ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ກຳປູເຈຍ ຢ້ຽມຊົມຫໍພິພິທະພັນສິລະປະລາວ

26/03/2025 18:02
Email Print 295
ຂປລ ຂປລ. ຄະນະຜູ້ແທນຂັ້ນສູງກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ນຳໂດຍ ທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະ ໄດ້ຢ້ຽມຊົມຫໍພິພິທະພັນສິລະປະລາວ ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ ໃນໂອກາດທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມ ສອງຝ່າຍດ້ານຄວາມສະຫງົບ ປະຈຳປີ 2025 ທີ່ກະຊວງປ້ອງກັນຄວາມສະຫງົບລາວເປັນເຈົ້າພາບ.




ຂປລ. ຄະນະຜູ້ແທນຂັ້ນສູງກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ນຳໂດຍ ທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ
, ລັດຖະມົນຕີກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະ ໄດ້ຢ້ຽມຊົມຫໍພິພິທະພັນສິລະປະລາວ ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ ໃນໂອກາດທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມ ສອງຝ່າຍດ້ານຄວາມສະຫງົບ ປະຈຳປີ 2025 ທີ່ກະຊວງປ້ອງກັນຄວາມສະຫງົບລາວເປັນເຈົ້າພາບ.




ຫໍພິພິທະພັນສິລະປະລາວ ເປັນອີກໜຶ່ງແຫລ່ງທ່ອງທ່ຽວ ທາງວັດທະນະທຳແຫ່ງໃໝ່ ຂອງນະຄອນຫລວງວຽງຈັນ ກໍຄື ປະເທດລາວ ເຊິ່ງການເປີດສະຖານທີ່ດັ່ງກ່າວຂຶ້ນມາ ບໍ່ພຽງແຕ່ເອົາໄວ້ສຳລັບສະແດງຜົນງານສິລະປະກຳເທົ່ານັ້ນ ແຕ່ເປັນການສະແດງ ໃຫ້ເຫັນເຖິງຄວາມພະຍາຍາມໃນຄວາມມຸ່ງໝັ້ນ
, ຈິດວິນຍານ ຂອງສິລະປິນລາວ, ສັກສີທາງວັດທະນະທຳ, ຄວາມເຊື່ອໝັ້ນໃນພະລັງແຫ່ງສິລະປະ ທີ່ສາມາດເຊື່ອມໂຍງຜູ້ຄົນ, ອະນຸລັກມໍລະດົກດ້ານວັດທະນະທຳຂອງຊາດ ແລະ ສ້າງແຮງບັນດານໃຈໃຫ້ຄົນໃນປັດຈຸບັນ.




ນອກຈາກນີ້
, ຫໍພິພິທະພັນສິລະປະລາວ ຈະກາຍເປັນສູນກາງການຮຽນຮູ້, ການແລກປ່ຽນຄວາມຄິດສ້າງສັນ ແລະ ການພັດທະນາສິລະປະ ທີ່ສອດຄ່ອງກັບຄວາມຮ່ວມມືລະຫວ່າງ ສິລະປິນຈາກທົ່ວໂລກ ເຊິ່ງຈະມີທັງການຈັດນິເທສະການ, ການຝຶກອົບຮົມ ແລະ ກິດຈະກຳຕ່າງໆ ເພື່ອສົ່ງເສີມໃຫ້ເຍົາວະຊົນ ແລະ ສິລະປິນຮຸ່ນຕໍ່ໄປໄດ້ສືບສານ ວຽກງານແກະສະຫລັກໄມ້, ວິຈິດສິນ ແລະ ຈິດຕະ ກຳ ຕະຫລອດເຖິງການສ້າງສັນສິ່ງໃໝ່ໆ ທີ່ເປັນເອກະລັກຂອງປະຊາຊົນລາວຕໍ່ໄປ.

ຂ່າວ-ພາບ: ວສລ

KPL

ຂ່າວອື່ນໆ

    • ພິກກີບີ ເປີດຮ້ານຮູບແບບໃໝ່ ອຳນວຍຄວາມສະດວກແກ່ລູກຄ້າວັດທະນະທຳ-ສັງຄົມ

      ພິກກີບີ ເປີດຮ້ານຮູບແບບໃໝ່ ອຳນວຍຄວາມສະດວກແກ່ລູກຄ້າ

      3/28/2025 8:55:21 PM

      ຂປລ. ພິກກີບີ ໄດ້ຫັນປ່ຽນການບໍລິການ ຈາກຮ້ານຕູ້ນ້ອຍແຄມທາງ ມາເປັນຮ້ານນັ່ງກິນ ແລະ ຊື້ກັບບ້ານໄດ້ ເພື່ອອຳນວຍຄວາມສະດວກໃຫ້ລູກຄ້າ ໄດ້ມານັ່ງພັກຜ່ອນ, ຮັບປະທານ ຜະລິດຕະພັນ ຫລາກຫລາຍຂອງພິກກີບີ. ​ໃນ​ວັນ​ທີ 28 ມີນາ 2025 ນີ້, ​ໄດ້​ມີພິທີເປີດຮ້ານພິກກີບີ (Food Store) ເຊິ່ງເປັນສາຂາທໍາອິດ ທີ່ເປີດເປັນຮູບແບບຮ້ານອາຫານ ຢູ່ຕໍ່ໜ້າຕະຫລາດເຂດດົງໂດກ ເມືອງໄຊທານີ ນະຄອນຫລວງວຽງຈັນ.

