ລັດຖະບານອົດສະຕຣາລີ ສືບຕໍ່ ສົ່ງເສີມການສອນແບບມີສ່ວມຮ່ວມ

25/03/2025 13:29
Email Print 204
ຂປລ ຂປລ. ໃນລະຫວ່າງເດືອນກຸມພາ ຫາ ເດືອນມີນາ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດ ການເຂົ້າເຖິງການສຶກສາຂັ້ນພື້ນຖານໃນ ສປປ ລາວ



ຂປລ. ໃນລະຫວ່າງເດືອນກຸມພາ ຫາ ເດືອນມີນາ
2025 ນີ້,  ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດ ການເຂົ້າເຖິງການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ຮ່ວມມືກັບຜູ້ຊ່ຽວຊານດ້ານຄວາມພິ ການທາງດ້ານສາຍຕາ ຈັດຝຶກອົບຮົມປະຖົມນິເທດ ແລະ ສະໜັບສະໜູນທີມງານ ພັດທະນາຊັບພະຍາກອນ ຢູ່ທີ່ວິທະຍາໄລຄູສະຫວັນນະເຂດ. 




ທ່ານ ນາງ ວົງເດືອນ ໂອໃສ  ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໄດ້​ໃຫ້​ຮູ້ວ່າ: ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ
  ແມ່ນມີຄວາມສຳຄັນຕໍ່ການເສີມສ້າງທັກສະ ແລະ ຄວາມຮູ້ຂອງຄູ ຕະຫລອດຊີວິດ ການສອນຂອງເຂົາເຈົ້າ. ໃນຕົ້ນປີ 2024, ກົມສ້າງຄູ ໄດ້ສ້າງຕັ້ງທີມງານ ພັດທະນາຊັບພະຍາກອນ ໃນ 3 ວິທະຍາໄລຄູ ເປົ້າໝາຍຄື: ວິທະຍາໄລຄູຫລວງນ້ຳທາ, ວິທະຍາໄລຄູຄັງໄຂ ແລະ ວິທະຍາໄລຄູ ສະຫວັນນະເຂດ. ພາລະບົດບາດຂອງເຂົາເຈົ້າ ແມ່ນພັດທະນາຊັບພະຍາກອນ ສຳລັບການພັດທະນາວິຊາຊີບຄູ ທີ່ສາມາດນຳໃຊ້ໄດ້ ແລະ ນຳໃຊ້ໄດ້ງ່າຍ ສໍາລັບຄູສອນຊັ້ນປະຖົມ ແລະ ຜູ້ເຮັດວຽກ ສຶກສານິເທດ. ສຳລັບປີ 2025 ຄູສອນ 6 ທ່ານ ຈາກທີມງານພັດທະນາ ຊັບພະຍາກອນ ແຂວງສະຫວັນນະເຂດ ຈະສ້າງຊຸດອຸປະກອນຊ່ວຍເຫລືອຄູໂມດູນ ສຳລັບການຊ່ວຍເຫລືອນັກຮຽນ ພິການໃນຫ້ອງຮຽນ, ຊຸດອຸປະກອນຊ່ວຍເຫລືອຄູ  ແມ່ນຊັບພະຍາກອນ ສຳລັບການພັດທະນາວິຊາຊີບຄູ ແບບຕໍ່ເນື່ອງທໍາອິດທີ່ທີມງານ ພັດທະນາຊັບພະຍາກອນ ໄດ້ຖືກມອບໝາຍໃຫ້ສ້າງ, ຊຸດອຸປະກອນຊ່ວຍເຫລືອຄູ ປະກອບດ້ວຍໂມດູນແບບດ່ຽວ, ແຕ່ລະໂມດຸນ ເນັ້ນໃສ່ທັກສະການສອນແບບສະເພາະ ເຊິ່ງບັນດາໂມດູນ ໄດ້ໃຫ້ຄໍາແນະນໍາທີ່ເປັນປະໂຫຍດ ແລະ ວິທີການປະຕິບັດ ເພື່ອຕອບສະໜອງສິ່ງທ້າທາຍ ໃນການສອນ ທົ່ວໄປ ແລະ ສົ່ງເສີມທັກສະການສິດສອນ. ສະນັ້ນ, ຄູສອນ ແລະ ຜູ້ເຮັດວຽກສຶກສານິເທດ ສາມາດເລືອກໂມດູນ ຈາກຊຸດອຸປະກອນຊ່ວຍເຫລືອຄູ ທີ່ສອດຄ່ອງກັບຄວາມຕ້ອງການ ການຮຽນຮູ້ຂອງ ເຂົາເຈົ້າຫລາຍທີ່ສຸດ. ຫົວຂໍ້ຂອງໂມດູນ ໄດ້ຖືກກໍານົດໂດຍອີງໃສ່ຂໍ້ມູນ ແລະ ຄໍາຄິດເຫັນທີ່ເກັບກໍາໂດຍຜ່ານ ການຕິດຕາມດ້ວຍລະບົບ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ປະສົມປະສານ ຄວາມເຂົ້າໃຈຈາກຄູ ແລະ ທີມງານຝຶກອົບຮົມຄູ ໃນຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ. ຫົວຂໍ້ດັ່ງກ່າວ ຍັງສອດຄ່ອງກັບບູລິມະສິດ ທີ່ຕ້ອງການພັດທະນາຂອງກະ ຊວງສຶກສາທິການ ແລະ ກິລາ ໃນແຜນພັດທະນາຂະແໜງການສຶກສາ ແລະ ກິລາ ປີ 2026-2030. ຂໍ້ມູນການຕິດຕາມໃນລະບົບ ການພັດທະນາວິຊາຊີບຄູ ສະແດງໃຫ້ເຫັນວ່າ ຄູພົບຄວາມຫຍຸ້ງຍາກໃນການສອນນັກຮຽນ ທີ່ມີຄວາມຕ້ອງການໃຫ້ຊ່ວຍເຫລືອທີ່ແຕກຕ່າງກັນ.




ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳລາວ ໄດ້ກ່າວວ່າ: ເດັກນ້ອຍພິການຜະເຊີນກັບອຸປະສັກ ໃນການເຂົ້າເຖິງການສຶກສາ ທີ່ມີຄຸນນະພາບໃນ ສປປ ລາວ
, ລວມທັງ ຄວາມເຊື່ອ ແລະ ທັດສະນະຄະຕິທີ່ໃນທາງລົບກ່ຽວກັບ ສາເຫດຂອງຄວາມພິການ ແລະ ຄວາມສາມາດຂອງເຂົາເຈົ້າ. ຄູສອນຫລາຍທ່ານໄດ້ສະແດງຄວາມປາຖະໜາ ທີ່ຈະຮຽນຮູ້ວິທີການສິດສອນ ທີ່ມີປະສິດທິພາບ ເພື່ອເອົາຊະນະອຸປະສັກເຫລົ່ານີ້. ການຮັບປະກັນວ່າ ເດັກນ້ອຍທຸກຄົນ ດຍສະເພາະແມ່ນຜູ້ທີ່ດ້ອຍໂອກາດ ໄດ້ມີສ່ວນຮ່ວມ ແລະ ເຕີບໃຫຍ່ໃນໂຮງຮຽນ ແມ່ນຄໍາມຸ່ງຫວັງຮ່ວມກັນຂອງ ສສກ ແລະ ລັດຖະບານ ອົດສະຕຣາລີ.

KPL

ຂ່າວອື່ນໆ

    • ສຳມະນານະໂຍບາຍ-ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມວັດທະນະທຳ-ສັງຄົມ

      ສຳມະນານະໂຍບາຍ-ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ

      3/26/2025 6:55:09 PM

      ຂປລ. ການສໍາມະນາກ່ຽວກັບນະໂຍບາຍ ແລະ ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ ຈັດ​ຂຶ້ນ​ໃນວັນທີ 24-26 ມີນາ 2025 ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານກ່າວເປີດຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ), ມີທ່ານ ສົມມາດ ພົນເສນາ ຮອງປະ ທານສະພາແຫ່ງຊາດ, ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ບັກໂຮ ເດັຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳລາວ, ມີປະທານກຳມາທິການ ແລະ ເລຂາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ-ອົງການກ່ຽວຂ້ອງ

    • ວາງສີລາລືກໂຄງການປັບປຸງສະໜາມກິລາເຈົ້າອະນຸວົງວັດທະນະທຳ-ສັງຄົມ

      ວາງສີລາລືກໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

      3/26/2025 6:24:46 PM

      ຂປລ. ພິທີວາງສີວາງສີລາລືກ ໂຄງການກໍ່ສ້າງປັບປຸງສະໜາມກິລາເຈົ້າອະນຸວົງ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 26 ມີນາ 2025 ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງປະເທດ ຍີ່ປຸ່ນ ປະຈໍາລາວ ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.

