ ອົງການ ສະຫະ ປະຊາຊາດ (ສປຊ)ໄດ້ຈັດ ກອງປະຊຸມ ເປີດກວ້າງ ກ່ຽວກັບ ບັນຫາຊີຣີ ໂດຍຜູ້ຕາງໜ້າ ພິເສດ ກ່ຽວກັບ ບັນຫາຊີຣີ ຂອງອົງການ ສະຫະປະຊາຊາດ ໄດ້ແຈ້ງສະພາບການ ຢູ່ຊີຣີ ໃນຫວ່າງມໍ່ໆມານີ້.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ສະພາ ຄວາມໝັ້ນຄົງ ອົງການ ສະຫະ ປະຊາຊາດ (ສປຊ)ໄດ້ຈັດ ກອງປະຊຸມ ເປີດກວ້າງ ກ່ຽວກັບ ບັນຫາຊີຣີ ໂດຍຜູ້ຕາງໜ້າ ພິເສດ ກ່ຽວກັບ ບັນຫາຊີຣີ ຂອງອົງການ ສະຫະປະຊາຊາດ ໄດ້ແຈ້ງສະພາບການ ຢູ່ຊີຣີ ໃນຫວ່າງມໍ່ໆມານີ້.ຈາກນັ້ນ ທ່ານ ຟູ້ຊົງ ຜູ້ຕາງໜ້າ ຖາວອນຂອງ ສປ ຈີນ ປະຈໍາ ອົງການ ສະຫະ ປະຊາຊາດ ໄດ້ປະກອບ ຄໍາເຫັນ ໂດຍຊີ້ໃຫ້ເຫັນວ່າ: ໄດ້ເກີດມີການສັງຫານ ແບບບໍ່ຈຳແນກ ທີ່ແນໃສ່ ປະຊາຊົນ ຢູ່ເຂດ ແຄມທະເລ ຂອງຊີຣີ ຢ່າງໄຮ້ ມະນຸດສະທໍາ ແລະ ໂຫດຮ້າຍ. ເຈົ້າໜ້າທີ່ ຊົ່ວຄາວ ຂອງຊີຣີ ໄດ້ປະກາດ ເລີ່ມການສືບສວນ ຢ່າງເປັນອິດສະຫລະ ໂດຍຈະດໍາເນີນ ເປັນເວລາ 1 ເດືອນ ແລະ ຈະສືບຫາ ຄວາມຮັບຜິດຊອບ. ສປ ຈີນ ເອົາໃຈໃສ່ ຕິດຕາມ ຄວາມຄືບໜ້າ ຂອງເລື່ອງນີ້, ພ້ອມທັງ ຄອງຄອຍເຈົ້າໜ້າທີ່ ຊົ່ວຄາວ ຂອງຊີຣີ ຈະດໍາເນີນ ວຽກງານດັ່ງກ່າວ ດ້ວຍວິທີທີ່ໂປ່ງໃສ ແລະ ມີຄວາມຮັບຜິດຊອບ. ສຳລັບ ສປ ຈີນ ໄດ້ສັງເກດເຫັນວ່າ: ເຈົ້າໜ້າທີ່ຊົ່ວຄາວ ຂອງຊີຣີ ໄດ້ນໍາໃຊ້ ມາດຕະການຕ່າງໆ ເພື່ອຊຸກຍູ້ ຂະບວນ ການຂ້າມຜ່ານ ທາງການເມືອງ ແລະ ປະຕິບັດ ຕາມຄໍາໝັ້ນສັນຍາ ຢ່າງແທ້ຈິງ, ດໍາເນີນການສົນທະນາ ແລະ ປຶກສາຫາລື ຢ່າງກວ້າງຂວາງ ກັບວົງການຕ່າງໆ ຂອງຊີຣີ ເພື່ອບັນລຸ ຄວາມກວມລວມ ຢ່າງແທ້ຈິງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top