    • ກຽມເປີດສັບປະດາແຫ່ງຊາດ ດ້ານຄວາມ ປອດໄພທາງຫລວງ ຢູ່ແຂວງສະຫວັນນະເຂດວັດທະນະທຳ-ສັງຄົມ

      ກຽມເປີດສັບປະດາແຫ່ງຊາດ ດ້ານຄວາມ ປອດໄພທາງຫລວງ ຢູ່ແຂວງສະຫວັນນະເຂດ

      3/28/2025 8:38:52 PM

      ຂປລ. ຄະນະ​ກໍາມະການ​ແຫ່ງ​ຊາດ​ ດ້ານ​ຄວາມ​ປອດ​ໄພ​ທາງ​ຫລວງ (ຄຊປທ) ກຽມຈັດງານ ສັບປະດາ ແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ປະຈຳປີ 2025 ພາຍໃຕ້ຄໍາຂວັນ “ຖະໜົນເພື່ອຊີວິດ #ຂັບລົດຊ້າ, ຊີວິດຍືນຍາວ” ໃນວັນທີ 5 ເມສາ 2025 ຢູ່ແຂວງສະຫວັນນະເຂດ, ພາຍໃນງານຈະມີຫລາຍກິດຈະກໍາ ເປັນຕົ້ນ ຂະບວນຍ່າງ,​ ໂຕ້ວາທີ, ສະແດງລະຄອນ ແລະ ຮ້ານວາງສະແດງສິນຄ້າ ແລະ ອຸປະກອນກ່ຽວກັບຄວາມປອດໄພທາງຫລວງ.

    • ສຳມະນານະໂຍບາຍ-ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມວັດທະນະທຳ-ສັງຄົມ

      ສຳມະນານະໂຍບາຍ-ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ

      3/26/2025 6:55:09 PM

      ຂປລ. ການສໍາມະນາກ່ຽວກັບນະໂຍບາຍ ແລະ ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ ຈັດ​ຂຶ້ນ​ໃນວັນທີ 24-26 ມີນາ 2025 ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານກ່າວເປີດຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ), ມີທ່ານ ສົມມາດ ພົນເສນາ ຮອງປະ ທານສະພາແຫ່ງຊາດ, ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ບັກໂຮ ເດັຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳລາວ, ມີປະທານກຳມາທິການ ແລະ ເລຂາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ-ອົງການກ່ຽວຂ້ອງ

    • ວາງສີລາລືກໂຄງການປັບປຸງສະໜາມກິລາເຈົ້າອະນຸວົງວັດທະນະທຳ-ສັງຄົມ

      ວາງສີລາລືກໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

      3/26/2025 6:24:46 PM

      ຂປລ. ພິທີວາງສີວາງສີລາລືກ ໂຄງການກໍ່ສ້າງປັບປຸງສະໜາມກິລາເຈົ້າອະນຸວົງ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 26 ມີນາ 2025 ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງປະເທດ ຍີ່ປຸ່ນ ປະຈໍາລາວ ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.

    • ເປັນເຈົ້າການອົບຮົມຫັດແອບເພື່ອປັບປຸງ ກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງວັດທະນະທຳ-ສັງຄົມ

      ເປັນເຈົ້າການອົບຮົມຫັດແອບເພື່ອປັບປຸງ ກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ

      3/26/2025 6:12:09 PM

      ຂປລ. ວຽກງານອົບຮົມຫັດແອບ ແມ່ນວຽກງານໜຶ່ງທີ່ມີບົດບາດສຳຄັນ ຖືເອົາເປັນບຸລິມະສິດແຖວໜ້າ ທີ່ຕັດສິນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມແຂງຂອງກອງທັບ, ກອງທັບກັບການອົບຮົມ-ຫັດແອບ ເປັນຄືເງົາທຽມຄົນ ຕິດພັນສະນິດແໜ້ນແບບກາຍຍະອິນຊີ, ຖ້າຂາດການອົບຮົມຫັດແອບ ກອງທັບກໍຂາດວິຊາອາຄົມ, ຂາດເຕັກນິກພິກໄຫວ ແລະ ຂາດຄວາມເຂັ້ມແຂງ, ສູ້ຮົບຈະຖືກປາລາໄຊ.

ads
ads

Top