ລະດົມຄວາມເຫັນໃສ່ຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ ແລະ ຮ່າງຂໍ້ຕົກລົງຂອງ ຫສຊ

30/10/2026 09:11
Email Print 157
ຂປລ ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ຈັດຂຶ້ນໃນວັນທີ 28-30 ຕຸລາ 2026 ຢູ່ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ມີຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມ.

ທ່ານ ບຸນຈັນ ສີວົງພັນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ ແລະ ຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ ເພື່ອເປັນເອກະພາບກັນທາງດ້ານທັດສະນະ, ຫຼັກການ ແລະ ໃນທາງປະຕິບັດຕົວຈິງກ່ຽວກັບການຮ່າງສອງເອກະສານດັ່ງກ່າວ ໃຫ້ມີຄວາມຮັດກຸມ, ຖືກກັບສະພາບວຽກງານຕົວຈິງໃນແຕ່ລະເນື້ອໃນທີ່ ຄປຈສພຊ ໄດ້ຕົກລົງ, ໃຫ້ທິດຊີ້ນຳ ກໍຄືການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ຫສຊ ແລະ ບັນດາກຳມາທິການຕ່າງໆໃນການເປັນເສນາທິການໃຫ້ແກ່ຄະນະປະຈຳສະພາແຫ່ງຊາດ ໃຫ້ມີຄຸນນະພາບ ແລະ ຮັບປະກັນທາງດ້ານເນື້ອໃນ. ນອກຈາກນີ້, ກອງປະຊຸມຈະໄດ້ພ້ອມກັນກວດກາ ແລະ ຕີລາຄາຄືນຄວາມຖືກຕ້ອງ, ຄວາມຮັດກຸມ ແລະ ຄວາມສອດຄ່ອງຂອງໂຄງຮ່າງ, ເນື້ອໃນ ຕະຫຼອດເຖິງເຫດຜົນ ແລະ ຄວາມຈຳເປັນຂອງຮ່າງມະຕິ ແລະ ຂໍ້ຕົກລົງດັ່ງກ່າວ ໄດ້ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນປັດຈຸບັນແລ້ວຫຼືບໍ່, ລະດົມສະຕິປັນຍາລວມໝູ່, ຄວາມຮູ້ຄວາມສາມາດ ແລະ ປະສົບການຕົວຈິງຈາກຜູ້ເຂົ້າຮ່ວມ ເພື່ອປະກອບຄຳຄິດຄຳເຫັນ, ເຈາະຈີ້ມໃສ່ແຕ່ລະໝວດ, ມາດຕາ, ເນື້ອໃນທີ່ເຫັນວ່າຍັງບໍ່ທັນເປັນເອກະພາບ, ຈະແຈ້ງ, ຖືກຕ້ອງ, ມີຄວາມຊ້ຳຊ້ອນ ຫຼື ອາດຈະບໍ່ທັນສອດຄ່ອງໃນເວລານຳໄປຈັດຕັ້ງປະຕິບັດຕົວຈິງ; ຮຽບຮຽງ ແລະ ປັບປຸງເນື້ອໃນຮ່າງມະຕິເຮັດໃຫ້ມີເນື້ອໃນອຸດົມສົມບູນ, ຕິດແທດກັບເນື້ອໃນແຕ່ລະບັນຫາທີ່ຈະຮ່າງເອກະສານດັ່ງກ່າວໃຫ້ມີຄວາມຮັດກຸມ, ຖືກຕ້ອງຕາມເອກະສານທາງລັດຖະການ, ພ້ອມທັງກຳນົດຫຼັກການ, ວິທີການ ແລະ ມາດຕະການຈັດຕັ້ງປະຕິບັດ ເພື່ອນຳສະເໜີຕໍ່ຂັ້ນເທິງພິຈາລະນາ ແລະ ອະນຸມັດລົງລາຍເຊັນໃນຕໍ່ໜ້າ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດພາຍໃນ ສພຊ ໃຫ້ເປັນເອກະພາບກັນຕາມລະບຽບການ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ສຸມໃສ່ຄົ້ນຄວ້າ, ປະກອບຄຳຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການປະສານງານລະຫວ່າງຫ້ອງວ່າການສະພາແຫ່ງຊາດ ກັບບັນດາກຳມາທິການສະພາແຫ່ງຊາດ, ມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍລະບຽບການດຳເນີນກອງປະຊຸມຄະນະປະຈຳສະພາແຫ່ງຊາດ ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດວ່າດ້ວຍການເຄື່ອນໄຫວຂອງເລຂາການນຳສະພາແຫ່ງຊາດ.

ຂ່າວ: ປາກາລັກ

KPL

ຂ່າວອື່ນໆ

ads
ads

Top