    • ເປັນເຈົ້າການອົບຮົມຫັດແອບເພື່ອປັບປຸງ ກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງວັດທະນະທຳ-ສັງຄົມ

      ເປັນເຈົ້າການອົບຮົມຫັດແອບເພື່ອປັບປຸງ ກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ

      3/26/2025 6:12:09 PM

      ຂປລ. ວຽກງານອົບຮົມຫັດແອບ ແມ່ນວຽກງານໜຶ່ງທີ່ມີບົດບາດສຳຄັນ ຖືເອົາເປັນບຸລິມະສິດແຖວໜ້າ ທີ່ຕັດສິນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມແຂງຂອງກອງທັບ, ກອງທັບກັບການອົບຮົມ-ຫັດແອບ ເປັນຄືເງົາທຽມຄົນ ຕິດພັນສະນິດແໜ້ນແບບກາຍຍະອິນຊີ, ຖ້າຂາດການອົບຮົມຫັດແອບ ກອງທັບກໍຂາດວິຊາອາຄົມ, ຂາດເຕັກນິກພິກໄຫວ ແລະ ຂາດຄວາມເຂັ້ມແຂງ, ສູ້ຮົບຈະຖືກປາລາໄຊ.

    • ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ກຳປູເຈຍ ຢ້ຽມຊົມຫໍພິພິທະພັນສິລະປະລາວວັດທະນະທຳ-ສັງຄົມ

      ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ກຳປູເຈຍ ຢ້ຽມຊົມຫໍພິພິທະພັນສິລະປະລາວ

      3/26/2025 6:02:54 PM

      ຂປລ. ຄະນະຜູ້ແທນຂັ້ນສູງກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ນຳໂດຍ ທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະ ໄດ້ຢ້ຽມຊົມຫໍພິພິທະພັນສິລະປະລາວ ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ ໃນໂອກາດທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມ ສອງຝ່າຍດ້ານຄວາມສະຫງົບ ປະຈຳປີ 2025 ທີ່ກະຊວງປ້ອງກັນຄວາມສະຫງົບລາວເປັນເຈົ້າພາບ.

    • ເຜີຍແຜ່ແຜນງານພັດທະນາຂະແໜງພະລັງງານ ການປ່ອຍແກັສເຮືອນແກ້ວສຸດທິເປັນສູນຂອງລາວ ວັດທະນະທຳ-ສັງຄົມ

      ເຜີຍແຜ່ແຜນງານພັດທະນາຂະແໜງພະລັງງານ ການປ່ອຍແກັສເຮືອນແກ້ວສຸດທິເປັນສູນຂອງລາວ

      3/25/2025 5:08:05 PM

      ຂປລ. ສູນພະລັງງານອາຊຽນ (ACE) ເຜີຍແຜ່ບົດສຶກສາ ພາຍໃຕ້ຫົວຂໍ້ “ແຜນງານພັດທະນາຂະແໜງພະລັງງານ ສໍາລັບ ການປ່ອຍແກັສເຮືອນແກ້ວສຸດທິເປັນສູນ ຂອງ ສປປ ລາວ ຂຶ້ນໃນວັນທີ 25 ມີນາ 2025 ເພື່ອສະໜັບສະໜູນຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການບັນລຸເປົ້າໝາຍ ການປ່ອຍແກັສເຮືອນແກ້ວ ສຸດທິເປັນສູນ ພາຍໃນປີ 2050 ທີ່ໄດ້ລະບຸໄວ້ໃນແຜນງານແຫ່ງຊາດ ການປະກອບສ່ວນ ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC).

ads
ads

Top